Biblica® Open Lao Contemporary Version
2 ຂ່າວຄາວ 22
ກະສັດອາຮາຊີຢາແຫ່ງຢູດາຍ
(2ກສ 8:25-29; 9:21-29)
ຊາວເຢຣູຊາເລັມໄດ້ແຕ່ງຕັ້ງອາຮາຊີຢາ, ລູກຊາຍຫລ້າຂອງເຢໂຮຣາມຂຶ້ນເປັນກະສັດໃນວົງຂອງເພິ່ນ, ເນື່ອງຈາກກອງໂຈນທີ່ຢູ່ໃນຄ້າຍກັບຊາວອາຣັບ, ພວກເຂົາໄດ້ຂ້າລູກຊາຍກົກທັງໝົດ. ດັ່ງນັ້ນ ອາຮາຊີຢາລູກຊາຍຂອງເຢໂຮຣາມແຫ່ງຢູດາຍໄດ້ເລີ່ມຕົ້ນປົກຄອງ.
ເມື່ອເພິ່ນຂຶ້ນເປັນກະສັດ, ອາຮາຊີຢາມີອາຍຸຊາວສອງປີ1 ແລະ ເພິ່ນໄດ້ປົກຄອງໃນເຢຣູຊາເລັມພຽງແຕ່ປີດຽວ. ແມ່ຂອງເພິ່ນຄືນາງອາທາລີຢາຜູ້ເປັນຫລານສາວຂອງອົມຣິ.
ອາຮາຊີຢາໄດ້ເຮັດຕາມແບບຢ່າງຂອງຄອບຄົວຂອງອາຮາບຄືກັນ, ເພາະແມ່ຂອງເພິ່ນສະໜັບສະໜູນເພິ່ນໃຫ້ເຮັດຊົ່ວ. ເພິ່ນໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າຢາເວເໝືອນດັ່ງຄອບຄົວຂອງອາຮາບໄດ້ເຮັດ, ເພາະຫລັງຈາກທີ່ພໍ່ຂອງເພິ່ນໄດ້ຕາຍໄປແລ້ວ ພວກເຂົາກໍກາຍເປັນທີ່ປຶກສາຂອງເພິ່ນ, ເຊິ່ງໄດ້ນຳເພິ່ນໄປສູ່ຄວາມພິນາດ. ເພິ່ນຍັງໄດ້ເຮັດຕາມຄຳແນະນຳຂອງພວກເຂົາເມື່ອເພິ່ນໄດ້ຮ່ວມກັບໂຢຣາມ2ລູກຊາຍຂອງກະສັດອາຮາບແຫ່ງອິດສະຣາເອນເພື່ອເຮັດສົງຄາມກັບກະສັດຮາຊາເອນແຫ່ງອາຣາມທີ່ເມືອງຣາໂມດກີເລອາດ. ຊາວອາຣາມເຮັດໃຫ້ໂຢຣາມໄດ້ຮັບບາດເຈັບ; ສະນັ້ນ ເພິ່ນຈຶ່ງໄດ້ກັບຄືນມາທີ່ຢິດຊະເຣນເພື່ອປິ່ນປົວບາດແຜທີ່ພວກເຂົາໄດ້ເຮັດຕໍ່ເພິ່ນທີ່ເມືອງຣາໂມດ3ໃນການສູ້ຮົບກັບກະສັດຮາຊາເອນແຫ່ງອາຣາມ.
ແລ້ວອາຮາຊີຢາ4 ລູກຊາຍກະສັດເຢໂຮຣາມແຫ່ງຢູດາຍກໍໄດ້ໄປຫາໂຢຣາມລູກຊາຍຂອງອາຮາບທີ່ຢິດຊະເຣນ ເພາະເພິ່ນໄດ້ຮັບບາດເຈັບ.
