Skip to content
BibleKenya

Biblica® Open Lao Contemporary Version

2 ຂ່າວຄາວ 18

ມີກາອີຢາ​ໄດ້​ທຳນວາຍ​ກ່ຽວກັບ​ອາຮາບ

(1ກສ 22:1-28)

ບັດນີ ເຢໂຮຊາຟັດ​ມີ​ຄວາມ​ຮັ່ງມີ ແລະ ມີ​ກຽດ​ຊື່ສຽງ​ຫລາຍ ແລະ ເພິ່ນ​ໄດ້​ເຮັດ​ພັນທະມິດ​ກັບ​ອາຮາບ​ໂດຍ​ການແຕ່ງງານ. ຫລາຍປີ​ຕໍ່ມາ​ເຢໂຮຊາຟັດ​ໄດ້​ລົງ​ໄປ​ພົບ​ອາຮາບ​ທີ່​ເມືອງ​ຊາມາເຣຍ. ອາຮາບ​ໄດ້​ຂ້າ​ແກະ ແລະ ງົວ​ຫລາຍ​ໂຕ​ເພື່ອ​ຕ້ອນ​ຮັບ​ເພິ່ນ ແລະ ຄົນ​ທີ່​ຕິດຕາມ​ເພິ່ນ​ມາ​ນໍາ. ແລະ ເພິ່ນ​ໄດ້​ຊັກຊວນ​ເຢໂຮຊາຟັດ​ໄປ​ໂຈມຕີ​ເມືອງ​ຣາໂມດ​ກີເລອາດ. ກະສັດ​ອາຮາບ​ແຫ່ງ​ອິດສະຣາເອນ​ກ່າວ​ຖາມ​ເຢໂຮຊາຟັດ​ແຫ່ງ​ຢູດາຍ​ວ່າ, “ທ່ານ​ຈະ​ໄປ​ຕໍ່ສູ້​ຣາໂມດ ກີເລອາດ​ກັບ​ຂ້າພະເຈົ້າ​ບໍ?”

ເຢໂຮຊາຟັດ​ໄດ້​ຕອບ​ວ່າ, “ຂ້າພະເຈົ້າ​ກັບ​ທ່ານ​ກໍ​ເປັນ​ຄົນ​ດຽວ​ກັນ, ແລະ ຄົນ​ຂອງ​ຂ້າພະເຈົ້າ​ກໍ​ເປັນ​ຄົນ​ຂອງ​ທ່ານ; ພວກເຮົາ​ຈະ​ຮ່ວມກັນ​ກັບ​ທ່ານ​ໃນ​ການສູ້ຮົບ” ແຕ່​ເຢໂຮຊາຟັດ​ໄດ້​ເວົ້າ​ກັບ​ກະສັດ​ອິດສະຣາເອນ​ອີກ​ວ່າ, “ພວກເຮົາ​ຄວນ​ຖາມ​ພຣະເຈົ້າ​ຢາເວ​ກ່ອນ”.

ດັ່ງນັ້ນ ກະສັດ​ແຫ່ງ​ອິດສະຣາເອນ​ຈຶ່ງ​ໄດ້​ເອີ້ນ​ບັນດາ​ຜູ້ທໍານວາຍ​ສີ່​ຮ້ອຍ​ຄົນ​ໃຫ້​ເຕົ້າໂຮມ​ກັນ ແລະ ໄດ້​ຖາມ​ພວກເພິ່ນ​ວ່າ “ພວກເຮົາ​ຄວນ​ຈະ​ໄປ​ເຮັດ​ສົງຄາມ​ກັບ​ຣາໂມດ​ກີເລອາດ​ຫລື​ບໍ່? ຫລື ເຮົາ​ບໍ່​ຄວນ​ຈະ​ໄປ?”

ພວກເຂົາ​ໄດ້​ຕອບ​ວ່າ, “ຈົ່ງໄປ​ເຖີດ, ເພາະ​ພຣະເຈົ້າ​ຈະ​ມອບ​ດິນແດນ​ນັ້ນ​ໄວ້​ໃນ​ມື​ຂອງ​ທ່ານ”.

