Skip to content
BibleKenya

Biblica® Open Lao Contemporary Version

2 ຂ່າວຄາວ 20

ເຢໂຮຊາຟັດ​ເອົາ​ຊະນະ​ໂມອາບ ແລະ ອຳໂມນ

ຕໍ່ມາ​ຊາວໂມອາບ ແລະ ຊາວອຳໂມນ ແລະ ຊາວເມີນິດ​ບາງຄົນ1​ໄດ້​ມາ​ຕໍ່ສູ້​ກັບ​ເຢໂຮຊາຟັດ.

ມີ​ບາງຄົນ​ໄດ້​ມາ​ບອກ​ເຢໂຮຊາຟັດ​ວ່າ, “ມີ​ກອງທັບ​ໃຫຍ່​ກຳລັງ​ມາ​ຕໍ່ສູ້​ທ່ານ​ຈາກ​ເອໂດມ,2 ຈາກ​ທາງ​ຟາກ​ໜຶ່ງ​ອີກ​ຂອງ​ທະເລຕາຍ3 ແລະ ບັດນີ້ ມາ​ຮອດ​ເມືອງ​ຮາຊາໂຊນຕາມາ​ແລ້ວ (ນັ້ນ​ແມ່ນ ເມືອງ​ເອນເກດີ)” ເຢໂຮຊາຟັດ​ໄດ້​ຕື່ນ​ຕົກໃຈ​ຫລາຍ ແລະ ຕັດສິນໃຈ​ສະແຫວງ​ຫາ​ພຣະເຈົ້າ​ຢາເວ. ເພິ່ນ​ໄດ້​ປະກາດ​ໃຫ້​ຖືສິນ​ອົດອາຫານ​ທົ່ວ​ຢູດາຍ. ປະຊາຊົນ​ຢູດາ​ໄດ້​ມາ​ເຕົ້າໂຮມ​ກັນ​ເພື່ອ​ສະແຫວງ​ຫາ​ຄວາມ​ຊ່ວຍເຫລືອ​ຈາກ​ພຣະເຈົ້າ​ຢາເວ; ພວກເຂົາ​ມາ​ຈາກ​ທຸກ​ເມືອງ​ໃນ​ຢູດາຍ​ເພື່ອ​ສະແຫວງ​ຫາ​ພຣະອົງ.

ເຢໂຮຊາຟັດ​ໄດ້​ຢືນ​ຂຶ້ນໃນ​ບ່ອນ​ທີ່​ປະຊາຊົນ​ຂອງ​ຢູດາຍ​ມາ​ຊຸມ​ນຸມກັນ ແລະ ປະຊາຊົນ​ຂອງ​ເຢຣູຊາເລັມ​ຢູ່​ທີ່​ເດີ່ນ​ໃໝ່​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ແລະ ໄດ້​ອະທິຖານ​ວ່າ:

“ຂ້າແດ່​ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ, ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ທີ່​ຢູ່​ໃນ​ສະຫວັນ​ບໍ່​ແມ່ນ​ບໍ? ພຣະອົງ​ປົກຄອງ​ເໜືອ​ອານາຈັກ​ຂອງ​ຊົນຊາດ​ທັງໝົດ. ລິດອຳນາດ ແລະ ຄວາມຍິ່ງໃຫຍ່​ກໍ​ຢູ່​ໃນ​ມື​ຂອງ​ພຣະອົງ, ບໍ່​ມີ​ຜູ້ໃດ​ຕໍ່ຕ້ານ​ພຣະອົງ​ໄດ້. ຂ້າແດ່​ພຣະເຈົ້າ​ຂອງ​ພວກຂ້ານ້ອຍ, ພຣະອົງ​ໄດ້​ຂັບໄລ່​ປະຊາຊົນ​ທີ່​ອາໄສ​ໃນ​ດິນແດນ​ນີ້​ອອກ​ໄປ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ ແລະ ໄດ້​ມອບ​ດິນແດນ​ໃຫ້​ແກ່​ເຊື້ອສາຍ​ຂອງ​ອັບຣາຮາມ​ມິດສະຫາຍ​ຂອງ​ພຣະອົງ​ຕະຫລອດໄປ​ບໍ່​ແມ່ນ​ບໍ? ພວກເຮົາ​ໄດ້​ອາໄສ​ຢູ່​ບ່ອນ​ນີ້ ແລະ ໄດ້​ສ້າງ​ສະຖານ​ທີ່​ສັກສິດ​ເພື່ອ​ນາມ​ຂອງ​ພຣະອົງ ແລະ ກ່າວ​ວ່າ, ‘ຖ້າ​ມີ​ໄພພິບັດ​ຕົກ​ໃສ່​ພວກເຈົ້າ, ບໍ່​ວ່າ​ຈະ​ເປັນ​ສົງຄາມ, ໂລກລະບາດ ຫລື ການ​ອຶດຢາກ​ອາຫານ, ພວກ​ຂ້ານ້ອຍ​ຈະ​ຢືນ​ຢູ່​ຕໍ່ໜ້າ​ພຣະອົງ​ຄື ຕໍ່ໜ້າ​ວິຫານ​ທີ່​ມີ​ນາມ​ຂອງ​ພຣະອົງ ແລະ ຈະ​ຮ້ອງ​ຫາ​ພຣະອົງ​ໃນ​ຍາມ​ທຸກ​ລຳບາກ, ແລ້ວ​ພຣະອົງ​ຈະ​ຟັງ ແລະ ຊ່ວຍກູ້​ພວກຂ້ານ້ອຍ​ໃຫ້​ພົ້ນ’.

