Skip to content
BibleKenya

Biblica® Open Lao Contemporary Version

2 ຂ່າວຄາວ 14

ແລ້ວ​ອາບີຢາ​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ໄດ້​ຖືກ​ຝັງ​ໄວ້​ໃນ​ເມືອງ​ຂອງ​ດາວິດ. ອາສາ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ. ໃນ​ສະໄໝ​ຂອງ​ເພິ່ນ​ປະເທດ​ຊາດ​ກໍ​ມີ​ຄວາມ​ສະຫງົບສຸກ​ເປັນ​ເວລາ​ສິບ​ປີ.

ກະສັດ​ອາສາ​ແຫ່ງ​ຢູດາຍ

(1ກສ 15:11-12)

ອາສາ​ໄດ້​ເຮັດ​ສິ່ງ​ທີ່​ດີ ແລະ ຖືກຕ້ອງ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເພິ່ນ. ເພິ່ນ​ໄດ້​ລົບລ້າງ​ແທ່ນບູຊາ​ຂອງ​ຄົນຕ່າງດ້າວ ແລະ ສະຖານ​ບູຊາ​ເທິງ​ທີ່​ສູງ, ເພິ່ນ​ໄດ້​ທໍາລາຍ​ຫີນ​ສັກສິດ​ຖິ້ມ ແລະ ໄດ້​ຕັດ​ເສົາ​ຂອງ​ຮູບ​ເຈົ້າແມ່​ອາເຊຣາ​ລົງ.1 ເພິ່ນ​ໄດ້​ສັ່ງ​ປະຊາຊົນ​ຢູດາ​ໃຫ້​ສະແຫວງ​ຫາ​ພຣະເຈົ້າ​ຢາເວ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ, ແລະ ເຊື່ອຟັງ​ກົດບັນຍັດ ແລະ ຂໍ້ຄຳສັ່ງ​ຂອງ​ພຣະອົງ. ເພິ່ນ​ໄດ້​ລົບລ້າງ​ສະຖານ​ບູຊາ​ເທິງ​ທີ່​ສູງ ແລະ ແທ່ນ​ເຜົາ​ເຄື່ອງຫອມ​ອອກ​ຈາກ​ທຸກເມືອງ​ໃນ​ຢູດາຍ, ແລະ ອານາຈັກ​ຂອງ​ເພິ່ນ​ຈຶ່ງ​ມີ​ຄວາມ​ສະຫງົບ​ສຸກ​ພາຍໃຕ້​ການປົກຄອງ​ຂອງ​ເພິ່ນ. ເພິ່ນ​ໄດ້​ສ້າງ​ເມືອງ​ປ້ອມ​ປ້ອງກັນ​ຕ່າງໆ​ຂອງ​ຢູດາຍ​ຂຶ້ນ, ເນື່ອງຈາກ​ແຜ່ນດິນ​ມີ​ສະຫງົບສຸກ​ແລ້ວ. ບໍ່​ຜູ້ໃດ​ມາ​ສູ້ຮົບ​ກັບ​ເພິ່ນ​ເປັນ​ເວລາ​ຫລາຍ​ປີ​ໃນ​ຊ່ວງ​ນັ້ນ, ເພາະ​ພຣະເຈົ້າ​ຢາເວ​ໄດ້​ໃຫ້​ເພິ່ນ​ພັກຜ່ອນ.

ອາສາ​ໄດ້​ກ່າວ​ກັບ​ຊາວຢູດາ​ວ່າ, “ໃຫ້​ພວກເຮົາ​ສ້າງ​ເມືອງ​ເຫລົ່ານີ້​ຂຶ້ນ ແລະ ເຮັດ​ກຳແພງ​ອ້ອມ​ເມືອງ​ໄວ້, ພ້ອມທັງ​ເຮັດ​ຫໍຄອຍ, ປະຕູ ແລະ ກອນ​ປະຕູ. ດິນແດນ​ຍັງ​ເປັນ​ຂອງ​ພວກເຮົາ. ເພາະ​ພວກເຮົາ​ໄດ້​ສະແຫວງ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ; ພວກເຮົາ​ສະແຫວງ​ຫາ​ພຣະອົງ ແລະ ພຣະອົງ​ຈຶ່ງ​ໃຫ້​ເຮົາ​ມີ​ຄວາມ​ສະຫງົບສຸກ​ຢູ່​ທຸກ​ດ້ານ”. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ກໍ່​ສ້າງ ແລະ ຈະເລີນ​ຮຸ່ງເຮືອງ​ຂຶ້ນ.

ອາສາ​ກອງທັບ​ທີ່​ມີ​ທະຫານ​ສາມ​ແສນ​ຄົນ​ຈາກ​ເຜົ່າ​ຢູດາ, ເຊິ່ງ​ມີ​ທະຫານ​ຖື​ໂລ່​ໃຫຍ່ ແລະ ຫອກ, ແລະ ມີ​ທະຫານ​ສອງ​ແສນ​ແປດ​ສິບ​ພັນ​ຄົນ​ຈາກ​ເຜົ່າ​ເບັນຢາມິນ ເຊິ່ງ​ພວກເຂົາ​ຖື​ໂລ່​ນ້ອຍ ແລະ ທະນູ. ທະຫານ​ທັງໝົດ​ເຫລົ່ານີ້​ເປັນ​ນັກຮົບ​ທີ່​ກ້າຫານ.

