Biblica® Open Lao Contemporary Version
1 ເທສະໂລນິກ 4
ດຳເນີນຊີວິດເພື່ອໃຫ້ພຣະເຈົ້າພໍໃຈ
ສຸດທ້າຍນີ້ ພີ່ນ້ອງທັງຫລາຍເອີຍ, ພວກເຮົາໄດ້ສັ່ງສອນພວກເຈົ້າແລ້ວວ່າຈະດຳເນີນຊີວິດຢ່າງໃດເພື່ອໃຫ້ພຣະເຈົ້າພໍໃຈ ຕາມຄວາມເປັນຈິງພວກເຈົ້າກໍເຮັດເຊັ່ນນັ້ນຢູ່ແລ້ວ. ບັດນີ້ ພວກເຮົາຂໍຮ້ອງພວກເຈົ້າ ແລະ ຊັກຊວນພວກເຈົ້າໃນພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າໃຫ້ເຮັດສິ່ງນີ້ຫລາຍກວ່າເກົ່າອີກ ເພາະພວກເຈົ້າຮູ້ເຖິງຄຳສັ່ງສອນຕ່າງໆທີ່ພວກເຮົາໄດ້ມອບໃຫ້ແກ່ພວກເຈົ້າໂດຍສິດທິອຳນາດຂອງພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າ.
ພຣະເຈົ້າປະສົງໃຫ້ພວກເຈົ້າໄດ້ຮັບການຊຳລະໃຫ້ບໍລິສຸດຄື: ໃຫ້ພວກເຈົ້າຫລີກເວັ້ນຈາກການຜິດສິນທຳທາງເພດ, ພວກເຈົ້າແຕ່ລະຄົນຈະຕ້ອງຮູ້ຈັກຄວບຄຸມຮ່າງກາຍຂອງຕົນ1ໃນທາງທີ່ບໍລິສຸດ ແລະ ໜ້ານັບຖື, ບໍ່ແມ່ນມົວເມົາໃນລາຄະຕັນຫາເໝືອນຄົນທີ່ບໍ່ຮູ້ຈັກພຣະເຈົ້າ ແລະ ຢ່າໃຫ້ຜູ້ໃດລ່ວງເກີນ ຫລື ເຮັດຜິດຕໍ່ພີ່ນ້ອງໃນເລື່ອງນີ້. ອົງພຣະຜູ້ເປັນເຈົ້າຈະລົງໂທດທຸກຄົນທີ່ເຮັດບາບຢ່າງນັ້ນ ຕາມທີ່ພວກເຮົາໄດ້ບອກ ແລະ ໄດ້ເຕືອນພວກເຈົ້າໄວ້ກ່ອນແລ້ວ. ເພາະພຣະເຈົ້າບໍ່ໄດ້ເອີ້ນພວກເຮົາໃຫ້ເປັນຄົນມີມົນທິນ ແຕ່ໃຫ້ພວກເຮົາດຳເນີນຊີວິດທີ່ບໍລິສຸດ. ເຫດສະນັ້ນ ຜູ້ໃດກໍຕາມທີ່ປະຕິເສດຄຳສອນນີ້ກໍບໍ່ໄດ້ປະຕິເສດມະນຸດແຕ່ປະຕິເສດພຣະເຈົ້າຜູ້ມອບພຣະວິນຍານບໍລິສຸດເຈົ້າຂອງພຣະອົງໃຫ້ແກ່ພວກເຈົ້າທັງຫລາຍ.
