Skip to content
BibleKenya

Biblica® Open Lao Contemporary Version

1 ຂ່າວຄາວ 19

ດາວິດ​ຊະນະ​ຊາວ​ອຳໂມນ

(2ຊມອ 10:1-19)

ຕໍ່ມາ, ກະສັດ​ນາຮາດ​ແຫ່ງ​ອຳໂມນ​ໄດ້​ຕາຍ​ໄປ, ແລະ ຮານູນ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ. ດາວິດ​ເວົ້າ​ວ່າ, “ເຮົາ​ຈະ​ສະແດງ​ຄວາມ​ເມດຕາ​ຕໍ່​ຮານູນ​ລູກຊາຍ​ຂອງ​ນາຮາດ, ເພາະ​ພໍ່​ຂອງ​ລາວ​ໄດ້​ສະແດງ​ຄວາມ​ເມດຕາ​ຕໍ່​ເຮົາ”. ດັ່ງນັ້ນ ດາວິດ​ຈຶ່ງ​ສົ່ງ​ຄະນະທູດ​ໄປ​ສະແດງ​ຄວາມ​ໂສກເສົ້າ​ເສຍໃຈ​ຕໍ່​ຮານູນ​ກ່ຽວກັບ​ພໍ່​ຂອງ​ລາວ.

ເມື່ອ​ຄະນະ​ທູດ​ຂອງ​ດາວິດ​ມາ​ພົບ​ຮານູນ​ທີ່​ດິນແດນ​ຊາວ​ອຳໂມນ​ເພື່ອ​ສະແດງ​ຄວາມ​ໂສກເສົ້າ​ເສຍໃຈ​ຕໍ່​ລາວ, ພວກ​ຜູ້ບັນຊາການ​ຊາວ​ອຳໂມນ​ເວົ້າ​ກັບ​ຮານູນ​ວ່າ, “ທ່ານ​ຄິດ​ວ່າ​ດາວິດ​ໃຫ້​ກຽດ​ພໍ່​ຂອງ​ທ່ານ​ໂດຍ​ການ​ສົ່ງ​ພວກ​ທູດ​ມາ​ເພື່ອ​ສະແດງ​ຄວາມ​ໂສກເສົ້າ​ເສຍໃຈ​ຕໍ່​ທ່ານ​ຊັ້ນ​ບໍ? ພວກເຂົາ​ໄດ້​ບໍ່​ມາເພື່ອ​ສໍາຫຼວດ​ເທົ່ານັ້ນ ແລະ ມາ​ເພື່ອ​ສອດແນມ​ເບິ່ງ​ປະເທດ ແລ້ວ​ກໍ​ໂຄ່ນ​ລົ້ມ​ບໍ່ແມ່ນ​ບໍ?” ດັ່ງນັ້ນ ຮານູນ​ຈຶ່ງ​ຈັບ​ຄະນະທູດ​ຂອງ​ດາວິດ​ແຖ​ໜວດ, ແລະ ຕັດ​ເສື້ອ​ຜ້າ​ບ່ອນ​ກະໂພກ​ກົ້ນ​ຂອງ​ພວກເຂົາ​ອອກ, ແລ້ວ​ກໍ​ປ່ອຍ​ພວກເຂົາ​ໄປ.

ເມື່ອ​ມີ​ຄົນ​ມາ​ບອກ​ດາວິດ​ກ່ຽວກັບ​ເລື່ອງ​ທີ່​ເກີດ​ຂຶ້ນ​ກັບ​ຄົນ​ເຫລົ່ານັ້ນ, ເມື່ອ​ດາວິດ​ຮູ້​ເລື່ອງ​ນີ້, ເພິ່ນ​ກໍ​ສົ່ງ​ຜູ້​ສົ່ງ​ຂ່າວ​ໄປ​ພົບ​ຄົນ​ເຫລົ່ານັ້ນ, ເພາະ​ພວກເຂົາ​ຮູ້ສຶກ​ອັບອາຍ​ຂາຍໜ້າ​ຫລາຍ. ກະສັດ​ເວົ້າ​ວ່າ, “ຈົ່ງ​ພັກ​ຢູ່​ທີ່​ເຢຣິໂກ​ຈົນ​ກວ່າ​ໜວດ​ຂອງ​ພວກເຈົ້າ​ຈະ​ປົ່ງ​ໃໝ່, ແລ້ວ​ຈຶ່ງ​ກັບ​ຄືນ​ມາ”.

