Skip to content
BibleKenya

Biblica® Open Lao Contemporary Version

2 ຂ່າວຄາວ 15

ການ​ປະຕິຮູບ​ຂອງ​ອາສາ

(1ກສ 15:13-16)

ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ລົງ​ມາ​ເໜືອ​ອາຊາຣີຢາ​ລູກຊາຍ​ຂອງ​ໂອເດັດ ລາວ​ຈຶ່ງ​ໄດ້​ອອກ​ໄປ​ພົບ​ອາສາ ແລະ ກ່າວ​ກັບ​ເພິ່ນ​ວ່າ, “ຈົ່ງ​ຟັງ​ຂ້າພະເຈົ້າ, ອາສາ ແລະ ຊາວຢູດາ ແລະ ຊາວ​ເບັນຢາມິນ​ທັງໝົດ. ພຣະເຈົ້າຢາເວ​ຢູ່​ກັບ​ພວກທ່ານ ເມື່ອ​ພວກທ່ານ​ຢູ່​ກັບ​ພຣະອົງ. ຖ້າ​ພວກທ່ານ​ສະແຫວງ​ຫາ​ພຣະອົງ ພວກທ່ານ​ກໍ​ຈະ​ພົບ​ພຣະອົງ, ແຕ່​ຖ້າ​ພວກທ່ານ​ປະຖິ້ມ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ພວກທ່ານ. ດົນນານ​ມາ​ແລ້ວ​ທີ່​ອິດສະຣາເອນ​ຢູ່​ໂດຍ​ບໍ່​ມີ​ພຣະເຈົ້າ​ອົງ​ທ່ຽງແທ້, ບໍ່​ມີ​ປະໂລຫິດ​ທີ່​ຈະ​ສັ່ງສອນ ແລະ ບໍ່​ມີ​ກົດບັນຍັດ. ແຕ່​ໃນ​ຍາມ​ຍາກ​ລຳບາກ ພວກເຂົາ​ຈຶ່ງ​ໄດ້​ຫັນ​ກັບ​ຄືນ​ມາ​ຫາ​ພຣະເຈົ້າ​ຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ ແລະ ສະແຫວງ​ຫາ​ພຣະອົງ, ແລ້ວ​ພວກເຂົາ​ກໍ​ພົບ​ພຣະອົງ. ໃນ​ສະໄໝ​ນັ້ນ​ການເດີນທາງ​ກໍ​ບໍ່​ປອດໄພ, ເພາະ​ຄົນ​ທີ່​ອາໄສ​ໃນ​ດິນແດນນັ້ນ​ຕົກ​ຢູ່​ໃນ​ສະພາບ​ສັບສົນ​ວຸ້ນວາຍ​ຫລາຍ. ຊົນຊາດ​ໜຶ່ງ​ກໍ​ທຳລາຍ​ອີກ​ຊົນຊາດ​ໜຶ່ງ ເມືອງ​ໜຶ່ງ​ກໍ​ທໍາລາຍ​ອີກ​ເມືອງ​ໜຶ່ງ. ເພາະ​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພວກເຂົາ​ຕົກ​ຢູ່​ໃນ​ຄວາມເດືອດຮ້ອນ​ພ້ອມກັບ​ຄວາມ​ທຸກໃຈ​ນາໆ​ປະການ. ແຕ່​ພວກທ່ານ​ຕ້ອງ​ເຂັ້ມແຂງ ແລະ ຢ່າ​ທໍ້ຖອຍໃຈ​ເພາະ​ວຽກງານ​ຂອງ​ພວກທ່ານ​ຈະ​ໄດ້​ຮັບ​ບຳເໜັດ”.

ເມື່ອ​ອາສາ​ໄດ້​ຍິນ​ຖ້ອຍຄຳ​ເຫລົ່ານີ້ ແລະ ຜູ້ຄຳທຳນວາຍ​ຂອງ​ອາຊາຣີຢາ​ລູກຊາຍ​ຂອງ1​ໂອເດັດ​ແລ້ວ, ເພິ່ນ​ກໍ​ມີ​ກຳລັງ​ໃຈ. ເພິ່ນ​ໄດ້​ທໍາລາຍ​ຮູບເຄົາລົບ​ອັນ​ໜ້າລັງກຽດ​ອອກ​ຈາກ​ທົ່ວ​ດິນແດນ​ຂອງ​ຢູດາຍ ແລະ ເບັນຢາມິນ ແລະ ຈາກ​ເມືອງ​ຕ່າງໆ​ທີ່​ເພິ່ນ​ຢຶດ​ມາ​ໄດ້​ໃນ​ເນີນພູ​ເອຟຣາອິມ. ເພິ່ນ​ຍັງ​ໄດ້​ສ້ອມແປງ​ແທ່ນບູຊາ​ຂອງ​ພຣະເຈົ້າ​ຢາເວ​ທີ່​ຢູ່​ທາງ​ດ້ານໜ້າ​ລະບຽງ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ.

ຈາກ​ນັ້ນ​ເພິ່ນ​ໄດ້​ເຕົ້າໂຮມ​ຊາວຢູດາ ແລະ ຊາວ​ເບັນຢາມິນ​ທັງໝົດ ແລະ ປະຊາຊົນ​ຈາກ​ເອຟຣາອິມ, ມານາເຊ ແລະ ຊີເມໂອນ​ຜູ້​ທີ່​ໄດ້​ຕັ້ງ​ຖິ່ນຖານ​ທ່າມກາງ​ພວກເຂົາ. ເພາະ​ມີ​ຄົນ​ຈຳນວນ​ຫລວງຫລາຍ​ຈາກ​ອິດສະຣາເອນ​ມາ​ຢູ່​ກັບ​ເພິ່ນ ເມື່ອ​ພວກເຂົາ​ເຫັນ​ວ່າ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເພິ່ນ​ໄດ້​ຢູ່​ກັບ​ເພິ່ນ.