ບັດນີ້ ພວກເຮົາບໍ່ຈຳເປັນຈະຂຽນເຖິງພວກເຈົ້າກ່ຽວກັບຄວາມຮັກລະຫວ່າງພີ່ນ້ອງ ເພາະພຣະເຈົ້າສອນພວກເຈົ້າເອງໃຫ້ຮັກເຊິ່ງກັນແລະກັນຢູ່ແລ້ວ. ແລະ ຕາມເປັນຄວາມຈິງແລ້ວ ພວກເຈົ້າກໍຮັກຄອບຄົວຂອງພຣະເຈົ້າທັງໝົດທົ່ວແຂວງມາເກໂດເນຍ. ແຕ່ເຖິງຢ່າງໃດກໍຕາມ ພີ່ນ້ອງທັງຫລາຍເອີຍ, ພວກເຮົາຂໍໃຫ້ພວກເຈົ້າຮັກພີ່ນ້ອງໃຫ້ຫລາຍຂຶ້ນອີກ. ແລະ ພວກເຈົ້າຈົ່ງມຸ່ງໝັ້ນວ່າຈະດຳເນີນຊີວິດຢ່າງສະຫງົບຄື: ພວກເຈົ້າຈະຕ້ອງເອົາໃຈໃສ່ທຸລະກິດຂອງຕົນເອງ ແລະ ລົງມືເຮັດວຽກເອງເໝືອນດັ່ງທີ່ພວກເຮົາໄດ້ບອກພວກເຈົ້າໄວ້ແລ້ວນັ້ນ, ເພື່ອວ່າການດຳເນີນຊີວິດປະຈຳວັນຂອງພວກເຈົ້າຈະເປັນທີ່ນັບຖືຂອງຄົນພາຍນອກ ແລະ ເພື່ອວ່າພວກເຈົ້າຈະບໍ່ຕ້ອງເພິ່ງພາຄົນອື່ນ.
ຜູ້ເຊື່ອທີ່ຕາຍໄປແລ້ວ
ພີ່ນ້ອງທັງຫລາຍເອີຍ, ພວກເຮົາຢາກໃຫ້ພວກເຈົ້າຮູ້ຈັກຄວາມຈິງກ່ຽວກັບຄົນທີ່ລ່ວງລັບໄປແລ້ວນັ້ນ ເພື່ອວ່າພວກເຈົ້າຈະບໍ່ໂສກເສົ້າເສຍໃຈເໝືອນຄົນອື່ນໆຜູ້ທີ່ບໍ່ມີຄວາມຫວັງ. ເພາະພວກເຮົາເຊື່ອວ່າພຣະເຢຊູເຈົ້າໄດ້ຕາຍ ແລະ ໄດ້ເປັນຄືນມາອີກ, ພວກເຮົາຈຶ່ງເຊື່ອວ່າພຣະເຈົ້າຈະນຳເອົາບັນດາຜູ້ທີ່ຫລັບໄປໃນພຣະເຢຊູເຈົ້ານັ້ນມາດ້ວຍກັນກັບພຣະອົງອີກ. ພວກເຮົາຂໍບອກພວກເຈົ້າຕາມຖ້ອຍຄຳຂອງອົງພຣະຜູ້ເປັນເຈົ້າວ່າພວກເຮົາຜູ້ທີ່ຍັງມີຊີວິດ, ຜູ້ທີ່ຍັງຫລືອຢູ່ຈົນເຖິງການກັບມາຂອງອົງພຣະຜູ້ເປັນເຈົ້ານັ້ນ ຈະບໍ່ລ່ວງໜ້າໄປກ່ອນຜູ້ທີ່ຫລັບໄປແລ້ວຢ່າງແນ່ນອນ. ເພາະອົງພຣະຜູ້ເປັນເຈົ້າເອງຈະລົງມາຈາກສະຫວັນດ້ວຍສຽງຄຳສັ່ງດັງກ້ອງ ດ້ວຍສຽງແຫ່ງອັກຄະເທວະດາ ແລະ ດ້ວຍສຽງແກເອີ້ນຂອງພຣະເຈົ້າ ແລ້ວຜູ້ທີ່ຕາຍໃນພຣະຄຣິດເຈົ້າຈະເປັນຄືນມາກ່ອນ. ຫລັງຈາກນັ້ນ, ພວກເຮົາຜູ້ທີ່ຍັງມີຊີວິດ ແລະ ຜູ້ທີ່ຍັງເຫລືອຢູ່ກໍຈະຖືກຮັບຂຶ້ນໄປໃນເມກພ້ອມກັບຄົນເຫລົ່ານັ້ນ ເພື່ອພົບກັບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ ແລະ ເພື່ອວ່າພວກເຮົາຈະຢູ່ກັບອົງພຣະຜູ້ເປັນເຈົ້າຕະຫລອດໄປເປັນນິດ. ເຫດສະນັ້ນ ຈົ່ງໃຫ້ໜູນໃຈເຊິ່ງກັນແລະກັນດ້ວຍຂໍ້ຄວາມເຫລົ່ານີ້.
Source notes (1)
- Footnote ຫລື ຮູ້ຈັກທີ່ຈະຢູ່ກັບເມຍຂອງຕົນເອງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.