Biblica® Open Lao Contemporary Version
2 ຂ່າວຄາວ 19
ເມື່ອເຢໂຮຊາຟັດກະສັດແຫ່ງຢູດາຍໄດ້ກັບຄືນມາສູ່ວັງຂອງຕົນທີ່ເຢຣູຊາເລັມຢ່າງປອດໄພ, ຜູ້ທຳນວາຍເຢຮູ ລູກຊາຍຂອງຮານານີໄດ້ອອກໄປພົບເພິ່ນ ແລະ ແລະ ໄດ້ເວົ້າກັບກະສັດວ່າ, “ທ່ານຄວນຈະຊ່ວຍຄົນຊົ່ວຊ້າ ແລະ ຮັກ1ບັນດາຄົນທີ່ກຽດຊັງພຣະເຈົ້າຢາເວບໍ? ເພາະດ້ວຍເຫດນີ້ ແລະ ຄວາມໂກດຮ້າຍຂອງພຣະເຈົ້າຢາເວຈຶ່ງຕົກໃສ່ທ່ານ. ເຖິງຢ່າງໃດກໍຕາມ, ກໍມີບາງສິ່ງທີ່ດີງາມໃນທ່ານຢູ່, ເພາະທ່ານໄດ້ທຳລາຍເສົາເຈົ້າແມ່ອາເຊຣາອອກຈາກດິນແດນ ແລະ ທ່ານໄດ້ຕັ້ງໃຈສະແຫວງຫາພຣະເຈົ້າ”.
ເຢໂຮຊາຟັດໄດ້ແຕ່ງຕັ້ງພວກຜູ້ຕັດສິນ
ເຢໂຮຊາຟັດໄດ້ອາໄສຢູ່ທີ່ເຢຣູຊາເລັມ, ແລະ ເພິ່ນໄດ້ໄປຢ້ຽມຢາມປະຊາຊົນອີກຕັ້ງແຕ່ເບເອນເຊບາຈົນຮອດເຂດເນີນພູເອຟຣາອິມ ແລະ ໄດ້ນຳປະຊາຊົນໃຫ້ຄືນມາຫາພຣະເຈົ້າຢາເວ, ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ. ເພິ່ນໄດ້ແຕ່ງຕັ້ງພວກຜູ້ຕັດສິນໃນດິນແດນນັ້ນ, ປະຈໍາການຢູ່ໃນແຕ່ລະເມືອງປ້ອມປ້ອງກັນຂອງຢູດາຍ. ເພິ່ນໄດ້ບອກພວກເຂົາວ່າ, “ຂໍໃຫ້ພິຈາລະນາສິ່ງທີ່ພວກທ່ານໄດ້ເຮັດຢ່າງລະອຽດ, ເພາະທ່ານບໍ່ໄດ້ກໍາລັງຕັດສິນຄວາມເພື່ອມະນຸດ ແຕ່ເພື່ອພຣະເຈົ້າຢາເວ, ຜູ້ທີ່ຢູ່ກັບພວກທ່ານທຸກຄັ້ງທີ່ທ່ານໃຫ້ຄໍາຕັດສິນ. ຈົ່ງຢຳເກງພຣະເຈົ້າຢາເວທີ່ຢູ່ເໜືອພວກທ່ານ. ຈົ່ງຕັດສິນຢ່າງລະມັດລະວັງ, ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາບໍ່ມີຄວາມບໍ່ຍຸຕິທຳ, ບໍ່ເຂົ້າຂ້າງຝ່າຍໃດ ແລະ ການໃຫ້ສິນບົນ”.
ໃນເຢຣູຊາເລັມກໍເໜືອນກັນ, ເຢໂຮຊາຟັດໄດ້ແຕ່ງຕັ້ງຊາວເລວີ, ບັນດາປະໂລຫິດ, ແລະ ຫົວໜ້າຄອບຄົວຕ່າງໆຂອງຊາວອິດສະຣາເອນບາງຄົນໃຫ້ປະຕິບັດກົດບັນຍັດຂອງພຣະເຈົ້າຢາເວ ແລະ ແກ້ໄຂຂໍ້ຂັດແຍ່ງຕ່າງໆ. ແລະ ໃຫ້ພວກເຂົາໄດ້ອາໄສໃນເຢຣູຊາເລັມ. ເພິ່ນໄດ້ສັ່ງພວກເຂົາດັ່ງນີ້: “ພວກທ່ານຈະຕ້ອງຮັບໃຊ້ຢ່າງສັດຊື່ ແລະ ຄວາມຢຳເກງພຣະເຈົ້າຢາເວດ້ວຍສຸດໃຈ. ທຸກຄະດີທີ່ນໍາມາເຖິງພວກທ່ານຈາກປະຊາຊົນທີ່ອາໄສໃນເມືອງຕ່າງໆ ບໍ່ວ່າຈະເປັນຄະດີຂ້າຄົນ ຫລື ຄະດີອື່ນໆກ່ຽວກັບການຝ່າຝືນກົດບັນຍັດ, ຂໍ້ຄຳສັ່ງ, ດຳລັດຕ່າງໆ ຫລື ກົດລະບຽບຕ່າງໆຄືພວກທ່ານຈະຕ້ອງຕັກເຕືອນບໍ່ໃຫ້ພວກເຂົາເຮັດບາບຕໍ່ພຣະເຈົ້າຢາເວ. ຖ້າບໍ່ດັ່ງນັ້ນ ຄວາມໂກດຮ້າຍຂອງພຣະອົງຈະມາຕົກໃສ່ພວກທ່ານ ແລະ ປະຊາຊົນຂອງພວກທ່ານ. ຈົ່ງເຮັດເຊັ່ນນີ້, ແລ້ວທ່ານຈະບໍ່ເຮັດບາບ.
“ມະຫາປະໂລຫິດອາມາຣີຢາຈະມີອຳນາດສູງສຸດເໜືອພວກທ່ານໃນທຸກເລື່ອງທີ່ກ່ຽວກັບພຣະເຈົ້າຢາເວ, ແລະ ເຊບາດີຢາລູກຊາຍຂອງອິດຊະມາເອນ, ຜູ້ນໍາຂອງເຜົ່າຢູດາຈະມີອຳນາດສູງສຸດເໜືອພວກທ່ານໃນທຸກເລື່ອງກ່ຽວກັບກະສັດ, ແລະ ຊາວເລວີຈະຮັບໃຊ້ເປັນເຈົ້າໜ້າທີ່ເຮັດວຽກຕ່າງໆຕໍ່ໜ້າທ່ານ. ຈົ່ງປະຕິບັດວຽກງານດ້ວຍຄວາມກ້າຫານ ແລະ ຂໍໃຫ້ພຣະເຈົ້າຢາເວຢູ່ກັບທຸກຄົນທີ່ເຮັດໜ້າທີ່ໄດ້ຢ່າງຖືກຕ້ອງ”.
Source notes (1)
- Footnote ຫລື ແລະ ເປັນພັນທະມິດກັບ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.