ເມື່ອ​ຊາວ​ອຳໂມນ​ຮູ້ວ່າ, ພວກເຂົາ​ໄດ້​ເຮັດ​ສິ່ງ​ທີ່​ໜ້າລັງກຽດ​ຕໍ່​ດາວິດ, ຮານູນ ແລະ ຊາວ​ອຳໂມນ​ຈຶ່ງ​ນຳ​ເອົາ​ເງິນ​ໜຶ່ງພັນ​ຕະລັນຕົນ1​ໄປ​ຈ້າງ​ລົດຮົບ ແລະ ທະຫານ​ມ້າ​ຈາກ​ອາຣາມ​ນາຮາຣາອິມ, ອາຣາມ ມາອາກາ ແລະ ໂຊບາ. ພວກເຂົາ​ໄດ້​ຈ້າງ​ລົດຮົບ ແລະ ທະຫານມ້າ​ສາມສິບສອງ​ພັນ​ຄັນ, ແລະ ຈ້າງ​ກອງທະຫານ​ຂອງ​ກະສັດ​ມາອາກາ, ທີ່​ມາ​ຕັ້ງ​ຄ້າຍ​ຢູ່​ໃກ້​ເມືອງ​ເມເດບາ. ໃນຂະນະ​ທີ່​ຊາວ​ອຳໂມນ​ຍົກ​ທັບອອກ​ມາ​ຈາກ​ເມືອງ​ຕ່າງໆ​ຂອງ​ພວກເຂົາ​ເພື່ອ​ສູ້ຮົບ.

ເມື່ອ​ໄດ້​ຍິນ​ເລື່ອງ​ນີ້, ດາວິດ​ກໍ​ສົ່ງ​ໂຢອາບ​ພ້ອມທັງ​ທະຫານ​ໃນ​ກອງທັບ​ທັງໝົດ​ອອກ​ໄປ. ຊາວ​ອຳໂມນ​ອອກ​ມາ ແລະ ຕັ້ງ​ແນວ​ສູ້ຮົບ​ຢູ່​ທີ່​ທາງເຂົ້າ​ເມືອງ​ຂອງ​ພວກເຂົາ, ໃນຂະນະ​ທີ່​ບັນດາ​ກະສັດ​ໄດ້​ອອກ​ມາ​ຮ່ວມ​ສູ້ຮົບ​ນໍາ​ນັ້ນ ກໍ​ຕັ້ງ​ທີ່​ໝັ້ນ​ຂອງ​ພວກ​ຕົນ​ຢູ່​ນອກ​ເມືອງ.

ໂຢອາບ​ເຫັນ​ວ່າ​ກອງ​ກຳລັງ​ຂອງ​ສັດຕູ​ຕັ້ງ​ແນວ​ສູ້ຮົບ​ຢູ່​ທັງ​ຂ້າງ​ໜ້າ ແລະ ຂ້າງ​ຫລັງ​ຂອງ​ຕົນ; ດັ່ງນັ້ນ ລາວ​ຈຶ່ງ​ເລືອກ​ເອົາ​ກອງທະຫານ​ທີ່​ເກັ່ງກ້າ​ທີ່ສຸດ​ສ່ວນ​ໜຶ່ງ​ໃນ​ອິດສະຣາເອນ ແລະ ໃຫ້​ພວກເຂົາ​ຕັ້ງ​ທ່າ​ຕໍ່ສູ້​ກັບ​ຊາວ​ອາຣາມ. ລາວ​ໄດ້​ວາງ​ທະຫານ​ທີ່​ເຫລືອ​ນັ້ນ​ຢູ່​ພາຍໃຕ້​ຄຳສັ່ງ​ຂອງ​ອາບີໄຊ​ນ້ອງຊາຍ​ຂອງ​ລາວ ແລະ ພວກເຂົາ​ໄດ້​ອອກ​ໄປ​ຕໍ່ສູ້​ກັບ​ຊາວ​ອຳໂມນ. ໂຢອາບ​ເວົ້າ​ກັບ​ທະຫານ​ຂອງ​ຕົນ​ວ່າ, “ຖ້າ​ຊາວ​ອາຣາມ​ແຂງແຮງ​ເກີນ​ໄປ​ສໍາລັບ​ຂ້ອຍ, ເຈົ້າ​ຈົ່ງ​ມາ​ຊ່ວຍ​ຂ້ອຍ; ແຕ່​ຖ້າ​ຊາວ​ອຳໂມນ​ແຂງແຮງ​ເກີນ​ໄປ​ສໍາລັບ​ເຈົ້າ, ຂ້ອຍ​ຈະ​ໄປ​ຊ່ວຍ​ເຈົ້າ. ຈົ່ງ​ເຂັ້ມແຂງ ແລະ ໃຫ້​ພວກເຮົາ​ຕໍ່ສູ້​ຢ່າງ​ກ້າຫານ​ເພື່ອ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ພວກເຮົາ ແລະ ເມືອງ​ຕ່າງໆ​ຂອງ​ພຣະເຈົ້າ. ພຣະເຈົ້າຢາເວ​ຈະ​ເຮັດ​ສິ່ງ​ທີ່​ດີ​ໃນ​ສາຍຕາ​ຂອງ​ພຣະອົງ”.

