Biblica® Open Lao Contemporary Version
1 ໂກຣິນໂທ 1
ຈົດໝາຍສະບັບນີ້ຈາກເຮົາໂປໂລ ຜູ້ທີ່ໄດ້ຮັບການເອີ້ນໃຫ້ເປັນອັກຄະສາວົກຂອງພຣະຄຣິດເຈົ້າເຢຊູຕາມຄວາມປະສົງຂອງພຣະເຈົ້າ ແລະ ໂຊຊະເຖນ ພີ່ນ້ອງຂອງພວກເຮົາ,
ເຖິງຄຣິສຕະຈັກຂອງພຣະເຈົ້າໃນເມືອງໂກຣິນໂທ ຜູ້ໄດ້ຮັບການຊຳລະໃຫ້ບໍລິສຸດໃນພຣະຄຣິດເຈົ້າເຢຊູ ແລະ ໄດ້ຮັບການເອີ້ນໃຫ້ເປັນຄົນທີ່ບໍລິສຸດຂອງພຣະອົງດ້ວຍກັນກັບຄົນທັງໝົດໃນທຸກແຫ່ງຫົນທີ່ຮ້ອງອອກນາມຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້ເປັນອົງພຣະຜູ້ເປັນເຈົ້າຂອງພວກເຂົາ ແລະ ຂອງພວກເຮົາ:
ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາເຈົ້າຂອງພວກເຮົາ ແລະ ຈາກພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຈົ່ງມີແກ່ພວກເຈົ້າທັງຫລາຍ.
ຂອບພຣະຄຸນພຣະເຈົ້າ
ເຮົາຂອບພຣະຄຸນພຣະເຈົ້າສຳລັບພວກເຈົ້າຢູ່ສະເໝີ ເພາະພຣະຄຸນຂອງພຣະອົງທີ່ໄດ້ມອບໃຫ້ແກ່ພວກເຈົ້າໃນພຣະຄຣິດເຈົ້າເຢຊູ. ເພາະໃນພຣະອົງນັ້ນພວກເຈົ້າໄດ້ຮັບຄວາມຈະເລີນຂຶ້ນໃນທຸກດ້ານ ຄືດ້ວຍວາຈາທຸກປະເພດ ແລະ ດ້ວຍຄວາມຮູ້ທຸກຢ່າງຂອງພວກເຈົ້າ ດັ່ງນັ້ນພຣະເຈົ້າຈຶ່ງຢືນຢັນຄຳພະຍານຂອງພວກເຮົາກ່ຽວກັບພຣະຄຣິດເຈົ້າໃນທ່າມກາງພວກເຈົ້າ. ເຫດສະນັ້ນ ພວກເຈົ້າຈຶ່ງບໍ່ຂາດຂອງປະທານຝ່າຍວິນຍານໃດໆໃນຂະນະທີ່ພວກເຈົ້າລໍຄອຍຢ່າງຈົດຈໍ່ເພື່ອການມາປາກົດຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ. ພຣະອົງຈະຮັກສາພວກເຈົ້າໃຫ້ຕັ້ງໝັ້ນຄົງຢູ່ຈົນເຖິງວັນສຸດທ້າຍ, ເພື່ອວ່າພວກເຈົ້າຈະບໍ່ມີຕຳໜິໃນວັນແຫ່ງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ. ພຣະເຈົ້າສັດຊື່ ຜູ້ທີ່ໄດ້ເອີ້ນພວກເຈົ້າທັງຫລາຍໃຫ້ເຂົ້າຮ່ວມສາມັກຄີທຳກັບພຣະບຸດຂອງພຣະອົງ ຄືພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
ການແຕກແຍກໃນຄຣິສຕະຈັກ
ພີ່ນ້ອງທັງຫລາຍເອີຍ,1 ເຮົາຂໍຮ້ອງພວກເຈົ້າໃນນາມຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາວ່າ, ຂໍໃຫ້ພວກເຈົ້າທຸກຄົນຍອມຮັບກັນແລະກັນໃນສິ່ງທີ່ພວກເຈົ້າເວົ້າ ແລ້ວຈຶ່ງຈະບໍ່ມີການແຕກແຍກເກີດຂຶ້ນໃນທ່າມກາງພວກເຈົ້າ, ແຕ່ເພື່ອພວກເຈົ້າຈະເປັນນໍ້າໜຶ່ງໃຈດຽວກັນຢ່າງສົມບູນໃນຄວາມຄິດ ແລະ ຈິດໃຈ. ພີ່ນ້ອງທັງຫລາຍຂອງເຮົາເອີຍ, ມີບາງຄົນໃນຄອບຄົວຂອງນາງຂະໂລເອໄດ້ບອກເຮົາວ່າເກີດມີການຜິດຖຽງກັນໃນທ່າມກາງພວກເຈົ້າ. ໃນສິ່ງເຮົາໝາຍເຖິງຄື: ຄົນໜຶ່ງໃນພວກເຈົ້າເວົ້າວ່າ, “ຂ້ອຍຕິດຕາມໂປໂລ”; ຜູ້ໜຶ່ງອີກເວົ້າວ່າ, “ຂ້ອຍຕິດຕາມອາໂປໂລ”; ຜູ້ໜຶ່ງອີກເວົ້າວ່າ, “ຂ້ອຍຕິດຕາມເກຟາ2” ແລະ ຍັງມີຜູ້ໜຶ່ງອີກເວົ້າວ່າ, “ຂ້ອຍຕິດຕາມພຣະຄຣິດເຈົ້າ”.