“ແຕ່​ບັດນີ້ ພວກ​ທີ່​ມາ​ຈາກ​ອຳໂມນ, ໂມອາບ ແລະ ພູເຂົາ​ເສອີ​ໄດ້​ຢູ່​ທີ່​ນີ້​ແລ້ວ, ເຊິ່ງ​ເມື່ອ​ອິດສະຣາເອນ​ອອກ​ມາ​ຈາກ​ເອຢິບ; ພຣະອົງ​ບໍ່​ໄດ້​ອະນຸຍາດ​ໃຫ້​ພວກເຂົາ​ບຸກລຸກ​ດິນແດນ​ນີ້; ດັ່ງນັ້ນ ອິດສະຣາເອນ​ຈຶ່ງ​ໄດ້​ໄປ​ທາງ​ອື່ນ ແລະ ບໍ່​ໄດ້​ທຳລາຍ​ພວກເຂົາ. ແຕ່​ບັດນີ້ ເບິ່ງ​ແມ ພວກເຂົາ​ກໍາລັງ​ຕອບແທນ​ພວກເຮົາ​ດ້ວຍ​ການ​ຂັບໄລ່​ພວກຂ້ານ້ອຍ​ອອກ​ໄປ​ຈາກ​ດິນແດນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ພວກ​ຂ້ານ້ອຍ​ເປັນ​ມໍລະດົກ. ຂ້າແດ່​ພຣະເຈົ້າ​ຂອງ​ພວກຂ້ານ້ອຍ, ພຣະອົງ​ຈະ​ບໍ່​ລົງໂທດ​ພວກເຂົາ​ບໍ? ເພາະ​ພວກຂ້ານ້ອຍ​ບໍ່​ມີ​ກຳລັງ​ພໍ​ທີ່​ຈະ​ປະເຊີນໜ້າ​ກັບ​ກອງທັບ​ໃຫຍ່​ນີ້​ທີ່​ກໍາລັງ​ມາ​ໂຈມຕີ​ພວກຂ້ານ້ອຍ. ພວກຂ້ານ້ອຍ​ບໍ່​ຮູ້​ວ່າ​ຈະ​ເຮັດ​ຢ່າງໃດ, ພວກຂ້ານ້ອຍ​ໄດ້​ແຕ່​ຫວັງ​ເພິ່ງພາ​ພຣະອົງ”.

ພວກ​ຜູ້ຊາຍ​ຢູດາ​ທັງໝົດ​ພ້ອມທັງ​ເມຍ ແລະ ລູກ ແລະ ລູກນ້ອຍ​ຂອງ​ພວກເຂົາ, ພວກເຂົາ​ກໍ​ພາກັນ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ.

