Biblica® Open Lao Contemporary Version
1 ເທສະໂລນິກ 5:16
Verse 16 is marked below, with the whole chapter around it. Read from the start
ວັນຂອງອົງພຣະຜູ້ເປັນເຈົ້າ
ບັດນີ້ ພີ່ນ້ອງທັງຫລາຍເອີຍ, ພວກເຮົາບໍ່ຈຳເປັນຕ້ອງຂຽນບອກພວກເຈົ້າກ່ຽວກັບເວລາ ແລະ ວັນ, ເພາະພວກເຈົ້າກໍຮູ້ດີແລ້ວວ່າວັນຂອງອົງພຣະຜູ້ເປັນເຈົ້າຈະມາເໝືອນດັ່ງຂະໂມຍມາໃນເວລາກາງຄືນ. ໃນຂະນະທີ່ຄົນທັງຫລາຍກຳລັງເວົ້າກັນວ່າ, “ສະຫງົບສຸກ ແລະ ປອດໄພ” ເມື່ອນັ້ນຄວາມພິນາດກໍຈະມາເຖິງພວກເຂົາໃນທັນທີ, ເໝືອນດັ່ງການເຈັບທ້ອງເກີດລູກຂອງແມ່ຍິງຖືພາ ແລະ ພວກເຂົາກໍຈະໜີບໍ່ພົ້ນ.
ແຕ່ພີ່ນ້ອງທັງຫລາຍເອີຍ, ພວກເຈົ້າບໍ່ໄດ້ຢູ່ໃນຄວາມມືດ, ດັ່ງນັ້ນ ວັນນີ້ຈະບໍ່ເຮັດໃຫ້ພວກເຈົ້າປະຫລາດໃຈເໝືອນດັ່ງຂະໂມຍມາ. ພວກເຈົ້າທຸກຄົນເປັນລູກຂອງຄວາມສະຫວ່າງ ແລະ ເປັນລູກຂອງກາງເວັນ. ພວກເຮົາບໍ່ໄດ້ເປັນຂອງກາງຄືນ ຫລື ຂອງຄວາມມືດ. ດັ່ງນັ້ນ ຢ່າໃຫ້ພວກເຮົາເປັນເໝືອນຄົນອື່ນໆທີ່ນອນຫລັບຢູ່, ແຕ່ພວກເຮົາຈົ່ງຕື່ນຕົວ ແລະ ມີສະຕິຢູ່. ເພາະຜູ້ທີ່ນອນຫລັບກໍຫລັບໃນເວລາກາງຄືນ, ຜູ້ທີ່ເມົາເຫລົ້າກໍເມົາໃນເວລາກາງຄືນ. ແຕ່ເພາະພວກເຮົາເປັນຂອງກາງເວັນ ພວກເຮົາຈົ່ງມີສະຕິຢູ່, ສວມຄວາມເຊື່ອ ແລະ ຄວາມຮັກເປັນເສື້ອເກາະປ້ອງກັນເອິກໄວ້, ມີຄວາມຫວັງໃນຄວາມພົ້ນເປັນໝວກເກາະ. ເພາະພຣະເຈົ້າບໍ່ໄດ້ກຳນົດໃຫ້ພວກເຮົາຕ້ອງປະເຊີນຕໍ່ຄວາມໂກດຮ້າຍ ແຕ່ໃຫ້ຮັບຄວາມພົ້ນໂດຍທາງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ. ພຣະອົງໄດ້ຕາຍເພື່ອພວກເຮົາ ເພື່ອວ່າ, ບໍ່ວ່າພວກເຮົາຍັງມີຊີວິດຢູ່ ຫລື ຕາຍໄປແລ້ວກໍຕາມ, ພວກເຮົາກໍຈະມີຊີວິດຢູ່ຮ່ວມກັບພຣະອົງ. ເຫດສະນັ້ນ ຈົ່ງໜູນໃຈເຊິ່ງກັນແລະກັນ ແລະ ເສີມສ້າງກັນຂຶ້ນ ເໝືອນດັ່ງທີ່ພວກເຈົ້າກຳລັງເຮັດຢູ່.