ພຣະຄຣິດເຈົ້າຖືກແບ່ງແຍກແລ້ວບໍ? ໂປໂລຖືກຄຶງເທິງໄມ້ກາງແຂນເພື່ອພວກເຈົ້າບໍ? ພວກເຈົ້າໄດ້ຮັບບັບຕິສະມາເຂົ້າໃນ3ນາມຂອງ ໂປໂລ ຊັ້ນບໍ? ເຮົາໂມທະນາຂອບພຣະຄຸນພຣະເຈົ້າທີ່ເຮົາບໍ່ໄດ້ໃຫ້ຜູ້ໃດໃນພວກເຈົ້າບັບຕິສະມາຈາກເຮົາ ນອກຈາກທ່ານກີສະໂປ ແລະ ທ່ານໄຄໂຢ. ດັ່ງນັ້ນ ຈຶ່ງບໍ່ມີຜູ້ໃດສາມາດເວົ້າໄດ້ວ່າພວກເຈົ້າໄດ້ບັບຕິສະມາໃນນາມຂອງເຮົາ. (ແມ່ນແທ້, ເຮົາໄດ້ໃຫ້ບັບຕິສະມາແກ່ຄົນໃນຄອບຄົວຂອງສະເຕຟານາດ້ວຍ; ນອກຈາກນັ້ນ ເຮົາຈື່ບໍ່ໄດ້ວ່າເຮົາໄດ້ໃຫ້ບັບຕິສະມາແກ່ຜູ້ໃດອີກ.) ເພາະພຣະຄຣິດເຈົ້າບໍ່ໄດ້ໃຊ້ເຮົາມາເພື່ອໃຫ້ບັບຕິສະມາ, ແຕ່ເພື່ອໃຫ້ປະກາດຂ່າວປະເສີດ ໂດຍບໍ່ໄດ້ໃຊ້ສະຕິປັນຍາ ແລະ ໂວຫານຂອງມະນຸດ, ເພາະຢ້ານວ່າໄມ້ກາງແຂນຂອງພຣະຄຣິດເຈົ້ານັ້ນຈະໝົດລິດອຳນາດໄປ.
ການຖືກຄຶງຂອງພຣະຄຣິດເຈົ້າຄືລິດອຳນາດ ແລະ ປັນຍາຂອງພຣະເຈົ້າ
ເພາະຂໍ້ຄວາມທີ່ກ່ຽວກັບໄມ້ກາງແຂນນັ້ນຖືວ່າເປັນເລື່ອງໂງ່ຕໍ່ຄົນທີ່ກຳລັງຈະຈິບຫາຍ, ແຕ່ຕໍ່ພວກເຮົາທີ່ກຳລັງຈະພົ້ນນັ້ນ ຖືວ່າເປັນລິດອຳນາດຂອງພຣະເຈົ້າ. ເພາະມີຂໍ້ຄວາມໄດ້ຖືກຂຽນໄວ້ໃນພຣະຄຳພີວ່າ:
“ເຮົາຈະທຳລາຍສະຕິປັນຍາຂອງຄົນມີປັນຍາ;
ເຮົາຈະເຮັດໃຫ້ຄວາມສະຫລາດຂອງຄົນສະຫລາດໄຮ້ຜົນ”.4
ຄົນມີປັນຍາຢູ່ໃສ? ຫລື ຄູສອນກົດບັນຍັດຢູ່ໃສ? ນັກປັດຊະຍາຂອງຄົນຍຸກນີ້ຢູ່ໃສ? ພຣະເຈົ້າບໍ່ໄດ້ເຮັດໃຫ້ສະຕິປັນຍາຂອງໂລກນີ້ໂງ່ບໍ? ເພາະໂດຍປັນຍາຂອງພຣະເຈົ້ານັ້ນ ໂລກບໍ່ອາດຮູ້ຈັກພຣະອົງດ້ວຍສະຕິປັນຍາຂອງຕົນເອງ. ພຣະເຈົ້າຈຶ່ງພໍໃຈທີ່ຈະຊ່ວຍບັນດາຜູ້ທີ່ເຊື່ອໃຫ້ພົ້ນໂດຍຄຳເທດສະໜາເລື່ອງທີ່ຖືວ່າໂງ່. ຊາວຢິວຮຽກຮ້ອງໝາຍສຳຄັນ ແລະ ຊາວກຣີກກໍສະແຫວງຫາສະຕິປັນຍາ, ແຕ່ພວກເຮົາເທດສະໜາເລື່ອງພຣະຄຣິດເຈົ້າຜູ້ຖືກຄຶງເທິງໄມ້ກາງແຂນ ເຊິ່ງເປັນຫີນທີ່ສະດຸດສຳລັບຊາວຢິວ ແລະ ຖືວ່າເປັນເລື່ອງໂງ່ສຳລັບບັນດາຄົນຕ່າງຊາດ, ແຕ່ສຳລັບບັນດາຜູ້ທີ່ພຣະເຈົ້າເອີ້ນ, ທັງຊາວຢິວ ແລະ ຊາວກຣີກ, ພຣະຄຣິດເຈົ້າຄືລິດອຳນາດ ແລະ ປັນຍາຂອງພຣະເຈົ້າ. ເພາະຄວາມໂງ່ຂອງພຣະເຈົ້າກໍຍັງສະຫລາດກວ່າສະຕິປັນຍາຂອງມະນຸດ ແລະ ຄວາມອ່ອນແອຂອງພຣະເຈົ້າ ກໍຍັງເຂັ້ມແຂງກວ່າກຳລັງຂອງມະນຸດ.
