Biblica® Open Lao Contemporary Version
ໂຣມ 16
ຄຳທັກທາຍສ່ວນຕົວ
ເຮົາຂໍຝາກນ້ອງສາວຂອງເຮົາ ຄືນາງຟອຍເບ ເຊິ່ງເປັນຜູ້ດູແລ1ຂອງຄຣິສຕະຈັກໃນເມືອງເກັນເຂໄອ. ເຮົາຂໍໃຫ້ພວກເຈົ້າຮັບນາງໄວ້ໃນອົງພຣະຜູ້ເປັນເຈົ້າຕາມສົມຄວນແກ່ຄົນຂອງພຣະເຈົ້າ ແລະ ຊ່ວຍເຫລືອນາງໃນທຸກສິ່ງທີ່ນາງຕ້ອງການ ເພາະວ່ານາງເອງໄດ້ຊ່ວຍເຫລືອຄົນຈໍານວນຫລາຍລວມທັງເຮົາດ້ວຍ.
ຂໍຝາກຄວາມຄິດເຖິງມາຍັງປີຊະກີລາ2 ແລະ ອາກີລາ ເພື່ອນຮ່ວມງານຂອງເຮົາໃນພຣະເຢຊູຄຣິດເຈົ້າ. ພວກເພິ່ນໄດ້ສ່ຽງຊີວິດຂອງຕົນເອງເພື່ອເຮົາ. ບໍ່ພຽງແຕ່ເຮົາເທົ່ານັ້ນ ແຕ່ຄຣິສຕະຈັກທັງຫລາຍຂອງຄົນຕ່າງຊາດກໍສຳນຶກໃນບຸນຄຸນຂອງພວກເພິ່ນດ້ວຍ.
ຂໍຝາກຄວາມຄິດເຖິງມາຍັງຄຣິສຕະຈັກທີ່ໄດ້ມາຮ່ວມປະຊຸມທີ່ເຮືອນຂອງພວກເພິ່ນເໝືອນກັນ.
ຂໍຝາກຄວາມຄິດເຖິງມາຍັງເອປາຍເນດເພື່ອນທີ່ຮັກຂອງເຮົາ ເຊິ່ງເປັນຄົນທຳອິດໃນແຂວງເອເຊຍທີ່ກັບໃຈມາເຊື່ອໃນພຣະຄຣິດເຈົ້າ.
ຂໍຝາກຄວາມຄິດເຖິງມາຍັງນາງມາຣີ ຜູ້ທີ່ໄດ້ເຮັດວຽກຢ່າງໜັກໜ່ວງເພື່ອພວກເຈົ້າທັງຫລາຍ.
ຂໍຝາກຄວາມຄິດເຖິງມາຍັງອັນດາໂຣນິໂກ ແລະ ນາງຢູເນຍ ຍາດຕິພີ່ນ້ອງຂອງເຮົາທີ່ເຄີຍຕິດຄຸກກັບເຮົາ. ພວກເພິ່ນເປັນຄົນມີຊື່ສຽງດີໃນທ່າມກາງພວກອັກຄະສາວົກ ແລະ ມາເຊື່ອໃນພຣະຄຣິດເຈົ້າກ່ອນເຮົາດ້ວຍ.
ຂໍຝາກຄວາມຄິດເຖິງມາຍັງອຳເປຍ ຜູ້ເປັນທີ່ຮັກຂອງເຮົາໃນອົງພຣະຜູ້ເປັນເຈົ້າ.
ຂໍຝາກຄວາມຄິດເຖິງມາຍັງອູຣະບານເພື່ອນຮ່ວມງານຂອງພວກເຮົາໃນພຣະຄຣິດເຈົ້າ ແລະ ຊະຕາຂີເພື່ອນທີ່ຮັກຂອງເຮົາ.
ຂໍຝາກຄວາມຄິດເຖິງມາຍັງອະເປເລ ຜູ້ທີ່ຈົງຮັກພັກດີຕໍ່ພຣະຄຣິດເຈົ້າ.
ຂໍຝາກຄວາມຄິດເຖິງມາຍັງບັນດາຜູ້ທີ່ຢູ່ໃນຄອບຄົວຂອງອາຣິສະໂຕບູໂລ.