ແລ້ວ​ພຣະວິນຍານ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ລົງ​ມາ​ເໜືອ​ຢາຮາຊີເອນ​ລູກຊາຍ​ຂອງ​ເຊກາຣີຢາ, ລູກຊາຍ​ຂອງ​ເບນາອີຢາ, ລູກຊາຍ​ຂອງ​ເຢອີເອນ, ລູກຊາຍ​ຂອງ​ມັດຕານີຢາ, ຊາວເລວີ​ຄົນ​ໜຶ່ງ ແລະ ເປັນ​ເຊື້ອສາຍ​ຂອງ​ອາສັບ, ຂະນະນັ້ນ​ຢາຮາຊີເອນ​ໄດ້​ຢືນ​ໃນ​ບ່ອນ​ຊຸມນຸມ.

ລາວ​ໄດ້​ເວົ້າ​ວ່າ: “ຈົ່ງ​ຟັງ, ຂ້າແດ່​ກະສັດ​ເຢໂຮຊາຟັດ ແລະ ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ຢູດາຍ ແລະ ເຢຣູຊາເລັມ! ພຣະເຈົ້າ​ຢາເວ​ກ່າວ​ກັບ​ພວກທ່ານ​ວ່າ, ‘ຢ່າ​ຢ້ານ ຫລື ຢ່າ​ທໍ້ຖອຍໃຈ​ເລີຍ ຍ້ອນ​ກອງທັບ​ໃຫຍ່​ນີ້. ເພາະ​ການ​ສູ້ຮົບ​ບໍ່​ແມ່ນ​ຂອງ​ພວກທ່ານ, ແຕ່​ເປັນ​ຂອງ​ພຣະເຈົ້າ. ມື້ອື່ນ​ຈົ່ງ​ລົງ​ໄປ​ສູ້ຮົບ​ກັບ​ພວກເຂົາ. ພວກເຂົາ​ຈະ​ປີນ​ຂຶ້ນ​ຜ່ານ​ທາງ​ຊ່ອງແຄບ​ຊີຊະ ແລະ ພວກທ່ານ​ຈະ​ພົບ​ພວກເຂົາ​ທີ່​ສົ້ນສຸດ​ຂອງ​ຮ່ອມພູ​ໃນ​ຖິ່ນແຫ້ງແລ້ງ​ກັນດານ​ຂອງ​ເຢຣູເອນ. ພວກທ່ານ​ຈະ​ບໍ່​ໄດ້​ຕໍ່ສູ້​ໃນ​ສະໜາມຮົບ​ຄັ້ງ​ນີ້. ພວກທ່ານ​ຈົ່ງ​ເຂົ້າ​ປະຈຳການ​ຢູ່; ຈົ່ງ​ຢືນ​ເບິ່ງ​ການ​ຊ່ວຍ​ກອບກູ້​ທີ່​ພຣະເຈົ້າ​ຢາເວ​ຈະ​ມອບ​ໃຫ້​ແກ່​ພວກທ່ານ, ຢູດາຍ ແລະ ເຢຣູຊາເລັມ. ຢ່າ​ຢ້ານ; ຢ່າ​ທໍ້ຖອຍໃຈ​ເລີຍ; ມື້ອື່ນ​ຈົ່ງ​ອອກ​ໄປ​ປະເຊີນ​ໜ້າ​ກັບ​ພວກເຂົາ, ແລະ ພຣະເຈົ້າຢາເວ​ຈະ​ຢູ່​ກັບ​ພວກທ່ານ’ ”.

ເຢໂຮຊາຟັດ​ກໍໄດ້​ກົ້ມກາບ​ລົງ​ພື້ນດິນ, ແລະ ປະຊາຊົນ​ຢູດາ ແລະ ປະຊາຊົນ​ເຢຣູຊາເລັມ​ທັງໝົດ​ໄດ້​ກົ້ມກາບ​ນະມັດສະການ​ຕໍ່ໜ້າ​ພຣະເຈົ້າຢາເວ. ແລ້ວ​ມີ​ຊາວເລວີ​ບາງຄົນ​ຈາກ​ຕະກຸນ​ໂກຮາດ ແລະ ຈາກ​ຕະກຸນ​ໂກຣາ​ໄດ້​ລຸກຢືນ​ຂຶ້ນ ແລະ ສັນລະເສີນ​ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ດ້ວຍ​ສຽງ​ດັງໆ.

