Biblica® Open Lao Contemporary Version
1 ຂ່າວຄາວ 17
ຄຳສັນຍາຂອງພຣະເຈົ້າທີ່ມີຕໍ່ດາວິດ
(2ຊມອ 7:1-17)
ຫລັງຈາກດາວິດເຂົ້າໄປໃນວັງແລ້ວ, ລາວໄດ້ເວົ້າກັບຜູ້ທຳນວາຍນາທານວ່າ, “ເບິ່ງແມ, ເຮົາອາໄສຢູ່ໃນເຮືອນທີ່ສ້າງດ້ວຍຕົ້ນໄມ້ສີດາ, ໃນຂະນະທີ່ຫີບຄໍາໝັ້ນສັນຍາຂອງພຣະເຈົ້າຢາເວຢູ່ໃນຫໍເຕັນ”.
ນາທານຕອບດາວິດວ່າ, “ຈົ່ງເຮັດຕາມສິ່ງທີ່ທ່ານຄິດ, ເພາະພຣະເຈົ້າສະຖິດຢູ່ກັບທ່ານ”.
ໃນຄືນນັ້ນ, ຖ້ອຍຄໍາຂອງພຣະເຈົ້າໄດ້ມາເຖິງນາທານວ່າ:
“ຈົ່ງໄປບອກດາວິດຜູ້ຮັບໃຊ້ຂອງເຮົາວ່າ, ‘ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວກ່າວດັ່ງນີ້: ເຈົ້າບໍ່ແມ່ນຜູ້ທີ່ຈະສ້າງວິຫານໃຫ້ເຮົາຢູ່. ເຮົາບໍ່ໄດ້ຢູ່ໃນວິຫານ ນັບຕັ້ງແຕ່ເຮົາໄດ້ນຳພາປະຊາຊົນອິດສະຣາເອນອອກມາຈາກປະເທດເອຢິບຈົນເຖິງທຸກມື້ນີ້. ເຮົາໄດ້ຍ້າຍຈາກຫໍເຕັນໜຶ່ງໄປຫາຫໍເຕັນອື່ນ, ຈາກສະຖານທີ່ໜຶ່ງຍ້າຍໄປສະຖານທີ່ອື່ນ. ທຸກບ່ອນທີ່ເຮົາໄປກັບຊາວອິດສະຣາເອນທັງໝົດ, ເຮົາເຄີຍບອກພວກຜູ້ນຳ1 ຄົນໃດຂອງພວກເຂົາບໍ ຄືຜູ້ທີ່ເຮົາສັ່ງໃຫ້ລ້ຽງດູປະຊາຊົນຂອງເຮົາວ່າ “ເປັນຫຍັງພວກເຂົາຈຶ່ງບໍ່ສ້າງວິຫານທີ່ເຮັດດ້ວຍຕົ້ນໄມ້ສີດາໃຫ້ເຮົາ?” ’
“ບັດນີ້ ຈົ່ງບອກດາວິດຜູ້ຮັບໃຊ້ຂອງເຮົາວ່າ ‘ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ: ເຮົານຳເຈົ້າອອກມາຈາກທົ່ງຫຍ້າ, ອອກຈາກການເບິ່ງແຍງຝູງແກະ ແລະ ແຕ່ງຕັ້ງເຈົ້າເປັນຜູ້ປົກຄອງອິດສະຣາເອນປະຊາຊົນຂອງເຮົາ. ເຮົາໄດ້ຢູ່ກັບເຈົ້າທຸກທີ່ທຸກບ່ອນທີ່ເຈົ້າໄປ, ແລະ ເຮົາໄດ້ທຳລາຍສັດຕູທັງໝົດຂອງເຈົ້າອອກໄປຈາກເຈົ້າ. ບັດນີ້ ເຮົາຈະເຮັດໃຫ້ເຈົ້າມີຊື່ສຽງເໝືອນຜູ້ຍິ່ງໃຫຍ່ທີ່ສຸດຢູ່ໃນແຜ່ນດິນໂລກ. ແລະ ເຮົາຈະຈັດຕຽມສະຖານທີ່ແຫ່ງໜຶ່ງໃຫ້ອິດສະຣາເອນປະຊາຊົນຂອງເຮົາຕັ້ງຖິ່ນຖານ ເພື່ອພວກເຂົາຈະມີບ້ານເຮືອນເປັນຂອງຕົນເອງ ແລະ ບໍ່ຕ້ອງຖືກລົບກວນອີກ. ຄົນຊົ່ວຈະບໍ່ມາຂົ່ມເຫັງພວກເຂົາອີກ, ດັ່ງທີ່ພວກເຂົາຖືກກະທໍາມາຕັ້ງແຕ່ຕົ້ນ. ແລະ ເປັນຢ່າງນັ້ນຕະຫລອດມານັບຕັ້ງແຕ່ເຮົາໄດ້ແຕ່ງຕັ້ງບັນດາຜູ້ນຳໃຫ້ປົກຄອງປະຊາຊົນອິດສະຣາເອນຂອງເຮົາ. ເຮົາຈະປາບສັດຕູທັງຫລາຍຂອງເຈົ້າອີກດ້ວຍ.
