Biblica® Open Lao Contemporary Version
2 ເທສະໂລນິກ 2
ຄົນນອກກົດໝາຍ
ກ່ຽວກັບການມາຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແລະ ການທີ່ຈະຮວບຮວມເອົາພວກເຮົາທັງຫລາຍໄປຢູ່ກັບພຣະອົງນັ້ນ, ພີ່ນ້ອງທັງຫລາຍເອີຍ, ພວກເຮົາຂໍໃຫ້ພວກເຈົ້າ ຢ່າຫວັ່ນໄຫວງ່າຍ ຫລື ຕື່ນຕົກໃຈກັບຄຳສັ່ງສອນທີ່ອ້າງວ່າມາຈາກພວກເຮົາ ບໍ່ວ່າໂດຍຖ້ອຍຄຳເຜີຍພຣະຄຳ ຫລື ໂດຍຄຳເວົ້າທີ່ອອກຈາກປາກ ຫລື ໂດຍຈົດໝາຍທີ່ອ້າງວ່າມາຈາກພວກເຮົາ ເຊິ່ງລະບຸວ່າວັນຂອງອົງພຣະຜູ້ເປັນເຈົ້າມາເຖິງແລ້ວ. ຢ່າໃຫ້ຜູ້ໃດມາຫລອກລວງພວກເຈົ້າໃນທາງໃດທາງໜຶ່ງ ເພາະວັນນັ້ນຍັງຈະບໍ່ມາເຖິງຈົນກວ່າການກະບົດຈະເກີດຂຶ້ນ ແລະ ຄົນລ່ວງລະເມີດ1ທີ່ຖືກກຳນົດໃຫ້ເຖິງຄວາມຈິບຫາຍນັ້ນມາປາກົດໂຕ. ມັນຈະຕໍ່ຕ້ານ ແລະ ຍົກຕົນເອງຂຶ້ນຢູ່ເໜືອທຸກສິ່ງທີ່ເອີ້ນຊື່ວ່າພຣະເຈົ້າ ຫລື ເປັນທີ່ເຄົາລົບບູຊາ ເພື່ອວ່າມັນຈະຕັ້ງຕົນເອງຂຶ້ນໃນວິຫານຂອງພຣະເຈົ້າ ແລະ ປະກາດຕົນເອງວ່າເປັນພຣະເຈົ້າ.
ພວກເຈົ້າບໍ່ຈື່ບໍວ່າເມື່ອເຮົາຢູ່ກັບພວກເຈົ້ານັ້ນ ເຮົາເຄີຍບອກເລື່ອງນີ້ແກ່ພວກເຈົ້າແລ້ວ? ແລະ ບັດນີ້ພວກເຈົ້າຮູ້ວ່າສິ່ງໃດທີ່ດຶງມັນໄວ້ເພື່ອໃຫ້ມັນມາປາກົດໂຕໃນເວລາທີ່ເໝາະສົມ. ເພາະອຳນາດລັບຂອງຄົນລ່ວງລະເມີດນີ້ກຳລັງທຳງານຢູ່ ແຕ່ຜູ້ທີ່ດຶງມັນໄວ້ໃນຂະນະນີ້ຈະດຶງມັນໄວ້ຕໍ່ໄປຈົນກວ່າມັນຈະຖືກຮັບໄປໃຫ້ພົ້ນທາງ. ເມື່ອນັ້ນຄົນນອກກົດໝາຍນີ້ຈະປາກົດໂຕ ຜູ້ທີ່ພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຈະໂຄ່ນລົ້ມມັນດ້ວຍລົມຈາກປາກຂອງພຣະອົງ ແລະ ທຳລາຍມັນດ້ວຍລັດສະໝີແຫ່ງການມາຂອງພຣະອົງ. ການມາຂອງຄົນນອກກົດໝາຍນີ້ຈະມາໂດຍອຳນາດ2ຂອງຊາຕານ. ມັນຈະໃຊ້ການສະແດງອຳນາດທຸກຮູບແບບຜ່ານທາງໝາຍສຳຄັນ ແລະ ການອັດສະຈັນ ເຊິ່ງລ້ວນແຕ່ຮັບໃຊ້ຄວາມຕົວະ ແລະ ໃຊ້ຄວາມຊົ່ວຮ້າຍທຸກຢ່າງຫລອກລວງບັນດາຜູ້ທີ່ກຳລັງຈະຈິບຫາຍ. ພວກເຂົາຈິບຫາຍເພາະພວກເຂົາປະຕິເສດທີ່ຈະຮັກຄວາມຈິງທີ່ນຳໄປສູ່ຄວາມພົ້ນ. ດ້ວຍເຫດນີ້ ພຣະເຈົ້າຈຶ່ງໄດ້ສົ່ງການຫລອກລວງມາຄອບງຳພວກເຂົາເພື່ອວ່າພວກເຂົາຈະເຊື່ອຄວາມຕົວະ ແລະ ເພື່ອວ່າທຸກຄົນທີ່ບໍ່ຍອມເຊື່ອຄວາມຈິງແຕ່ກັບຊົມຊື່ນຄວາມຊົ່ວຮ້າຍຈະຖືກຕັດສິນລົງໂທດ.
ຕັ້ງໝັ້ນຄົງ
ແຕ່ພວກເຮົາຄວນຂອບພຣະຄຸນພຣະເຈົ້າສຳລັບພວກເຈົ້າຢູ່ສະເໝີ, ພີ່ນ້ອງທັງຫລາຍຜູ້ທີ່ພຣະເຈົ້າຮັກເອີຍ, ເພາະພຣະເຈົ້າເລືອກພວກເຈົ້າໃນຖານະຜົນທຳອິດ3ຂອງພຣະອົງເພື່ອຮັບຄວາມພົ້ນ ໂດຍການຊຳລະໃຫ້ບໍລິສຸດຈາກພຣະວິນຍານ ແລະ ໂດຍການເຊື່ອໃນຄວາມຈິງ. ພຣະອົງໄດ້ເອີ້ນພວກເຈົ້າມາສູ່ສິ່ງນີ້ຜ່ານທາງຂ່າວປະເສີດທີ່ພວກເຮົາປະກາດ ເພື່ອພວກເຈົ້າຈະໄດ້ຮ່ວມໃນສະຫງ່າລາສີຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
ດັ່ງນັ້ນ ພີ່ນ້ອງທັງຫລາຍເອີຍ, ຈົ່ງຕັ້ງໝັ້ນຄົງ ແລະ ຢຶດໝັ້ນໃນຄຳສັ່ງສອນ4 ທີ່ພວກເຮົາໄດ້ຖ່າຍທອດໃຫ້ແກ່ພວກເຈົ້າ ບໍ່ວ່າໂດຍທາງຄຳເວົ້າຈາກປາກຂອງພວກເຮົາ ຫລື ໂດຍທາງຈົດໝາຍ.
ຂໍໃຫ້ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າພຣະບິດາຂອງພວກເຮົາ ຜູ້ຮັກພວກເຮົາ ແລະ ໄດ້ໃຫ້ການໜູນໃຈນິລັນດອນ ແລະ ຄວາມຫວັງອັນດີແກ່ພວກເຮົາໂດຍພຣະຄຸນຂອງພຣະອົງ, ຈະໃຫ້ກຳລັງໃຈພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າເຂັ້ມແຂງຂຶ້ນເພື່ອຈະເຮັດ ແລະ ເວົ້າໃນສິ່ງທີ່ດີທຸກຢ່າງ.
Source notes (4)
- Footnote ຫລື ຄົນບາບ
- Footnote ຫລື ກິດຈະການ
- Footnote ສຳເນົາເກົ່າບາງສະບັບວ່າ: ພຣະເຈົ້າໄດ້ເລືອກພວກເຈົ້າຕັ້ງແຕ່ຕົ້ນ
- Footnote ຫລື ທຳນຽມປະເພນີຕ່າງໆ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.