Skip to content
BibleKenya

Biblica® Open Lao Contemporary Version

1 ຕີໂມທຽວ 4

ໂປໂລ​ກ່າວ​ຢ້ຳ​ຕີໂມທຽວ

ພຣະວິນຍານ​ກ່າວ​ໄວ້​ຢ່າງ​ຈະແຈ້ງ​ແລ້ວ​ວ່າ ໃນ​ພາຍຫລັງ​ມາ​ຈະ​ມີ​ບາງຄົນ​ປະຖິ້ມ​ຄວາມເຊື່ອ​ແລ້ວ​ໄປ​ຕິດຕາມ​ວິນຍານ​ຫລອກລວງ ແລະ ສິ່ງ​ຕ່າງໆ​ທີ່​ສອນ​ໂດຍ​ພວກ​ຜີມານຮ້າຍ. ການສັ່ງສອນ​ດັ່ງກ່າວ​ແມ່ນ​ມາ​ທາງ​ບັນດາ​ຄົນ​ຂີ້ຕົວະ​ທີ່​ໜ້າຊື່ໃຈຄົດ, ຜູ້​ທີ່​ມີ​ຈິດສຳນຶກ​ທີ່​ຕາຍ​ດ້ານ. ພວກເຂົາ​ຫ້າມ​ຄົນ​ທັງຫລາຍ​ແຕ່ງງານ ແລະ ສັ່ງ​ໃຫ້​ລະເວັ້ນ​ອາຫານ​ບາງ​ຊະນິດ​ທີ່​ພຣະເຈົ້າ​ໄດ້​ສ້າງ​ໄວ້​ເພື່ອ​ຈະ​ໄດ້​ຮັບ​ການໂມທະນາ​ຂອບພຣະຄຸນ​ຈາກ​ບັນດາ​ຜູ້ທີ່ເຊື່ອ ແລະ ຜູ້​ທີ່​ຮູ້ຈັກ​ຄວາມຈິງ. ເພາະ​ທຸກສິ່ງ​ທີ່​ພຣະເຈົ້າ​ສ້າງ​ນັ້ນ​ດີ ແລະ ບໍ່​ມີ​ສິ່ງໃດ​ເປັນ​ຂອງ​ຕ້ອງຫ້າມ​ເລີຍ​ຖ້າ​ຮັບເອົາ​ດ້ວຍ​ການໂມທະນາ​ຂອບພຣະຄຸນ, ເພາະວ່າ​ສິ່ງ​ເຫລົ່ານີ້​ໄດ້​ຜ່ານ​ການຊຳລະ​ແລ້ວ​ດ້ວຍ​ພຣະຄຳ​ຂອງ​ພຣະເຈົ້າ ແລະ ດ້ວຍ​ຄຳອະທິຖານ.

ຖ້າ​ເຈົ້າ​ຫາກ​ຊີ້ແຈງ​ສິ່ງ​ເຫລົ່ານີ້​ແກ່​ພວກ​ພີ່ນ້ອງ​ທັງຫລາຍ​ທີ່​ເຊື່ອ​ແລ້ວ, ເຈົ້າ​ກໍ​ຈະ​ເປັນ​ຜູ້ຮັບໃຊ້​ທີ່​ດີ​ຂອງ​ພຣະຄຣິດເຈົ້າເຢຊູ ເຊິ່ງ​ໄດ້​ຮັບ​ການບຳລຸງລ້ຽງ​ໃນ​ຄວາມຈິງ​ແຫ່ງ​ຄວາມເຊື່ອ ແລະ ຫລັກຄຳສອນ​ອັນ​ດີ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕາມ. ຢ່າ​ໄປ​ກ່ຽວຂ້ອງ​ກັບ​ນິຍາຍ​ອັນ​ໄຮ້ສາລະ ແລະ ນິທານຂີ້ຕົວະ​ຕ່າງໆ ຈົ່ງ​ຝຶກຝົນ​ຕົນ​ເອງ​ໃນ​ທາງ​ຂອງ​ພຣະເຈົ້າ​ກໍ​ດີ​ກວ່າ. ການ​ຝຶກຝົນ​ທາງ​ກາຍ​ນັ້ນ​ມີ​ຄຸນຄ່າ​ຢູ່​ສ່ວນ​ໜຶ່ງ ແຕ່​ຝຶກຝົນ​ໃນ​ທາງ​ຂອງ​ພຣະເຈົ້າ​ກໍ​ມີ​ຄຸນຄ່າ​ໃນ​ທຸກດ້ານ, ເພາະ​ຮັກສາ​ສັນຍາ​ໄວ້​ທັງ​ສຳລັບ​ຊີວິດ​ປັດຈຸບັນ ແລະ ຊີວິດ​ໃນ​ເບື້ອງໜ້າ​ດ້ວຍ. ນີ້​ເປັນ​ຄຳກ່າວ​ທີ່​ເຊື່ອຖືໄດ້​ທີ່​ຄວນ​ຈະ​ຮັບ​ໄວ້​ໂດຍ​ບໍ່​ມີ​ຂໍ້ສົງໄສ. ດ້ວຍເຫດນີ້​ທີ່​ພວກເຮົາ​ເຮັດ​ວຽກງານ​ໜັກ ແລະ ອົດທົນສູ້​ກໍ​ເພາະ​ພວກເຮົາ​ໄດ້​ມອບ​ຄວາມຫວັງ​ໄວ້​ໃນ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຜູ້​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ມະນຸດ​ທຸກຄົນ ແລະ ໂດຍສະເພາະ​ບັນດາ​ຜູ້ທີ່ເຊື່ອ.

