Biblica® Open Lao Contemporary Version
1 ໂກຣິນໂທ 12
ກ່ຽວກັບຂອງປະທານຝ່າຍວິນຍານ
ພີ່ນ້ອງທັງຫລາຍເອີຍ, ບັດນີ້ເຮົາຢາກໃຫ້ພວກເຈົ້າຮູ້ກ່ຽວກັບຂອງປະທານຝ່າຍພຣະວິນຍານ. ພວກເຈົ້າກໍຮູ້ຢູ່ວ່າເມື່ອພວກເຈົ້າຍັງບໍ່ເຊື່ອພຣະເຈົ້ານັ້ນ, ໂດຍທາງໃດໜຶ່ງ ຫລື ໂດຍທາງອື່ນໆ ພວກເຈົ້າໄດ້ຖືກຊັກຈູງ ແລະ ຖືກນຳໃຫ້ຫລົງຜິດໄປເພິ່ງຮູບເຄົາລົບທີ່ປາກບໍ່ເປັນ. ເຫດສະນັ້ນ, ເຮົາຢາກໃຫ້ພວກເຈົ້າຮູ້ວ່າບໍ່ມີຜູ້ໃດທີ່ກຳລັງກ່າວໂດຍພຣະວິນຍານຂອງພຣະເຈົ້າຈະເວົ້າວ່າ, “ຂໍໃຫ້ພຣະເຢຊູເຈົ້າຖືກສາບແຊ່ງ” ແລະ ບໍ່ມີຜູ້ໃດສາມາດເວົ້າວ່າ, “ພຣະເຢຊູເຈົ້າເປັນອົງພຣະຜູ້ເປັນເຈົ້າ,” ນອກຈາກຜູ້ທີ່ກ່າວໂດຍພຣະວິນຍານບໍລິສຸດເຈົ້າ.
ຂອງປະທານມີຫລາຍຢ່າງແຕກຕ່າງກັນ, ແຕ່ມີພຣະວິນຍານອົງດຽວກັນເປັນຜູ້ມອບໃຫ້. ງານຮັບໃຊ້ມີຫລາຍຢ່າງແຕກຕ່າງກັນ, ແຕ່ຮັບໃຊ້ອົງພຣະຜູ້ເປັນເຈົ້າອົງດຽວກັນ. ມີການງານຫລາຍຢ່າງແຕກຕ່າງກັນ ແຕ່ແມ່ນພຣະເຈົ້າອົງດຽວກັນກະທຳການທັງໝົດໃນຄົນທັງປວງ.
ບັດນີ້ການສະແດງຂອງພຣະວິນຍານກໍໄດ້ມີໃຫ້ແຕ່ລະຄົນເພື່ອຜົນປະໂຫຍດຮ່ວມກັນ. ໃຫ້ຄົນໜຶ່ງໄດ້ຮັບຖ້ອຍຄຳແຫ່ງສະຕິປັນຍາໂດຍທາງພຣະວິນຍານ, ໃຫ້ຄົນໜຶ່ງໄດ້ຮັບຖ້ອຍຄຳແຫ່ງຄວາມຮູ້ໂດຍພຣະວິນຍານອົງດຽວກັນ, ໃຫ້ຄົນໜຶ່ງໄດ້ຮັບຂອງປະທານແຫ່ງຄວາມເຊື່ອໂດຍພຣະວິນຍານອົງດຽວກັນ, ໃຫ້ຄົນໜຶ່ງມີຂອງປະທານໃນການປິ່ນປົວພະຍາດໂດຍພຣະວິນຍານອົງດຽວກັນນັ້ນ, ໃຫ້ຄົນໜຶ່ງໄດ້ຮັບລິດອຳນາດອັນອັດສະຈັນ, ໃຫ້ຄົນໜຶ່ງທຳນວາຍໄດ້, ໃຫ້ຄົນໜຶ່ງຈຳແນກລະຫວ່າງວິນຍານຕ່າງໆໄດ້, ໃຫ້ຄົນໜຶ່ງສາມາດເວົ້າພາສາແປກໆ1 ແລະ ໃຫ້ຄົນໜຶ່ງແປພາສາແປກໆໄດ້. ສິ່ງທັງໝົດເຫລົ່ານີ້ແມ່ນພຣະວິນຍານອົງດຽວກັນທຳງານ ແລະ ພຣະອົງໃຫ້ສິ່ງເຫລົ່ານີ້ແກ່ແຕ່ລະຄົນຕາມທີ່ພຣະອົງໄດ້ກຳນົດໄວ້.
ຄວາມເປັນອັນໜຶ່ງອັນດຽວກັນ ແລະ ຫລາຍອະໄວຍະວະໃນຮ່າງກາຍ
ເຖິງແມ່ນວ່າມີພຽງຮ່າງກາຍດຽວ ກໍຍັງມີອະໄວຍະວະຫລາຍສ່ວນ, ແຕ່ອະໄວຍະວະທັງໝົດເຫລົ່ານັ້ນກໍຍັງປະກອບກັນເປັນກາຍດຽວ, ພຣະຄຣິດເຈົ້າກໍເຊັ່ນກັນ. ເພາະພວກເຮົາທັງໝົດໄດ້ຮັບບັບຕິສະມາໂດຍ2ພຣະວິນຍານອົງດຽວເຂົ້າເປັນກາຍດຽວກັນ ບໍ່ວ່າພວກເຮົາຈະເປັນຄົນຢິວ ຫລື ຄົນຕ່າງຊາດ, ຂ້າທາດ ຫລື ອິດສະຫລະ ແລະ ພວກເຮົາທັງໝົດກໍໄດ້ຮັບພຣະວິນຍານອົງດຽວກັນ. ດ້ວຍວ່າ ຮ່າງກາຍນັ້ນບໍ່ໄດ້ປະກອບດ້ວຍອະໄວຍະວະດຽວ ແຕ່ປະກອບດ້ວຍຫລາຍອະໄວຍະວະ.
ບັດນີ້ ຖ້າຕີນຈະເວົ້າວ່າ, “ເພາະຂ້ອຍບໍ່ແມ່ນມື ຂ້ອຍຈຶ່ງບໍ່ໄດ້ເປັນຂອງຮ່າງກາຍນັ້ນ,” ບໍ່ແມ່ນເພາະເຫດຜົນນັ້ນທີ່ເຮັດໃຫ້ຕີນຢຸດຕິການເປັນອະໄວຍະວະຂອງຮ່າງກາຍ. ແລະ ຖ້າຫູຈະເວົ້າວ່າ, “ເພາະຂ້ອຍບໍ່ແມ່ນຕາ, ຂ້ອຍຈຶ່ງບໍ່ໄດ້ເປັນຂອງຮ່າງກາຍນັ້ນ,” ນັ້ນບໍ່ແມ່ນເຫດຜົນທີ່ເຮັດໃຫ້ຫູບໍ່ໄດ້ເປັນອະໄວຍະວະຂອງຮ່າງກາຍນັ້ນ. ຖ້າອະໄວຍະວະທັງໝົດໃນຮ່າງກາຍເປັນຕາ ການໄດ້ຍິນຈະຢູ່ໃສ? ຖ້າອະໄວຍະວະທັງໝົດໃນຮ່າງກາຍເປັນຫູ ການດົມກິ່ນຈະຢູ່ໃສ? ແຕ່ທີ່ຈິງແລ້ວ ພຣະເຈົ້າຕັ້ງອະໄວຍະວະຕ່າງໆໄວ້ໃນຮ່າງກາຍ, ທຸກໆສ່ວນຂອງອະໄວຍະວະນັ້ນຕາມທີ່ພຣະອົງຕ້ອງການໃຫ້ເປັນຢູ່. ຖ້າອະໄວຍະວະທັງໝົດເປັນອະໄວຍະວະດຽວກັນ ຮ່າງກາຍຈະມີຢູ່ໃສ? ດັ່ງນັ້ນແຫລະ ມີຫລາຍອະໄວຍະວະ, ແຕ່ເປັນຮ່າງກາຍດຽວ.
