Skip to content
BibleKenya

Biblica® Open Lao Contemporary Version

1 ຕີໂມທຽວ 3

ຄຸນສົມບັດ​ຂອງ​ບັນດາ​ຜູ້ປົກຄອງ ແລະ ບັນດາ​ຜູ້ດູແລ

ນີ້​ເປັນ​ຄຳກ່າວ​ທີ່​ເຊື່ອຖືໄດ້​ຄື: ຖ້າ​ຜູ້ໃດ​ກໍ​ຕາມ​ປາຖະໜາ​ທີ່​ຈະ​ເປັນ​ຜູ້ປົກຄອງ1​ໃນ​ຄຣິສຕະຈັກ ຜູ້​ນັ້ນ​ກໍ​ປາຖະໜາ​ການງານ​ອັນ​ສູງສົ່ງ. ສ່ວນ​ຜູ້ປົກຄອງ​ໃນ​ຄຣິສຕະຈັກ​ນັ້ນ​ຕ້ອງ​ເປັນ​ຜູ້​ທີ່​ປາດສະຈາກ​ຕຳໜິ, ເປັນ​ຜູ້​ສັດຊື່​ຕໍ່​ເມຍ​ຂອງ​ຕົນ, ຮູ້ຈັກ​ຄວບຄຸມ​ອາລົມ, ຮູ້ຈັກ​ບັງຄັບ​ຕົນ​ເອງ, ໜ້ານັບຖື, ມີ​ນ້ຳໃຈ​ຕ້ອນຮັບແຂກ, ສາມາດ​ທີ່​ຈະ​ສອນ​ຄົນ​ອື່ນ​ໄດ້, ບໍ່​ດື່ມເຫລົ້າ​ມຶນເມົາ, ບໍ່​ຮຸນແຮງ​ແຕ່​ສຸພາບອ່ອນໂຍນ, ບໍ່​ເປັນ​ຄົນ​ມັກ​ຜິດຖຽງກັນ, ບໍ່ເປັນຄົນຮັກເງິນ. ລາວ​ຕ້ອງ​ເບິ່ງແຍງ​ຈັດການ​ຄອບຄົວ​ຂອງ​ຕົນ​ເອງ​ໄດ້​ດີ ແລະ ເຫັນ​ວ່າ​ພວກລູກ​ກໍ​ເຊື່ອຟັງ​ລາວ ແລະ ລາວ​ຈະຕ້ອງ​ເຮັດ​ຢ່າງ​ນັ້ນ​ໃຫ້​ສົມຄວນ​ແກ່​ການນັບຖື. (ຖ້າ​ຜູ້ໃດ​ບໍ່​ຮູ້​ວິທີ​ເບິ່ງແຍງ​ຈັດການ​ຄອບຄົວ​ຂອງ​ຕົນ​ເອງ​ແລ້ວ, ລາວ​ຈະ​ສາມາດ​ເບິ່ງແຍງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໄດ້​ຢ່າງໃດ?) ລາວ​ຕ້ອງ​ບໍ່​ເປັນ​ຜູ້​ທີ່​ຫາ​ກໍ​ກັບໃຈ​ມາ​ເຊື່ອ, ບໍ່​ດັ່ງນັ້ນ​ລາວ​ອາດ​ຈະ​ກາຍເປັນ​ຄົນ​ອວດໂຕ​ຈອງຫອງ ແລະ ຕົກ​ຢູ່​ພາຍໃຕ້​ການພິພາກສາ​ເໝືອນ​ກັບ​ມານຮ້າຍ​ນັ້ນ. ລາວ​ຕ້ອງ​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ຄົນ​ພາຍນອກ, ເພື່ອ​ວ່າ​ລາວ​ຈະ​ໄດ້​ບໍ່​ຕົກ​ເຂົ້າ​ໄປ​ໃນ​ຄວາມອັບອາຍ ແລະ ຕົກ​ເຂົ້າ​ໄປ​ໃນ​ກັບດັກ​ຂອງ​ມານຮ້າຍ.

