Skip to content
BibleKenya

Biblica® Open Lao Contemporary Version

1 ໂກຣິນໂທ 3

ເລື່ອງ​ການແຕກແຍກ​ໃນ​ຄຣິສຕະຈັກ

ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ບໍ່​ສາມາດ​ເວົ້າ​ກັບ​ພວກເຈົ້າ​ເໝືອນດັ່ງ​ຄົນ​ທີ່​ດຳເນີນຊີວິດ​ໂດຍ​ພຣະວິນຍານ ແຕ່​ຕ້ອງ​ໄດ້​ເວົ້າ​ກັບ​ພວກເຈົ້າ​ເໝືອນດັ່ງ​ຄົນ​ທີ່​ຍັງ​ຢູ່​ຝ່າຍ​ໂລກ ຄື​ຜູ້​ທີ່​ຍັງ​ເປັນ​ເດັກນ້ອຍ​ໃນ​ພຣະຄຣິດເຈົ້າ. ເຮົາ​ໄດ້​ປ້ອນ​ພວກເຈົ້າ​ດ້ວຍ​ນ້ຳນົມ ບໍ່ແມ່ນ​ດ້ວຍ​ອາຫານ​ແຂງ, ເພາະວ່າ​ພວກເຈົ້າ​ຍັງ​ບໍ່​ສາມາດ​ຮັບ​ອາຫານ​ນັ້ນ​ໄດ້​ເທື່ອ. ແທ້ຈິງແລ້ວ ພວກເຈົ້າ​ກໍ​ຍັງ​ບໍ່​ພ້ອມ​ເທື່ອ. ພວກເຈົ້າ​ຍັງ​ຢູ່​ຝ່າຍໂລກ. ເພາະ​ເນື່ອງຈາກ​ວ່າ​ຍັງ​ມີ​ການອິດສາ​ກັນ ແລະ ການຜິດຖຽງ​ກັນ​ໃນ​ທ່າມກາງ​ພວກເຈົ້າ​ຢູ່, ພວກເຈົ້າ​ຢູ່​ຝ່າຍໂລກ​ບໍ່ແມ່ນ​ບໍ? ພວກເຈົ້າ​ບໍ່​ໄດ້​ປະພຶດ​ຕົນ​ເໝືອນ​ດັ່ງ​ມະນຸດ​ທຳມະດາ​ບໍ? ເພາະ​ໃນ​ເມື່ອ​ຜູ້​ໜຶ່ງ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ໂປໂລ,” ແລະ ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ອາໂປໂລ,” ພວກເຈົ້າ​ກໍ​ເປັນພຽງ​ມະນຸດ​ທຳມະດາ​ບໍ່ແມ່ນ​ບໍ?

ອາໂປໂລ​ແມ່ນ​ຜູ້ໃດ? ແລະ ໂປໂລ​ແມ່ນ​ຜູ້ໃດ? ກໍ​ເປັນພຽງ​ຜູ້ຮັບໃຊ້​ເທົ່ານັ້ນ, ຄື​ຜູ້​ທີ່​ນຳ​ພວກເຈົ້າ​ມາ​ເຊື່ອ ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໜ້າທີ່​ໃຫ້​ແຕ່ລະຄົນ. ເຮົາ​ເປັນ​ຜູ້​ປູກ​ເມັດພືດ, ອາໂປໂລ​ເປັນ​ຜູ້​ຫົດນ້ຳ​ເມັດພືດ​ນັ້ນ, ແຕ່​ພຣະເຈົ້າ​ເຮັດ​ໃຫ້​ເມັດພືດ​ນັ້ນ​ເຕີບໃຫຍ່​ຂຶ້ນ. ດັ່ງນັ້ນ ບໍ່​ວ່າ​ຜູ້​ປູກ ຫລື ຜູ້​ຫົດນ້ຳ​ກໍ​ບໍ່​ສຳຄັນ​ອັນໃດ, ແຕ່​ພຣະເຈົ້າ​ເທົ່ານັ້ນ ຜູ້​ເຮັດ​ໃຫ້​ສິ່ງ​ຕ່າງໆ​ນັ້ນ​ເຕີບໃຫຍ່​ຂຶ້ນ. ຜູ້​ປູກ ແລະ ຜູ້​ຫົດນ້ຳ​ກໍ​ມີ​ຈຸດປະສົງ​ດຽວ​ກັນ ແລະ ພວກເຂົາ​ແຕ່ລະຄົນ​ກໍ​ຈະ​ໄດ້ຮັບ​ບຳເໜັດ​ຕາມ​ການງານ​ຂອງ​ຕົນ. ເພາະ​ພວກເຮົາ​ເປັນ​ຜູ້​ຮ່ວມ​ກັນ​ທຳງານ​ໃນ​ການຮັບໃຊ້​ຂອງ​ພຣະເຈົ້າ; ພວກເຈົ້າ​ທັງຫລາຍ​ເປັນ​ໄຮ່ນາ​ຂອງ​ພຣະເຈົ້າ, ເປັນ​ຕຶກ​ຂອງ​ພຣະເຈົ້າ.

