Skip to content
BibleKenya

Biblica® Open Lao Contemporary Version

1 ຕີໂມທຽວ 5

ຄຳແນະນຳ​ກ່ຽວກັບ​ແມ່ໝ້າຍ, ຜູ້ອາວຸໂສ ແລະ ຂ້າທາດ

ຢ່າ​ຕຳໜິ​ຊາຍ​ຜູ້ອາວຸໂສ​ຢ່າງ​ຮຸນແຮງ, ແຕ່​ຈົ່ງ​ຂໍຮ້ອງ​ເພິ່ນ​ເໝືອນດັ່ງ​ເພິ່ນ​ເປັນ​ພໍ່​ຂອງ​ເຈົ້າ. ຈົ່ງ​ປະຕິບັດ​ຕໍ່​ຊາຍໜຸ່ມ​ທີ່​ອາຍຸ​ອ່ອນ​ກວ່າ​ເໝືອນດັ່ງ​ເປັນ​ນ້ອງຊາຍ, ຕໍ່​ແມ່ຍິງ​ຜູ້ອາວຸໂສ​ເໝືອນດັ່ງ​ເພິ່ນ​ເປັນ​ແມ່ ແລະ ຕໍ່​ຍິງ​ໜຸ່ມ​ທີ່​ມີ​ອາຍຸ​ອ່ອນກວ່າ​ເໝືອນດັ່ງ​ເປັນ​ນ້ອງສາວ​ດ້ວຍ​ຄວາມບໍລິສຸດ​ຢ່າງ​ແທ້ຈິງ.

ຈົ່ງ​ນັບຖື​ເອົາໃຈໃສ່​ພວກແມ່ໝ້າຍ​ຜູ້​ທີ່​ຂັດສົນ​ຕາມ​ສົມຄວນ. ແຕ່​ຖ້າ​ແມ່ໝ້າຍ​ຄົນໃດ​ມີ​ລູກ ຫລື ຫລານ ກ່ອນອື່ນໝົດ​ຈະ​ຕ້ອງ​ໃຫ້​ລູກຫລານ​ເຫລົ່ານັ້ນ​ໄດ້​ຮຽນຮູ້​ປະຕິບັດ​ຕາມ​ຫລັກ​ຂອງ​ສາສະໜາ​ໂດຍ​ການ​ເອົາໃຈໃສ່​ເບິ່ງແຍງ​ຄອບຄົວ​ຂອງ​ຕົນ​ເອງ​ອັນ​ເປັນ​ການຕອບແທນ​ແກ່​ພໍ່ແມ່ ແລະ ພໍ່ຕູ້ແມ່ຕູ້, ເພາະ​ການ​ເຮັດ​ເຊັ່ນ​ນີ້​ເປັນ​ທີ່​ພໍໃຈ​ພຣະເຈົ້າ. ແມ່ໝ້າຍ​ຜູ້​ທີ່​ຂັດສົນ​ແທ້ໆ ແລະ ຖືກ​ປະ​ໃຫ້​ຢູ່​ຄົນດຽວ​ນັ້ນ​ກໍ​ໃຫ້​ລາວ​ຕັ້ງ​ຄວາມຫວັງ​ໄວ້​ໃນ​ພຣະເຈົ້າ ແລະ ສືບຕໍ່​ອະທິຖານ ແລະ ຮ້ອງຂໍ​ຕໍ່​ພຣະເຈົ້າ​ທັງ​ກາງເວັນ ແລະ ກາງຄືນ​ໃຫ້​ຊ່ວຍເຫລືອ. ແຕ່​ແມ່ໝ້າຍ​ທີ່​ດຳເນີນຊີວິດ​ຢູ່​ເພື່ອ​ຫາ​ຄວາມສະໜຸກສະໜານ​ນັ້ນ​ກໍ​ຕາຍ​ແລ້ວ​ທັງ​ເປັນ. ຈົ່ງ​ສັ່ງສອນ​ຄົນ​ທັງຫລາຍ​ເຖິງ​ສິ່ງ​ເຫລົ່ານີ້​ດ້ວຍ, ເພື່ອ​ວ່າ​ຈະ​ບໍ່​ມີ​ຜູ້ໃດ​ຖືກ​ຕຳໜິ​ໄດ້. ຖ້າ​ຜູ້ໃດ​ບໍ່​ອຸດໜູນ​ລ້ຽງດູ​ຍາດພີ່ນ້ອງ​ຂອງ​ຕົນ​ໂດຍ​ສະເພາະ​ຄົນ​ໃນ​ຄອບຄົວ​ຂອງ​ຕົນ​ເອງ ຜູ້​ນັ້ນ​ກໍ​ໄດ້​ປະຕິເສດ​ຄວາມເຊື່ອ​ແລ້ວ ແລະ ຮ້າຍ​ກວ່າ​ຄົນ​ທີ່​ບໍ່ເຊື່ອ​ອີກ.