ແຕ່​ເຢໂຮຊາຟັດ​ໄດ້​ຖາມ​ວ່າ, “ບ່ອນ​ນີ້​ບໍ່​ມີ​ຜູ້ທຳນວາຍ​ຂອງ​ພຣະເຈົ້າ​ຢາເວ​ໃຫ້​ຖາມ​ເລີຍ​ບໍ?”

ກະສັດ​ອິດສະຣາເອນ​ໄດ້​ຕອບ​ເຢໂຮຊາຟັດ​ວ່າ, “ຍັງ​ມີ​ຢູ່​ຄົນ​ໜຶ່ງ​ທີ່​ພວກເຮົາ​ສາມາດ​ຖາມ​ພຣະເຈົ້າ​ຢາເວ​ຜ່ານ​ທາງ​ລາວ​ໄດ້, ແຕ່​ຂ້າພະເຈົ້າ​ກຽດຊັງ​ລາວ ເພາະ​ລາວ​ບໍ່​ເຄີຍ​ທຳນວາຍ​ເລື່ອງ​ດີ​ກ່ຽວກັບ​ຂ້າພະເຈົ້າ​ເລີຍ, ມີ​ແຕ່​ເລື່ອງ​ຮ້າຍ. ລາວ​ຄື​ມີກາອີຢາ​ລູກຊາຍ​ຂອງ​ອິມລາ”. ເຢໂຮຊາຟັດ​ໄດ້​ຕອບ​ວ່າ, “ທ່ານ​ຢ່າ​ໄດ້​ເວົ້າ​ຢ່າງ​ນັ້ນ​ເລີຍ”.

ດັ່ງນັ້ນ ກະສັດ​ອິດສະຣາເອນ​ຈຶ່ງ​ໄດ້​ເອີ້ນ​ຂ້າລາຊະການ​ຂອງ​ຕົນ​ຄົນ​ໜຶ່ງ​ມາ ແລະ ເວົ້າ​ວ່າ, “ຈົ່ງ​ນຳ​ໂຕ​ມີກາອີຢາ​ລູກຊາຍ​ຂອງ​ອິມລາ​ມາ​ດຽວ​ນີ້”.

ກະສັດ​ອິດສະຣາເອນ ແລະ ກະສັດ​ເຢໂຮຊາຟັດ​ແຫ່ງ​ຢູດາຍ​ໄດ້​ແຕ່ງ​ກາຍ​ເຕັມ​ຍົດ​ນັ່ງ​ຢູ່​ເທິງ​ບັນລັງ​ຂອງ​ຕົນ​ທີ່​ລານ​ຟາດ​ເຂົ້າ​ໃກ້​ທາງ​ເຂົ້າ​ປະຕູ​ເມືອງ​ຊາມາເຣຍ, ໃນ​ຂະນະ​ທີ່​ກຸ່ມ​ຜູ້ທຳນວາຍ​ກໍ​ກ່າວ​ທຳນວາຍ​ໄປ ຢູ່​ຕໍ່ໜ້າ​ພວກເພິ່ນ. ຝ່າຍ​ເຊເດກີຢາ​ລູກຊາຍ​ຂອງ​ເຄນາອານາ​ໄດ້​ເຮັດ​ເຂົາ​ເຫລັກ​ຂຶ້ນ​ມາ ແລະ ລາວ​ໄດ້​ປະກາດ​ວ່າ, “ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ: ‘ເຈົ້າ​ຈະ​ຂວິດ​ພວກ​ອາຣາມ​ດ້ວຍ​ເຂົາ​ເຫລັກ​ນີ້​ຈົນ​ພວກເຂົາ​ຖືກ​ທຳລາຍ​ໄປ’ ”.