ຂໍຝາກຄວາມຄິດເຖິງມາຍັງເຮໂຣດີໂອນ ຍາດພີ່ນ້ອງຂອງເຮົາ.
ຂໍຝາກຄວາມຄິດເຖິງມາຍັງຄອບຄົວຂອງນາຣະກິດ ຜູ້ທີ່ຢູ່ໃນອົງພຣະຜູ້ເປັນເຈົ້າ.
ຂໍຝາກຄວາມຄິດເຖິງມາຍັງນາງຕີຝາຍນາ ແລະ ນາງທີໂຟຊາ ແມ່ຍິງທີ່ໄດ້ເຮັດວຽກຢ່າງໜັກໜ່ວງໃນອົງພຣະຜູ້ເປັນເຈົ້າ.
ຂໍຝາກຄວາມຄິດເຖິງມາຍັງເປຊີດາເພື່ອນທີ່ຮັກຂອງເຮົາ ແມ່ຍິງອີກຄົນໜຶ່ງທີ່ໄດ້ເຮັດວຽກຢ່າງໜັກໜ່ວງໃນອົງພຣະຜູ້ເປັນເຈົ້າ.
ຂໍຝາກຄວາມຄິດເຖິງມາຍັງຣູໂຟ ຜູ້ທີ່ເລືອກໄວ້ໃນອົງພຣະຜູ້ເປັນເຈົ້າ ແລະ ແມ່ຂອງເພິ່ນຜູ້ທີ່ເປັນແມ່ຂອງເຮົາດ້ວຍ.
ຂໍຝາກຄວາມຄິດເຖິງມາຍັງອາຊິນກຣິດ, ຟະເລໂກນ, ເຮຣະເມ, ປະໂຕບາ, ເຮຣະມາ ແລະ ບັນດາພີ່ນ້ອງທີ່ຢູ່ກັບພວກເພິ່ນ.
ຂໍຝາກຄວາມຄິດເຖິງມາຍັງຟີໂລໂລກ, ຢູລີອາ, ເນເຣກັບນ້ອງສາວຂອງເພິ່ນ ແລະ ໂອລິມປາກັບຄົນຂອງພຣະເຈົ້າທຸກຄົນທີ່ຢູ່ກັບພວກເພິ່ນ.
ຈົ່ງທັກທາຍກັນດ້ວຍການຈູບອັນບໍລິສຸດ.
ຄຣິສຕະຈັກທັງຫລາຍຂອງພຣະຄຣິດເຈົ້າ ຂໍຝາກຄວາມຄິດເຖິງມາຍັງພວກເຈົ້າທັງຫລາຍດ້ວຍ.
ພີ່ນ້ອງທັງຫລາຍ ເຮົາຂໍໃຫ້ພວກເຈົ້າລະວັງບັນດາຜູ້ທີ່ເປັນເຫດໃຫ້ເກີດຄວາມແຕກແຍກ ແລະ ເປັນເຫດໃຫ້ພວກເຈົ້າສະດຸດ ເຊິ່ງຂັດກັບຫລັກຄຳສອນທີ່ພວກເຈົ້າໄດ້ຮຽນມາແລ້ວ. ຈົ່ງຢູ່ຫ່າງຈາກຄົນພວກເຂົາ. ດ້ວຍວ່າ ຄົນຢ່າງນີ້ບໍ່ໄດ້ຮັບໃຊ້ພຣະຄຣິດເຈົ້າຂອງພວກເຮົາ ແຕ່ພວກເຂົາເຮັດເພື່ອປາກເພື່ອທ້ອງຂອງຕົນເອງ. ພວກເຂົາລໍ້ລວງຄົນຊື່ດ້ວຍຄຳເວົ້າອັນອ່ອນຫວານ ແລະ ຄຳຍ້ອງຍໍທີ່ບໍ່ຈິງໃຈ. ຄົນທັງຫລາຍໄດ້ຍິນເຖິງການເຊື່ອຟັງຂອງພວກເຈົ້າແລ້ວ, ເຮົາຈຶ່ງຊື່ນຊົມຍິນດີນໍາພວກເຈົ້າ ແຕ່ເຮົາກໍຢາກໃຫ້ພວກເຈົ້າສະຫລາດໃນສິ່ງທີ່ດີ ແລະ ເປັນຄົນໂງ່ໃນສິ່ງທີ່ຊົ່ວຮ້າຍ.
