Biblica® Open Lao Contemporary Version
2 ຂ່າວຄາວ 13
ກະສັດອາບີຢາແຫ່ງຢູດາຍ
(1ກສ 15:1-2,6-8)
ໃນປີທີສິບແປດຂອງການປົກຄອງຂອງເຢໂຣໂບອາມ, ອາບີຢາໄດ້ຂຶ້ນເປັນກະສັດແຫ່ງຢູດາຍ, ແລະ ເພິ່ນໄດ້ປົກຄອງຢູ່ໃນເຢຣູຊາເລັມເປັນເວລາສາມປີ. ແມ່ຂອງເພິ່ນຊື່ວ່າມາອາກາ,1 ລູກສາວ2ຂອງອູຣິເອນແຫ່ງກີເບອາ.
ມີສົງຄາມລະຫວ່າງອາບີຢາ ແລະ ເຢໂຣໂບອາມ. ອາບີຢາໄດ້ອອກໄປສູ້ຮົບດ້ວຍກອງທັບທີ່ມີທະຫານສີ່ແສນຄົນ, ແລະ ເຢໂຣໂບອາມໄດ້ຕັ້ງແນວຮົບຕໍ່ສູ້ເພິ່ນດ້ວຍກອງທະຫານແປດແສນຄົນ.
ອາບີຢາຢືນຢູ່ເທິງພູເຂົາເສມາຣາອິມໃນເນີນພູຂອງເອຟຣາອິມ ແລະ ໄດ້ກ່າວວ່າ, “ເຢໂຣໂບອາມ ແລະ ຊາວອິດສະຣາເອນທັງໝົດ, ຈົ່ງຟັງຂ້າພະເຈົ້າ! ທ່ານບໍ່ຮູ້ບໍ່ວ່າພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນໄດ້ມອບຕໍາແໜ່ງການເປັນກະສັດແຫ່ງອິດສະຣາເອນແກ່ດາວິດ ແລະ ເຊື້ອສາຍຂອງເພິ່ນໂດຍຄໍາໝັ້ນສັນຍາທີ່ບໍ່ມີວັນລຶບລ້າງໄດ້ບໍ່ແມ່ນບໍ? ແຕ່ເຢໂຣໂບອາມລູກຊາຍຂອງເນບັດ, ຂ້າລາຊະການຄົນໜຶ່ງຂອງໂຊໂລໂມນ ລູກຊາຍຂອງດາວິດໄດ້ກະບົດຕໍ່ນາຍຂອງຕົນ. ແລ້ວກໍມີພວກນັກເລງໄຮ້ຄ່າຈໍານວນໜຶ່ງໄດ້ລ້ອມເພິ່ນໄວ້ ແລະ ຕໍ່ຕ້ານເຣໂຫໂບອາມລູກຊາຍຂອງໂຊໂລໂມນ ເມື່ອເພິ່ນຍັງໜຸ່ມນ້ອຍທີ່ບໍ່ກ້າຫານ ແລະ ບໍ່ເຂັ້ມແຂງພໍທີ່ຈະຕໍ່ສູ້ກັບພວກເຂົາໄດ້.
“ແລະ ບັດນີ້ ພວກທ່ານຄິດຕໍ່ຕ້ານກັບອານາຈັກຂອງພຣະເຈົ້າຢາເວ ເຊິ່ງຢູ່ໃນມືຂອງເຊື້ອສາຍຂອງດາວິດ. ພວກທ່ານມີກອງທັບທີ່ຍິ່ງໃຫຍ່ກໍຈິງ ແລະ ມີຮູບງົວຄຳຢູ່ກັບພວກທ່ານທີ່ເຢໂຣໂບອາມໄດ້ສ້າງຂຶ້ນເປັນພະຂອງພວກທ່ານ. ແຕ່ພວກທ່ານໄດ້ຂັບໄລ່ບັນດາປະໂລຫິດຂອງພຣະເຈົ້າຢາເວຄື ບັນດາລູກຊາຍຂອງອາໂຣນ ແລະ ຊາວເລວີອອກໄປບໍ່ແມ່ນບໍ? ແລະ ແຕ່ງຕັ້ງປະໂລຫິດຂອງພວກທ່ານເອງຂຶ້ນເໝືອນດັ່ງຊົນຊາດອື່ນໆໄດ້ເຮັດບໍ່ແມ່ນບໍ? ຜູ້ໃດທີ່ນໍາງົວໜຸ່ມມາຖວາຍ ແລະ ແກະເຖິກເຈັດໂຕມາຖວາຍໃຫ້ພວກທ່ານລາວກໍໄດ້ເປັນປະໂລຫິດຂອງສິ່ງທີ່ບໍ່ແມ່ນພຣະເຈົ້າ.