ພວກເຂົາ​ໄດ້​ຊຸມນຸມກັນ​ຢູ່​ທີ່​ເຢຣູຊາເລັມ​ໃນ​ເດືອນ​ທີ​ສາມ​ຂອງ​ການປົກຄອງ​ປີ​ທີ​ສິບ​ຫ້າ​ຂອງ​ອາສາ. ໃນ​ມື້​ນັ້ນ​ພວກເຂົາ​ໄດ້​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າຢາເວ ມີ​ງົວ​ເຈັດ​ຮ້ອຍ​ໂຕ, ແກະ ແລະ ແບ້​ເຈັດ​ພັນ​ໂຕ​ທີ່​ພວກເຂົາ​ຢຶດ​ໄດ້​ພວກເຂົາ​ໄດ້​ນໍາ​ເອົາ​ກັບ​ມາ. ພວກເຂົາ​ໄດ້​ເຮັດ​ຄໍາໝັ້ນສັນຍາ​ທີ່​ຈະ​ສະແຫວງ​ຫາ​ພຣະເຈົ້າ​ຢາເວ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ​ດ້ວຍ​ສຸດໃຈ ແລະ ດ້ວຍ​ສຸດຈິດ​ຂອງ​ພວກເຂົາ. ທຸກຄົນ​ທີ່​ບໍ່​ສະແຫວງ​ຫາ​ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ຕ້ອງ​ຈະ​ຖືກ​ລົງໂທດ​ເຖິງ​ຕາຍ ບໍ່​ວ່າ​ຜູ້​ນ້ອຍ ຫລື ຜູ້​ໃຫຍ່, ຊາຍ ຫລື ຍິງ​ກໍ​ຕາມ. ພວກເຂົາ​ໄດ້​ສາບານ​ຕໍ່​ພຣະເຈົ້າຢາເວ​ດ້ວຍ​ສຽງ​ໂຫ່ຮ້ອງ​ຂຶ້ນ​ດັງໆ, ຮ້ອງ​ຂຶ້ນ​ດ້ວຍ​ການ​ເປົ່າແກ ແລະ ເປົ່າ​ເຂົາສັດ​ດັງ​ສະໜັ່ນ. ປະຊາຊົນ​ຢູດາ​ທັງໝົດ​ກໍ​ຊື່ນຊົມ​ຍິນດີ​ໃນ​ຄຳ​ສາບານ​ນັ້ນ ເພາະ​ພວກເຂົາ​ໄດ້​ສາບານ​ຢ່າງ​ສຸດ​ໃຈ. ພວກເຂົາ​ສະແຫວງ​ຫາ​ພຣະເຈົ້າ​ຢ່າງ​ກະຕືລືລົ້ນ. ແລະ ພວກເຂົາ​ກໍ​ໄດ້​ພົບ​ພຣະອົງ. ດັ່ງນັ້ນ ພຣະເຈົ້າ​ຢາເວ​ໄດ້​ໂຜດ​ໃຫ້​ພວກເຂົາ​ມີ​ຄວາມສະຫງົບສຸກ​ຢູ່​ທຸກດ້ານ.

ກະສັດ​ອາສາ​ໄດ້​ປົດ​ນາງ​ມາອາກາ ແມ່ເຖົ້າ​ຂອງ​ເພິ່ນ​ອອກ​ຈາກ​ຕຳແໜ່ງ​ແມ່​ຂອງ​ລາຊີນີ, ເພາະ​ນາງ​ໄດ້​ສ້າງ​ຮູບເຄົາລົບ​ອັນ​ໜ້າ​ກຽດຊັງ​ເພື່ອ​ກາບໄຫວ້​ເຈົ້າ​ແມ່​ອາເຊຣາ. ອາສາ​ໄດ້​ຕັດ​ຮູບເຄົາລົບ​ນັ້ນ​ລົງ, ທັບ​ໃຫ້​ໝຸ່ນ ແລະ ເຜົາ​ຖິ້ມ​ທີ່​ຮ່ອມພູ​ກິດໂຣນ. ເຖິງແມ່ນວ່າ ເພິ່ນ​ບໍ່​ໄດ້​ທໍາລາຍ​ສະຖານ​ທີ່​ບູຊາ​ທີ່​ສູງ​ຕ່າງໆ​ອອກ​ຈາກ​ອິດສະຣາເອນ, ແຕ່​ຈິດໃຈ​ຂອງ​ອາສາ​ກໍ​ທຸ້ມເທ​ຕໍ່​ພຣະເຈົ້າ​ຢາເວ​ຢ່າງ​ເຕັມທີ່​ຕະຫລອດ​ຊີວິດ​ຂອງ​ເພິ່ນ. ເພິ່ນ​ໄດ້​ນຳ​ເອົາ​ເງິນ ແລະ ຄໍາ ແລະ ເຄື່ອງ​ໃຊ້​ຕ່າງໆ​ທີ່​ເພິ່ນ ແລະ ພໍ່​ຂອງ​ເພິ່ນ​ໄດ້​ອຸທິດ​ຖວາຍ​ແກ່​ພຣະເຈົ້າ​ມາ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າ.

ບໍ່​ມີ​ສົງຄາມ​ອີກ​ຈົນ​ເຖິງ​ປີ​ທີ​ສາມ​ສິບ​ຫ້າ​ຂອງ​ການປົກຄອງ​ຂອງ​ອາສາ.

Source notes (1)
  1. Footnote ພາສາ​ເຮັບເຣີ​ບໍ່​ມີວະ​ລີ​ວ່າ ອາ​ຊາ ລີ ຢາ​ບຸດ​ຂອງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.