Biblica® Open Lao Contemporary Version
1 ໂກຣິນໂທ 13
ຖ້າຫາກວ່າເຮົາເວົ້າພາສາແປກໆ1ໄດ້ຈະເປັນພາສາມະນຸດ ຫລື ພາສາເທວະດາ, ແຕ່ບໍ່ມີຄວາມຮັກ ເຮົາກໍເປັນພຽງຄ້ອງ ຫລື ແຊ່ງທີ່ກຳລັງສົ່ງສຽງເທົ່ານັ້ນ. ຖ້າຫາກວ່າເຮົາມີຂອງປະທານໃນການທຳນວາຍ ສາມາດເຂົ້າໃຈໃນຂໍ້ລັບເລິກ ແລະ ຄວາມຮູ້ທັງໝົດ, ແລະ ຖ້າເຮົາມີຄວາມເຊື່ອທີ່ສາມາດເຄື່ອນພູເຂົາໄດ້, ແຕ່ບໍ່ມີຄວາມຮັກ ເຮົາກໍບໍ່ມີຄ່າອັນໃດ. ຖ້າຫາກວ່າເຮົາຈະບໍລິຈາກຊັບສິນທັງໝົດທີ່ເຮົາມີໃຫ້ແກ່ຄົນຍາກຈົນ ແລະ ຍອມໃຫ້ເອົາຮ່າງກາຍຂອງເຮົາໄປສູ່ຄວາມຍາກລຳບາກເພື່ອເຮົາຈະໂອ້ອວດໄດ້,2 ແຕ່ບໍ່ມີຄວາມຮັກ, ເຮົາກໍບໍ່ໄດ້ປະໂຫຍດຫຍັງ.
ຄວາມຮັກຄືຄວາມອົດທົນ, ຄວາມຮັກຄືຄວາມເມດຕາ, ຄວາມຮັກບໍ່ອິດສາ, ບໍ່ໂອ້ອວດ, ບໍ່ຈອງຫອງ, ບໍ່ດູຖູກຄົນອື່ນ, ບໍ່ເຫັນແກ່ຕົວ, ບໍ່ໃຈຮ້າຍງ່າຍ, ບໍ່ຈົດຈຳຄວາມຜິດ. ຄວາມຮັກບໍ່ຍິນດີໃນຄວາມຊົ່ວ ແຕ່ຍິນດີກັບຄວາມຈິງ. ຄວາມຮັກປົກປ້ອງຄຸ້ມຄອງສະເໝີ, ວາງໃຈສະເໝີ, ມີຄວາມຫວັງສະເໝີ ແລະ ອົດທົນສະເໝີ.
ຄວາມຮັກບໍ່ມີວັນສູນສິ້ນໄປ ເຖິງວ່າການເຜີຍພຣະຄຳຈະຖືກຍົກເລີກ, ການເວົ້າພາສາແປກໆຈະງຽບໄປ, ຄວາມຮູ້ຈະສູນຫາຍໄປ. ເພາະພວກເຮົາຮູ້ພຽງແຕ່ບາງສ່ວນ ແລະ ພວກເຮົາກໍເຜີຍພຣະຄຳພຽງແຕ່ບາງສ່ວນ, ແຕ່ເມື່ອຄວາມສົມບູນມາເຖິງແລ້ວ, ສິ່ງທີ່ເປັນບາງສ່ວນນັ້ນກໍຈະສູນຫາຍໄປ. ເມື່ອເຮົາຍັງເປັນເດັກນ້ອຍຢູ່ນັ້ນ, ເຮົາກໍເວົ້າຄືເດັກນ້ອຍ, ເຮົາກໍຄິດຄືເດັກນ້ອຍ, ເຮົາກໍໃຊ້ເຫດຜົນຄືເດັກນ້ອຍ. ແຕ່ເມື່ອເຮົາກາຍເປັນຜູ້ໃຫຍ່ແລ້ວ, ເຮົາກໍຖິ້ມວິຖີຊີວິດໄວເດັກນ້ອຍໄວ້ເບື້ອງຫລັງເຮົາ. ເພາະວ່າເວລານີ້ ພວກເຮົາເຫັນແຕ່ເງົາສະທ້ອນເໝືອນເບິ່ງໃນແວ່ນ; ໃນເວລານັ້ນພວກເຮົາຈະເຫັນກັນໜ້າຕໍ່ໜ້າ. ໃນເວລານີ້ເຮົາຮູ້ຈັກພຽງບາງສ່ວນ; ໃນເວລານັ້ນເຮົາຈະຮູ້ຈັກທຸກສິ່ງ, ແຕ່ເໝືອນດັ່ງເຮົາເປັນທີ່ຮູ້ຈັກຢ່າງສົມບູນແລ້ວ.
ແລະ ບັດນີ້ ຍັງຕັ້ງຢູ່ສາມສິ່ງຄື: ຄວາມເຊື່ອ, ຄວາມຫວັງ, ແລະ ຄວາມຮັກ, ແຕ່ສິ່ງທີ່ໃຫຍ່ທີ່ສຸດຂອງສິ່ງເຫລົ່ານີ້ແມ່ນຄວາມຮັກ.
Source notes (2)
- Footnote ຫລື ພາສາຕ່າງໆ
- Footnote ເອກະສານທີ່ຂຽນດ້ວຍມືບາງສະບັບວ່າ ເອົາຮ່າງກາຍໄປເຜົາໄຟ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.