“ ‘ເຮົາຂໍປະກາດຕໍ່ເຈົ້າວ່າ ພຣະເຈົ້າຢາເວຈະສ້າງຄອບຄົວໜຶ່ງສຳລັບເຈົ້າ. ເມື່ອເຈົ້າຕາຍໄປ ແລະ ເຈົ້າໄປຢູ່ກັບບັນພະບຸລຸດຂອງເຈົ້າ, ເຮົາຈະຕັ້ງລູກຫລານຄົນໜຶ່ງຂອງເຈົ້າໃຫ້ສືບທອດຕໍ່ຈາກເຈົ້າຄື ລູກຊາຍຄົນໜຶ່ງຂອງເຈົ້າເອງ ແລະ ເຮົາຈະຕັ້ງອານາຈັກຂອງລາວໄວ້. ລາວຈະເປັນຜູ້ສ້າງວິຫານສຳລັບເຮົາ ແລະ ເຮົາຈະຕັ້ງບັນລັງຂອງລາວໃຫ້ດໍາລົງຢູ່ຕະຫລອດໄປ. ເຮົາຈະເປັນພໍ່ຂອງລາວ, ແລະ ລາວຈະເປັນລູກຊາຍຂອງເຮົາ. ເຮົາຈະບໍ່ຖອນຄວາມຮັກໝັ້ນຄົງຂອງເຮົາອອກໄປຈາກລາວ, ເໝືອນດັ່ງທີ່ເຮົາໄດ້ຖອນຈາກຜູ້ທີ່ໄດ້ປົກຄອງກ່ອນໜ້າເຈົ້າ. ເຮົາຈະຕັ້ງລາວໄວ້ຢູ່ໃນວິຫານຂອງເຮົາ ແລະ ອານາຈັກຂອງເຮົາຈະດໍາລົງຢູ່ຕະຫລອດໄປ. ເຮົາຈະຕັ້ງບັນລັງຂອງລາວໄວ້ຕະຫລອດໄປເປັນນິດ’ ”.
ນາທານຈຶ່ງລາຍງານຖ້ອຍຄໍາທັງໝົດທີ່ພຣະເຈົ້າເປີດເຜີຍນີ້ໃຫ້ດາວິດຮູ້.
ຄຳອະທິຖານຂອງດາວິດ
(2ຊມອ 7:18-29)
ຫລັງຈາກນັ້ນກະສັດດາວິດຈຶ່ງເຂົ້າໄປ ແລະ ນັ່ງຢູ່ຕໍ່ໜ້າພຣະເຈົ້າຢາເວ ແລະ ເພິ່ນໄດ້ເວົ້າວ່າ:
“ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າ, ຂ້ານ້ອຍແມ່ນຜູ້ໃດ ແລະ ຄອບຄົວຂອງຂ້ານ້ອຍແມ່ນຜູ້ໃດ, ພຣະອົງຈຶ່ງນຳຂ້ານ້ອຍມາໄກຂະໜາດນີ້? ແລະ ບໍ່ພຽງເທົ່ານີ້, ພຣະເຈົ້າຂອງຂ້ານ້ອຍ, ພຣະອົງຍັງໄດ້ກ່າວເຖິງອະນາຄົດຂອງຄອບຄົວຜູ້ຮັບໃຊ້ຂອງພຣະອົງ. ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າ, ພຣະອົງເບິ່ງຂ້ານ້ອຍເປັນເໝືອນກັບວ່າເປັນຜູ້ມີກຽດສູງສົ່ງ.
“ດາວິດຈະເວົ້າຫຍັງຫລາຍໄປກວ່ານີ້ໄດ້ທີ່ພຣະອົງໃຫ້ກຽດຜູ້ຮັບໃຊ້ຂອງພຣະອົງ? ເພາະພຣະອົງຮູ້ຈັກຜູ້ຮັບໃຊ້ຂອງພຣະອົງ. ຂ້າແດ່ພຣະເຈົ້າຢາເວ. ພຣະອົງໄດ້ເຮັດສິ່ງທີ່ຍິ່ງໃຫຍ່ນີ້ ແລະ ເຮັດໃຫ້ຄຳສັນຍາອັນຍິ່ງໃຫຍ່ເຫລົ່ານີ້ເປັນທີ່ຮູ້ຈັກ, ເພາະເຫັນແກ່ຜູ້ຮັບໃຊ້ຂອງພຣະອົງ ແລະ ຕາມຄວາມປະສົງຂອງພຣະອົງເອງ.