“ແຕ່ສໍາລັບພວກເຮົາແລ້ວ, ພຣະເຈົ້າຢາເວເປັນພຣະເຈົ້າຂອງພວກເຮົາ ແລະ ພວກເຮົາບໍ່ໄດ້ປະຖິ້ມພຣະອົງ. ບັນດາປະໂລຫິດທີ່ຮັບໃຊ້ພຣະເຈົ້າຢາເວກໍເປັນລູກຊາຍອາໂຣນ ແລະ ຊາວເລວີກໍເປັນຜູ້ຊ່ວຍຂອງພວກເຂົາ. ທຸກຕອນເຊົ້າ ແລະ ທຸກຕອນແລງ ພວກເຂົາເຜົາເຄື່ອງຖວາຍບູຊາ ແລະ ເຄື່ອງຫອມແກ່ພຣະເຈົ້າຢາເວ. ພວກເຂົາວາງເຂົ້າຈີ່ເທິງໂຕະທີ່ຖືກຊຳລະຈາກມົນທິນຕາມພິທີແລ້ວ ແລະ ໄຕ້ຕະກຽງຄໍາຢູ່ເທິງຫລັກຕະກຽງຄຳທຸກຄືນ. ພວກເຮົາກໍາລັງປະຕິບັດຕາມຂໍ້ຄໍາສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ, ແຕ່ພວກທ່ານໄດ້ປະຖິ້ມພຣະອົງ. ພຣະເຈົ້າຢູ່ກັບພວກເຮົາ; ພຣະອົງເປັນຜູ້ນຳຂອງພວກເຮົາ. ບັນດາປະໂລຫິດຂອງພຣະອົງກໍຈະເປົ່າແກເພື່ອໂຫ່ຮ້ອງອອກສູ້ຮົບພວກທ່ານ. ປະຊາຊົນອິດສະຣາເອນເອີຍ, ຢ່າຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກທ່ານເທາະ, ເພາະພວກທ່ານບໍ່ມີທາງທີ່ຈະເອົາຊະນະໄດ້ດອກ”.
ບັດນີ້ ເຢໂຣໂບອາມກໍໄດ້ສົ່ງກອງທະຫານໄປລ້ອມທາງຫລັງ, ເພື່ອວ່າເມື່ອເພິ່ນໄດ້ພະເຊີນໜ້າກັບຢູດາຍນັ້ນ ພວກເຂົາກໍດັກໂຈມຕີດ້ານຫລັງພວກເຂົາ. ທະຫານຢູດາຫັນຫລັງມາເບິ່ງ ແລະ ກໍເຫັນວ່າພວກເຂົາກໍາລັງຖືກໂຈມຕີທັງດ້ານໜ້າ ແລະ ດ້ານຫລັງ. ແລ້ວພວກເຂົາຈຶ່ງຮ້ອງຫາພຣະເຈົ້າຢາເວ. ບັນດາປະໂລຫິດກໍເປົ່າແກຂຶ້ນ. ແລ້ວພວກທະຫານຢູດາກໍໄດ້ໂຫ່ຮ້ອງອອກສູ້ຮົບ. ເມື່ອໄດ້ຍິນສຽງໂຫ່ຮ້ອງອອກສູ້ຮົບຂອງພວກເຂົາ, ພຣະເຈົ້າເຮັດໃຫ້ເຢໂຣໂບອາມ ແລະ ກອງທັບອິດສະຣາເອນທັງໝົດແຕກຖອຍໜີໄປຕໍ່ໜ້າອາບີຢາ ແລະ ຊາວຢູດາ. ຊາວອິດສະຣາເອນໄດ້ປົບໜີໄປຕໍ່ໜ້າຊາວຢູດາ ແລະ ພຣະເຈົ້າໄດ້ມອບພວກເຂົາໄວ້ໃນມືຂອງຊາວຢູດາ. ອາບີຢາ ແລະ ກອງທະຫານຂອງຕົນສ້າງຄວາມສູນເສຍຢ່າງໜັກໃຫ້ແກ່ພວກເຂົາ, ຈຶ່ງເຮັດໃຫ້ທະຫານທີ່ເກັ່ງກ້າຂອງກອງທັບອິດສະຣາເອນລົ້ມຕາຍຫ້າແສນຄົນ. ຊາວອິດສະຣາເອນກໍໄດ້ພ່າຍແພ້ໃນຄັ້ງນັ້ນ, ແລະ ປະຊາຊົນຢູດາມີໄຊຊະນະເພາະພວກເຂົາໄດ້ເພິ່ງພາພຣະເຈົ້າຢາເວ, ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ.
ອາບີຢາໄດ້ໄລ່ຕາມເຢໂຣໂບອາມ ແລະ ຢຶດເອົາເມືອງເບັດເອນ, ເມືອງເຢຊານາ ແລະ ເມືອງເອຟະໂຣນມາຈາກເພິ່ນ, ພ້ອມທັງໝູ່ບ້ານຕ່າງໆທີ່ອ້ອມເມືອງເຫລົ່ານີ້. ເຢໂຣໂບອາມບໍ່ສາມາດກອບກູ້ອຳນາດຄືນມາໄດ້ອີກເລີຍຕະຫລອດຊ່ວງສະໄໝຂອງອາບີຢາ. ແລ້ວຕໍ່ມາພຣະເຈົ້າຢາເວໄດ້ປະຫານເຢໂຣໂບອາມ ແລະ ເພິ່ນໄດ້ຕາຍໄປ.
ແຕ່ອາບີຢາກໍເຂັ້ມແຂງຫລາຍຍິ່ງຂຶ້ນ. ເພິ່ນມີເມຍສິບສີ່ຄົນ ແລະ ມີລູກຊາຍຊາວສອງຄົນ ແລະ ມີລູກສາວສິບຫົກຄົນ.
ເຫດການອື່ນໆໃນຊ່ວງການປົກຄອງຂອງອາບີຢາ, ສິ່ງທີ່ເພິ່ນໄດ້ເຮັດ ແລະ ສິ່ງທີ່ໄດ້ເວົ້າໄດ້ຖືກຂຽນໄວ້ໃນການບັນທຶກຂອງຜູ້ທຳນວາຍອິດໂດ.
Source notes (2)
- Footnote ພາສາເຮັບເຣີວ່າ ມີກາ ອີ ຢາ (ເບິ່ງ 2ຂຄ 11:20 ແລະ 1ກສ 15:2)
- Footnote ຫລື ຫລານສາວ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.