ແລ້ວ​ໂຢອາບ ແລະ ກອງ​ທະຫານ​ຂອງ​ຕົນ​ກໍ​ຍົກທັບ​ບຸກ​ເຂົ້າ​ໂຈມຕີ​ຊາວ​ອາຣາມ, ແລ້ວ​ພວກເຂົາ​ກໍ​ປົບໜີ​ໄປ​ຕໍ່ໜ້າ​ເພິ່ນ. ເມື່ອ​ຊາວ​ອຳໂມນ​ເຫັນ​ຊາວ​ອາຣາມ​ກໍາລັງ​ປົບໜີ​ໄປ, ພວກເຂົາ​ກໍ​ແລ່ນ​ປົບໜີ​ໄປ​ເໜືອນກັນ​ຕໍ່ໜ້າ​ອາບີໄຊ​ນ້ອງຊາຍ​ຂອງ​ລາວ ແລະ ພວກເຂົາ​ໄດ້​ເຂົ້າ​ໄປ​ໃນ​ເມືອງ. ດັ່ງນັ້ນ ໂຢອາບ​ຈຶ່ງ​ກັບຄືນ​ມາ​ທີ່​ເຢຣູຊາເລັມ.

ຫລັງຈາກ​ຊາວ​ອາຣາມ​ເຫັນ​ວ່າ, ພວກເຂົາ​ໄດ້​ພ່າຍ​ແພ້​ໃຫ້​ແກ່​ອິດສະຣາເອນ​ແລ້ວ, ພວກເຂົາ​ໄດ້​ສົ່ງ​ຜູ້ນໍາຂ່າວ​ໄປ ແລະ ໃຫ້​ຊາວ​ອາຣາມ​ນໍາ​ເອົາ​ກອງ​ທະຫານ​ມາ​ຈາກ​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນໍ້າ​ເອີຟຣັດ, ໂດຍ​ມີ​ໂຊບັກ ຜູ້​ບັນຊາການ​ກອງທັບ​ຂອງ​ຮາດາເດເຊ​ເປັນ​ຜູ້​ນໍາພາ.

ເມື່ອ​ດາວິດ​ໄດ້​ຮູ້​ເລື່ອງ​ນີ້, ເພິ່ນ​ກໍ​ຮວບຮວມ​ເອົາ​ທະຫານ​ອິດສະຣາເອນ​ທັງໝົດ​ຂ້າມ​ແມ່ນ້ຳ​ຈໍແດນ​ໄປ​ເພິ່ນ​ບຸກ​ໂຈມຕີ​ຕໍ່ສູ້​ພວກເຂົາ ແລະ ໄດ້​ຕັ້ງ​ແນວຮົບ​ຕ້ານ​ພວກເຂົາ. ດາວິດ​ໄດ້​ຕັ້ງ​ແນວຮົບ​ປະເຊີນ​ໜ້າ​ກັບ​ຊາວ​ອາຣາມ​ໃນ​ສະໜາມຮົບ. ພວກເຂົາ​ໄດ້​ຕໍ່ສູ້​ກັບ​ເພິ່ນ. ແຕ່​ພວກເຂົາ​ໄດ້​ປົບ​ໜີ​ໄປ​ຕໍ່ໜ້າ​ຊາວ​ອິດສະຣາເອນ ແລະ ດາວິດ​ໄດ້​ຂ້າ​ທະຫານມ້າ​ຂອງ​ພວກເຂົາ​ເຈັດ​ພັນ​ຄົນ ແລະ ທະຫານ​ລາບ​ສີ່ສິບ​ພັນ​ຄົນ. ເພິ່ນ​ຍັງ​ໄດ້​ຂ້າ​ໂຊບັກ​ຜູ້​ບັນຊາການ​ກອງທັບ​ຂອງ​ພວກເຂົາ.

ເມື່ອ​ຄົນຮັບໃຊ້​ຂອງ​ຮາດາເດເຊ​ເຫັນ​ວ່າ​ພວກເຂົາ​ໄດ້​ພ່າຍແພ້​ໃຫ້​ອິດສະຣາເອນ​ແລ້ວ, ພວກເຂົາ​ກໍ​ໄດ້​ເຮັດ​ສັນຍາ​ສະຫງົບ​ເສິກ​ກັບ​ດາວິດ ແລະ ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ.

ດັ່ງນັ້ນ ຊາວ​ອາຣາມ​ຈຶ່ງ​ບໍ່​ກ້າ​ຊ່ວຍ​ຊາວ​ອຳໂມນ​ອີກ​ເລີຍ.

Source notes (1)
  1. Footnote ພາສາ​ເຮັບເຣີ​ວ່າ 1.000 ຕາລັນຕົນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.