Biblica® Open Lao Contemporary Version
1 ຂ່າວຄາວ 20
ການຢຶດເມືອງຣັບບາ
(2ຊມອ 11:1; 12:29-31)
ໃນລະດູໃບໄມ້ປົ່ງ, ເປັນເວລາທີ່ບັນດາກະສັດອອກໄປເຮັດເສິກ, ໂຢອາບໄດ້ນຳທະຫານອອກໄປ. ລາວໄດ້ທຳລາຍດິນແດນຂອງຊາວອຳໂມນ ແລ້ວໄດ້ປິດລ້ອມເມືອງຣັບບາໄວ້, ແຕ່ດາວິດຍັງຢູ່ໃນເຢຣູຊາເລັມ. ໂຢອາບໄດ້ໂຈມຕີຣັບບາ ແລະ ປະຖິ້ມໄວ້ໃຫ້ເປັນຊາກເພພັງ. ດາວິດໄດ້ເອົາມົງກຸດຈາກຫົວຂອງບັນດາກະສັດ1 ຂອງພວກເຂົາມາສວມເທິງຫົວຂອງຕົນ ມົງກຸດນັ້ນເຮັດດ້ວຍຄໍາໜັກໜຶ່ງຕະລັນຕົນ,2 ແລະ ປະດັບດ້ວຍເພັດຕ່າງໆ. ດາວິດໄດ້ປຸ້ນມາຈາກເມືອງນັ້ນເປັນຈຳນວນຫລາຍ. ແລະ ໄດ້ເອົາປະຊາຊົນຢູ່ທີ່ນັ້ນ, ມາເຮັດວຽກໂດຍໃຊ້ເລື່ອຍ ຈົກ ສຽມ ແລະ ຂວານ. ດາວິດໄດ້ເຮັດເຊັ່ນນີ້ກັບທຸກເມືອງຂອງຊາວອຳໂມນ. ແລ້ວເພິ່ນ ແລະ ກອງທັບກໍກັບຄືນໄປທີ່ເຢຣູຊາເລັມ.
ການເຮັດເສິກກັບຊາວຟີລິດສະຕິນ
(2ຊມອ 21:15-22)
ຕໍ່ມາ, ມີການສູ້ຮົບກັບຊາວຟີລິດສະຕິນ, ທີ່ເກເຊ. ໃນເວລານັ້ນສິບເບກາຍຊາວຮູຊາໄດ້ຂ້າສິບປາຍທີ່ເປັນຜູ້ໜຶ່ງໃນເຊື້ອສາຍຂອງຄົນຮ່າງໃຫຍ່ຂອງຊາວເຣຟາອິມ ແລະ ຊາວຟີລິດສະຕິນກໍໄດ້ພ່າຍແພ້.
ໃນການສູ້ຮົບກັບຊາວຟີລິດສະຕິນອີກຄັ້ງໜຶ່ງ, ເອນຮານານລູກຊາຍຂອງຢາອີໄດ້ຂ້າລາຮະມີນ້ອງຊາຍຂອງໂກລີອາດຊາວກາດ, ຜູ້ທີ່ຖືຫອກດ້າມໃຫຍ່ເໝືອນໄມ້ທີ່ໃຊ້ຕ່ຳຫູກ.
ໃນການສູ້ຮົບອີກຄັ້ງ, ເຊິ່ງໄດ້ເກີດຂຶ້ນທີ່ເມືອງກາດ ຄົນຮູບຮ່າງໃຫຍ່ທີ່ມີນິ້ວມືນິ້ວຕີນເບື້ອງລະຫົກນິ້ວລວມທັງໝົດມີຊາວສີ່ນິ້ວ. ລາວເປັນເຊື້ອສາຍຂອງຣາຟາເໝືອນກັນ. ເມື່ອລາວໄດ້ເວົ້າເຢາະເຢີ້ຍຊາວອິດສະຣາເອນ, ໂຢນາທານລູກຊາຍຂອງຊີເມອາອ້າຍຂອງດາວິດໄດ້ຂ້າລາວ.
ຄົນເຫລົ່ານີ້ເປັນເຊື້ອສາຍຂອງຣາຟາໃນເມືອງກາດ, ແລ້ວພວກເຂົາໄດ້ຖືກດາວິດ ແລະ ທະຫານຂອງເພິ່ນໄດ້ຂ້າພວກເຂົາດ້ວຍມືຂອງຕົນ.
Source notes (2)
- Footnote ຫລື ຂອງພະມິນ ກົມ (ຄື ພຣະໂມລົກ)
- Footnote ພາສາເຮັບເຣີວ່າ 1 ຕະລັນຕົນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.