“ຂ້າແດ່ພຣະເຈົ້າຢາເວ, ບໍ່ມີຜູ້ໃດເປັນເໝືອນພຣະອົງ ແລະ ບໍ່ມີພະອື່ນໃດ ມີແຕ່ພຣະອົງເທົ່ານັ້ນທີ່ເປັນພຣະເຈົ້າ, ຕາມທີ່ພວກຂ້ານ້ອຍໄດ້ຍິນມາກັບຫູຂອງພວກຂ້ານ້ອຍເອງ. ແລະ ມີຊົນຊາດໃດໃນໂລກທີ່ເໝືອນອິດສະຣາເອນປະຊາຊົນຂອງພຣະອົງທີ່ພຣະເຈົ້າໄດ້ມາໄຖ່ພວກເຂົາໃນຖານະປະຊາຊົນເພື່ອພຣະອົງເອງ ແລະ ເພື່ອນຳກຽດຕິຍົດມາສູ່ນາມຂອງພຣະອົງ ແລະ ໄດ້ກະທຳການອັດສະຈັນທີ່ຍິ່ງໃຫຍ່ອັນໜ້າຢ້ານ ໂດຍຂັບໄລ່ປະຊາຊາດຕ່າງໆ ແລະ ພະຂອງພວກເຂົາອອກໄປໃຫ້ພົ້ນໜ້າປະຊາຊົນຂອງພຣະອົງ, ເຊິ່ງພຣະອົງໄດ້ໄຖ່ອອກມາຈາກເອຢິບ? ພຣະອົງເຮັດໃຫ້ປະຊາຊົນອິດສະຣາເອນຂອງພຣະອົງເປັນຂອງພຣະອົງເອງຕະຫລອດໄປ ແລະ ຂ້າແດ່ພຣະເຈົ້າຢາເວ, ພຣະອົງໄດ້ກາຍເປັນພຣະເຈົ້າຂອງພວກເຂົາ.
“ແລະ ບັດນີ້, ຂ້າແດ່ພຣະເຈົ້າຢາເວ, ຂໍໃຫ້ຄຳສັນຍາທີ່ພຣະອົງໄດ້ໃຫ້ໄວ້ກ່ຽວກັບຜູ້ຮັບໃຊ້ຂອງພຣະອົງ ແລະ ຄອບຄົວຂອງລາວນັ້ນໄດ້ຮັບການຕັ້ງໄວ້ຕະຫລອດໄປ. ຂໍເຮັດຕາມດັ່ງທີ່ພຣະອົງໄດ້ສັນຍາໄວ້. ເພື່ອວ່າຊື່ສຽງຂອງພຣະອົງຈະໄດ້ຮັບການຕັ້ງໄວ້ ແລະ ນາມຂອງພຣະອົງຈະຍິ່ງໃຫຍ່ຕະຫລອດໄປ. ແລ້ວຄົນທັງຫລາຍຈະເວົ້າວ່າ, ‘ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າຢູ່ເໜືອອິດສະຣາເອນ, ເປັນພຣະເຈົ້າຂອງອິດສະຣາເອນ!’ ແລະ ເຊື້ອສາຍດາວິດຜູ້ຮັບໃຊ້ຂອງພຣະອົງຈະໄດ້ຮັບການຕັ້ງໄວ້ຕໍ່ໜ້າພຣະອົງ.
“ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ, ພຣະອົງໄດ້ເປີດເຜີຍແກ່ຜູ້ຮັບໃຊ້ຂອງພຣະອົງວ່າພຣະອົງຈະສ້າງຄອບຄົວໜຶ່ງເພື່ອລາວ. ດັ່ງນັ້ນ ຜູ້ຮັບໃຊ້ຂອງພຣະອົງຈຶ່ງກ້າອະທິຖານແບບນີ້ຕໍ່ພຣະອົງ. ຂ້າແດ່ພຣະເຈົ້າຢາເວ, ພຣະອົງເປັນພຣະເຈົ້າ! ພຣະອົງສັນຍາຈະໃຫ້ສິ່ງດີເຫລົ່ານີ້ແກ່ຜູ້ຮັບໃຊ້ຂອງພຣະອົງ. ບັດນີ້ ພຣະອົງພໍໃຈທີ່ຈະອວຍພອນຄອບຄົວຜູ້ຮັບໃຊ້ຂອງພຣະອົງໃຫ້ຍືນຍົງຕະຫລອດໄປໃນສາຍຕາຂອງພຣະອົງ; ຂ້າແດ່ພຣະເຈົ້າຢາເວ, ເພາະພຣະອົງໄດ້ອວຍພອນຄອບຄົວຂອງຂ້ານ້ອຍແລ້ວ ແລະ ພວກເຂົາຈະໄດ້ຮັບພຣະພອນຕະຫລອດໄປ”.
Source notes (1)
- Footnote ໂດຍປົກກະຕິແປວ່າ ພວກຜູ້ປົກຄອງ ເຊັ່ນດຽວກັບຂໍ້ 10
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.