Skip to content
BibleKenya

Biblica® Open Lao Contemporary Version

1 ໂກຣິນໂທ 5

ການຈັດການ​ກັບ​ກໍລະນີ​ການຜິດສິນທຳທາງເພດ

ແທ້ຈິງແລ້ວ​ໄດ້​ມີ​ລາຍງານ​ມາ​ວ່າ ມີ​ການ​ຜິດສິນທຳທາງເພດ​ໃນ​ທ່າມກາງ​ພວກເຈົ້າ, ເຊິ່ງ​ໃນ​ຮູບແບບ​ທີ່​ແມ່ນແຕ່​ໃນ​ທ່າມກາງ​ຄົນບໍ່ເຊື່ອ​ພຣະເຈົ້າ​ກໍ​ຍັງ​ບໍ່​ອະນຸຍາດ​ໃຫ້​ເກີດຂຶ້ນ​ຄື: ຊາຍ​ຄົນ​ໜຶ່ງ​ນອນ​ກັບ​ເມຍ​ພໍ່​ຂອງ​ຕົນ. ແລະ ພວກເຈົ້າ​ກໍ​ພູມໃຈ! ແທນທີ່​ພວກເຈົ້າ​ຄວນ​ຈະ​ໂສກເສົ້າເສຍໃຈ ແລະ ຂັບໄລ່​ຄົນ​ທີ່​ເຮັດ​ເຊັ່ນນັ້ນ​ອອກຈາກ​ຄວາມສຳພັນ​ຂອງ​ພວກເຈົ້າ​ບໍ່ແມ່ນ​ບໍ? ສຳລັບ​ເຮົາ​ແລ້ວ, ເຖິງແມ່ນວ່າ ກາຍ​ຂອງ​ເຮົາ​ບໍ່​ໄດ້​ຢູ່​ນຳ, ແຕ່​ຈິດໃຈ​ຂອງ​ເຮົາ​ກໍ​ຢູ່​ກັບ​ພວກເຈົ້າ. ເຮົາ​ໄດ້​ຕັດສິນ​ຄົນ​ທີ່​ເຮັດ​ຢ່າງນັ້ນ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ເໝືອນ​ກັບ​ວ່າ​ເຮົາ​ໄດ້​ຢູ່​ນໍາ​ພວກເຈົ້າ. ດັ່ງນັ້ນ ເມື່ອ​ພວກເຈົ້າ​ທັງຫລາຍ​ໄດ້​ປະຊຸມ​ກັນ ແລະ ຈິດໃຈ​ຂອງ​ເຮົາ​ກໍ​ຢູ່​ຮ່ວມ​ກັບ​ພວກເຈົ້າ ແລະ ລິດອຳນາດ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ກໍ​ຢູ່​ນໍາ​ດ້ວຍ, ຈົ່ງ​ມອບ​ຄົນ​ນັ້ນ​ໄວ້​ໃຫ້​ມານຊາຕານ​ທຳລາຍ​ເນື້ອໜັງ1,2 ເພື່ອ​ວ່າ​ຈິດວິນຍານ​ຂອງ​ລາວ​ຈະ​ໄດ້​ພົ້ນ​ໃນ​ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ.

ການ​ອວດອ້າງ​ຂອງ​ພວກເຈົ້າ​ນັ້ນ​ບໍ່​ດີ​ເລີຍ. ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ເຊື້ອແປ້ງ​ພຽງ​ແຕ່​ໜ້ອຍດຽວ​ກໍ​ເຮັດ​ໃຫ້​ແປ້ງນວດ​ທັງ​ກ້ອນ​ຟູຂຶ້ນ? ຈົ່ງ​ກຳຈັດ​ເຊື້ອ​ເກົ່າ​ອອກ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເປັນ​ແປ້ງນວດ​ກ້ອນ​ໃໝ່​ທີ່​ບໍ່​ມີ​ເຊື້ອ ດັ່ງ​ທີ່​ພວກເຈົ້າ​ເປັນ​ຢູ່​ແທ້ຈິງ. ເພາະ​ພຣະຄຣິດເຈົ້າ​ຜູ້​ເປັນ​ລູກແກະ​ປັດສະຄາ​ຂອງ​ພວກເຮົາ​ນັ້ນ ໄດ້​ຖືກ​ຖວາຍບູຊາ​ແລ້ວ. ເຫດສະນັ້ນ, ໃຫ້​ພວກເຮົາ​ຖື​ຮັກສາ​ເທດສະການ​ນີ້​ບໍ່​ແມ່ນ​ດ້ວຍ​ແປ້ງ​ເຂົ້າຈີ່​ເກົ່າ​ທີ່​ມີ​ຄວາມ​ອາຄາດ​ບາດໝາງ ແລະ ຄວາມ​ຊົ່ວຮ້າຍ, ແຕ່​ດ້ວຍ​ເຂົ້າຈີ່​ທີ່​ບໍ່​ມີ​ເຊື້ອ ຄື​ເຂົ້າຈີ່​ແຫ່ງ​ຄວາມຈິງໃຈ ແລະ ຄວາມຈິງ.