ຢ່າ​ບັນທຶກ​ຊື່​ແມ່ໝ້າຍ​ຄົນ​ໃດ​ລົງ​ໃນ​ທະບຽນ​ຂອງ​ພວກແມ່ໝ້າຍ1 ເວັ້ນໄວ້​ແຕ່​ນາງ​ຈະ​ມີ​ອາຍຸ​ເກີນ​ຫົກສິບ​ປີ ແລະ ສັດຊື່​ຕໍ່​ຜົວ​ຂອງ​ນາງ2 ແລະ ເປັນ​ຜູ້​ທີ່​ມີ​ຊື່ສຽງ​ໃນ​ການ​ເຮັດ​ຄວາມດີ, ເຊັ່ນ​ວ່າ​ລ້ຽງດູ​ລູກໆ, ມີ​ນ້ຳໃຈ​ຕ້ອນຮັບແຂກ, ລ້າງ​ຕີນ​ໃຫ້​ບັນດາ​ຄົນ​ຂອງ​ພຣະເຈົ້າ, ຊ່ວຍເຫລືອ​ບັນດາ​ຜູ້​ທີ່​ຍາກຈົນ ແລະ ອຸທິດ​ຕົນ​ເອງ​ໃນ​ການ​ເຮັດ​ດີ​ທຸກ​ຢ່າງ.

ສ່ວນ​ພວກແມ່ໝ້າຍ​ທີ່​ຍັງ​ໜຸ່ມ​ຢູ່​ນັ້ນ ຢ່າ​ບັນທຶກ​ພວກເຂົາ​ລົງ​ໃນ​ທະບຽນ, ເພາະ​ເມື່ອ​ຄວາມປາຖະໜາ​ທາງ​ຮ່າງກາຍ​ຂອງ​ພວກເຂົາ​ເອົາ​ຊະນະ​ການອຸທິດຕົນ​ຂອງ​ພວກເຂົາ​ແກ່​ພຣະຄຣິດເຈົ້າ​ນັ້ນ, ພວກເຂົາ​ກໍ​ຢາກ​ແຕ່ງງານ​ອີກ. ອັນ​ເປັນ​ເຫດ​ໃຫ້​ພວກເຮົາ​ຖືກ​ພິພາກສາ​ເພາະ​ລະເມີດ​ຄຳປະຕິຍານ​ຂອງ​ຕົນ​ທີ່​ໃຫ້​ໄວ້​ແຕ່​ທຳອິດ. ນອກຈາກ​ນີ້ ພວກເຂົາ​ຈະ​ມີ​ນິໄສ​ຂີ້ຄ້ານ​ທຽວ​ໄປ​ເຮືອນ​ນັ້ນ​ເຮືອນ​ນີ້ ແລະ ບໍ່​ພຽງ​ແຕ່​ພວກເຂົາ​ກາຍເປັນ​ຄົນຂີ້ຄ້ານ​ເທົ່ານັ້ນ​ແຕ່​ຍັງ​ມັກ​ເວົ້າຂວັນນິນທາ ແລະ ມັກຫຍຸ້ງເລື່ອງຄົນອື່ນ ເວົ້າ​ສິ່ງ​ທີ່​ບໍ່​ຄວນ​ເວົ້າ. ດັ່ງນັ້ນ ເຮົາ​ຈຶ່ງ​ຂໍ​ແນະນຳ​ບັນດາ​ແມ່ໝ້າຍ​ໜຸ່ມ​ໃຫ້​ແຕ່ງງານ, ໃຫ້​ມີ​ລູກ, ໃຫ້​ເບິ່ງແຍງ​ເຮືອນ​ຂອງ​ຕົນ ແລະ ເພື່ອ​ບໍ່​ໃຫ້​ສັດຕູ​ມີ​ໂອກາດ​ໃສ່ຮ້າຍປ້າຍສີ​ໄດ້. ແທ້ຈິງ​ແລ້ວ​ກໍ​ມີ​ແມ່ໝ້າຍ​ບາງຄົນ​ໄດ້​ຫລົງ​ຕິດຕາມ​ມານຊາຕານ​ໄປ​ແລ້ວ.

ຖ້າ​ແມ່ຍິງ​ຄົນ​ໃດ​ທີ່​ເປັນ​ຜູ້ທີ່ເຊື່ອ​ມີ​ແມ່ໝ້າຍ​ຢູ່​ໃນ​ການ​ເບິ່ງແຍງ​ຂອງ​ນາງ ນາງ​ກໍ​ຄວນ​ສືບຕໍ່​ຊ່ວຍເຫລືອ​ພວກເຂົາ ແລະ ຢ່າ​ປ່ອຍ​ພວກເຂົາ​ໃຫ້​ເປັນ​ພາລະ​ຂອງ​ຄຣິສຕະຈັກ, ເພື່ອ​ວ່າ​ຄຣິສຕະຈັກ​ຈະ​ສາມາດ​ຊ່ວຍເຫລືອ​ບັນດາ​ແມ່ໝ້າຍ​ຜູ້​ທີ່​ຂັດສົນ​ແທ້ໆ.

