Biblica® Open Lao Contemporary Version
1 ໂກຣິນໂທ 6
ຄະດີຄວາມໃນທ່າມກາງຜູ້ທີ່ເຊື່ອ
ຖ້າຜູ້ໃດໃນພວກເຈົ້າມີຂໍ້ຂັດແຍ້ງກັນ, ພວກເຈົ້າກ້າເອົາຂໍ້ຂັດແຍ້ງນັ້ນໄປໃຫ້ຄົນບໍ່ເຊື່ອພຣະເຈົ້າຕັດສິນ ແທນທີ່ຈະໃຫ້ຄົນຂອງອົງພຣະຜູ້ເປັນເຈົ້າຕັດສິນບໍ່? ຫລື ພວກເຈົ້າບໍ່ຮູ້ບໍວ່າຄົນຂອງອົງພຣະຜູ້ເປັນເຈົ້າຈະເປັນຜູ້ຕັດສິນໂລກ? ແລະ ຖ້າພວກເຈົ້າຈະເປັນຜູ້ຕັດສິນໂລກ ພວກເຈົ້າບໍ່ມີຄວາມສາມາດທີ່ຈະຕັດສິນຄະດີເລັກນ້ອຍບໍ? ພວກເຈົ້າບໍ່ຮູ້ບໍວ່າພວກເຮົາຈະຕັດສິນບັນດາເທວະດາ? ຫລາຍກວ່ານັ້ນອີກເທົ່າໃດ ພວກເຮົາຍິ່ງສົມຄວນທີ່ຈະຈັດການກັບສິ່ງຕ່າງໆໃນຊີວິດນີ້ ເຫດສະນັ້ນ ຖ້າພວກເຈົ້າມີການຜິດຖຽງກັນໃນເລື່ອງດັ່ງກ່າວນັ້ນ, ພວກເຈົ້າຂໍການຕັດສິນຈາກຄົນເຫລົ່ານັ້ນທີ່ມີວິຖີຊີວິດທີ່ຖືກດູໝິ່ນໃນຄຣິສຕະຈັກບໍ? ເຮົາກ່າວເຊັ່ນນີ້ກໍເພື່ອໃຫ້ພວກເຈົ້າລະອາຍໃຈ. ເປັນໄປໄດ້ບໍທີ່ບໍ່ມີຈັກຄົນໃນທ່າມກາງພວກເຈົ້າມີປັນຍາພໍທີ່ຈະຕັດສິນຄະດີຄວາມໃນລະຫວ່າງບັນດາຜູ້ທີ່ເຊື່ອ? ແຕ່ແທນທີ່, ພີ່ນ້ອງຜູ້ໜຶ່ງນຳເອົາພີ່ນ້ອງຜູ້ໜຶ່ງອີກໄປຂຶ້ນສານ ແລະ ນີ້ແມ່ນຢູ່ຕໍ່ໜ້າບັນດາຄົນທີ່ບໍ່ເຊື່ອ!
ແທ້ຈິງແລ້ວ ທີ່ພວກເຈົ້າມີຄະດີຄວາມກັນໃນທ່າມກາງພວກເຈົ້າ ກໍໝາຍຄວາມວ່າພວກເຈົ້າໄດ້ພ່າຍແພ້ຢ່າງສິ້ນເຊີງແລ້ວ. ເປັນຫຍັງຈຶ່ງບໍ່ຍອມເປັນຝ່າຍຜິດ? ເປັນຫຍັງຈຶ່ງບໍ່ຍອມເປັນຝ່າຍຖືກສໍ້ໂກງ? ແຕ່ພວກເຈົ້າເອງສໍ້ໂກງກັນ ແລະ ເຮັດຜິດ, ພວກເຈົ້າເຮັດສິ່ງເຊັ່ນນີ້ແກ່ບັນດາພີ່ນ້ອງຂອງຕົນ. ຫລື ພວກເຈົ້າບໍ່ຮູ້ບໍວ່າຜູ້ເຮັດຜິດຈະບໍ່ໄດ້ຮັບອານາຈັກຂອງພຣະເຈົ້າເປັນມໍລະດົກ? ຢ່າຫລອກລວງເລີຍ ບໍ່ວ່າຄົນຜິດສິນທຳທາງເພດ ຫລື ຄົນຂາບໄຫວ້ຮູບເຄົາລົບ ຫລື ຄົນຫລິ້ນຊູ້ ຫລື ຜູ້ຊາຍມີເພດສຳພັນກັບຜູ້ຊາຍ1 ຫລື ຄົນຂີ້ລັກ, ຫລື ຄົນໂລບ, ຫລື ຄົນຂີ້ເຫລົ້າ, ຫລື ຄົນໃສ່ຮ້າຍປ້າຍສີ ຫລື ຄົນສໍ້ໂກງ ຈະບໍ່ໄດ້ຮັບອານາຈັກຂອງພຣະເຈົ້າເປັນມໍລະດົກ. ແລະ ບາງຄົນໃນພວກເຈົ້າກໍເຄີຍເປັນຢ່າງນັ້ນ. ແຕ່ພວກເຈົ້າໄດ້ຖືກຊຳລະລ້າງແລ້ວ, ພວກເຈົ້າໄດ້ຖືກຊຳລະໃຫ້ບໍລິສຸດ, ພວກເຈົ້າໄດ້ຖືກນັບເປັນຜູ້ຊອບທຳແລ້ວໃນນາມຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແລະ ໂດຍພຣະວິນຍານຂອງພຣະເຈົ້າຂອງພວກເຮົາ.