ຈົ່ງ​ແນະນຳ ແລະ ສັ່ງສອນ​ສິ່ງ​ເຫລົ່ານີ້. ຢ່າ​ໃຫ້​ຜູ້ໃດ​ດູຖູກ​ເຈົ້າ​ຍ້ອນ​ເຈົ້າ​ຍັງ​ໜຸ່ມ, ແຕ່​ຈົ່ງ​ເປັນ​ແບບຢ່າງ​ຕໍ່​ຜູ້ທີ່ເຊື່ອ​ທັງຫລາຍ​ໃນ​ດ້ານ​ວາຈາ, ການ​ປະພຶດ, ຄວາມ​ຮັກ, ຄວາມເຊື່ອ ແລະ ຄວາມບໍລິສຸດ. ຈົ່ງ​ອຸທິດ​ຕົນ​ເອງ​ໃນ​ການອ່ານ​ພຣະຄຳພີ​ໃນ​ທີ່​ປະຊຸມ, ໃນ​ການເທດສະໜາ ແລະ ໃນ​ການສັ່ງສອນ​ຈົນ​ກວ່າ​ເຮົາ​ຈະ​ມາ. ຢ່າ​ລະເລີຍ​ຕໍ່​ຂອງປະທານ​ຂອງ​ເຈົ້າ ເຊິ່ງ​ມອບ​ໃຫ້​ແກ່​ເຈົ້າ​ຜ່ານ​ຄຳທຳນວາຍ​ເມື່ອ​ຄະນະຜູ້ປົກຄອງ​ໄດ້​ວາງມື​ຂອງ​ພວກເພິ່ນ​ລົງ​ໃສ່​ເຈົ້າ.

ຈົ່ງ​ໝັ່ນ​ພາກພຽນ​ໃນ​ສິ່ງ​ເຫລົ່ານີ້ ທຸ້ມເທ​ຕົນ​ເອງ​ທັງໝົດ​ໃຫ້​ກັບ​ສິ່ງ​ເຫລົ່ານີ້ ເພື່ອ​ວ່າ​ທຸກຄົນ​ຈະ​ເຫັນ​ຄວາມກ້າວໜ້າ​ຂອງ​ເຈົ້າ. ຈົ່ງ​ເອົາໃຈໃສ່​ເບິ່ງແຍງ​ຊີວິດ ແລະ ຄຳສອນ​ຂອງ​ເຈົ້າ​ຢ່າງ​ໃກ້ຊິດ. ຈົ່ງ​ບາກບັ່ນ​ໃນ​ສິ່ງ​ເຫລົ່ານີ້, ເພາະ​ຖ້າ​ເຮັດ​ເຊັ່ນ​ນັ້ນ​ແລ້ວ, ເຈົ້າ​ຈະ​ຊ່ວຍ​ທັງ​ຕົນ​ເອງ ແລະ ຜູ້​ທີ່​ຟັງ​ເຈົ້າ​ໃຫ້​ພົ້ນ​ໄດ້.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.