ຄຳແນະນຳສຸດທ້າຍ
ພີ່ນ້ອງທັງຫລາຍເອີຍ, ພວກເຮົາຂໍໃຫ້ພວກເຈົ້ານັບຖືຜູ້ທີ່ເຮັດວຽກໜັກໃນທ່າມກາງພວກເຈົ້າ, ຜູ້ທີ່ຫ່ວງໃຍພວກເຈົ້າໃນອົງພຣະຜູ້ເປັນເຈົ້າ ແລະ ຜູ້ທີ່ຕັກເຕືອນພວກເຈົ້າ. ຈົ່ງຮັກ ແລະ ເຄົາລົບພວກເພິ່ນເຫລົ່ານັ້ນຢ່າງສູງເພາະການງານທີ່ພວກເພິ່ນໄດ້ເຮັດ. ຈົ່ງຢູ່ຮ່ວມກັນຢ່າງສະຫງົບສຸກ. ພີ່ນ້ອງທັງຫລາຍເອີຍ, ພວກເຮົາຂໍໃຫ້ພວກເຈົ້າຕັກເຕືອນຜູ້ທີ່ຂີ້ຄ້ານ ແລະ ມັກສ້າງຄວາມວຸ້ນວາຍ, ໃຫ້ໜູນໃຈຜູ້ທີ່ທໍ້ໃຈ, ຊ່ວຍເຫລືອຜູ້ທີ່ອ່ອນແອ, ອົດທົນກັບທຸກຄົນ. ຢ່າໃຫ້ມີຜູ້ໃດເຮັດຊົ່ວຕອບແທນການຊົ່ວ, ແຕ່ຈົ່ງພະຍາຍາມເຮັດດີຕໍ່ກັນແລະກັນ ແລະ ເຮັດດີຕໍ່ທຸກຄົນສະເໝີ.
ຈົ່ງຊົມຊື່ນຍິນດີຢູ່ສະເໝີ, ຈົ່ງອະທິຖານຢູ່ບໍ່ຂາດ, ຈົ່ງໂມທະນາຂອບພຣະຄຸນໃນທຸກສະຖານະການ ເພາະນີ້ຄືຄວາມປະສົງຂອງພຣະເຈົ້າສຳລັບພວກເຈົ້າທັງຫລາຍໃນພຣະຄຣິດເຈົ້າເຢຊູ.
ຢ່າຫັກຫ້າມພຣະວິນຍານ, ຢ່າປະໝາດຄຳເຜີຍພຣະຄຳ. ແຕ່ຈົ່ງທົດສອບທຸກສິ່ງ. ຈົ່ງຢຶດໝັ້ນໃນສິ່ງທີ່ດີ. ຈົ່ງປະຕິເສດຄວາມຊົ່ວທຸກຢ່າງ.
ຂໍໃຫ້ພຣະເຈົ້າເອງຜູ້ເປັນພຣະເຈົ້າແຫ່ງສັນຕິສຸກຊຳລະພວກເຈົ້າໃຫ້ບໍລິສຸດໃນທຸກດ້ານ. ຂໍໃຫ້ທັງວິນຍານ, ຈິດໃຈ ແລະ ຮ່າງກາຍຂອງພວກເຈົ້າບໍ່ມີຕຳໜິໃນວັນທີ່ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາມາ. ພຣະອົງຜູ້ເອີ້ນພວກເຈົ້ານັ້ນສັດຊື່ ແລະ ພຣະອົງຈະກະທຳຕາມທີ່ໄດ້ກ່າວໄວ້.
ພີ່ນ້ອງທັງຫລາຍເອີຍ, ຈົ່ງອະທິຖານເພື່ອພວກເຮົາດ້ວຍ.
ຈົ່ງທັກທາຍຄົນຂອງພຣະເຈົ້າດ້ວຍການຈູບອັນບໍລິສຸດ.
ເຮົາຂໍຮ້ອງພວກເຈົ້າຕໍ່ໜ້າອົງພຣະຜູ້ເປັນເຈົ້າໃຫ້ອ່ານຈົດໝາຍນີ້ໃຫ້ພີ່ນ້ອງທຸກຄົນຟັງ.
ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຈົ່ງສະຖິດຢູ່ກັບພວກເຈົ້າທັງຫລາຍ!
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.