Biblica® Open Lao Contemporary Version
1 ເທສະໂລນິກ 3
ດັ່ງນັ້ນ ເມື່ອພວກເຮົາທົນຕໍ່ໄປບໍ່ໄດ້ ພວກເຮົາຈຶ່ງຄິດວ່າເປັນການສົມຄວນທີ່ຈະປ່ອຍພວກເຮົາໄວ້ຕາມລຳພັງທີ່ນະຄອນອາແຖນ. ພວກເຮົາໄດ້ສົ່ງຕີໂມທຽວຜູ້ເປັນນ້ອງຊາຍຂອງພວກເຮົາ ແລະ ເປັນເພື່ອນຮ່ວມຮັບໃຊ້ພຣະເຈົ້າ1ໃນການເຜີຍແຜ່ຂ່າວປະເສີດຂອງພຣະຄຣິດເຈົ້າ, ເພື່ອມາເສີມສ້າງ ແລະ ໜູນໃຈພວກເຈົ້າໃນຄວາມເຊື່ອຂອງພວກເຈົ້າ. ເພື່ອບໍ່ໃຫ້ຜູ້ໃດຫວັ່ນໄຫວໄປກັບການກົດຂີ່ຂົ່ມເຫັງເຫລົ່ານີ້. ພວກເຈົ້າກໍຮູ້ດີແລ້ວວ່າພວກເຮົາຖືກກຳນົດໄວ້ແລ້ວເພື່ອການນັ້ນ. ໃນຄວາມເປັນຈິງແລ້ວ, ເມື່ອພວກເຮົາຢູ່ກັບພວກເຈົ້ານັ້ນ ພວກເຮົາກໍໄດ້ບອກພວກເຈົ້າໄວ້ແລ້ວວ່າພວກເຮົາຈະຖືກກົດຂີ່ຂົ່ມເຫັງ ແລ້ວກໍເປັນຈິງຕາມນັ້ນດັ່ງທີ່ພວກເຈົ້າຮູ້ດີຢູ່ແລ້ວ. ດ້ວຍເຫດນີ້ ເມື່ອເຮົາບໍ່ສາມາດທົນຕໍ່ໄປໄດ້ ເຮົາຈຶ່ງໄດ້ສົ່ງຕີໂມທຽວມາເບິ່ງຄວາມເຊື່ອຂອງພວກເຈົ້າ. ເຮົາຢ້ານວ່າຜູ້ທົດລອງ2ໄດ້ລໍ້ລວງພວກເຈົ້າໃນທາງໃດທາງໜຶ່ງແລ້ວ ແລະ ການເຮັດວຽກໜັກຂອງພວກເຮົາກໍອາດຈະເສຍປະໂຫຍດ.
ບົດລາຍງານທີ່ໜູນໃຈຂອງຕີໂມທຽວ
ແຕ່ບັດນີ້ ຕີໂມທຽວກໍໄດ້ກັບມາເຖິງພວກເຮົາແລ້ວ ແລະ ເພິ່ນໄດ້ນຳເອົາຂ່າວດີກ່ຽວກັບຄວາມເຊື່ອ ແລະ ຄວາມຮັກຂອງພວກເຈົ້າ. ເພິ່ນໄດ້ບອກພວກເຮົາວ່າພວກເຈົ້າໄດ້ລະນຶກເຖິງພວກເຮົາໃນດ້ານດີຢູ່ສະເໝີ ແລະ ຢາກເຫັນໜ້າພວກເຮົາເໝືອນດັ່ງທີ່ພວກເຮົາຢາກເຫັນໜ້າພວກເຈົ້າເໝືອນກັນ. ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ, ໃນການທົນທຸກ ແລະ ການຖືກຂົ່ມເຫັງທຸກຢ່າງຂອງພວກເຮົາ ພວກເຮົາໄດ້ຮັບການໜູນໃຈຈາກພວກເຈົ້າເພາະຄວາມເຊື່ອຂອງພວກເຈົ້າ. ບັດນີ້ ພວກເຮົາມີຊີວິດຊີວາແທ້ໆ ເພາະພວກເຈົ້າຕັ້ງໝັ້ນຄົງໃນອົງພຣະຜູ້ເປັນເຈົ້າ. ພວກເຮົາຈະສາມາດຂອບພຣະຄຸນພຣະເຈົ້າສຳລັບພວກເຈົ້າຢ່າງໃດຈຶ່ງຈະສົມກັບຄວາມຊື່ນຊົມຍິນດີທັງຫລາຍທີ່ພວກເຮົາມີຕໍ່ໜ້າພຣະເຈົ້າຂອງພວກເຮົາເພາະຍ້ອນພວກເຈົ້າ? ທັງກາງເວັນ ແລະ ກາງຄືນພວກເຮົາໄດ້ອະທິຖານຢ່າງຈິງຈັງທີ່ສຸດເພື່ອຂໍໃຫ້ພວກເຮົາໄດ້ພົບພວກເຈົ້າອີກ ແລະ ຈະໄດ້ເພີ່ມເຕີມຄວາມເຊື່ອຂອງພວກເຈົ້າໃນສ່ວນທີ່ຍັງຂາດຢູ່ນັ້ນ.
ບັດນີ້ ຂໍພຣະເຈົ້າພຣະບິດາເຈົ້າ ແລະ ພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາເປີດທາງໃຫ້ແກ່ພວກເຮົາທີ່ຈະໄດ້ມາພົບພວກເຈົ້າ. ຂໍອົງພຣະຜູ້ເປັນເຈົ້າເຮັດໃຫ້ຄວາມຮັກຂອງພວກເຈົ້າເພີ່ມພູນຂຶ້ນຈົນໄຫລລົ້ນໄປເຖິງກັນແລະກັນ ແລະ ໄປເຖິງຄົນອື່ນໆ ເໝືອນດັ່ງທີ່ພວກເຮົາຮັກພວກເຈົ້າ. ຂໍພຣະອົງເຮັດໃຫ້ຈິດໃຈຂອງພວກເຈົ້າເຂັ້ມແຂງຂຶ້ນເພື່ອວ່າພວກເຈົ້າຈະບໍ່ມີຕຳໜິ ແລະ ບໍລິສຸດຕໍ່ໜ້າພຣະເຈົ້າພຣະບິດາຂອງພວກເຮົາເມື່ອພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາມາປາກົດພ້ອມກັບຜູ້ບໍລິສຸດທັງປວງຂອງພຣະອົງ.
Source notes (2)
- Footnote ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ນ້ອງຂອງ ພວກ ເຮົາ ແລະ ເປັນ ເພື່ອນຮ່ວມງານ ເອກະສານເກົ່າທີ່ຂຽນດ້ວຍມືສະບັບອື່ນໆວ່າ ນ້ອງຂອງ ພວກ ເຮົາ ແລະ ເປັນ ຜູ້ຮັບໃຊ້ ພຣະ ເຈົ້າ
- Footnote ຫລື ມານຊາຕານ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.