ເຮົາ​ໄດ້​ຂຽນ​ຈົດໝາຍ​ມາ​ຫາ​ພວກເຈົ້າ​ເພື່ອ​ບໍ່​ໃຫ້​ຄົບຫາ​ກັບ​ຄົນ​ຜິດສິນທຳທາງເພດ ແຕ່​ບໍ່​ໄດ້​ໝາຍເຖິງ​ປະຊາຊົນ​ຂອງ​ໂລກ​ນີ້​ຜູ້​ທີ່​ຜິດສິນທຳ ຫລື ຜູ້​ທີ່​ມີ​ຄວາມໂລບ ແລະ ຜູ້​ທີ່​ສໍ້ໂກງ ຫລື ຜູ້​ທີ່​ຂາບໄຫວ້​ຮູບເຄົາລົບ. ໃນ​ກໍລະນີ​ນີ້ ພວກເຈົ້າ​ຈະ​ຕ້ອງ​ໄດ້​ອອກ​ຈາກ​ໂລກ​ນີ້. ແຕ່​ບັດນີ້ ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ​ວ່າ ພວກເຈົ້າ​ຕ້ອງ​ບໍ່​ໄປ​ຄົບຫາ​ກັບ​ຄົນ​ທີ່​ອ້າງ​ຕົນ​ເອງ​ວ່າ​ເປັນ​ພີ່ນ້ອງ3 ແຕ່​ຍັງ​ເຮັດ​ຜິດສິນທຳທາງເພດ ຫລື ໂລບ, ເປັນ​ຄົນ​ຂາບໄຫວ້​ຮູບເຄົາລົບ ຫລື ເປັນ​ຄົນ​ໃສ່ຮ້າຍປ້າຍສີ​ຄົນອື່ນ, ເປັນ​ຄົນ​ຂີ້ເຫລົ້າ ຫລື ເປັນ​ຄົນ​ສໍ້ໂກງ. ຄົນ​ແບບ​ນີ້​ບໍ່​ສົມຄວນ​ແມ່ນແຕ່​ຈະ​ຮ່ວມ​ຮັບປະທານ​ອາຫານ​ນໍາ.

ແມ່ນ​ໜ້າທີ່​ຫຍັງ​ຂອງ​ເຮົາ​ທີ່​ຈະ​ຕັດສິນ​ຄົນ​ທີ່​ຢູ່​ພາຍນອກ​ຄຣິສຕະຈັກ​ເຫລົ່ານັ້ນ? ພວກເຈົ້າ​ຈະ​ຕັດສິນ​ຄົນ​ທີ່​ຢູ່​ພາຍໃນ​ເຫລົ່ານັ້ນ​ບໍ່​ແມ່ນ​ບໍ? ພຣະເຈົ້າ​ຈະ​ຕັດສິນ​ຄົນ​ທີ່​ຢູ່​ພາຍນອກ​ເຫລົ່ານັ້ນ. “ຈົ່ງ​ຂັບໄລ່​ຄົນຊົ່ວຮ້າຍ​ອອກໄປ​ຈາກ​ທ່າມກາງ​ພວກເຈົ້າ”.4

Source notes (4)
  1. Footnote ໃນ​ບໍລິບົດ​ຢ່າງ​ນີ້, ໃນ​ພາສາ​ກຣີກ​ສຳລັບ​ຄຳ​ວ່າ (ສາຣະອິສ) ອ້າງອີງ​ໃສ່​ສະພາບ​ທີ່​ເຕັມ​ດ້ວຍ​ບາບ​ຂອງ​ມະນຸດ, ມັກ​ຖືກ​ນຳ​ສະເໜີ​ວ່າ​ເປັນ​ອຳນາດ​ໃນ​ການ​ຕໍ່ຕ້ານ​ຕໍ່​ພຣະວິນຍານ.
  2. Footnote ຫລື ກາຍ​ຂອງ​ລາວ ຫລື ເນື້ອໜັງ
  3. Footnote ໝາຍເຖິງ​ຜູ້ທີ່ເຊື່ອ​ບໍ່​ວ່າ ຍິງ ຫລື ຊາຍ ທີ່​ຢູ່​ໃນ​ຄອບຄົວ​ຂອງ​ພຣະເຈົ້າ
  4. Footnote ພບຍ 17:7; 19:19; 21:21; 22:21,24; 24:7

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.