Biblica® Open Lao Contemporary Version
2 ເທສະໂລນິກ 1
ຈົດໝາຍສະບັບນີ້ຈາກເຮົາໂປໂລ, ຊີລາ1 ແລະ ຕີໂມທຽວ,
ເຖິງຄຣິສຕະຈັກຂອງຊາວເທສະໂລນິກໃນພຣະເຈົ້າພຣະບິດາ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາທັງຫລາຍ.
ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຈົ່ງມີແກ່ພວກເຈົ້າທັງຫລາຍ.
ການຂອບພຣະຄຸນ ແລະ ຄຳອະທິຖານ
ພີ່ນ້ອງທັງຫລາຍເອີຍ, ພວກເຮົາຄວນຂອບພຣະຄຸນພຣະເຈົ້າສຳລັບພວກເຈົ້າຢູ່ສະເໝີ ແລະ ເປັນການຖືກຕ້ອງແລ້ວທີ່ເຮັດຢ່າງນັ້ນ ເພາະວ່າຄວາມເຊື່ອຂອງພວກເຈົ້າໄດ້ເພີ່ມຫລາຍຂຶ້ນເລື້ອຍໆ ແລະ ຄວາມຮັກທີ່ພວກເຈົ້າທຸກຄົນມີຕໍ່ກັນກໍເພີ່ມຂຶ້ນ. ເຫດສະນັ້ນ ໃນທ່າມກາງຄຣິສຕະຈັກຕ່າງໆຂອງພຣະເຈົ້າພວກເຮົາໄດ້ອວດເຖິງຄວາມພຽນອົດທົນ ແລະ ຄວາມເຊື່ອຂອງພວກເຈົ້າໃນທ່າມກາງການຂົ່ມເຫັງ ແລະ ການທົດລອງທັງໝົດທີ່ພວກເຈົ້າກຳລັງອົດທົນຢູ່.
ທັງໝົດນີ້ເປັນຫລັກຖານວ່າການພິພາກສາຂອງພຣະເຈົ້ານັ້ນຖືກຕ້ອງ ແລະ ຜົນກໍຄືພວກເຈົ້າຈະໄດ້ຖືກນັບວ່າສົມຄວນກັບອານາຈັກຂອງພຣະເຈົ້າ ເຊິ່ງພວກເຈົ້າກຳລັງທົນທຸກຢູ່ເພື່ອອານາຈັກນັ້ນ. ພຣະເຈົ້າຍຸຕິທຳຄື: ພຣະອົງຈະເອົາຄວາມລຳບາກຄືນສະໜອງແກ່ບັນດາຜູ້ທີ່ເຮັດໃຫ້ພວກເຈົ້າລຳບາກ ແລະ ຈະໃຫ້ການບັນເທົາທຸກແກ່ພວກເຈົ້າທີ່ໄດ້ຮັບຄວາມຍາກລຳບາກ ແລະ ໃຫ້ພວກເຮົາດ້ວຍ. ເຫດການນີ້ຈະເກີດຂຶ້ນເມື່ອພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າປາກົດຈາກສະຫວັນໃນແປວໄຟອັນຮ້ອນກ້າພ້ອມກັບບັນດາເທວະດາຜູ້ມີລິດອຳນາດຂອງພຣະອົງ. ພຣະອົງຈະລົງໂທດບັນດາຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ເຊື່ອຟັງຂ່າວປະເສີດຂອງພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ. ພວກເຂົາຈະຖືກລົງໂທດດ້ວຍຄວາມຈິບຫາຍຕະຫລອດໄປ ຈະຖືກແຍກອອກຈາກການສະຖິດຂອງອົງພຣະຜູ້ເປັນເຈົ້າ ແລະ ແຍກອອກຈາກສະຫງ່າລາສີແຫ່ງລິດທານຸພາບຂອງພຣະອົງ ໃນວັນນັ້ນພຣະອົງຈະມາເພື່ອຮັບກຽດຕິຍົດໃນທ່າມກາງຄົນບໍລິສຸດຂອງພຣະອົງ ແລະ ເພື່ອເປັນທີ່ປະຫລາດໃຈໃນທ່າມກາງຜູ້ທີ່ເຊື່ອທັງຫລາຍ ເຊິ່ງລວມທັງພວກເຈົ້າດ້ວຍ ເພາະພວກເຈົ້າໄດ້ເຊື່ອໃນຄຳພະຍານຂອງພວກເຮົາທີ່ກ່າວແກ່ພວກເຈົ້າ.
ໂດຍຄຳນຶງເຖິງສິ່ງນີ້ ພວກເຮົາຈຶ່ງອະທິຖານເພື່ອພວກເຈົ້າຢູ່ສະເໝີ ຂໍໃຫ້ພຣະເຈົ້າຂອງພວກເຮົານັບວ່າພວກເຈົ້າສົມຄວນກັບການເອີ້ນຂອງພຣະອົງ ແລະ ຂໍໃຫ້ທຸກຄວາມປາຖະໜາອັນດີຂອງພວກເຈົ້າ ແລະ ທຸກການກະທຳທີ່ເກີດຈາກຄວາມເຊື່ອຂອງພວກເຈົ້າບັນລຸຜົນສຳເລັດໂດຍລິດອຳນາດຂອງພຣະອົງ. ພວກເຮົາອະທິຖານເຊັ່ນນີ້ກໍເພື່ອນາມຂອງພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາຈະໄດ້ຮັບກຽດຕິຍົດໃນພວກເຈົ້າທັງຫລາຍ ແລະ ພວກເຈົ້າກໍຈະໄດ້ຮັບກຽດຕິຍົດໃນພຣະອົງຕາມພຣະຄຸນຂອງພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
Source notes (1)
- Footnote ຫລື ຊີນວານັດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.