Skip to content
BibleKenya

Biblica® Open Lao Contemporary Version

2 ຂ່າວຄາວ 16

ປີສຸດທ້າຍ​ຂອງ​ອາສາ

(1ກສ 15:17-24)

ໃນ​ປີ​ທີ​ສາມ​ສິບ​ຫົກ​ຂອງ​ການປົກຄອງ​ຂອງ​ອາສາ, ກະສັດ​ບາອາຊາ​ແຫ່ງ​ອິດສະຣາເອນ​ໄດ້​ມາ​ຕໍ່ສູ້​ຢູດາຍ ແລະ ໄດ້​ສ້າງ​ປ້ອມ​ປ້ອງກັນ​ທີ່​ເມືອງ​ຣາມາ​ເພື່ອ​ປ້ອງກັນ​ບໍ່​ຜູ້ໃດ​ໜີ​ໄປ ຫລື ເຂົ້າ​ໄປ​ໃນ​ເຂດແດນ​ຂອງ​ກະສັດ​ອາສາ​ແຫ່ງ​ຢູດາຍ.

ແລ້ວ​ອາຊາ​ໄດ້​ນຳ​ເງິນ ແລະ ຄຳ​ອອກ​ມາ​ຈາກ​ຄັງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ແລະ ຈາກ​ວັງ​ຂອງ​ເພິ່ນ​ເອງ ແລະ ສົ່ງ​ໄປ​ໃຫ້​ກະສັດ​ເບັນຮາດາດ​ແຫ່ງ​ອາຣາມ, ຜູ້​ທີ່​ປົກຄອງ​ຢູ່​ທີ່​ເມືອງ​ດາມັສກັດ. ເພິ່ນ​ໄດ້​ກ່າວ​ວ່າ, ກະສັດ​ອາສາ​ໄດ້​ເວົ້າ​ວ່າ, “ຂໍ​ໃຫ້​ພວກເຮົາ​ເປັນ​ພັນທະມິດ​ກັນ​ເໝືອນ​ກັບ​ພໍ່​ຂອງ​ພວກເຮົາ​ທັງ​ສອງ. ເບິ່ງ​ແມ, ຂ້າພະເຈົ້າ​ໄດ້​ສົ່ງ​ເງິນ ແລະ ຄຳ​ນີ້​ມາ​ເປັນ​ຂອງຂັວນ​ແກ່​ທ່ານ. ບັດນີ້ ຂໍ​ໃຫ້​ເຊົາ​ເປັນ​ພັນທະມິດ​ກັບ​ກະສັດ​ບາອາຊາ​ແຫ່ງ​ອິດສະຣາເອນ ເພື່ອ​ເພິ່ນ​ຈະ​ໄດ້​ຖອຍ​ທັບ​ໄປ​ຈາກ​ຂ້າພະເຈົ້າ”.

ເບັນຮາດາດ​ໄດ້​ຕົກລົງ​ກັບ​ກະສັດ​ອາສາ ແລະ ໄດ້​ສົ່ງ​ບັນດາ​ຜູ້​ບັນຊາການ​ກອງທັບ​ຂອງ​ເພິ່ນ​ໄປ​ໂຈມຕີ​ເມືອງ​ຕ່າງໆ​ຂອງ​ອິດສະຣາເອນ. ພວກເຂົາ​ໄດ້​ເອົາ​ຊະນະ​ເມືອງ​ອີໂຢນ, ດານ, ອາເບນ​ເບັດ​ມາອາກາ ແລະ ເມືອງ​ທັງໝົດ​ທີ່​ເປັນ​ບ່ອນ​ເກັບ​ສະບຽງ​ອາຫານ​ຂອງ​ເນັບທາລີ. ເມື່ອ​ກະສັດ​ບາອາຊາ​ໄດ້​ຍິນ​ເລື່ອງ​ນີ້, ເພິ່ນ​ກໍ​ຢຸດ​ສ້າງ​ເມືອງ​ຣາມາ ແລະ ປະ​ວຽກງານ​ຂອງ​ເພິ່ນ​ໄວ້. ແລ້ວ​ກະສັດ​ອາສາ​ຈຶ່ງ​ໄດ້​ພາ​ຊາວຢູດາ​ທັງໝົດ​ໄປ​ນໍາ ແລະ ພວກເຂົາ​ໄດ້​ຂົນ​ຫີນ ແລະ ໄມ້​ທ່ອນ​ຈາກ​ເມືອງ​ຣາມາ​ໄປ​ທີ່​ບາອາຊາ​ກໍາລັງ​ໃຊ້​ສ້າງ​ເມືອງ​ນັ້ນ. ເພິ່ນ​ໄດ້​ນໍາ​ເອົາ​ສິ່ງເຫລົ່າ​ນີ້​ໄປ​ສ້າງ​ເມືອງ​ເກບາ ແລະ ມີຊະປາ.