ເຊຣາ​ຊາວກູເຊ​ຍົກ​ທັບ​2​ອອກ​ມາ​ຕໍ່ສູ້​ພວກເຂົາ​ດ້ວຍ​ກອງທັບ​ທີ່​ມີ​ທະຫານ​ໜຶ່ງ​ລ້ານ​ຄົນ​ພ້ອມ​ທັງ​ລົດຮົບ​ສາມ​ຮ້ອຍ​ຄັນ ແລະ ໄດ້​ບຸກ​ມາ​ຮອດ​ເມືອງ​ມາເຣຊາ. ອາສາ​ໄດ້​ອອກ​ມາ​ປະເຊີນໜ້າ​ກັບ​ເຊຣາ ແລະ ພວກເຂົາ​ໄດ້​ຕັ້ງ​ແນວ​ສູ້ຮົບ​ໃນ​ຮ່ອມພູ​ເຊຟາທາ​ໃກ້​ກັບ​ເມືອງ​ມາເຣຊາ.

ແລ້ວ​ອາສາ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ, ບໍ່​ມີ​ຜູ້ໃດ​ເໝືອນ​ພຣະອົງ​ທີ່​ຈະ​ຊ່ວຍ​ຜູ້​ທີ່​ອ່ອນແອ​ຕໍ່ສູ້​ກັບ​ຜູ້​ມີ​ກໍາລັງ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ, ຂໍ​ໂຜດ​ຊ່ວຍ​ພວກ​ຂ້ານ້ອຍ​ດ້ວຍ, ເພາະ​ພວກ​ຂ້ານ້ອຍ​ເພິ່ງພາ​ພຣະອົງ, ແລະ ພວກຂ້ານ້ອຍ​ໄດ້​ມາ​ຕໍ່ສູ້​ກອງທັບ​ທີ່​ໃຫຍ່​ນີ້​ໃນ​ນາມ​ຂອງ​ພຣະອົງ. ຂ້າແດ່​ພຣະເຈົ້າຢາເວ, ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ; ຂໍ​ຢ່າ​ໃຫ້​ມະນຸດ​ຊະນະ​ພຣະອົງ​ເລີຍ”.

ພຣະເຈົ້າ​ຢາເວ​ໄດ້​ເອົາ​ຊະນະ​ຊາວກູເຊ​ຕໍ່ໜ້າ​ອາສາ ແລະ ຊາວຢູດາ. ຊາວກູເຊ​ໄດ້​ປົບໜີ​ໄປ, ແລະ ອາສາ ແລະ ກອງທັບ​ຂອງ​ເພິ່ນ​ໄດ້​ໄລ່​ຕາມ​ພວກເຂົາ​ຈົນ​ໄປ​ຮອດ​ເກຣາກ. ຊາວກູເຊ​ລົ້ມ​ຕາຍ​ເປັນ​ຈໍານວນ​ຫລວງຫລາຍ​ຈົນ​ພວກເຂົາ​ບໍ່​ສາມາດ​ຟື້ນ​ຕົວ​ຄືນ​ມາ​ໄດ້​ອີກ; ພວກເຂົາ​ຖືກ​ຍ່ອງ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ ກຳລັງ​ຂອງ​ພຣະອົງ. ທະຫານ​ຢູດາ​ໄດ້​ຢຶດ​ເຄື່ອງຂອງ​ໄດ້​ເປັນ​ຈໍານວນ​ຫລວງຫລາຍ. ພວກເຂົາ​ກໍ​ທຳລາຍ​ໝູ່ບ້ານ​ທັງໝົດ​ທີ່​ຢູ່​ອ້ອມ​ເຂດ​ເມືອງ​ເກຣາກ, ເພາະ​ຄວາມຢ້ານກົວ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ຢູ່​ເໜືອ​ພວກເຂົາ. ທະຫານ​ຢູດາ​ໄດ້​ປຸ້ນ​ໝູ່ບ້ານ​ທັງໝົດ​ເຫລົ່ານີ້, ເນື່ອງຈາກ​ວ່າ​ມີ​ການປຸ້ນ​ສະດົມ​ຢ່າງຫລວງຫລາຍ​ຢູ່​ທີ່​ນັ້ນ. ພວກເຂົາ​ຍັງ​ໄດ້​ໂຈມຕີ​ຄ້າຍ​ຂອງ​ຄົນລ້ຽງສັດ ແລະ ໄດ້​ຕ້ອນ​ເອົາ​ຝູງແກະ, ຝູງແບ້ ແລະ ຝູງອູດ​ເປັນ​ຈໍານວນ​ຫລາຍ​ໄປ​ນໍາ​ດ້ວຍ. ແລ້ວ​ພວກເຂົາ​ກໍ​ກັບຄືນ​ມາ​ທີ່​ເຢຣູຊາເລັມ.

Source notes (2)
  1. Footnote ຄື ສັນຍະລັກ​ຂອງ​ເຈົ້າ​ແມ່​ອາເຊຣາ ເຊັ່ນ​ດຽວ​ກັບ​ທີ່​ອື່ນ​ໆ​ໃນ 2 ຂ່າວຄາວ​ໄດ້​ຕັດ​ສັນຍາລັກ​ຂອງ​ຮູບ​ເຈົ້າແມ່​ອາເຊຣາ​ລົງ
  2. Footnote ພາສາ​ເຮັບເຣີ​ວ່າ ດ້ວຍ​ກອງທັບ​ນັບ​ແສນ ຫລື ດ້ວຍ​ກອງທັບ​ນັບ​ພັນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.