Skip to content
BibleKenya

Biblica® Open Lao Contemporary Version

2 ຂ່າວຄາວ 21

ແລ້ວ​ເຢໂຮຊາຟັດ​ກໍ​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ຖືກ​ຝັງ​ໄວ້​ດ້ວຍ​ກັນ​ກັບ​ພວກເຂົາ​ໃນ​ເມືອງ​ດາວິດ ແລະ ເຢໂຮຣາມ​ລູກຊາຍ​ຂອງ​ເພິ່ນ​ກໍ​ກໍ​ໄດ້​ຂຶ້ນ​ປົກຄອງ​ແທນ. ເຢໂຮຣາມ​ລູກຊາຍ​ຂອງ​ເຢໂຮຊາຟັດ​ແຫ່ງ​ຢູດາຍ​ມີ​ນ້ອງຊາຍ1​ດັ່ງນີ້: ອາຊາຣີຢາ, ເຢຮີເອນ, ເຊກາຣີຢາ, ອາຊາຣີຢາ, ມີກາເອນ ແລະ ເຊຟາຕີຢາ. ພວກເຂົາ​ທັງໝົດ​ເປັນ​ລູກຊາຍ​ຂອງ​ເຢໂຮຊາຟັດ​ກະສັດ​ແຫ່ງ​ອິດສະຣາເອນ. ພໍ່​ຂອງ​ພວກເຂົາ​ໄດ້​ມອບ​ຂອງຂັວນ​ເປັນ​ເງິນ, ຄຳ ແລະ ເຄື່ອງໃຊ້​ທີ່​ມີ​ຄ່າ​ໃຫ້​ພວກເຂົາ ແລະ ໃຫ້​ປົກຄອງ​ເມືອງ​ປ້ອມ​ປ້ອງກັນ​ຕ່າງໆ​ໃນ​ຢູດາຍ, ແຕ່​ໄດ້​ມອບ​ອານາຈັກ​ໃຫ້​ແກ່​ເຢໂຮຣາມ​ເພາະ​ລາວ​ເປັນ​ລູກຊາຍ​ກົກ​ຂອງ​ເພິ່ນ.

ເຢໂຮຣາມ​ກະສັດ​ແຫ່ງ​ຢູດາຍ

(2ກສ 8:16-24)

ເມື່ອ​ເຢໂຮຣາມ​ໄດ້​ເຮັດ​ໃຫ້​ຕົນ​ເອງ​ໝັ້ນຄົງ​ເໜືອ​ອານາຈັກ​ຂອງ​ພໍ່​ຕົນ​ແລ້ວ, ເພິ່ນ​ກໍ​ຂ້າ​ບັນດາ​ນ້ອງຊາຍ​ທັງໝົດ​ຂອງ​ເພິ່ນ​ພ້ອມທັງ​ບັນດາ​ຂ້າລາຊະການ​ຂອງ​ອິດສະຣາເອນ​ບາງຄົນ. ເມື່ອ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ, ເພິ່ນ​ມີ​ອາຍຸ​ສາມ​ສິບ​ສອງ​ປີ ແລະ ເພິ່ນ​ໄດ້​ປົກຄອງ​ໃນ​ເຢຣູຊາເລັມ​ເປັນ​ເວລາ​ແປດ​ປີ. ເພິ່ນ​ໄດ້​ເຮັດ​ຕາມ​ແບບຢ່າງ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ, ຕາມແບບຢ່າງ​ຄອບຄົວ​ຂອງ​ອາຮາບ​ໄດ້​ເຮັດ, ເພາະ​ເພິ່ນ​ໄດ້​ແຕ່ງງານ​ກັບ​ລູກສາວ​ຄົນ​ໜຶ່ງ​ຂອງ​ອາຮາບ. ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຢາເວ. ເຖິງຢ່າງໃດກໍ່ຕາມ, ຍ້ອນ​ຄໍາໝັ້ນສັນຍາ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໄວ້​ກັບ​ດາວິດ, ພຣະເຈົ້າຢາເວ​ບໍ່​ຢາກ​ທຳລາຍ​ຄອບຄົວ​ຂອງ​ດາວິດ. ພຣະອົງ​ໄດ້​ສັນຍາ​ວ່າ​ຈະ​ຮັກສາ​ຕະກຽງ​ດວງ​ໜຶ່ງ​ໄວ້​ສຳລັບ​ເພິ່ນ ແລະ ເຊື້ອສາຍ​ຂອງ​ເພິ່ນ​ຕະຫລອດໄປ.

