Biblica® Open Lao Contemporary Version
2 ຂ່າວຄາວ 17
ເຢໂຮຊາຟັດກະສັດແຫ່ງຢູດາຍ
ເຢໂຮຊາຟັດລູກຊາຍຂອງເພິ່ນຂຶ້ນເປັນກະສັດແທນອາສາພໍ່ຂອງຕົນ ແລະ ໄດ້ເຮັດຂອງຕົນໃຫ້ເຂັ້ມແຂງຂຶ້ນເພື່ອຕໍ່ສູ້ອິດສະຣາເອນ. ເພິ່ນໄດ້ວາງກອງທະຫານປະຈຳການໄວ້ຕາມປ້ອມປ້ອງກັນທຸກເມືອງຂອງຢູດາຍ ແລະ ໃນເມືອງຕ່າງໆຂອງເຜົ່າເອຟຣາອິມທີ່ອາສາພໍ່ຂອງເພິ່ນຢຶດໄດ້.
ພຣະເຈົ້າຢາເວຢູ່ກັບເຢໂຮຊາຟັດ ເພາະເພິ່ນໄດ້ເຮັດຕາມແບບຢ່າງຂອງດາວິດບັນພະບຸລຸດຂອງເພິ່ນຕໍ່ໜ້າພຣະອົງ. ເພິ່ນບໍ່ໄດ້ປຶກສາພະບາອານ ແຕ່ສະແຫວງຫາພຣະເຈົ້າຢາເວຂອງບັນພະບຸລຸດຂອງເພິ່ນ ແລະ ປະຕິບັດຕາມຂໍ້ຄໍາສັ່ງຂອງພຣະອົງຫລາຍກວ່າປະຕິບັດຕາມອິດສະຣາເອນທີ່ໄດ້ເຮັດ. ພຣະເຈົ້າຢາເວໄດ້ສະຖາປະນາອານາຈັກຂຶ້ນພາຍໃຕ້ການຄວບຄຸມຂອງເພິ່ນ; ແລະ ຊາວຢູດາທັງໝົດກໍໄດ້ນຳຂອງຂັວນມາໃຫ້ເຢໂຮຊາຟັດ, ສະນັ້ນ ເພິ່ນຈຶ່ງຮັ່ງມີ ແລະ ມີກຽດຊື່ສຽງຫລາຍ. ຈິດໃຈຂອງເພິ່ນໄດ້ທຸ້ມເທໃນວິຖີທາງຂອງພຣະເຈົ້າຢາເວ; ຍິ່ງໄປກວ່ານັ້ນ, ເພິ່ນໄດ້ທໍາລາຍສະຖານທີ່ບູຊາທີ່ສູງຕ່າງໆ ແລະ ເສົາເຈົ້າແມ່ອາເຊຣາອອກຈາກຢູດາຍດ້ວຍ.
ໃນປີທີສາມຂອງການປົກຄອງຂອງເຢໂຮຊາຟັດ ເພິ່ນໄດ້ສົ່ງບັນດາເຈົ້າໜ້າທີ່ຄື: ເບັນຮາຍ, ໂອບາດີຢາ, ເຊກາຣີຢາ, ເນທາເນນ ແລະ ມີກາອີຢາໄປສັ່ງສອນໃນເມືອງຕ່າງໆໃນຢູດາຍ. ພ້ອມທັງມີຊາວເລວີໄປພວກເຂົາຄື: ເຊມາອີຢາ, ເນທານີຢາ, ເຊບາດີຢາ, ອາສາເຮນ, ເຊມີຣາໂມດ, ເຢໂຮຮານານ, ອາໂດນີຢາ, ໂຕບີຢາ ແລະ ໂຕບາໂດນີຢາ ແລະ ປະໂລຫິດເອລີຊາມາ ແລະ ເຢໂຮຣາມ. ພວກເຂົາໄດ້ສັ່ງສອນທົ່ວຢູດາຍໂດຍນຳໜັງສືກົດບັນຍັດຂອງພຣະເຈົ້າຢາເວໄປນໍາດ້ວຍ, ພວກເຂົາໄປທຸກເມືອງຂອງຢູດາຍເພື່ອສັ່ງສອນປະຊາຊົນ.
ທຸກອານາຈັກທີ່ຢູ່ອ້ອມດິນແດນຂອງຢູດາຍຕ່າງກໍຢ້ານກົວພຣະເຈົ້າຢາເວ, ດັ່ງນັ້ນ ພວກເຂົາຈຶ່ງບໍ່ກ້າເຮັດສົງຄາມຕໍ່ສູ້ເຢໂຮຊາຟັດ. ຊາວຟີລິດສະຕິນບາງຄົນໄດ້ນຳເອົາຂອງຂັວນ ແລະ ເງິນມາຖວາຍເປັນເຄື່ອງບັນນາການແກ່ເຢໂຮຊາຟັດ ແລະ ຊາວອາຣັບໄດ້ນໍາເອົາແກະຈຳນວນເຈັດພັນເຈັດຮ້ອຍໂຕ ແລະ ແບ້ຈຳນວນເຈັດພັນເຈັດຮ້ອຍໂຕມາມອບໃຫ້ເພິ່ນ.
ເຢໂຮຊາຟັດມີອຳນາດຫລາຍຍິ່ງຂຶ້ນ; ເພິ່ນໄດ້ສ້າງປ້ອມປ້ອງກັນ ແລະ ຄັງຕາມເມືອງຕ່າງໆໃນຢູດາຍ. ແລະ ມີສະບຽງອາຫານຢ່າງຫລວງຫລາຍໄວ້ໃນເມືອງຕ່າງໆຂອງຢູດາຍ. ເພິ່ນຍັງມີທະຫານທີ່ມີປະສົບການປະຈຳການຢູ່ໃນເຢຣູຊາເລັມ. ເຊິ່ງຈັດຕາມຕະກຸນຂອງພວກເຂົາມີດັ່ງນີ້:
ຈາກຕະກຸນຢູດາມີຜູ້ຊາບັນການກອງ 1.000 ພັນມີ:
ອາດນາເປັນຜູ້ບັນຊາການທະຫານ 300.000 ຄົນ;
ຕໍ່ມາແມ່ນເຢໂຮຮານານເປັນຜູ້ບັນຊາການທະຫານ 280.000 ຄົນ;
ຕໍ່ມາແມ່ນອາມາສີຢາລູກຊາຍຂອງຊີກະຣີເປັນອາສາສະໝັກຮັບໃຊ້ພຣະເຈົ້າຢາເວມີທະຫານ 200.000 ຄົນ.
ຈາກຕະກຸນເບັນຢາມິນມີດັ່ງນີ້:
ເອລີອາດາເປັນທະຫານກ້າຫານມີທະຫານຖືອາວຸດ 200.000 ຄົນ ເພ້ອມທັງນັກທະນູ ແລະ ທະຫານຖືໂລ່;
ຕໍ່ມາແມ່ນເຢໂຮຊາບັດມີທະຫານຖືອາວຸດ 180.000 ຄົນທີ່ພ້ອມອອກໄປສູ້ຮົບ.
ທະຫານເຫລົ່ານີ້ເປັນທະຫານທີ່ຮັບໃຊ້ກະສັດ, ນອກຈາກນີ້ ເພິ່ນໄດ້ໃຫ້ພວກເຂົາປະຈຳການຢູ່ໃນເມືອງປ້ອມປ້ອງກັນຕ່າງໆທົ່ວຢູດາຍ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.