ຜູ້ທຳນວາຍ​ຄົນ​ອື່ນ​ທັງໝົດ​ກໍ​ກຳລັງ​ທຳນວາຍ​ຢ່າງ​ດຽວ​ກັນ. ພວກເຂົາ​ເວົ້າ​ວ່າ, “ຈົ່ງ​ບຸກ​ເຂົ້າ​ໂຈມຕີ​ຣາໂມດ​ກີເລອາດ ແລະ ມີ​ໄຊຊະນະ, ເພາະ​ພຣະເຈົ້າ​ຢາເວ​ຈະ​ມອບ​ເມືອງ​ນັ້ນ​ໄວ້​ໃນ​ມື​ຂອງ​ທ່ານ”.

ຄົນ​ທີ່​ໄປ​ນຳ​ມີກາອີຢາ​ມາ​ນັ້ນ​ໄດ້​ເວົ້າ​ກັບ​ລາວ​ວ່າ, “ເບິ່ງ​ແມ, ຜູ້ທຳນວາຍ​ຄົນ​ອື່ນໆ ລ້ວນ​ແຕ່​ທຳນວາຍ​ເປັນ​ສຽງ​ດຽວ​ກັນ​ວ່າ​ກະສັດ​ຈະ​ຊະນະ. ຂໍ​ໃຫ້​ເຈົ້າ​ກ່າວ​ໄປ​ໃນ​ທາງ​ທີ່​ດີ​ເຊັ່ນ​ດຽວ​ກັບ​ພວກເຂົາ”.

ແຕ່​ມີກາອີຢາ​ໄດ້​ເວົ້າ​ວ່າ, “ພຣະເຈົ້າຢາເວ​ມີ​ຊີວິດ​ຢູ່​ສັນໃດ, ຂ້າພະເຈົ້າ​ຈະ​ບອກ​ເພິ່ນ​ຕາມ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ບອກ​ໃຫ້​ຂ້າພະເຈົ້າ​ເວົ້າ​ສັນນັ້ນ”.

ເມື່ອ​ລາວ​ມາ​ຮອດ, ກະສັດ​ໄດ້​ຖາມ​ລາວ​ວ່າ, “ມີກາອີຢາ​ເອີຍ, ພວກເຮົາ​ຄວນ​ຈະ​ໄປ​ເຮັດ​ສົງຄາມ​ຕໍ່ສູ້​ກັບ​ຣາໂມດ​ກີເລອາດ ຫລື ພວກເຮົາ​ບໍ່​ຄວນ​ໄປ?”

ລາວ​ໄດ້​ຕອບ​ວ່າ “ຈົ່ງ​ບຸກ​ໂຈມຕີ ແລະ ຈະ​ມີ​ໄຊຊະນະ ເພາະ​ພວກເຂົາ​ຈະ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ທ່ານ”.

ກະສັດ​ໄດ້​ກ່າວ​ກັບ​ລາວ​ວ່າ, “ເຮົາ​ຈະ​ຕ້ອງ​ໃຫ້​ເຈົ້າ​ສາບານ​ຈັກ​ເທື່ອ​ວ່າ ຈະ​ບໍ່​ບອກ​ສິ່ງ​ໃດ​ຕໍ່​ເຮົາ ແຕ່​ຈົ່ງ​ບອກ​ຄວາມຈິງ​ໃນ​ນາມ​ຂອງ​ພຣະເຈົ້າ​ຢາເວ?”

ແລ້ວ​ມີກາອີຢາ​ຕອບ​ວ່າ, “ຂ້າພະເຈົ້າ​ເຫັນ​ອິດສະຣາເອນ​ທັງໝົດ​ກະຈັດກະຈາຍ​ໄປ​ຕາມ​ເນີນພູ​ຕ່າງໆ​ເໝືອນດັ່ງ​ແກະ​ທີ່​ບໍ່​ມີ​ຜູ້ລ້ຽງ ແລະ ພຣະເຈົ້າ​ຢາເວ​ໄດ້​ກ່າວ​ວ່າ ‘ຄົນ​ເຫລົ່ານີ້​ບໍ່​ມີ​ນາຍ. ຈົ່ງ​ໃຫ້​ທຸກຄົນ​ກັບ​ເມືອ​ເຮືອນ​ຢ່າງ​ສັນຕິ​ເຖີດ’ ”.