ການຜິດສິນທຳທາງເພດ
ພວກເຈົ້າເວົ້າວ່າ, “ເຮົາມີສິດທີ່ຈະເຮັດທຸກສິ່ງໄດ້” ແຕ່ບໍ່ແມ່ນທຸກສິ່ງເປັນປະໂຫຍດ. “ເຮົາມີສິດທີ່ຈະເຮັດທຸກສິ່ງໄດ້” ແຕ່ເຮົາຈະບໍ່ໃຫ້ສິ່ງໃດມາເປັນນາຍ. ພວກເຈົ້າເວົ້າວ່າ, “ອາຫານມີໄວ້ສຳລັບທ້ອງ ແລະ ທ້ອງມີໄວ້ສຳລັບອາຫານ,” ແຕ່ພຣະເຈົ້າຈະທຳລາຍທັງສອງສິ່ງນີ້. ເຖິງຢ່າງໃດກໍຕາມ, ຮ່າງກາຍບໍ່ໄດ້ມີໄວ້ເພື່ອການຜິດສິນທຳທາງເພດ ແຕ່ມີໄວ້ເພື່ອອົງພຣະຜູ້ເປັນເຈົ້າ ແລະ ອົງພຣະຜູ້ເປັນເຈົ້າມີໄວ້ເພື່ອຮ່າງກາຍ. ໂດຍລິດອຳນາດຂອງພຣະອົງນັ້ນ ພຣະເຈົ້າໄດ້ບັນດານໃຫ້ອົງພຣະຜູ້ເປັນເຈົ້າເປັນຄືນມາຈາກຕາຍ ແລະ ພຣະອົງກໍຈະບັນດານໃຫ້ພວກເຮົາທັງຫລາຍເປັນຄືນມາຈາກຕາຍເໝືອນກັນ. ພວກເຈົ້າບໍ່ຮູ້ບໍວ່າ ຮ່າງກາຍຂອງພວກເຈົ້າເປັນອະໄວຍະວະຂອງພຣະຄຣິດເຈົ້າ? ຖ້າເປັນດັ່ງນັ້ນ ສົມຄວນບໍທີ່ເຮົາຈະເອົາອະໄວຍະວະຂອງພຣະຄຣິດເຈົ້າໄປຜູກພັນກັບໂສເພນີ? ຢ່າເປັນຢ່າງນັ້ນເລີຍ! ພວກເຈົ້າບໍ່ຮູ້ບໍວ່າ ຜູ້ທີ່ເອົາຕົນເອງໄປຜູກພັນກັບໂສເພນີ ກໍເປັນອັນດຽວກັນກັບຍິງນັ້ນທາງດ້ານຮ່າງກາຍ? ເພາະມີຖ້ອຍຄຳກ່າວໄວ້ວ່າ, “ພວກເຂົາທັງສອງກໍເປັນກາຍດຽວກັນ”.2 ແຕ່ຜູ້ທີ່ຜູກພັນກັບອົງພຣະຜູ້ເປັນເຈົ້າ ຜູ້ນັ້ນກໍຈະເປັນຄົນດຽວກັນກັບພຣະອົງໃນຈິດວິນຍານ3.
ຈົ່ງຫລີກໜີຈາກການຜິດສິນທຳທາງເພດ. ຄວາມບາບອື່ນໆທັງໝົດທີ່ມະນຸດເຮັດນັ້ນລ້ວນແຕ່ເປັນບາບນອກຮ່າງກາຍ, ແຕ່ຄົນທີ່ເຮັດຜິດບາບທາງເພດ ກໍເຮັດຜິດບາບຕໍ່ຮ່າງກາຍຂອງຕົນເອງ. ພວກເຈົ້າບໍ່ຮູ້ບໍວ່າ ຮ່າງກາຍຂອງພວກເຈົ້າເປັນວິຫານຂອງພຣະວິນຍານບໍລິສຸດເຈົ້າ ຜູ້ສະຖິດໃນພວກເຈົ້າ, ອົງທີ່ພວກເຈົ້າໄດ້ຮັບຈາກພຣະເຈົ້າ? ພວກເຈົ້າບໍ່ໄດ້ເປັນເຈົ້າຂອງຕົວພວກເຈົ້າເອງ; ພວກເຈົ້າຖືກຊື້ໄວ້ດ້ວຍລາຄາສູງ. ເຫດສະນັ້ນ ຈົ່ງຖວາຍກຽດແກ່ພຣະເຈົ້າດ້ວຍຮ່າງກາຍຂອງພວກເຈົ້າ.
Source notes (3)
- Footnote ຫລື ຄົນຮັກຮ່ວມເພດ
- Footnote ປຖກ 2:24
- Footnote ຫລື ໃນພຣະວິນຍານ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.