ແຕ່​ເຊົ້າໆ ພວກເຂົາ​ໄດ້​ອອກ​ໄປ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ເຕກົວ. ຂະນະທີ່​ພວກເຂົາ​ຈະ​ເດີນທາງ​ໄປ​ນັ້ນ, ເຢໂຮຊາຟັດ​ໄດ້​ລຸກ​ຢືນ​ຂຶ້ນ ແລະ ໄດ້​ກ່າວ​ວ່າ, “ຈົ່ງຟັງ​ຂ້າພະເຈົ້າ, ຊາວຢູດາ ແລະ ຊາວ​ເຢຣູຊາເລັມ! ຈົ່ງ​ເຊື່ອ​ໃນ​ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ພວກເຈົ້າ ແລ້ວ​ພວກເຈົ້າ​ຈະ​ຢືນ​ຢູ່​ໄດ້​ຢ່າງ​ໝັ້ນຄົງ; ຈົ່ງ​ເຊື່ອ​ບັນດາ​ຜູ້ທໍານວາຍ​ຂອງ​ພຣະອົງ ແລ້ວ​ພວກເຈົ້າ​ຈະ​ພົບ​ຄວາມສຳເລັດ”. ຫລັງຈາກ​ໄດ້​ປຶກສາ​ຫາລື​ກັບ​ປະຊາຊົນ​ແລ້ວ, ເຢໂຮຊາຟັດ​ກໍ​ໄດ້​ແຕ່ງຕັ້ງ​ຄົນ​ເພື່ອ​ຮ້ອງເພງ​ຖວາຍ​ພຣະເຈົ້າຢາເວ ແລະ ສັນລະເສີນ​ສໍາລັບ4​ຄວາມ​ສະຫງ່າງາມ​ອັນ​ບໍລິສຸດ​ຂອງ​ພຣະອົງ​ຂະນະທີ່​ພວກເຂົາ​ຍ່າງ​ນຳ​ໜ້າ​ກອງທັບ​ອອກ​ໄປ​ວ່າ,

“ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ,

ເພາະ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ກໍ​ດຳລົງ​ຕະຫລອດໄປ​ເປັນ​ນິດ”.

ເມື່ອ​ພວກເຂົາ​ເລີ່ມ​ຕົ້ນ​ຮ້ອງເພງ ແລະ ສັນລະເສີນ, ພຣະເຈົ້າ​ຢາເວ​ໄດ້​ດັກ​ຊຸ້ມ​ໂຈມຕີ​ຊາວອຳໂມນ ຊາວ​ໂມອາບ ແລະ ຊາວ​ພູເຂົາ​ເສອີ​ທີ່​ກໍາລັງ​ມາ​ຮຸກຮານ​ຢູດາຍ​ນັ້ນ, ແລ້ວ​ພວກເຂົາ​ກໍ​ໄດ້​ພ່າຍແພ້. ຊາວອຳໂມນ ແລະ ຊາວໂມອາບ​ລຸກ​ຂຶ້ນ​ຕໍ່ສູ້​ພວກທະຫານ​ມາ​ຈາກ​ພູເຂົາ​ເສອີ​ໄດ້​ທຳລາຍ ແລະ ກວາດລ້າງ​ພວກເຂົາ​ຈົນ​ໝົດສິ້ນ. ຫລັງຈາກ​ພວກເຂົາ​ໄດ້​ຂ້າ​ພວກ​ທະຫານ​ມາ​ຈາກ​ເສອີ​ແລ້ວ. ພວກເຂົາ​ກໍ​ໄດ້​ຫັນ​ມາ​ທໍາລາຍ​ກັນ​ເອງ.