ໂດຍການຢ້ຽມຢາມຂອງອາຮາຊີຢາຕໍ່ໂຢຣາມ, ພຣະເຈົ້າໄດ້ນຳເອົາຄວາມຈິບຫາຍມາສູ່ອາຮາຊີຢາ. ເມື່ອອາຮາຊີຢາມາຮອດ, ເພິ່ນກັບໂຢຣາມກໍອອກໄປພົບເຢຮູລູກຊາຍຂອງນິມຊີ, ເຊິ່ງພຣະເຈົ້າຢາເວໄດ້ແຕ່ງຕັ້ງລາວໄວ້ ເພື່ອທຳລາຍຄອບຄົວຂອງອາຮາບ. ໃນຂະນະທີ່ເຢຮູກໍາລັງມາທໍາລາຍຄອບຄົວຂອງອາຮາບ, ເພິ່ນໄດ້ພົບກັບບັນດາຂ້າລາຊະການຂອງຢູດາຍ ແລະ ພວກຫລານຊາຍຂອງອາຮາຊີຢາ, ເຊິ່ງພວກເຂົາກໍາລັງເດີນທາງມາພົບອາຮາຊີຢາ, ແລ້ວເຢຮູໄດ້ຂ້າພວກເຂົາຖິ້ມທັງໝົດ. ແລ້ວເຢຮູກໍໄດ້ອອກໄປຄົ້ນຫາອາຮາຊີຢາ, ຄົນຂອງເຢຮູກໍຈັບອາຮາຊີຢາຂະນະທີ່ເພິ່ນກໍາລັງລີ້ຢູ່ໃນຊາມາເຣຍ. ພວກເຂົາໄດ້ນຳຕົວເພິ່ນມາຫາເຢຮູ ແລະ ໄດ້ຂ້າເພິ່ນເສຍ. ພວກເຂົາໄດ້ຝັງສົບຂອງເພິ່ນ, ເພາະພວກເຂົາໄດ້ເວົ້າວ່າ, “ເພິ່ນເປັນລູກຊາຍຄົນໜຶ່ງຂອງເຢໂຮຊາຟັດ, ຜູ້ທີ່ສະແຫວງຫາພຣະເຈົ້າຢາເວດ້ວຍສຸດໃຈຂອງເພິ່ນ”. ດັ່ງນັ້ນ ບໍ່ມີຜູ້ໃດໃນຄອບຄົວຂອງອາຮາຊີຢາທີ່ເຂັ້ມແຂງພໍທີ່ຈະຮັກສາອານາຈັກໄວ້ໄດ້.
ນາງອາທາລີຢາ ແລະ ໂຢອາດ
(2ກສ 11:1-21)
ເມື່ອອາທາລີຢາແມ່ຂອງອາຮາຊີຢາເຫັນວ່າລູກຊາຍຂອງຕົນຕາຍແລ້ວ, ນາງກໍໄດ້ທໍາລາຍເຊື້ອສາຍຂອງກະສັດແຫ່ງຢູດາຍທັງໝົດ. ແຕ່ເຢໂຮເຊບາ5 ລູກສາວຂອງກະສັດເຢໂຮຣາມ, ນາງໄດ້ເອົາໂຢອາດລູກຊາຍຄົນໜຶ່ງຂອງອາຮາຊີຢາ ແລະ ໄດ້ພາລາວໜີໄປຈາກບັນດາເຈົ້າຊາຍທີ່ກຳລັງຈະຖືກຂ້າ ແລ້ວເອົາລາວ ແລະ ເອື້ອຍລ້ຽງໄປເຊື່ອງໄວ້ໃນຫ້ອງນອນ. ຍ້ອນນາງເຢໂຮເຊບາ, ລູກສາວຂອງກະສັດເຢໂຮຣາມ ແລະ ເມຍຂອງປະໂລຫິດເຢໂຮຍອາດາ, ເຊິ່ງເປັນນ້ອງສາວຂອງອາຮາຊີຢາ, ນາງໄດ້ເຊື່ອງເດັກນ້ອຍໄວ້ໃຫ້ພົ້ນຈາກນາງອາທາລີຢາເພື່ອບໍ່ໃຫ້ນາງຂ້າລາວໄດ້. ໂຢອາດຍັງເຊື່ອງພວກເຂົາໄວ້ໃນວິຫານຂອງພຣະເຈົ້າເປັນເວລາຫົກປີ ໃນເວລາທີ່ນາງອາທາລີຢາໄດ້ປົກຄອງດິນແດນຢູ່.
Source notes (5)
- Footnote ພາສາເຮັບເຣີວ່າ 42 ປີ (ເບິ່ງ 2ກສ 8:26)
- Footnote ພາສາເຮັບເຣີວ່າ ເຢໂຮຣາມ ເປັນອີກຮູບໜຶ່ງຂອງ ໂຢຣາມ ; ເຊັ່ນດຽວກັບຂໍ້ 6 ແລະ 7
- Footnote ພາສາເຮັບເຣີວ່າ ຣາມາ ເຊິ່ງເປັນອີກຮູບໜຶ່ງຂອງ ຣາໂມດ
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ວ່າ ອາຊາລີຢາ (ເບິ່ງ 2ກສ 8:29)
- Footnote ພາສາເຮັບເຣີວ່າ ເຢໂຮຊາເບອາດ ເປັນອີກຮູບໜຶ່ງຂອງ ເຢໂຮເຊບາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.