ກະສັດ​ອິດສະຣາເອນ​ໄດ້​ກ່າວ​ກັບ​ເຢໂຮຊາຟັດ​ວ່າ “ຂ້າພະເຈົ້າ​ບອກ​ທ່ານ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ ລາວ​ບໍ່​ເຄີຍ​ທຳນວາຍ​ເລື່ອງ​ດີໆ​ກ່ຽວກັບ​ຂ້າພະເຈົ້າ​ເລີຍ, ມີ​ແຕ່​ເລື່ອງ​ບໍ່​ດີ​ເທົ່າ​ນັ້ນ?”

ມີກາອີຢາ​ເວົ້າ​ຕໍ່ໄປ​ວ່າ, “ເຫດສະນັ້ນ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ: ຂ້າພະເຈົ້າ​ເຫັນ​ພຣະເຈົ້າຢາເວ​ນັ່ງ​ຢູ່​ເທິງ​ບັນລັງ​ຂອງ​ພຣະອົງ​ພ້ອມທັງ​ມີ​ຝູງ​ເທວະດາ​ທັງໝົດ​ກໍ​ກຳລັງ​ຢືນ​ຢູ່​ທີ່​ຂ້າງ​ຂວາ ແລະ ຂ້າງ​ຊ້າຍ​ຂອງ​ພຣະອົງ. ແລ້ວ​ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, ‘ຜູ້ໃດ​ຈະ​ຫລອກຫລວງ​ອາຮາບ​ກະສັດ​ແຫ່ງ​ອິດສະຣາເອນ​ໃຫ້​ເຂົ້າໄປ​ໂຈມຕີ​ຣາໂມດ​ກີເລອາດ ແລະ ເພິ່ນ​ກໍ​ຈະ​ໄປ​ຕາຍ​ຢູ່​ທີ່​ນັ້ນ?’

“ເທວະດາ​ຕົນ​ໜຶ່ງ​ເວົ້າ​ຢ່າງ​ນີ້, ແລະ ອີກ​ຕົນ​ໜຶ່ງ​ກໍ​ເວົ້າ​ຢ່າງ​ອື່ນ. ໃນທີ່ສຸດ, ກໍ​ມີ​ວິນຍານ​ດວງ​ໜຶ່ງ​ກ້າວ​ອອກ​ໄປ​ທາງ​ໜ້າ, ຢືນຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ ໄດ້​ເວົ້າ​ວ່າ, ‘ຂ້ານ້ອຍ​ຈະ​ໄປ​ຫລອກຫລວງ​ລາວ’.

“ພຣະເຈົ້າຢາເວ​ໄດ້​ຖາມ​ວ່າ ‘ເຮັດ​ແນວໃດ?’

“ລາວ​ໄດ້​ຕອບ​ວ່າ ‘ຂ້ານ້ອຍ​ຈະ​ໄປ​ເປັນ​ວິນຍານ​ຫລອກຫລວງ​ໃນ​ປາກ​ຂອງ​ບັນດາ​ຜູ້ທໍານວາຍ​ທຸກຄົນ​ຂອງ​ເພິ່ນ’.

“ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ ‘ຈົ່ງ​ໄປ​ເຮັດ​ຢ່າງ​ນັ້ນ, ເຈົ້າ​ຈະ​ຫລອກຫລວງ​ລາວ​ໄດ້​ສຳເລັດ’.

“ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ໃສ່​ວິນຍານ​ຫລອກຫລວງ​ໃນ​ປາກ​ຂອງ​ບັນດາ​ຜູ້ທໍານວາຍ​ເຫລົ່ານີ້​ຂອງ​ເພິ່ນ. ພຣະເຈົ້າຢາເວ​ມີ​ດຳລັດ​ໃຫ້​ທ່ານ​ປະສົບ​ໄພພິບັດ​ແລ້ວ”.