ພີ່ນ້ອງທັງຫລາຍເອີຍ, ຈົ່ງພິຈາລະນາເບິ່ງວ່າ ພວກເຈົ້າເຄີຍເປັນຢ່າງໃດເມື່ອພຣະເຈົ້າເອີ້ນພວກເຈົ້າ. ໃນພວກເຈົ້າມີໜ້ອຍຄົນທີ່ສະຫລາດຕາມມາດຕະຖານຂອງມະນຸດ; ມີໜ້ອຍຄົນທີ່ມີອຳນາດ, ມີໜ້ອຍຄົນທີ່ມີການກຳເນີດທີ່ສູງສົ່ງ. ແຕ່ພຣະເຈົ້າໄດ້ເລືອກສິ່ງທີ່ໂລກເຫັນວ່າໂງ່ ເພື່ອໃຫ້ຄົນສະຫລາດອັບອາຍ; ພຣະເຈົ້າໄດ້ເລືອກສິ່ງທີ່ໂລກເຫັນວ່າອ່ອນແອ ເພື່ອໃຫ້ຄົນແຂງແຮງອັບອາຍ, ພຣະເຈົ້າໄດ້ເລືອກສິ່ງທີ່ຕ່ຳຕ້ອຍຂອງໂລກ ແລະ ສິ່ງທີ່ພວກເຂົາດູໝິ່ນ ແລະ ສິ່ງທີ່ບໍ່ສຳຄັນຫຍັງ ເພື່ອລຶບລ້າງສິ່ງທີ່ໂລກຖືວ່າສຳຄັນ, ເພື່ອວ່າຈະບໍ່ມີຜູ້ໃດຈະໂອ້ອວດໄດ້ຕໍ່ໜ້າພຣະອົງ. ເພາະໂດຍພຣະອົງ ພວກເຈົ້າຈຶ່ງຢູ່ໃນພຣະຄຣິດເຈົ້າເຢຊູ ຜູ້ເປັນປັນຍາຈາກພຣະເຈົ້າເພື່ອເຮົາ ນັ້ນຄືເປັນຄວາມຊອບທຳ, ຄວາມບໍລິສຸດ ແລະ ການໄຖ່ຂອງພວກເຮົາ. ເຫດສະນັ້ນ, ດັ່ງທີ່ມີຂໍ້ຄວາມໄດ້ຖືກຂຽນໄວ້ໃນພຣະຄຳພີວ່າ: “ຜູ້ທີ່ອວດ ຈົ່ງອວດອົງພຣະຜູ້ເປັນເຈົ້າ”.5
Source notes (5)
- Footnote ສຳລັບຄຳວ່າ ພີ່ນ້ອງທັງຫລາຍ ໃນພາສາກຣີກເອີ້ນວ່າ (ອາເດໂຟ) ເຊິ່ງໃນທີ່ນີ້ອ້າງອີງໃສ່ ຜູ້ທີ່ເຊື່ອທັງຫລາຍ ທັງຊາຍ ແລະ ຍິງ, ໃນຖານະເປັນພາກສ່ວນໜຶ່ງຂອງຄອບຄົວຂອງພຣະເຈົ້າ; ເໝືອນກັນ ໃນ ຂໍ້ 11 ແລະ 26; ແລະ ໃນ 2:1; 3:1; 4:6; 6:8; 7:24; 7:29; 10:1; 11:33; 12:1; 14:6; 14:20; 14:26; 14:39; 15:1; 15:6; 15:50; 15:58; 16:15; 16:20.
- Footnote ຄື ເປໂຕ
- Footnote ຫລື ບັບຕິສະມາໃນ ເຊັ່ນດຽວກັບຂໍ້ 15
- Footnote ອຊຢ 29:14
- Footnote ຢມຢ 9:24
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.