Skip to content
BibleKenya

Biblica® Open Lao Contemporary Version

1 ໂກຣິນໂທ 11

ຈົ່ງ​ເຮັດ​ຕາມ​ແບບຢ່າງ​ຂອງ​ເຮົາ, ເໝືອນ​ດັ່ງ​ເຮົາ​ເຮັດ​ຕາມ​ແບບຢ່າງ​ຂອງ​ພຣະຄຣິດເຈົ້າ.

ການປົກຫົວ​ໃນ​ບ່ອນ​ນະມັດສະການ

ເຮົາ​ຂໍ​ຊົມເຊີຍ​ພວກເຈົ້າ​ທັງຫລາຍ​ທີ່​ລະນຶກ​ເຖິງ​ເຮົາ​ໃນ​ທຸກສິ່ງ ແລະ ຢຶດຖື​ທຳນຽມ​ຕ່າງໆ​ຕາມ​ທີ່​ເຮົາ​ໄດ້​ຖ່າຍທອດ​ທຳນຽມ​ເຫລົ່ານັ້ນ​ໃຫ້​ແກ່​ພວກເຈົ້າ. ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ໄດ້​ຮັບຮູ້​ວ່າ ພຣະຄຣິດເຈົ້າ​ເປັນ​ຫົວ​ຂອງ​ຜູ້ຊາຍ​ທຸກຄົນ ແລະ ຜູ້ຊາຍ​ກໍ​ເປັນ​ຫົວ​ຂອງ​ແມ່ຍິງ1 ແລະ ພຣະເຈົ້າ​ເປັນ​ຫົວ​ຂອງ​ພຣະຄຣິດເຈົ້າ. ຜູ້ຊາຍ​ທຸກຄົນ​ທີ່​ອະທິຖານ ຫລື ທຳນວາຍ​ໂດຍ​ມີ​ຜ້າປົກຫົວ​ຢູ່ ກໍ​ເຮັດ​ໃຫ້​ຫົວ​ຂອງ​ຕົນ​ເສຍ​ກຽດ, ແຕ່​ແມ່ຍິງ​ທຸກຄົນ​ທີ່​ອະທິຖານ ຫລື ທຳນວາຍ​ໂດຍ​ບໍ່​ມີ​ຜ້າປົກຫົວ ກໍ​ເຮັດ​ໃຫ້​ຫົວ​ຂອງ​ນາງ​ເສຍ​ກຽດ ເໝືອນ​ກັບ​ວ່າ​ນາງ​ໄດ້​ແຖ​ຫົວ. ເພາະວ່າ​ຖ້າ​ແມ່ຍິງ​ບໍ່​ປົກ​ຫົວ​ຂອງ​ຕົນ, ນາງ​ກໍ​ຄວນ​ຕັດ​ຜົມ​ຂອງ​ນາງ​ດ້ວຍ; ແຕ່​ເປັນ​ເລື່ອງ​ໜ້າອາຍ​ທີ່​ແມ່ຍິງ​ຈະ​ຕັດ​ຜົມ ຫລື ແຖ​ຫົວ​ຂອງ​ນາງ, ດັ່ງນັ້ນ ນາງ​ຄວນ​ປົກ​ຫົວ​ຂອງ​ນາງ.

ຜູ້ຊາຍ​ບໍ່​ຄວນ​ປົກ​ຫົວ​ຂອງ​ຕົນ, ເນື່ອງຈາກ​ວ່າ​ຜູ້ຊາຍ​ເປັນ​ແບບ​ລັກສະນະ ແລະ ກຽດຕິຍົດ​ຂອງ​ພຣະເຈົ້າ ແຕ່​ແມ່ຍິງ​ເປັນ​ກຽດຕິຍົດ​ຂອງ​ຜູ້ຊາຍ. ເພາະ​ຜູ້ຊາຍ​ບໍ່​ໄດ້​ມາ​ຈາກ​ແມ່ຍິງ, ແຕ່​ແມ່ຍິງ​ມາ​ຈາກ​ຜູ້ຊາຍ; ແລະ ບໍ່​ໄດ້​ສ້າງ​ຜູ້ຊາຍ​ໄວ້​ສຳລັບ​ແມ່ຍິງ ແຕ່​ສ້າງ​ແມ່ຍິງ​ໄວ້​ສຳລັບ​ຜູ້ຊາຍ. ເພາະ​ເຫດຜົນ​ນີ້​ທີ່​ແມ່ຍິງ​ຈຶ່ງ​ຄວນ​ມີ​ສິດອຳນາດ​ເໜືອ​ຫົວ​ຂອງ​ຕົນ,2 ເພາະ​ເຫັນແກ່​ບັນດາ​ເທວະດາ. ເຖິງ​ຢ່າງໃດ​ກໍ​ຕາມ ໃນ​ອົງພຣະຜູ້ເປັນເຈົ້າ ແມ່ຍິງ​ບໍ່​ໄດ້​ເປັນ​ອິດສະຫລະ​ຈາກ​ຜູ້ຊາຍ ແລະ ຜູ້ຊາຍ​ບໍ່​ໄດ້​ເປັນ​ອິດສະຫລະ​ຈາກ​ແມ່ຍິງ. ເພາະວ່າ ແມ່ຍິງ​ມາ​ຈາກ​ຜູ້ຊາຍ, ດັ່ງນັ້ນ ຜູ້ຊາຍ​ກໍ​ເກີດ​ມາ​ຈາກ​ແມ່ຍິງ​ເໝືອນກັນ. ແຕ່​ທຸກສິ່ງ​ແມ່ນ​ມາ​ຈາກ​ພຣະເຈົ້າ.

