Skip to content
BibleKenya

Biblica® Open Lao Contemporary Version

1 ຂ່າວຄາວ 18

ໄຊຊະນະ​ຂອງ​ດາວິດ

(2ຊມອ 8:1-14)

ຕໍ່ມາ, ດາວິດ​ໄດ້​ເອົາ​ຊະນະ​ຊາວ​ຟີລິດສະຕິນ​ຢ່າງ​ຮາບຄາບ ແລະ ເພິ່ນ​ໄດ້​ຢຶດ​ເມືອງ​ກາດ ແລະ ໝູ່ບ້ານ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ​ຈາກ​ການ​ຄວບຄຸມ​ຂອງ​ຊາວ​ຟີລິດສະຕິນ.

ດາວິດ​ຍັງ​ໄດ້​ເອົາ​ຊະນະ​ຊາວ​ໂມອາບ​ດ້ວຍ ແລະ ພວກເຂົາ​ຕົກ​ເປັນ​ເມືອງ​ຂຶ້ນ ແລະ ນຳ​ເອົາ​ເຄື່ອງບັນນາການ​ມາ​ມອບ​ໃຫ້​ເພິ່ນ.

ຫລາຍ​ກວ່າ​ນັ້ນ, ດາວິດ​ໄດ້​ເອົາ​ຊະນະ​ກະສັດ​ຮາດາເດເຊ​ແຫ່ງ​ໂຊບາ, ໃນ​ບໍລິເວນ​ໃກ້​ກັບ​ເມືອງ​ຮາມັດ, ຂະນະ​ທີ່​ຮາດາເດເຊ​ກໍ​ຂຶ້ນ​ສະຖາປະນາ​ອຳນາດ1​ແຖບ​ແມ່ນໍ້າ​ເອີຟຣັດ. ດາວິດ​ໄດ້​ຢຶດ​ລົດມ້າຮົບ​ໜຶ່ງ​ພັນ​ຄັນ, ທະຫານມ້າ​ເຈັດ​ພັນ​ຄົນ2 ແລະ ທະຫານ​ສອງ​ໝື່ນ​ຄົນ. ດາວິດ​ໄດ້​ຕັດ​ເອັນ​ຂາ​ມ້າ​ທັງໝົດ ຍົກເວັ້ນ​ມ້າ​ສຳລັບ​ລົດຮົບ​ໜຶ່ງ​ຮ້ອຍ​ໂຕ.

ເມື່ອ​ຊາວ​ອາຣາມ​ແຫ່ງ​ເມືອງ​ດາມັສກັດ​ມາ​ຊ່ວຍ​ກະສັດ​ຮາດາເດເຊ​ແຫ່ງ​ເມືອງ​ໂຊບາ, ດາວິດ​ໄດ້​ຂ້າ​ພວກເຂົາ 22.000 ຄົນ. ເພິ່ນ​ໄດ້​ວາງ​ກຳລັງ​ທະຫານ​ໄວ້​ໃນ​ອານາຈັກ​ຂອງ​ຊາວ​ອາຣາມ​ແຫ່ງ​ດາມັສກັດ ແລະ ຊາວ​ອາຣາມ​ກໍ​ຍອມ​ຢູ່​ໃຕ້​ອໍານາດ​ຂອງ​ເພິ່ນ ແລະ ຕ້ອງ​ນໍາ​ເຄື່ອງບັນນາການ​ມາ​ໃຫ້​ເພິ່ນ. ພຣະເຈົ້າ​ຢາເວ​ໄດ້​ໃຫ້​ໄຊຊະນະ​ແກ່​ດາວິດ​ໃນ​ທຸກ​ບ່ອນ​ທີ່​ເພິ່ນ​ໄປ.

ດາວິດ​ໄດ້​ນຳ​ເອົາ​ໂລ່​ຄຳ​ຂອງ​ບັນດາ​ເຈົ້າໜ້າທີ່​ຂອງ​ກະສັດ​ຮາດາເດເຊ ແລະ ໄດ້​ນຳ​ໂລ່​ເຫລົ່ານັ້ນ​ມາ​ທີ່​ເຢຣູຊາເລັມ. ດາວິດ​ໄດ້​ນຳ​ເອົາ​ທອງສຳລິດ​ເປັນ​ຈຳ​ນວນ​ມະຫາສານ​ມາ​ຈາກ​ເມືອງ​ຕິບຮາດ3 ແລະ ເມືອງ​ກູນ, ບັນດາ​ເມືອງ​ເຫລົ່ານີ້​ຢູ່​ພາຍໃຕ້​ການ​ປົກຄອງ​ຂອງ​ຮາດາເດເຊ. ເຊິ່ງ​ໂຊໂລໂມນ​ໄດ້​ນໍາໃຊ້​ທອງສຳຣິດ​ເຫລົ່ານີ້​ເຮັດ​ຖັງນໍ້າ, ເສົາ ແລະ ເຄື່ອງໃຊ້​ຕ່າງໆ.