ຕາບໍ່ສາມາດເວົ້າກັບມືວ່າ, “ຂ້ອຍບໍ່ຕ້ອງການເຈົ້າ!” ແລະ ຫົວບໍ່ສາມາດເວົ້າກັບຕີນວ່າ, “ຂ້ອຍບໍ່ຕ້ອງການເຈົ້າ!” ໃນທາງກົງກັນຂ້າມ ອະໄວຍະວະຕ່າງໆຂອງຮ່າງກາຍທີ່ເບິ່ງເໝືອນວ່າອ່ອນແອກວ່າກໍຂາດບໍ່ໄດ້, ແລະ ອະໄວຍະວະທີ່ພວກເຮົາຄິດວ່າມີກຽດໜ້ອຍ ພວກເຮົາກໍຍັງຮັກສາດ້ວຍການໃຫ້ກຽດເປັນພິເສດ. ແລະ ອະໄວຍະວະທີ່ບໍ່ໜ້າເບິ່ງ ພວກເຮົາກໍເບິ່ງແຍງເປັນພິເສດ, ສ່ວນອະໄວຍະວະຂອງພວກເຮົາທີ່ໜ້າເບິ່ງຢູ່ແລ້ວກໍບໍ່ຕ້ອງເບິ່ງແຍງເປັນພິເສດ. ແຕ່ພຣະເຈົ້າໄດ້ຈັດວາງອະໄວຍະວະຕ່າງໆຂອງຮ່າງກາຍເຂົ້າຮ່ວມກັນ, ອະໄວຍະວະທີ່ບໍ່ມີກຽດນັ້ນພຣະອົງໃຫ້ກຽດຫລາຍຂຶ້ນ. ເພື່ອຈະບໍ່ມີການແຕກແຍກກັນໃນຮ່າງກາຍ, ແຕ່ເພື່ອໃຫ້ອະໄວຍະວະຕ່າງໆໃນຮ່າງກາຍຫ່ວງໃຍກັນ. ຖ້າອະໄວຍະວະໜຶ່ງເຈັບ ທຸກອະໄວຍະວະກໍເຈັບດ້ວຍກັນ; ຖ້າອະໄວຍະວະໜຶ່ງໄດ້ຮັບກຽດ ທຸກອະໄວຍະວະກໍຊື່ນຊົມຍິນດີດ້ວຍກັນ.
ບັດນີ້ ພວກເຈົ້າທັງຫລາຍເປັນຮ່າງກາຍຂອງພຣະຄຣິດເຈົ້າ ພວກເຈົ້າແຕ່ລະຄົນເປັນອະໄວຍະວະຂອງກາຍນັ້ນ. ແລະ ໃນຄຣິສຕະຈັກ ພຣະເຈົ້າໄດ້ແຕ່ງຕັ້ງອັກຄະສາວົກເປັນອັນດັບທຳອິດ, ອັນດັບທີສອງຄືຜູ້ທຳນວາຍ, ອັນດັບທີສາມຄືອາຈານ, ຈາກນັ້ນກໍຄືຜູ້ເຮັດການອັດສະຈັນຕ່າງໆ, ຜູ້ມີຂອງປະທານໃນການປິ່ນປົວພະຍາດ, ຜູ້ສາມາດຊ່ວຍເຫລືອຜູ້ອື່ນ, ຜູ້ມີຂອງປະທານໃນການບໍລິຫານງານ ແລະ ຜູ້ເວົ້າພາສາແປກໆ. ທຸກຄົນເປັນອັກຄະສາວົກບໍ? ທຸກຄົນເປັນຜູ້ທຳນວາຍບໍ? ທຸກຄົນເປັນອາຈານບໍ? ທຸກຄົນເຮັດການອັດສະຈັນບໍ? ທຸກຄົນມີຂອງປະທານໃນການປິ່ນປົວພະຍາດບໍ? ທຸກຄົນເວົ້າພາສາແປກໆ3ບໍ? ທຸກຄົນແປໄດ້ບໍ? ແຕ່ໃຫ້ພວກເຮົາຮ້ອນຮົນສະແຫວງຫາ4ຂອງປະທານທີ່ໃຫຍ່ກວ່ານີ້.
ຄວາມຮັກແມ່ນສິ່ງທີ່ຂາດບໍ່ໄດ້
ແລະ ບັດນີ້ ເຮົາຈະສະແດງຫົນທາງທີ່ດີເລີດທີ່ສຸດແກ່ພວກເຈົ້າ.
Source notes (4)
- Footnote ຫລື ພາສາຕ່າງໆ ທັງສອງບ່ອນໃນຂໍ້ນີ້ ເຊັ່ນດຽວກັບຂໍ້ 28
- Footnote ຫລື ດ້ວຍ ຫລື ໃນ
- Footnote ຫລື ພາສາອື່ນໆ
- Footnote ຫລື ແຕ່ເຈົ້າກຳລັງຮ້ອນຮົນຊອກຫາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.