ໃນ​ສະໄໝ​ຂອງ​ເຢໂຮຣາມ, ເອໂດມ​ໄດ້​ກະບົດ​ຕໍ່​ຢູດາຍ ແລະ ໄດ້​ຕັ້ງ​ກະສັດ​ຕົນ​ເອງ​ຂຶ້ນ. ດັ່ງນັ້ນ ເຢໂຮຣາມ​ພ້ອມທັງ​ນາຍ​ທະຫານ ແລະ ລົດຮົບ​ທັງໝົດ​ຂອງ​ເພິ່ນ​ໄດ້​ໄປ​ທີ່​ເອໂດມ. ຊາວເອໂດມ​ປິດ​ລ້ອມ​ເພິ່ນ ແລະ ຜູ້ບັນຊາການ​ລົດຮົບ​ຂອງ​ເພິ່ນ​ໄວ້, ແຕ່​ເພິ່ນ​ໄດ້​ລຸກຂຶ້ນ ແລະ ຕີ​ຜ່າ​ວົງລ້ອມ​ອອກ​ໄປ​ໃນ​ຕອນ​ກາງຄືນ. ເອໂດມ​ຈຶ່ງ​ໄດ້​ກະບົດ​ຕໍ່​ຢູດາຍ​ຈົນ​ເຖິງ​ທຸກ​ວັນ​ນີ້.

ໃນ​ເວລາ​ນັ້ນ​ເມືອງ​ລິບນາ​ກໍ​ໄດ້​ກະບົດ​ເໝືອນກັນ, ຍ້ອນ​ເຢໂຮຣາມ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ເພິ່ນ. ເພິ່ນ​ຍັງ​ໄດ້​ສ້າງ​ສະຖານ​ບູຊາ​ເທິງ​ທີ່​ສູງ​ເທິງ​ເນີນພູ​ທັງຫລາຍ​ຂອງ​ຢູດາຍ ແລະ ໄດ້​ເປັນ​ເຫດ​ເຮັດ​ໃຫ້​ຊາວ​ເຢຣູຊາເລັມ​ຂາຍ​ໂຕ ແລະ ໄດ້​ເຮັດ​ໃຫ້​ຊາວ​ຢູດາ​ຫລົງ​ທາງ​ໄປ.

ເຢໂຮຣາມ​ໄດ້​ຮັບ​ຈົດໝາຍ​ສະບັບ​ໜຶ່ງ​ຈາກ​ຜູ້ທຳນວາຍ​ເອລີຢາ, ເຊິ່ງ​ໄດ້​ກ່າວ​ວ່າ:

“ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ດາວິດ​ພໍ່​ຂອງ​ທ່ານ​ກ່າວ​ດັ່ງນີ້​ວ່າ: ‘ທ່ານ​ບໍ່ໄດ້​ເຮັດ​ຕາມ​ແບບຢ່າງ​ຂອງ​ກະສັດ​ເຢໂຮຊາຟັດ​ບິດາ​ຂອງ​ທ່ານ ຫລື ຂອງ​ກະສັດ​ອາສາ​ແຫ່ງ​ຢູດາຍ. ແຕ່​ທ່ານ​ໄດ້​ເຮັດ​ຕາມ​ແບບຢ່າງ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ ແລະ ທ່ານ​ໄດ້​ນໍາພາ​ຊາວ​ຢູດາ ແລະ ຊາວ​ເຢຣູຊາເລັມ​ຂາຍ​ໂຕ​ເໝືອນດັ່ງ​ຄອບຄົວ​ຂອງ​ອາຮາບ​ທີ່​ໄດ້​ເຮັດ. ທ່ານ​ຍັງ​ໄດ້​ຂ້າ​ບັນດາ​ນ້ອງຊາຍ​ຂອງ​ທ່ານ​ເອງ, ເຊິ່ງ​ເປັນ​ຄົນ​ໃນ​ຄອບຄົວ​ຂອງ​ທ່ານ​ເອງ, ຜູ້​ທີ່​ດີ​ກວ່າ​ທ່ານ. ສະນັ້ນ ບັດນີ້​ພຣະເຈົ້າ​ຢາເວ​ຈະ​ກໍາລັງ​ໂຈມຕີ​ປະຊາຊົນ, ບັນດາ​ລູກຊາຍ, ແລະ ເມຍ​ຂອງ​ທ່ານ ແລະ ທຸກສິ່ງ​ທີ່​ເປັນ​ຂອງ​ທ່ານ​ຢ່າງ​ໜັກໜ່ວງ. ທ່ານ​ເຈົ້າ​ຈະ​ເຈັບປ່ວຍ​ຢ່າງໜັກ​ດ້ວຍ​ໂລກ​ລຳໄສ້​ຊ້ຳ​ເຮື້ອ​ຈົນກວ່າ​ໂລກ​ນີ້​ເຮັດ​ໃຫ້​ລຳໄສ້​ຂອງ​ທ່ານ​ໄຫລ​ອອກ​ມາ’ ”.