ເມື່ອ​ກະສັດ​ໂຕອີ​ແຫ່ງ​ຮາມັດ​ໄດ້​ຍິນຂ່າວ​ວ່າ ດາວິດ​ໄດ້ເອົາ​ຊະນະ​ກອງທັບ​ທັງໝົດ​ຂອງ​ກະສັດ​ຮາດາເດເຊ​ແຫ່ງ​ໂຊບາ, ເພິ່ນ​ຈຶ່ງ​ສົ່ງ​ຮາໂດຣາມ ລູກຊາຍ​ຂອງ​ເພິ່ນ​ມາ​ຫາ​ກະສັດ​ດາວິດ​ເພື່ອ​ອວຍພອນ​ເພິ່ນ ແລະ ສະແດງ​ຄວາມ​ດີໃຈ​ນຳ​ໄຊຊະນະ​ຂອງ​ເພິ່ນ​ຕໍ່​ກະສັດ​ຮາດາເດເຊ, ຜູ້​ທີ່​ເຄີຍ​ສູ້ຮົບ​ກັນ​ກັບໂຕອີ​ມາ​ກ່ອນ. ຮາໂດຣາມ​ໄດ້​ນຳ​ເຄື່ອງໃຊ້​ປະເພດ​ຕ່າງໆ​ທີ່​ເຮັດ​ດ້ວຍ​ຄຳ, ເງິນ ແລະ ທອງສໍາລິດ​ມາ​ມອບ​ໃຫ້​ກະສັດ​ດາວິດ.

ກະສັດ​ດາວິດ​ໄດ້​ຖວາຍ​ສິ່ງ​ເຫລົ່ານີ້​ແກ່​ພຣະເຈົ້າຢາເວ ເພິ່ນ​ໄດ້​ເຮັດ​ແບບດຽວ​ກັນ​ກັບ​ເງິນ ແລະ ຄໍາ​ທີ່​ເພິ່ນ​ໄດ້​ມາ​ຈາກ​ຊົນຊາດ​ທັງໝົດ​ເຫລົ່ານີ້​ຄື ເອໂດມ, ໂມອາບ, ອຳໂມນ, ຟີລິດສະຕິນ ແລະ ອາມາເຫລັກ.

ອາບີໄຊ ລູກຊາຍ​ນາງ​ເຊຣູອີຢາ​ໄດ້​ຂ້າ​ຊາວ​ເອໂດມ 18.000 ຄົນ ຢູ່​ໃນ​ຮ່ອມພູ​ເກືອ. ດາວິດ​ໄດ້​ວາງ​ກຳລັງ​ທະຫານ​ໄວ້​ໃນ​ທົ່ວ​ເອໂດມ ແລະ ຊາວ​ເອໂດມ​ທັງໝົດ​ກໍ​ຍອມ​ຢູ່​ໃຕ້​ອໍານາດ​ຂອງ​ດາວິດ. ພຣະເຈົ້າ​ຢາເວ​ໄດ້​ໃຫ້​ໄຊຊະນະ​ແກ່​ດາວິດ​ທຸກ​ບ່ອນ​ທີ່​ເພິ່ນ​ໄປ.

ບັນດາ​ຂ້າລາຊະການ​ຂອງ​ດາວິດ

(2ຊມອ 8:15-18)

ດາວິດ​ໄດ້​ປົກຄອງ​ທົ່ວ​ແດນ​ອິດສະຣາເອນ, ເພິ່ນ​ເຮັດ​ສິ່ງ​ທີ່​ຍຸຕິທຳ ແລະ ຖືກຕ້ອງ​ເພື່ອ​ປະຊາຊົນ​ຂອງ​ເພິ່ນ​ທັງໝົດ.

ໂຢອາບ​ລູກຊາຍ​ນາງ​ເຊຣູອີຢາ​ເປັນ​ຜູ້ບັນຊາການ​ກອງທັບ;

ເຢໂຮຊາຟັດ ລູກຊາຍ​ຂອງ​ອາຮີລຸດ​ເປັນ​ຜູ້​ຮັບຜິດຊອບ​ບັນທຶກ;

ຊາດົກ​ລູກຊາຍ​ຂອງ​ອາຮີຕຸບ ແລະ ແລະ ອາຮີເມເຫລັກ4 ລູກຊາຍ​ຂອງ​ອາບີອາທາ​ເປັນ​ປະໂລຫິດ;

ຊະວາຊາ​ເປັນ​ເລຂາທິການ;

ຊາວເກເຣັດ ແລະ ຊາວເປເລັດ​ເປັນ​ຫົວໜ້າ​ຊາວ​ເກເຣັດ ແລະ ຊາວ​ເປເລັດ;

ແລະ ບັນດາ​ລູກຊາຍ​ຂອງ​ກະສັດ​ດາວິດ​ຫົວໜ້າ​ຂອງ​ບັນດາ​ຂ້າລາຊະການ​ໃນ​ຝ່າຍ​ຂອງ​ກະສັດ.

Source notes (4)
  1. Footnote ຫລື ໄປ​ຢຶດ​ອຳນາດ​ຄວບຄຸມ​ເໜືອ
  2. Footnote ສະບັບ​ເຊັບຕູອາຈິນ​ວ່າ ຢຶດ​ພົນ​ລົດຮົບ 1.700 ຄົນ (ເບິ່ງ 1ຂຄ 18:4)
  3. Footnote ພາສາ​ເຮັບເຣີ​ວ່າ ຕິບຮາດ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ເຕບາ
  4. Footnote ສຳ​ເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ອາບີເມເຫລັກ (ເບິ່ງ 2ຊມອ 8:17)

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.