ແລ້ວ​ເຊເດກີຢາ​ລູກຊາຍ​ຂອງ​ເຄນາອານາ​ຈຶ່ງ​ເຂົ້າ​ມາ​ຕົບ​ໜ້າ​ມີກາອີຢາ ແລະ ຖາມ​ວ່າ “ພຣະວິນຍານ​ຈາກ1​ພຣະເຈົ້າຢາເວ​ອອກ​ຈາກ​ຂ້ອຍ​ໄປ​ເວົ້າ​ກັບ​ເຈົ້າ​ໄດ້​ຢ່າງໃດ?”

ມີກາອີຢາ​ໄດ້​ຕອບ​ວ່າ “ເຈົ້າ​ຈະ​ຮູ້​ໃນ​ມື້​ທີ​ເຈົ້າ​ໄປ​ລີ້​ຢູ່​ໃນ​ຫ້ອງ​ຊັ້ນ​ໃນ”.

ແລ້ວ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ສັ່ງ​ວ່າ, “ຈົ່ງ​ຈັບ​ມີກາອີຢາ ແລະ ສົ່ງ​ລາວ​ໄປ​ຫາ​ອາໂມນ​ຜູ້ປົກຄອງ​ເມືອງ ແລະ ໄປ​ຫາ​ໂຢອາດ​ລູກຊາຍ​ຂອງ​ເຮົາ, ແລະ ບອກ​ວ່າ ‘ກະສັດ​ກ່າວ​ດັ່ງນີ້​ວ່າ: ຈົ່ງ​ຂັງ​ຊາຍ​ຜູ້​ນີ້​ໄວ້​ໃນ​ຄຸກ ແລະ ຢ່າ​ເອົາ​ຫຍັງ​ໃຫ້​ລາວ ນອກຈາກ​ເຂົ້າຈີ່​ກັບ​ນ້ຳ​ຈົນ​ກວ່າ​ເຮົາ​ຈະ​ກັບ​ມາ​ຢ່າງ​ປອດໄພ’ ”.

ມີກາອີຢາ​ກໍ​ປະກາດ​ວ່າ, “ຖ້າ​ທ່ານ​ກັບ​ຄືນ​ມາ​ຢ່າງ​ປອດໄພ, ພຣະເຈົ້າ​ຢາເວ​ບໍ່​ໄດ້​ກ່າວ​ຜ່ານ​ທາງ​ຂ້ານ້ອຍ” ແລ້ວ​ລາວ​ກໍ​ເວົ້າ​ຕື່ມ​ອີກ​ວ່າ, “ທຸກຄົນ​ຈົ່ງ​ຈື່​ຄຳເວົ້າ​ຂອງ​ຂ້ານ້ອຍ​ໄວ້!”

ອາຮາບ​ຖືກ​ຂ້າ​ທີ່​ຣາໂມດ​ກີເລອາດ

(1ກສ 22:29-36)

ດັ່ງນີ້ ກະສັດ​ແຫ່ງ​ອິດສະຣາເອນ ແລະ ເຢໂຮຊາຟັດ​ກະສັດ​ແຫ່ງ​ຢູດາຍ​ຈຶ່ງ​ໄດ້​ໄປ​ທີ່​ຣາໂມດ​ກີເລອາດ. ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ເວົ້າ​ກັບ​ເຢໂຮຊາຟັດ​ວ່າ “ຂ້າພະເຈົ້າ​ຈະ​ປອມຕົວ​ອອກ​ໄປ​ສູ້ຮົບ ແຕ່​ໃຫ້​ທ່ານ​ນຸ່ງ​ເຄື່ອງ​ກະສັດ​ຂອງ​ທ່ານ”. ສະນັ້ນ ກະສັດ​ແຫ່ງ​ອິດສະຣາເອນ​ກໍ​ໄດ້​ປອມ​ຕົວ ແລະ ໄດ້​ເຂົ້າ​ໄປ​ໃນ​ສະໜາມຮົບ.