ພຣະເຈົ້າຢາເວ​ໄດ້​ດົນ​ໃຈ​ຊາວຟີລິດສະຕິນ ແລະ ຊາວ​ອາຣັບ ເຊິ່ງ​ເປັນ​ຜູ້​ທີ່​ອາໄສ​ຢູ່​ໃກ້​ຊາວ​ກູເຊ​ເປັນ​ສັດຕູ​ກັບ​ເຢໂຮຣາມ. ພວກເຂົາ​ເຂົ້າ​ມາ​ໂຈມຕີ, ໄດ້​ຮຸກຮານ​ຢູດາຍ ແລະ ໄດ້​ເອົາ​ເຄື່ອງ​ຂອງ​ທີ່​ມີ​ຄ່າ​ທັງໝົດ​ໃນ​ວັງ​ຂອງ​ກະສັດ​ໄປ, ພ້ອມທັງ​ຈັບ​ບັນດາ​ລູກຊາຍ ແລະ ເມຍ​ຂອງ​ເຢໂຮຣາມ​ໄປ​ດ້ວຍ. ບໍ່​ມີ​ລູກຊາຍ​ເຫລືອ​ຈັກ​ຄົນ​ໃຫ້​ເພິ່ນ​ຍົກເວັ້ນ​ແຕ່​ອາຮາຊີຢາ2 ລູກຊາຍ​ຫລ້າ​ຂອງ​ເພິ່ນ.

ຫລັງຈາກ​ເຫດການ​ທັງໝົດ​ນີ້, ພຣະເຈົ້າຢາເວ​ໄດ້​ທໍລະມານ​ເຢໂຮຣາມ​ດ້ວຍ​ໂລກ​ລຳ​ໄສ້​ທີ່​ບໍ່​ສາມາດ​ປິ່ນປົວ​ໄດ້ ໃນ​ເວລາ​ນັ້ນ, ຊ່ວງທ້າຍ​ປີ​ທີ​ສອງ, ໄສ້​ຂອງ​ເພິ່ນ​ກໍ​ໄຫລ​ອອກ​ມາຍ້ອນ​ພະຍາດ​ນີ້ ແລະ ເພິ່ນ​ກໍ​ໄດ້ຕາຍ​ໄປ​ດ້ວຍ​ຄວາມ​ເຈັບ​ປວດ​ຢ່າງ​ທໍລະມານ. ປະຊາຊົນ​ຂອງ​ເພິ່ນ​ບໍ່​ໄດ້​ກໍ່​ກອງໄຟ​ໄວ້​ທຸກ​ເພື່ອ​ໃຫ້​ກຽດ​ເພິ່ນ​ເໝືອນດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ແກ່​ບັນພະບຸລຸດ​ຂອງ​ເພິ່ນ.

ເຢໂຮຣາມ​ໄດ້​ຂຶ້ນ​ເປັນ​ກະສັດ ເມື່ອ​ເພິ່ນ​ມີ​ອາຍຸ​ສາມ​ສິບ​ສອງ​ປີ ແລະ ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ​ແປດ​ປີ. ເພິ່ນ​ໄດ້​ຕາຍ​ໄປ​ໂດຍ​ບໍ່​ມີ​ຜູ້ໃດ​ໂສກເສົ້າ​ເສຍໃຈ​ນຳ​ເພິ່ນ, ແລະ ໄດ້​ຝັງ​ໄວ້​ໃນ​ເມືອງ​ຂອງ​ດາວິດ, ແຕ່​ບໍ່​ໄດ້​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ.

Source notes (2)
  1. Footnote ຄື ຢູດາ ພົບ​ເລື້ອຍໆ​ໃນ 2 ຂ່າວຄາວ
  2. Footnote ພາສາ​ເຮັບເຣີ​ວ່າ ເຢໂຮອາຮາດ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ອາຮາສີຢາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.