ພວກເຈົ້າ​ຈົ່ງ​ພິຈາລະນາ​ຕົນ​ເອງ​ວ່າ: ສົມຄວນ ຫລື ບໍ່ ສຳລັບ​ແມ່ຍິງ​ຈະ​ອະທິຖານ​ຕໍ່​ພຣະເຈົ້າ​ໂດຍ​ບໍ່​ປົກຫົວ​ຂອງ​ຕົນ? ທຳມະຊາດ​ຂອງ​ສິ່ງ​ເຫລົ່ານີ້​ບໍ່​ໄດ້​ສອນ​ພວກເຈົ້າ​ບໍ​ວ່າ ຖ້າ​ຜູ້ຊາຍ​ຈົ່ງ​ຜົມ​ຍາວ​ນັ້ນ​ກໍ​ໜ້າອັບອາຍ​ແກ່​ຕົນ​ເອງ, ແຕ່​ຖ້າ​ແມ່ຍິງ​ຈົ່ງ​ຜົມ​ຍາວ​ນັ້ນ ກໍ​ເປັນ​ສະຫງ່າລາສີ​ຂອງ​ນາງ​ບໍ່​ແມ່ນ​ບໍ? ເພາະ​ຜົມ​ຍາວ​ມີ​ໄວ້​ໃຫ້​ນາງ​ເພື່ອ​ປົກຫົວ. ຖ້າ​ຜູ້ໃດ​ຈະ​ຖົກຖຽງ​ກ່ຽວກັບ​ເລື່ອງ​ນີ້ ພວກເຮົາ​ກັບ​ຄຣິສຕະຈັກ​ຕ່າງໆ​ຂອງ​ພຣະເຈົ້າ​ບໍ່​ມີ​ເລື່ອງ​ປະຕິບັດ​ຢ່າງ​ອື່ນ.

ການແກ້ໄຂ​ຄວາມຜິດພາດ​ໃນ​ພິທີ​ສິນມະຫາສະໜິດ

(ມທ 26:26-28; ມຣກ 14:22-24; ລກ 22:17-20)