ຍັງອີກບໍ່ດົນພຣະເຈົ້າແຫ່ງສັນຕິສຸກຈະທຳລາຍຊາຕານໄວ້ໃຕ້ຕີນຂອງພວກເຈົ້າ.
ຂໍໃຫ້ພຣະຄຸນຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາສະຖິດຢູ່ກັບພວກເຈົ້າທັງຫລາຍ.
ຕີໂມທຽວ ເພື່ອນຮ່ວມງານຂອງເຮົາກັບລູກີໂອ, ຢາໂຊນ ແລະ ໂຊຊີປາໂທ ຍາດພີ່ນ້ອງຂອງເຮົາ ກໍຂໍຝາກຄວາມຄິດເຖິງມາຍັງເຈົ້າທັງຫລາຍດ້ວຍ.
ເຮົາຄື ເຕຣະຕຽວຜູ້ຂຽນຈົດໝາຍສະບັບນີ້ ຂໍຝາກຄວາມຄິດເຖິງມາຍັງພວກເຈົ້າໃນອົງພຣະຜູ້ເປັນເຈົ້າ.
ທ່ານໄຄໂຢ ຜູ້ທີ່ມີນໍ້າໃຈຕ້ອນຮັບເຮົາກັບທັງຄຣິສຕະຈັກບ່ອນນີ້ ກໍໄດ້ຝາກຄວາມຄິດເຖິງມາຍັງພວກເຈົ້າດ້ວຍ.
ເອຣາຊະໂຕ ຜູ້ອຳນວຍການຝ່າຍກິດຈະການສາທາລະນະຂອງເມືອງນີ້ ແລະ ກູອາໂຕ ພີ່ນ້ອງຂອງພວກເຮົາ ກໍໄດ້ຝາກຄວາມຄິດເຖິງມາຍັງພວກເຈົ້າ.3
ຂໍໃຫ້ພຣະຄຸນແຫ່ງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງເຮົາຢູ່ກັບພວກເຈົ້າທຸກຄົນ ອາແມນ.
ບັດນີ້ ແດ່ພຣະອົງຜູ້ສາມາດເຮັດໃຫ້ພວກເຈົ້າຕັ້ງໝັ້ນຄົງຢູ່ໂດຍຂ່າວປະເສີດຂອງເຮົາຄື ຂໍ້ຄວາມທີ່ເຮົາໄດ້ປະກາດເລື່ອງພຣະເຢຊູຄຣິດເຈົ້າ ເຊິ່ງສອດຄ່ອງກັບການເປິດເຜິຍຂໍ້ເລິກລັບທີ່ໄດ້ປິດບັງໄວ້ຕັ້ງແຕ່ເວລາດົນນານຜ່ານມາ, ແຕ່ບັດນີ້ ໄດ້ຖືກເປີດເຜີຍ ແລະ ເຮັດໃຫ້ເປັນທີ່ຮູ້ຈັກຜ່ານທາງຂໍ້ຂຽນຕ່າງໆຂອງການທຳນວາຍຕາມຄຳສັ່ງຂອງພຣະເຈົ້າອົງນິລັນດອນ ເພື່ອຄົນຕ່າງຊາດທັງປວງຈະໄດ້ມາເຊື່ອຟັງພຣະອົງໂດຍທາງຄວາມເຊື່ອ ແດ່ພຣະເຈົ້າຜູ້ດຽວຜູ້ປ່ຽມດ້ວຍສະຕິປັນຍາໄດ້ຮັບສະຫງ່າລາສີຕະຫລອດໄປເປັນນິດທາງພຣະເຢຊູຄຣິດເຈົ້າ! ອາແມນ.
Source notes (3)
- Footnote ຫລື ຜູ້ຮັບໃຊ້
- Footnote ພາສາກຣີກວ່າ ປີສະກາເປັນອີກຮູບໜຶ່ງຂອງ ປີຊະກີລາ
- Footnote ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ມາຍັງພວກເຈົ້າ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.