ໃນ​ທຳນອງ​ດຽວ​ກັນ, ຜູ້ດູແລ2​ຄວນ​ເປັນ​ຄົນ​ທີ່​ໜ້ານັບຖື, ເປັນ​ຄົນ​ຈິງໃຈ, ບໍ່​ດື່ມ​ເຫລົ້າ ແລະ ບໍ່​ຫາ​ປະໂຫຍດ​ໃນ​ທາງ​ທີ່​ບໍ່​ສັດຊື່. ພວກເຂົາ​ຕ້ອງ​ຢຶດໝັ້ນ​ໃນ​ຄວາມຈິງ​ອັນ​ເລິກເຊິ່ງ​ຂອງ​ຄວາມເຊື່ອ​ດ້ວຍ​ຈິດສຳນຶກ​ອັນ​ໃສ​ສະອາດ. ພວກເຂົາ​ຕ້ອງ​ຖືກ​ທົດສອບ​ກ່ອນ ແລະ ເມື່ອ​ເຫັນ​ວ່າ​ບໍ່ມີຂໍ້ບົກຜ່ອງ​ແລ້ວ​ຈຶ່ງ​ໃຫ້​ພວກເຂົາ​ເຮັດ​ໜ້າທີ່​ຜູ້ດູແລ​ໄດ້.

ໃນ​ທຳນອງ​ດຽວ​ກັນ, ພວກແມ່ຍິງ3​ຕ້ອງ​ເປັນ​ຄົນ​ທີ່​ໜ້ານັບຖື, ບໍ່​ເວົ້າ​ຫຍາບຄາຍ, ແຕ່​ຮູ້ຈັກ​ຄວບຄຸມ​ອາລົມ ແລະ ເຊື່ອຖືໄດ້​ໃນ​ທຸກສິ່ງ.

ຜູ້ດູແລ​ຕ້ອງ​ສັດຊື່​ຕໍ່​ເມຍ​ຂອງ​ຕົນ ແລະ ຕ້ອງ​ເບິ່ງແຍງ​ບັນດາ​ລູກ ແລະ ຄົວເຮືອນ​ຂອງ​ຕົນ​ໄດ້​ເປັນ​ຢ່າງ​ດີ. ບັນດາ​ຜູ້​ທີ່​ຮັບໃຊ້​ດີ​ກໍ​ໄດ້​ຮັບ​ກຽດ​ຫລາຍ ແລະ ມີ​ຄວາມຫມັ້ນໃຈ​ຢ່າງ​ຫລວງຫລາຍ​ໃນ​ຄວາມເຊື່ອ​ຂອງ​ຕົນ​ໃນ​ພຣະຄຣິດເຈົ້າເຢຊູ.

ເຖິງ​ແມ່ນ​ເຮົາ​ຫວັງ​ວ່າ​ຈະ​ມາ​ຫາ​ພວກເຈົ້າ​ໃນ​ອີກ​ບໍ່​ດົນ​ນີ້, ແຕ່​ເຮົາ​ກໍ​ຂຽນ​ຄຳແນະນຳ​ເຫລົ່ານີ້​ມາ​ຫາ​ພວກເຈົ້າ ເພື່ອ​ວ່າ, ຖ້າ​ເຮົາ​ມາ​ຊ້າ, ພວກເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ​ຄົນ​ທັງຫລາຍ​ຄວນ​ປະພຶດຕົນ​ຢ່າງ​ໃດ​ໃນ​ຄົວເຮືອນ​ຂອງ​ພຣະເຈົ້າ ຄື​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່​ອັນ​ເປັນ​ເສົາ​ຫລັກ ແລະ ຮາກຖານ​ແຫ່ງ​ຄວາມຈິງ. ຂໍ້​ເລິກລັບ​ແຫ່ງ​ທາງ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ເໜືອ​ຂໍ້​ຂ້ອງ​ໃຈ​ທັງປວງ​ຄື:

ພຣະອົງ4​ໄດ້​ປາກົດ​ໃນ​ສະພາບ​ມະນຸດ5

ໄດ້​ຮັບ​ການພິສູດ​ໂດຍ​ພຣະວິນຍານ,

ບັນດາ​ເທວະດາ​ກໍ​ໄດ້​ເຫັນ,

ໄດ້​ຖືກ​ປະກາດ​ໃນ​ທ່າມກາງ​ປະຊາຊາດ,

ຄົນ​ໃນ​ໂລກ​ໄດ້​ເຊື່ອ​ໃນ​ພຣະອົງ,

ໄດ້​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າລາສີ.

Source notes (5)
  1. Footnote ໂດຍ​ປົກກະຕິ​ແປ​ວ່າ ບິຊອບ ເຊັ່ນ​ດຽວ​ກັບ​ຂໍ້ 2
  2. Footnote ຄຳ​ວ່າ ຜູ້ດູແລ
  3. Footnote ເມຍ​ຂອງ​ຜູ້ດູແລ ຫລື ຜູ້ຍິງ​ທີ່​ເປັນ​ຜູ້ດູແລ
  4. Footnote ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍມື​ບາງ​ສະບັບ​ວ່າ ພຣະເຈົ້າ
  5. Footnote ຫລື ໃນ​ເນື້ອໜັງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.