Biblica® Open Lao Contemporary Version
1 ໂກຣິນໂທ 2
ພີ່ນ້ອງທັງຫລາຍເອີຍ, ແລະ ດັ່ງນັ້ນເລື່ອງນັ້ນກໍຢູ່ກັບເຮົາແລ້ວ. ເມື່ອເຮົາໄດ້ມາຫາພວກເຈົ້າ, ເຮົາບໍ່ໄດ້ມາດ້ວຍຄຳເວົ້າອັນມີໂວຫານ ຫລື ສະຕິປັນຍາຂອງມະນຸດດັ່ງທີ່ເຮົາປະກາດຄຳພະຍານກ່ຽວກັບພຣະເຈົ້າ1ໃຫ້ແກ່ພວກເຈົ້າ. ເພາະເຮົາຕັ້ງໃຈໄວ້ແລ້ວວ່າ ຂະນະທີ່ເຮົາຢູ່ກັບພວກເຈົ້າ ເຮົາຈະບໍ່ໃສ່ໃຈໃນເລື່ອງໃດເລີຍ ນອກຈາກເລື່ອງຂອງພຣະເຢຊູຄຣິດເຈົ້າ ແລະ ການທີ່ພຣະອົງຖືກຄຶງເທິງໄມ້ກາງແຂນ. ເຮົາມາຫາພວກເຈົ້າດ້ວຍຄວາມອ່ອນແອກັບຄວາມຢ້ານກົວທີ່ສຸດຈົນຕົວສັ່ນ. ຄຳເວົ້າ ແລະ ຄຳເທດສະໜາຂອງເຮົາບໍ່ແມ່ນຖ້ອຍຄຳແຫ່ງສະຕິປັນຍາ ແລະ ຖ້ອຍຄຳແຫ່ງການເລົ້າໂລມໃຈ, ແຕ່ເປັນການສະແດງໃຫ້ເຫັນເຖິງລິດອຳນາດຂອງພຣະວິນຍານບໍລິສຸດເຈົ້າ, ເພື່ອວ່າຄວາມເຊື່ອຂອງພວກເຈົ້າຈະບໍ່ອາໄສສະຕິປັນຍາຂອງມະນຸດ, ແຕ່ອາໄສລິດອຳນາດຂອງພຣະເຈົ້າ.
ສະຕິປັນຍາຂອງພຣະເຈົ້າທີ່ໄດ້ເປີດເຜີຍໂດຍພຣະວິນຍານເຈົ້າ
ເຖິງຢ່າງໃດກໍຕາມ ພວກເຮົາກ່າວຖ້ອຍຄຳແຫ່ງສະຕິປັນຍາກັບບັນດາຜູ້ທີ່ເປັນຜູ້ໃຫຍ່ແລ້ວ, ແຕ່ບໍ່ແມ່ນສະຕິປັນຍາຂອງຍຸກນີ້ ຫລື ສະຕິປັນຍາຂອງຜູ້ປົກຄອງຂອງຍຸກນີ້, ຜູ້ທີ່ກຳລັງຈະເສື່ອມສູນໄປ. ບໍ່ແມ່ນດອກ, ແຕ່ພວກເຮົາປະກາດເຖິງປັນຍາຂອງພຣະເຈົ້າ, ເປັນຄວາມເລິກລັບທີ່ເຊື່ອງຊ້ອນໄວ້ ແລະ ເຊິ່ງພຣະເຈົ້າໄດ້ກຳນົດໄວ້ເພື່ອເປັນສະຫງ່າລາສີຂອງພວກເຮົາຕັ້ງແຕ່ກ່ອນເລີ່ມສ້າງໂລກ. ບໍ່ມີຜູ້ປົກຄອງຄົນໃດຂອງຍຸກນີ້ ທີ່ເຂົ້າໃຈປັນຍານີ້, ເພາະຖ້າພວກເຂົາເຂົ້າໃຈ ພວກເຂົາກໍຈະບໍ່ຄຶງອົງພຣະຜູ້ເປັນເຈົ້າຜູ້ສະຫງ່າລາສີໄວ້ເທິງໄມ້ກາງແຂນ. ຕາມທີ່ມີຂຽນໄວ້ໃນພຣະຄຳພີວ່າ:
“ສິ່ງທີ່ຕາບໍ່ເຫັນ,
ສິ່ງທີ່ຫູບໍ່ໄດ້ຍິນ
ແລະ ສິ່ງທີ່ມະນຸດຄິດບໍ່ອອກ
ຄືສິ່ງທີ່ພຣະເຈົ້າຈັດຕຽມໄວ້ສຳລັບຄົນເຫລົ່ານັ້ນຜູ້ທີ່ຮັກພຣະອົງ”.2
ແຕ່ພຣະເຈົ້າໄດ້ເປີດເຜີຍສິ່ງນັ້ນໃຫ້ແກ່ພວກເຮົາໂດຍທາງພຣະວິນຍານຂອງພຣະອົງ.