ໃນ​ຄຳແນະນຳ​ຕໍ່ໄປ​ນີ້ ເຮົາ​ບໍ່​ມີ​ຄຳ​ຊົມເຊີຍ​ພວກເຈົ້າ​ດອກ, ເພາະ​ການປະຊຸມ​ຂອງ​ພວກເຈົ້າ​ມີ​ຜົນເສຍ​ຫລາຍ​ກວ່າ​ຜົນ​ດີ. ໃນ​ປະເດັນ​ທຳອິດ ເຮົາ​ໄດ້​ຍິນ​ວ່າ​ເມື່ອ​ພວກເຈົ້າ​ມາ​ເຕົ້າໂຮມກັນ​ໃນ​ຖານະ​ຄຣິສຕະຈັກ​ນັ້ນ, ກໍ​ມີ​ການແບ່ງແຍກ​ກັນ​ໃນ​ທ່າມກາງ​ພວກເຈົ້າ ແລະ ເຮົາ​ກໍ​ເຊື່ອ​ເລື່ອງ​ນີ້​ຢູ່​ແດ່​ໃນ​ບາງ​ຂອບເຂດ. ບໍ່​ຕ້ອງ​ສົງໄສ​ເລີຍ​ວ່າ ໃນ​ທ່າມກາງ​ພວກເຈົ້າ​ຕ້ອງ​ມີ​ຄວາມແຕກຕ່າງ​ກັນ ເພື່ອ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ຝ່າຍ​ໃດ​ທີ່​ພຣະເຈົ້າ​ເຫັນດ້ວຍ. ເຫດສະນັ້ນ ເມື່ອ​ພວກເຈົ້າ​ມາ​ເຕົ້າໂຮມກັນ, ທີ່​ພວກເຈົ້າ​ກິນ​ນັ້ນ​ກໍ​ບໍ່ແມ່ນ​ການ​ຮ່ວມ​ໂຕະ​ຂອງ​ອົງພຣະຜູ້ເປັນເຈົ້າ, ເພາະ​ເມື່ອ​ພວກເຈົ້າ​ກຳລັງ​ຮັບປະທານ​ອາຫານ​ຢູ່​ນັ້ນ, ບາງຄົນ​ໃນ​ພວກເຈົ້າ​ກໍ​ຮັບປະທານ​ອາຫານ​ຂອງ​ຕົນ​ກ່ອນ. ດ້ວຍເຫດນັ້ນ ຈຶ່ງ​ມີ​ຄົນ​ໜຶ່ງ​ທີ່​ຍັງ​ຫິວ​ຢູ່ ແລະ ອີກ​ຄົນ​ໜຶ່ງ​ກໍ​ເມົາ​ແລ້ວ. ພວກເຈົ້າ​ບໍ່​ມີ​ເຮືອນ​ເພື່ອ​ນັ່ງ​ກິນ ແລະ ດື່ມ​ບໍ? ຫລື ວ່າ​ພວກເຈົ້າ​ດູໝິ່ນ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ດ້ວຍ​ການ​ເຮັດ​ໃຫ້​ຜູ້​ທີ່​ຂັດສົນ​ໄດ້​ຮັບ​ຄວາມອັບອາຍ? ຈະ​ໃຫ້​ເຮົາ​ເວົ້າ​ຢ່າງໃດ​ກັບ​ພວກເຈົ້າ? ຈະ​ໃຫ້​ເຮົາ​ຊົມເຊີຍ​ພວກເຈົ້າ​ເພາະ​ສິ່ງ​ນີ້​ບໍ? ບໍ່​ແມ່ນ​ຢ່າງ​ແນ່ນອນ!

ເພາະວ່າ​ສິ່ງ​ທີ່​ເຮົາ​ສົ່ງຕໍ່​ແກ່​ພວກເຈົ້າ​ນັ້ນ ເຮົາ​ໄດ້​ຮັບ​ມາ​ຈາກ​ອົງພຣະຜູ້ເປັນເຈົ້າ​ຄື: ໃນ​ຄືນ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ໄດ້​ຖືກ​ທໍລະຍົດ​ນັ້ນ ພຣະອົງ​ໄດ້​ຈັບ​ເອົາ​ເຂົ້າຈີ່ ແລະ ເມື່ອ​ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ ພຣະອົງ​ຫັກ​ເຂົ້າຈີ່​ນັ້ນ ແລະ ກ່າວ​ວ່າ, “ນີ້​ຄື​ກາຍ​ຂອງ​ເຮົາ, ເຊິ່ງ​ໃຫ້​ແກ່​ພວກເຈົ້າ​ທັງຫລາຍ; ຈົ່ງ​ເຮັດ​ຢ່າງ​ນີ້​ເພື່ອ​ເປັນ​ການລະນຶກ​ເຖິງ​ເຮົາ”. ຫລັງຈາກ​ຮັບປະທານ​ອາຫານແລງ​ແລ້ວ ພຣະອົງ​ກໍ​ໄດ້​ຈັບ​ເອົາ​ຈອກ​ຂຶ້ນ​ມາ​ເຮັດ​ຢ່າງ​ດຽວ​ກັນ ໂດຍ​ກ່າວ​ວ່າ, “ຈອກ​ນີ້​ຄື​ພັນທະສັນຍາ​ໃໝ່​ດ້ວຍ​ເລືອດ​ຂອງ​ເຮົາ, ເມື່ອ​ພວກເຈົ້າ​ດື່ມ​ຈາກ​ຈອກ​ນີ້​ເວລາ​ໃດ ຈົ່ງ​ເຮັດ​ຢ່າງ​ນີ້​ເພື່ອ​ເປັນ​ການລະນຶກ​ເຖິງ​ເຮົາ”. ເພາະ​ເມື່ອ​ໃດ​ກໍ​ຕາມ​ທີ່​ພວກເຈົ້າ​ກິນ​ເຂົ້າຈີ່​ນີ້ ແລະ ດື່ມ​ຈາກ​ຈອກ​ນີ້ ພວກເຈົ້າ​ກໍ​ປະກາດ​ເຖິງ​ການ​ຕາຍ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈົນ​ກວ່າ​ພຣະອົງ​ຈະ​ມາ.