ໂດຍ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ນັ້ນ, ເຮົາ​ໄດ້​ວາງ​ຮາກຖານ​ເໝືອນ​ດັ່ງ​ນາຍຊ່າງ​ທີ່​ສະຫລາດ ແລະ ຄົນ​ອື່ນ​ກໍ​ມາ​ກໍ່​ຂຶ້ນ​ເທິງ​ຮາກຖານ​ນັ້ນ. ແຕ່ວ່າ​ແຕ່ລະຄົນ​ຄວນ​ກໍ່​ຂຶ້ນ​ດ້ວຍ​ຄວາມ​ລະວັງ. ເພາະວ່າ​ບໍ່ມີ​ຜູ້ໃດ​ຈະ​ສາມາດ​ວາງ​ຮາກຖານ​ອື່ນ​ອີກ ນອກຈາກ​ຮາກຖານ​ທີ່​ໄດ້​ວາງ​ໄວ້​ແລ້ວ​ນັ້ນ ຄື​ພຣະເຢຊູຄຣິດເຈົ້າ. ຖ້າ​ຜູ້ໃດ​ຈະ​ໃຊ້​ຄຳ, ເງິນ, ຫີນ​ທີ່​ມີ​ລາຄາ​ແພງ, ໄມ້, ຫຍ້າ​ແຫ້ງ, ຫລື ເຟືອງແຫ້ງ ເພື່ອ​ກໍ່​ຂຶ້ນ​ເທິງ​ຮາກຖານ​ນັ້ນ, ຜົນງານ​ຂອງ​ພວກເຂົາ​ກໍ​ຈະ​ປາກົດ​ໃຫ້​ເຫັນ​ວ່າ​ເປັນ​ຢ່າງໃດ, ເພາະວ່າ​ວັນ​ນັ້ນ​ສິ່ງ​ນີ້​ຈະ​ປາກົດ​ໃຫ້​ເຫັນ​ແຈ່ມແຈ້ງ. ຜົນງານ​ຂອງ​ພວກເຂົາ​ຈະ​ຖືກ​ເປີດເຜີຍ​ດ້ວຍ​ໄຟ, ແລ້ວ​ໄຟ​ນັ້ນ​ກໍ​ຈະ​ທົດສອບ​ຄຸນນະພາບ​ຜົນງານ​ຂອງ​ແຕ່ລະຄົນ. ຖ້າ​ສິ່ງ​ທີ່​ລາວ​ກໍ່​ຂຶ້ນ​ຍັງ​ຄົງ​ຢູ່ ຜູ້​ກໍ່​ນັ້ນ​ກໍ​ຈະ​ໄດ້ຮັບ​ລາງວັນ. ແຕ່​ຖ້າ​ສິ່ງ​ທີ່​ລາວ​ກໍ່​ຂຶ້ນ​ຖືກ​ເຜົາໄໝ້, ຜູ້​ກໍ່​ນັ້ນ​ກໍ​ຈະ​ສູນສິ້ນ​ໄປ ແຕ່​ກໍ​ຍັງ​ຈະ​ໄດ້​ພົ້ນ ແຕ່​ເໝືອນ​ຄົນ​ທີ່​ພົ້ນ​ຈາກ​ໄຟ​ເທົ່າ​ນັ້ນ.

ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ພວກເຈົ້າ​ເອງ​ເປັນ​ວິຫານ​ຂອງ​ພຣະເຈົ້າ ແລະ ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ສະຖິດ​ຢູ່​ພາຍໃນ​ພວກເຈົ້າ? ຖ້າ​ຜູ້ໃດ​ທຳລາຍ​ວິຫານ​ຂອງ​ພຣະເຈົ້າ ພຣະເຈົ້າ​ຈະ​ທຳລາຍ​ຜູ້​ນັ້ນ. ເພາະ​ວິຫານ​ຂອງ​ພຣະເຈົ້າ​ເປັນ​ທີ່​ສັກສິດ ແລະ ພວກເຈົ້າ​ທີ່​ຮ່ວມກັນ​ນັ້ນແຫລະ​ເປັນ​ວິຫານ​ນັ້ນ.

ຢ່າ​ຫລອກລວງ​ຕົນ​ເອງ. ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຄິດວ່າ​ຕົນ​ເປັນ​ຄົນສະຫລາດ​ຕາມ​ມາດຕະຖານ​ຂອງ​ຄົນ​ຍຸກ​ນີ້ ຜູ້​ນັ້ນ​ກໍ​ຄວນ​ຈະ​ກາຍ​ເປັນ “ຄົນໂງ່” ເພື່ອ​ວ່າ​ພວກເຈົ້າ​ຈະ​ກາຍ​ເປັນ​ຄົນສະຫລາດ. ເພາະ​ສະຕິປັນຍາ​ຂອງ​ໂລກ​ນີ້​ກໍ​ເປັນ​ຄວາມໂງ່​ໃນ​ສາຍຕາ​ຂອງ​ພຣະເຈົ້າ. ຕາມ​ທີ່​ມີ​ຂຽນ​ໄວ້​ວ່າ: “ພຣະອົງ​ຈັບ​ຄົນສະຫລາດ​ດ້ວຍ​ເລ້ຫລ່ຽມ​ຂອງ​ພວກເຂົາ​ເອງ”.1 ແລະ ມີ​ຂຽນ​ໄວ້​ອີກ​ວ່າ: “ອົງພຣະຜູ້ເປັນເຈົ້າ​ຮູ້​ວ່າ​ຄວາມຄິດ​ຂອງ​ຄົນສະຫລາດ​ນັ້ນ​ບໍ່​ມີ​ປະໂຫຍດ”.2 ດັ່ງນັ້ນ​ແຫລະ ຢ່າ​ໂອ້ອວດ​ເຖິງ​ຜູ້ນຳ​ທີ່​ເປັນ​ມະນຸດ​ອີກ​ເລີຍ! ດ້ວຍວ່າ ສິ່ງ​ທັງໝົດ​ກໍ​ເປັນ​ຂອງ​ພວກເຈົ້າ​ແລ້ວ, ບໍ່​ວ່າ​ໂປໂລ ຫລື ອາໂປໂລ ຫລື ເກຟາ3 ຫລື ໂລກ​ນີ້ ຫລື ຊີວິດ ຫລື ຄວາມຕາຍ ຫລື ປັດຈຸບັນ ຫລື ອະນາຄົດ ທັງໝົດ​ກໍ​ເປັນ​ຂອງ​ພວກເຈົ້າ, ແລະ ພວກເຈົ້າ​ກໍ​ເປັນ​ຂອງ​ພຣະຄຣິດເຈົ້າ ແລະ ພຣະຄຣິດເຈົ້າ​ເປັນ​ຂອງ​ພຣະເຈົ້າ.

Source notes (3)
  1. Footnote ໂຢບ 5:13
  2. Footnote ພສສ 94:11
  3. Footnote ຄື ເປໂຕ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.