ເມື່ອ​ທະຫານ​ຢູດາ​ໄດ້​ມາ​ຮອດ​ບ່ອນ​ທີ່​ສາມາດ​ແນມ​ເຫັນ​ຖິ່ນແຫ້ງແລ້ງ​ກັນດານ ແລະ ເບິ່ງ​ເຫັນ​ກອງທັບ​ໃຫຍ່, ພວກເຂົາ​ກໍ​ເຫັນ​ພຽງແຕ່​ສົບ​ຄົນ​ຕາຍ​ກອງ​ກັນ​ຢູ່​ຕາມ​ພື້ນດິນ; ບໍ່​ມີ​ຜູ້ໃດ​ລອດ​ຊີວິດ​ໄປ​ໄດ້​ຈັກຄົນ. ດັ່ງນັ້ນ ເຢໂຮຊາຟັດ ແລະ ທະຫານ​ຂອງ​ເພິ່ນ​ຈຶ່ງ​ອອກ​ໄປ​ຢຶດ​ເຄື່ອງຂອງ​ຂອງ​ພວກເຂົາ, ແລະ ພວກເຂົາ​ພົບ​ວ່າ​ມີ​ເຄື່ອງມື, ເຄື່ອງນຸ່ງຫົ່ມ5 ແລະ ຍັງ​ມີ​ເຄື່ອງໃຊ້​ທີ່ມີ​ຄ່າ​ເປັນ​ຈຳນວນ​ຫລວງຫລາຍ. ພວກເຂົາ​ໃຊ້​ເວລາ​ສາມ​ວັນ​ຈຶ່ງ​ຂົນ​ໄປ​ໝົດ. ໃນ​ວັນ​ທີ​ສີ່​ພວກເຂົາ​ໄດ້​ມາ​ໂຮມກັນ​ຢູ່​ທີ່​ຮ່ອມພູ​ເບຣາກາ, ແລະ ພວກເຂົາ​ໄດ້​ສັນລະເສີນ​ພຣະເຈົ້າຢາເວ​ຢູ່​ທີ່​ນັ້ນ. ດ້ວຍ​ເຫດນີ້​ຮ່ອມພູ​ນີ້​ຈຶ່ງ​ໄດ້​ຖືກເອີ້ນ​ວ່າ​ເບຣາກາ6​ຈົນ​ເຖິງ​ທຸກ​ວັນ​ນີ້.

ຈາກ​ນັ້ນ, ພາຍໃຕ້​ການນໍາພາ​ຂອງ​ເຢໂຮຊາຟັດ ຊາວຢູດາ ແລະ ຊາວເຢຣູຊາເລັມ​ທັງໝົດ​ກໍ​ກັບ​ຄືນ​ມາ​ທີ່​ເຢຣູຊາເລັມ​ດ້ວຍ​ຄວາມ​ຊື່ນຊົມຍິນດີ, ເພາະ​ພຣະເຈົ້າ​ຢາເວ​ໄດ້​ໂຜດ​ໃຫ້​ພວກເຂົາ​ຊື່ນຊົມຍິນດີ​ເໜືອ​ບັນດາ​ສັດຕູ​ຂອງ​ພວກເຂົາ. ພວກເຂົາ​ໄດ້​ເຂົ້າ​ໄປ​ໃນ​ເຢຣູຊາເລັມ ແລະ ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ດ້ວຍ​ການ​ດີດ​ພິນໃຫຍ່, ພິນນ້ອຍ ແລະ ເປົ່າແກ.

ອານາຈັກ​ທັງໝົດ​ທີ່​ຢູ່​ອ້ອມຮອບ​ກໍ​ຢ້ານກົວ​ພຣະເຈົ້າ ເມື່ອ​ພວກເຂົາ​ໄດ້​ຍິນ​ວ່າ ພຣະເຈົ້າຢາເວ​ໄດ້​ສູ້ຕໍ່​ກັບ​ບັນດາ​ສັດຕູ​ຂອງ​ອິດສະຣາເອນ​ຢ່າງໃດ. ແລະ ອານາຈັກ​ຂອງ​ເຢໂຮຊາຟັດ​ຈຶ່ງ​ມີ​ຄວາມສະຫງົບສຸກ, ເພາະ​ພຣະເຈົ້າ​ຂອງ​ເພິ່ນ​ໄດ້​ໃຫ້​ເພິ່ນ​ພັກຜ່ອນ​ຢູ່​ທຸກ​ດ້ານ.