ພວກ​ຜູ້ປົກຄອງ​ທີ່​ບໍລິຫານ​ກິດຈະການ​ຂອງ​ຄຣິສຕະຈັກ​ໄດ້​ດີ​ກໍ​ສົມຄວນ​ໄດ້​ຮັບ​ກຽດ​ເປັນ​ສອງ​ເທົ່າ, ໂດຍ​ສະເພາະ​ບັນດາ​ຜູ້​ທີ່​ເຮັດ​ໜ້າທີ່​ເທດສະໜາ ແລະ ສັ່ງສອນ. ເພາະ​ພຣະຄຳພີ​ກ່າວ​ວ່າ, “ຢ່າ​ເອົາ​ປອກ​ສຸບ​ໃສ່​ປາກ​ງົວ​ໃນ​ຂະນະ​ທີ່​ມັນ​ກຳລັງ​ນວດ​ເມັດພືດ​ຢູ່”3 ແລະ “ຄົນງານ​ກໍ​ສົມຄວນ​ໄດ້​ຮັບ​ຄ່າຈ້າງ​ຂອງ​ຕົນ”.4 ຢ່າ​ຮັບ​ເອົາ​ຄຳກ່າວຫາ​ໃສ່​ຜູ້ປົກຄອງ​ຄົນ​ໃດ​ເວັ້ນ​ແຕ່​ຈະ​ມີ​ພະຍານ​ສອງ ຫລື ສາມ​ຄົນ. ແຕ່​ບັນດາ​ຜູ້ປົກຄອງ​ຜູ້​ທີ່​ເຮັດ​ບາບ​ນັ້ນ​ເຈົ້າ​ຈົ່ງ​ກ່າວ​ຕັກເຕືອນ​ຕໍ່ໜ້າ​ຄົນ​ທັງຫລາຍ, ເພື່ອ​ວ່າ​ຄົນ​ອື່ນໆ​ຈະ​ໄດ້​ລະວັງ. ເຮົາ​ຮຽກຮ້ອງ​ເຈົ້າ​ຕໍ່ໜ້າ​ພຣະເຈົ້າ ແລະ ພຣະຄຣິດເຈົ້າເຢຊູ ແລະ ຕໍ່ໜ້າ​ບັນດາ​ເທວະດາ​ທີ່​ໄດ້​ເລືອກ​ໄວ້, ໃຫ້​ຢຶດຖື​ຄຳແນະນຳ​ເຫລົ່ານີ້​ໂດຍ​ບໍ່​ລຳອຽງ ແລະ ຢ່າ​ເຮັດ​ສິ່ງໃດ​ດ້ວຍ​ຄວາມລໍາອຽງ.

ຢ່າ​ຟ້າວ​ວາງມື​ໃສ່​ຜູ້ໃດ, ແລະ ຢ່າ​ມີ​ສ່ວນຮ່ວມ​ໃນ​ຄວາມບາບ​ຂອງ​ຄົນ​ອື່ນ. ຈົ່ງ​ຮັກສາ​ຕົນ​ເອງ​ໃຫ້​ບໍລິສຸດ.

ຕັ້ງ​ແຕ່​ນີ້​ໄປ ຢ່າ​ດື່ມ​ແຕ່​ນ້ຳ, ຈົ່ງ​ປົນ​ເຫລົ້າອະງຸ່ນ​ເລັກນ້ອຍ ເພາະ​ຍ້ອນ​ກະເພາະອາຫານ​ຂອງ​ເຈົ້າ ແລະ ຄວາມເຈັບປ່ວຍ​ທີ່​ເຈົ້າ​ເປັນ​ຢູ່​ເລື້ອຍໆ​ນັ້ນ.

ຄວາມບາບ​ຂອງ​ບາງຄົນ​ກໍ​ປາກົດແຈ້ງ​ນຳ​ໜ້າ​ພວກເຂົາ​ໄປ​ສູ່​ສະຖານທີ່​ແຫ່ງ​ການພິພາກສາ, ສ່ວນ​ຄວາມບາບ​ຂອງ​ບາງຄົນ​ກໍ​ຕາມ​ພວກເຂົາ​ມາ​ໃນ​ພາຍຫລັງ. ໃນ​ທຳນອງ​ດຽວ​ກັນ​ນັ້ນ ການ​ເຮັດດີ​ຍ່ອມ​ປາກົດແຈ້ງ ແລະ ເຖິງ​ແມ່ນ​ວ່າ​ການ​ເຫລົ່ານັ້ນ​ບໍ່​ປາກົດແຈ້ງ​ກໍ​ບໍ່​ສາມາດ​ເຊື່ອງ​ໄວ້​ໄດ້​ຕະລອດໄປ.

Source notes (4)
  1. Footnote ຫລື ທະບຽນ​ຮັບ​ການອຸປະຖຳ
  2. Footnote ຫລື ມີ​ຜົວ​ພຽງ​ຄົນ​ດຽວ
  3. Footnote ພບຍ 25:4
  4. Footnote ລກ 10:7

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.