ພຣະວິນຍານຢັ່ງຮູ້ທຸກໆສິ່ງ, ແມ່ນແຕ່ສິ່ງເລິກຂອງພຣະເຈົ້າ. ດ້ວຍວ່າ ຜູ້ໃດນໍຈະຮູ້ຄວາມຄິດຂອງມະນຸດໄດ້ ເວັ້ນໄວ້ແຕ່ຈິດວິນຍານທີ່ຢູ່ໃນມະນຸດຜູ້ນັ້ນ? ໃນວິທີດຽວກັນ ບໍ່ມີຜູ້ໃດຮູ້ຄວາມຄິດຂອງພຣະເຈົ້າໄດ້ ນອກຈາກພຣະວິນຍານຂອງພຣະເຈົ້າ. ພວກເຮົາບໍ່ໄດ້ຮັບວິນຍານຂອງໂລກນີ້, ແຕ່ຮັບພຣະວິນຍານເຊິ່ງມາຈາກພຣະເຈົ້າ, ເພື່ອວ່າພວກເຮົາຈະເຂົ້າໃຈສິ່ງທີ່ພຣະເຈົ້າໄດ້ເຕັມໃຈໃຫ້ພວກເຮົາ. ນີ້ຄືສິ່ງທີ່ພວກເຮົາກ່າວ, ບໍ່ແມ່ນດ້ວຍຖ້ອຍຄຳທີ່ສະຕິປັນຍາຂອງມະນຸດໄດ້ສັ່ງສອນໄວ້, ແຕ່ດ້ວຍຖ້ອຍຄຳທີ່ພຣະວິນຍານໄດ້ສັ່ງສອນໄວ້, ເປັນການສະແດງຄວາມຈິງດ້ານຈິດວິນຍານດ້ວຍຖ້ອຍຄຳຝ່າຍຈິດວິນຍານທີ່ໄດ້ສັ່ງສອນໄວ້.3 ຄົນທີ່ບໍ່ມີພຣະວິນຍານ ກໍບໍ່ສາມາດຍອມຮັບສິ່ງທີ່ມາຈາກພຣະວິນຍານຂອງພຣະເຈົ້າໄດ້ ແຕ່ພວກເຂົາຖືວ່າສິ່ງເຫລົ່ານີ້ເປັນເລື່ອງໂງ່ ແລະ ພວກເຂົາບໍ່ສາມາດເຂົ້າໃຈສິ່ງເຫລົ່ານັ້ນ ເພາະວ່າຕ້ອງອາໄສການໄຈ້ແຍກຝ່າຍຈິດວິນຍານຈຶ່ງຈະເຂົ້າໃຈສິ່ງເຫລົ່ານັ້ນໄດ້. ບຸກຄົນທີ່ມີພຣະວິນຍານກໍຕັດສິນກ່ຽວກັບທຸກໆສິ່ງໄດ້, ແຕ່ບຸກຄົນດັ່ງກ່າວນັ້ນບໍ່ໄດ້ຂຶ້ນຢູ່ກັບການຕັດສິນຂອງມະນຸດເທົ່ານັ້ນ, ເພາະວ່າ
“ຜູ້ໃດນໍ ຮູ້ຈິດໃຈຂອງອົງພຣະຜູ້ເປັນເຈົ້າໄດ້
ເພື່ອວ່າຈະໃຫ້ຄຳແນະນຳແກ່ພຣະອົງໄດ້?”4
ແຕ່ພວກເຮົາມີຈິດໃຈຂອງພຣະຄຣິດເຈົ້າ.
Source notes (4)
- Footnote ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ປະກາດຄວາມເລິກລັບຂອງພຣະເຈົ້າ
- Footnote ອຊຢ 64:4
- Footnote ຫລື ເປັນການແປຄວາມຈິງດ້ານຈິດວິນຍານແກ່ຜູ້ຢູ່ຝ່າຍຈິດວິນຍານ
- Footnote ອຊຢ 40:13
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.