ເຫດສະນັ້ນ, ຜູ້ໃດ​ກໍ​ຕາມ​ທີ່​ກິນ​ເຂົ້າຈີ່ ຫລື ດື່ມ​ຈາກ​ຈອກ​ຂອງ​ອົງພຣະຜູ້ເປັນເຈົ້າ​ຢ່າງ​ບໍ່​ສົມຄວນ ກໍ​ໄດ້​ເຮັດ​ຜິດບາບ​ຕໍ່​ຮ່າງກາຍ ແລະ ໂລຫິດ​ຂອງ​ອົງພຣະຜູ້ເປັນເຈົ້າ. ແຕ່ລະຄົນ​ຈຶ່ງ​ຄວນ​ພິຈາລະນາ​ເບິ່ງ​ຕົນ​ເອງ​ກ່ອນ​ທີ່​ພວກເຂົາ​ກິນ​ເຂົ້າຈີ່ ແລະ ດື່ມ​ຈາກ​ຈອກ​ນີ້. ເພາະ​ຜູ້​ທີ່​ກິນ ແລະ ດື່ມ​ໂດຍ​ບໍ່​ໄດ້​ຄຳນຶງ​ເຖິງ​ຮ່າງກາຍ​ຂອງ​ພຣະຄຣິດເຈົ້າ​ກໍ​ກິນ ແລະ ດື່ມ​ສິ່ງ​ທີ່​ເປັນເຫດ​ໃຫ້​ຕົນ​ເອງ​ຖືກ​ພິພາກສາ​ລົງໂທດ. ດ້ວຍເຫດນີ້ ຈຶ່ງ​ມີ​ຫລາຍ​ຄົນ​ໃນ​ທ່າມກາງ​ພວກເຈົ້າ​ອ່ອນແຮງ ແລະ ເຈັບປ່ວຍ ແລະ ມີ​ຈຳນວນໜຶ່ງ​ໃນ​ພວກເຈົ້າ​ກໍ​ໄດ້​ຕາຍ​ໄປ. ແຕ່​ຖ້າ​ພວກເຮົາ​ໄດ້​ຄຳນຶງ​ຕົນ​ເອງ​ຫລາຍ​ຂຶ້ນ​ແລ້ວ, ພວກເຮົາ​ກໍ​ຈະ​ບໍ່​ຕົກ​ຢູ່​ພາຍໃຕ້​ການ​ພິພາກສາ​ດັ່ງ​ກ່າວ​ນັ້ນ. ເຖິງ​ຢ່າງໃດ​ກໍ​ຕາມ ເມື່ອ​ອົງພຣະຜູ້ເປັນເຈົ້າ​ພິພາກສາ​ພວກເຮົາ​ໃນ​ວິທີ​ນີ້, ພຣະອົງ​ຕີສອນ​ພວກເຮົາ ເພື່ອ​ວ່າ​ໃນ​ທີ່ສຸດ​ພວກເຮົາ​ຈະ​ບໍ່​ໄດ້​ຖືກ​ຕັດສິນລົງໂທດ​ຮ່ວມ​ກັບ​ໂລກ.

ດັ່ງນັ້ນ​ແຫລະ, ພີ່ນ້ອງ​ທັງຫລາຍ​ເອີຍ ເມື່ອ​ພວກເຈົ້າ​ມາ​ເຕົ້າໂຮມ​ກັນ​ເພື່ອ​ຮັບປະທານ​ນັ້ນ, ພວກເຈົ້າ​ຄວນ​ຈະ​ຮັບປະທານ​ຮ່ວມກັນ. ຖ້າ​ຜູ້ໃດ​ຫິວ​ກໍ​ຄວນ​ຮັບປະທານ​ບາງ​ຢ່າງ​ທີ່​ເຮືອນ​ຂອງ​ຕົນ​ເສຍ, ເພື່ອວ່າ​ເມື່ອ​ພວກເຈົ້າ​ມາ​ຮ່ວມກັນ ພວກເຈົ້າ​ຈຶ່ງ​ຈະ​ບໍ່​ເປັນ​ຕົ້ນເຫດ​ໃນ​ການພິພາກສາ.

ແລະ ເມື່ອ​ເຮົາ​ມາ ເຮົາ​ຈະ​ໃຫ້​ຂໍ້​ແນະນຳ​ເພີ່ມເຕີມ.

Source notes (2)
  1. Footnote ຫລື ຜົວ​ເປັນ​ຫົວ​ຂອງ​ເມຍ
  2. Footnote ຫລື ຄວນ​ມີ​ເຄື່ອງ​ໝາຍ​ແຫ່ງ​ສິດ​ອຳນາດ ເທິງ ຫົວ​ຂອງ​ນາງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.