ໃນ​ເວລາ​ນັ້ນ ຜູ້ທຳນວາຍ​ຮານານີ​ໄດ້​ໄປ​ພົບ​ກະສັດ​ອາສາ​ແຫ່ງ​ຢູດາຍ ແລະ ກ່າວ​ກັບ​ເພິ່ນ​ວ່າ, “ຍ້ອນ​ທ່ານ​ເພິ່ງພາ​ກະສັດ​ແຫ່ງ​ອາຣາມ ແລະ ບໍ່​ໄດ້​ເພິ່ງພາ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ທ່ານ. ກອງທັບ​ຂອງ​ກະສັດ​ແຫ່ງ​ອາຣາມ​ຈຶ່ງ​ຖອຍໜີ​ໄປ​ຈາກ​ມື​ຂອງ​ທ່ານ. ຊາວກູເຊ1 ແລະ ຊາວລີເບຍ​ມີ​ກອງທັບ​ອັນ​ຍິ່ງໃຫຍ່​ພ້ອມທັງ​ລົດຮົບ ແລະ ທະຫານມ້າ2​ເປັນ​ຈຳນວນ​ຫລວງຫລາຍ​ບໍ່​ແມ່ນ​ບໍ? ແຕ່​ເມື່ອ​ທ່ານ​ເພິ່ງພາ​ພຣະເຈົ້າຢາເວ, ພຣະອົງ​ກໍ​ໄດ້​ມອບ​ພວກເຂົາ​ໄວ້​ໃນ​ມື​ຂອງ​ທ່ານ. ເພາະ​ສາຍຕາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ເຝົ້າ​ເບິ່ງ​ໄປ​ທົ່ວ​ແຜ່ນດິນໂລກ ເພື່ອ​ໃຫ້​ກໍາລັງ​ແກ່​ຜູ້​ທີ່​ທຸ້ມ​ເທ້​ຢ່າງ​ສຸດ​ໃຈ​ຕໍ່​ພຣະອົງ. ທ່ານ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ໂງ່ຈ້າ​ທີ່ສຸດ ແລະ ຕັ້ງແຕ່​ບັດນີ້​ໄປ​ທ່ານ​ຈະ​ຕ້ອງ​ເຮັດ​ເສິກ​ສົງຄາມ​ຢູ່​ເລື້ອຍໆ”.

ອາສາ​ໄດ້​ໃຈຮ້າຍ​ໃຫ້​ກັບ​ຜູ້ທຳນວາຍ ເພາະ​ໄດ້​ກ່າວ​ເລື່ອງນີ້; ເພິ່ນ​ໄດ້​ຈັບ​ລາວ​ໄປ​ຂັງ​ໄວ້​ໃນ​ຄຸກ. ໃນ​ເວລາ​ດຽວກັນ​ນັ້ນ ອາສາ​ກົດຂີ່​ປະຊາຊົນ​ບາງຄົນ​ຢ່າງ​ໂຫດຮ້າຍ.

ເຫດການ​ຕ່າງໆ​ໃນ​ຊ່ວງ​ການປົກຄອງ​ຂອງ​ອາສາ, ຕັ້ງແຕ່​ຕົ້ນ​ຈົນ​ຈົບ​ໄດ້​ຖືກ​ຂຽນ​ໄວ້​ໃນ​ປື້ມ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ ແລະ ອິດສະຣາເອນ. ໃນ​ປີ​ທີ​ສາມ​ສິບ​ເກົ້າ​ຂອງ​ການປົກຄອງ​ຂອງ​ເພິ່ນ ອາສາ​ເປັນ​ເຈັບປ່ວຍ​ຢ່າງ​ຮ້າຍແຮງ​ດ້ວຍ​ພະຍາດ​ຢູ່​ທີ່​ຕີນ​ຂອງ​ເພິ່ນ, ເຖິງ​ແມ່ນ​ວ່າ ພະຍາດ​ຂອງ​ເພິ່ນ​ຈະ​ຮ້າຍແຮງ, ເພິ່ນ​ກໍ​ບໍ່​ໄດ້​ສະແຫວງ​ຫາ​ຄວາມ​ຊ່ວຍເຫລືອ​ຈາກ​ພຣະເຈົ້າ​ຢາເວ, ແຕ່​ເພິ່ນ​ເພິ່ງພາ​ແພດໝໍ​ເທົ່ານັ້ນ. ແລ້ວ​ໃນ​ປີ​ທີ​ສີ່​ສິບ​ເອັດ​ຂອງ​ການປົກຄອງ​ຂອງ​ເພິ່ນ ອາສາ​ກໍ​ໄດ້​ຕາຍ​ໄປ ແລະ ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ. ພວກເຂົາ​ໄດ້​ຝັງ​ເພິ່ນ​ໄວ້​ໃນ​ອຸບມຸງ​ທີ່​ເພິ່ນ​ໄດ້​ເຮັດ​ໄວ້​ສຳລັບ​ເພິ່ນ​ເອງ​ໃນ​ເມືອງ​ຂອງ​ດາວິດ. ພວກເຂົາ​ໄດ້​ເອົາ​ສົບເພິ່ນ​ວາງ​ໄວ້​ເທິງ​ກວຽນ​ທີ່​ຫໍ່​ດ້ວຍ​ເຄື່ອງເທດ ແລະ ນໍ້າມັນ​ຫອມ​ນາໆ​ຊະນິດ ແລະ ພວກເຂົາ​ກໍ່​ໄຟ​ກອງ​ໃຫຍ່​ຂຶ້ນ​ເພື່ອ​ໃຫ້​ກຽດ​ແກ່​ເພິ່ນ.

Source notes (2)
  1. Footnote ຄື ປະຊາຊົນ​ຈາກ​ເຂດ​ແມ່ນ້ຳນິນ​ຕອນ​ເທິງ
  2. Footnote ຫລື ພົນ​ລົດຮົບ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.