ບັ້ນປາຍ​ຂອງ​ການປົກຄອງ​ຂອງ​ເຢໂຮຊາຟັດ

(1ກສ 22:41-50)

ດັ່ງນັ້ນ ເຢໂຮຊາຟັດ​ໄດ້​ປົກຄອງ​ຢູດາຍ. ເພິ່ນ​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ອາຍຸ​ໄດ້ 35 ປີ ແລະ ເພິ່ນ​ໄດ້​ປົກຄອງ​ໃນ​ເຢຣູຊາເລັມ​ເປັນ​ເວລາ 25 ປີ. ແມ່​ຂອງ​ເພິ່ນ​ຄື​ອາຊູບາ​ລູກສາວ​ຂອງ​ຊິນຮີ. ເພິ່ນ​ໄດ້​ດຳເນີນ​ຕາມ​ແບບຢ່າງ​ຂອງ​ອາສາ​ຜູ້​ເປັນ​ພໍ່​ຂອງ​ຕົນ ແລະ ບໍ່​ຕະເຫລີດ​ໄປ​ຈາກ​ພວກເຂົາ; ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ. ເຖິງຢ່າງໃດກໍຕາມ ເພິ່ນ​ບໍ່​ໄດ້​ທຳລາຍ​ສະຖານ​ບູຊາ​ເທິງ​ທີ່​ສູງ​ທັງຫລາຍ ແລະ ບັນດາ​ປະຊາຊົນ​ຍັງ​ບໍ່​ໄດ້​ຕັ້ງໃຈ​ມາ​ຫາ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ.

ເຫດການ​ອື່ນ​ໆ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ເຢໂຮຊາຟັດ​ຕັ້ງແຕ່​ຕົ້ນ​ຈົນ​ຈົບ, ໄດ້​ຖືກ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດສາດ​ຂອງ​ເຢຮູ​ລູກຊາຍ​ຮານານີ, ເຊິ່ງ​ບັນທຶກ​ໃນ​ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.

ຕໍ່ມາ, ກະສັດ​ເຢໂຮຊາຟັດ​ແຫ່ງ​ຢູດາຍ​ໄດ້​ເຮັດ​ພັນທະມິດ​ກັບ​ກະສັດ​ອາຮາຊີຢາ​ແຫ່ງ​ອິດສະຣາເອນ, ເຊິ່ງ​ເປັນ​ວິຖີ​ທາງ​ທີ່​ຊົ່ວ​ຮ້າຍ​ຫລາຍ. ເພິ່ນ ແລະ ກະສັດ​ອາຮາຊີຢາ​ໄດ້​ຕົກລົງ​ເພື່ອ​ສ້າງ​ກອງ​ເຮືອ​ໃນ​ການ​ຄ້າຂາຍ.7 ຫລັງຈາກ ສິ່ງ​ເຫລົ່ານີ້​ໄດ້​ຖືກ​ສ້າງ​ຂຶ້ນ​ເມືອງ​ເອຊີໂອນເກເບ, ເອລີເອເຊ​ລູກຊາຍ​ຂອງ​ໂດດາວາ​ຮູ​ແຫ່ງ​ມາເຣຊາ​ໄດ້​ທຳນວາຍ​ຕໍ່ສູ້​ເຢໂຮຊາຟັດ​ວ່າ, “ຍ້ອນ​ທ່ານ​ໄດ້​ເຮັດ​ພັນທະມິດ​ກັບ​ອາຮາຊີຢາ, ພຣະເຈົ້າຢາເວ​ຈະ​ທຳລາຍ​ສິ່ງ​ທີ່​ທ່ານ​ໄດ້​ສ້າງ​ຂຶ້ນ​ມາ​ນັ້ນ”. ແລ້ວ​ກອງ​ເຮືອ​ກໍ​ເພພັງ ແລະ ບໍ່​ສາມາດ​ອອກ​ໄປ​ແລ່ນ​ເພື່ອ​ເຮັດ​ການ​ຄ້າຂາຍ​ໄດ້.8

Source notes (8)
  1. Footnote ພາສາ​ເຮັບເຣີ​ວ່າ ຊາວ​ອຳໂມນ
  2. Footnote ສຳ​ເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ບາງ​ສະບັບ ແລະ ສະບັບ LXX. ແລະ Vulg. ວ່າ ອາຣາມ
  3. Footnote ຄື ທະເລຕາຍ
  4. Footnote ຫລື ດ້ວຍ
  5. Footnote ສຳ​ເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ຊາກ​ສົບ
  6. Footnote ແປ​ວ່າ ສັນລະເສີນ
  7. Footnote ຫລື ກອງ​ເຮືອ​ທີ່​ສາມາດ​ໄປ ຕາກຊິດ
  8. Footnote ພາສາ​ເຮັບເຣີ​ວ່າ ຍັງ​ບໍ່​ໄດ້​ໄປ ຕາກຊິດ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.