ຝ່າຍ​ກະສັດ​ອາຣາມ​ໄດ້​ສັ່ງ​ຜູ້ບັນຊາການ​ລົດມ້າ​ຮົບ​ຂອງ​ເພິ່ນ​ວ່າ “ຢ່າ​ຕໍ່ສູ້​ກັບ​ຜູ້ໃດ, ບໍ່​ວ່າ​ຜູ້ໃຫຍ່ ຫລື ຜູ້​ນ້ອຍ, ແຕ່​ຈົ່ງ​ຕໍ່ສູ້​ກັບ​ກະສັດ​ອິດສະຣາເອນ​ຜູ້​ດຽວ​ເທົ່ານັ້ນ”. ເມື່ອ​ຜູ້ບັນຊາການ​ລົດມ້າ​ຮົບ​ເຫລົ່ານັ້ນ​ເຫັນ​ເຢໂຮຊາຟັດ, ພວກເຂົາ​ກໍ​ຄິດ​ວ່າ “ນີ້​ເປັນ​ກະສັດ​ອິດສະຣາເອນ”. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຫັນ​ມາ​ໂຈມຕີ​ເພິ່ນ, ແຕ່​ເຢໂຮຊາຟັດ​ຮ້ອງຂໍ ແລ້ວ​ພຣະເຈົ້າຢາເວ​ກໍ​ຊ່ວຍ​ເພິ່ນ. ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພວກເຂົາ​ຖອຍ​ຫ່າງ​ອອກ​ໄປ​ຈາກ​ເພິ່ນ. ເມື່ອ​ຜູ້ບັນຊາການ​ລົດຮົບ​ໄດ້​ເຫັນ​ວ່າ ເພິ່ນ​ບໍ່​ແມ່ນ​ກະສັດ​ແຫ່ງ​ອິດສະຣາເອນ; ພວກເຂົາ​ຈຶ່ງ​ຢຸດ​ໄລ່​ໂຈມຕີ​ເພິ່ນ.

ແຕ່​ມີ​ຄົນ​ໜຶ່ງ​ໄດ້​ຍິງ​ລູກທະນູ​ຂອງ​ຕົນ​ສຸມ​ໄປ ແລະ ຖືກ​ກະສັດ​ອິດສະຣາເອນ​ທີ່​ບ່ອນ​ຮອຍ​ຕໍ່​ຂອງ​ເສື້ອ​ເກາະ. ກະສັດ​ຈຶ່ງ​ບອກ​ຜູ້​ຂັບ​ລົດມ້າ​ຮົບ​ຂອງ​ເພິ່ນ​ວ່າ, “ຈົ່ງ​ຂັບ​ລົດມ້າ​ຮົບ​ກັບ​ຄືນ ແລະ ເອົາ​ເຮົາ​ອອກ​ໄປ​ຈາກ​ສະໜາມຮົບ​ນີ້. ເຮົາ​ບາດ​ເຈັບ​ແລ້ວ”. ການ​ສູ້ຮົບ​ໄດ້​ດຳເນີນ​ໄປ​ຢ່າງ​ດຸເດືອດ​ຕະຫລອດ​ທັງ​ວັນ ແລະ ກະສັດ​ອິດສະຣາເອນ​ໄດ້​ຖືກ​ປະຄອງ​ຕົວ​ຂຶ້ນ​ໄວ້​ໃນ​ລົດມ້າ​ຮົບ​ໃຫ້​ປະເຊີນ​ໜ້າ​ກັບ​ຊາວ​ອາຣາມ​ຈົນ​ເຖິງ​ຕອນແລງ. ເມື່ອ​ຕາເວັນຕົກ​ດິນ​ເພິ່ນ​ກໍ​ສິ້ນໃຈ​ຕາຍ​ໄປ.

Source notes (1)
  1. Footnote ຫລື ພະວິນຍານ​ຂອງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.