Biblica® Open Lao Contemporary Version
1 ຂ່າວຄາວ 16
ປະຕິບັດງານຢູ່ຕໍ່ໜ້າຫີບຄໍາໝັ້ນສັນຍາ
ພວກເຂົາໄດ້ນຳເອົາຫີບພັນທະສັນຍາຂອງພຣະເຈົ້າມາຕັ້ງໄວ້ໃນຫໍເຕັນທີ່ດາວິດໄດ້ຈັດຕຽມໄວ້ ແລະ ພວກເຂົາກໍໄດ້ຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງບູຊາເພື່ອຄວາມສາມັກຄີທຳຕໍ່ໜ້າພຣະເຈົ້າ. ຫລັງຈາກທີ່ດາວິດໄດ້ຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງບູຊາເພື່ອຄວາມສາມັກຄີທຳສຳເລັດແລ້ວ ເພິ່ນກໍອວຍພອນແກ່ປະຊາຊົນໃນນາມຂອງພຣະເຈົ້າຢາເວ. ຫລັງຈາກນັ້ນ ເພິ່ນໄດ້ເອົາເຂົ້າຈີ່, ຂະໝົມໝາກອິນທະຜາລໍາ, ຂະໜົມໝາກອະງຸ່ນແຫ້ງແຈກຢາຍໃຫ້ຊາວອິດສະຣາເອນທຸກຄົນຢ່າງລະກ້ອນທັງຜູ້ຊາຍ ແລະ ຜູ້ຍິງ.
ດາວິດໄດ້ແຕ່ງຕັ້ງພວກເລວີບາງຄົນໃຫ້ບົວລະບັດຮັບໃຊ້ຕໍ່ໜ້າຫີບຄໍາໝັ້ນສັນຍາຂອງພຣະເຈົ້າຢາເວ ເພື່ອຍົກຍ້ອງ, ໂມທະນາຂອບພຣະຄຸນ ແລະ ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນ. ອາສັບໄດ້ເປັນຫົວໜ້າ, ແລະ ຮອງລົງມາຈາກເພິ່ນແມ່ນເຊກາຣີຢາ, ຕໍ່ມາແມ່ນຢາອາຊີເອນ, ເຊມີຣາໂມດ, ເຢຮີເອນ, ມັດຕີທີຢາ, ເອລີອາບ, ເບນາອີຢາ, ໂອເບັດເອໂດມ ແລະ ເຢອີເອນ. ພວກເຂົາເປັນຜູ້ດີດພິນນ້ອຍ ແລະ ດີດພິນໃຫຍ່ ອາສັບເປັນຜູ້ຕົບແສ່ງ, ປະໂລຫິດເບນາອີຢາ ແລະ ຢາຮາຊີເອນເປັນຜູ້ເປົ່າແກປະຈຳຕໍ່ໜ້າຫີບພັນທະສັນຍາຂອງພຣະເຈົ້າ.
ບົດເພງສັນລະເສີນຂອບພຣະຄຸນຂອງດາວິດ
(ພສສ 96:1-13; 105:1-15; 106:1,47-48)
ໃນມື້ນັ້ນດາວິດໄດ້ມອບບົດເພງສັນລະເສີນຂອບພຣະຄຸນອົງພຣະຜູ້ເປັນເຈົ້າໃຫ້ອາສັບ ແລະ ຄະນະຂອງລາວໃຫ້ຮ້ອງເພງສັນລະເສີນພຣະເຈົ້າຢາເວເປັນຄັ້ງທຳອິດດັ່ງນີ້:
ຈົ່ງສັນລະເສີນພຣະເຈົ້າຢາເວ ແລະ ປະກາດນາມຂອງພຣະອົງ
ໃຫ້ປະຊາຊາດທັງຫລາຍໄດ້ຮູ້ເຖິງສິ່ງທີ່ພຣະອົງເຮັດ.
ຈົ່ງຮ້ອງເພງຖວາຍພຣະອົງ, ຮ້ອງສັນລະເສີນຖວາຍພຣະອົງ;
ບອກເຖິງພາລະກິດອັນອັດສະຈັນທັງໝົດຂອງພຣະອົງ.
ຈົ່ງເທີດທູນນາມອັນບໍລິສຸດຂອງພຣະອົງ;
ໃຫ້ຫົວໃຈຂອງຄົນທີ່ສະແຫວງຫາພຣະເຈົ້າຢາເວຊື່ນຊົມຍິນດີ.
ຈົ່ງເບິ່ງໄປທີ່ພຣະເຈົ້າຢາເວ ແລະ ກຳລັງຂອງພຣະອົງ.
ຈົ່ງສະແຫວງຫາໃບໜ້າຂອງພຣະອົງຢູ່ສະເໝີ.
ຈົ່ງລະນຶກເຖິງການອັດສະຈັນທີ່ພຣະອົງໄດ້ເຮັດ.
ເຖິງການອັດສະຈັນ ແລະ ຄຳພິພາກສາທີ່ພຣະອົງປະກາດ.
ພວກເຈົ້າທັງຫລາຍຜູ້ເປັນເຊື້ອສາຍຂອງອິດສະຣາເອນຜູ້ຮັບໃຊ້ຂອງພຣະອົງ,
ລູກຫລານຂອງຢາໂຄບທີ່ພຣະອົງໄດ້ເລືອກໄວ້.
ພຣະອົງເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ;
ຄຳພິພາກສາຂອງພຣະອົງກໍຢູ່ທົ່ວແຜ່ນດິນໂລກ.
ພຣະອົງໄດ້ລະນຶກ1 ຄຳໝັ້ນສັນຍາຂອງພຣະອົງຕະຫລອດໄປ,
ພຣະອົງລະນຶກເຖິງສັນຍາທີ່ພຣະອົງໄດ້ເຮັດໄວ້ຕະຫລອດພັນຊົ່ວອາຍຸຄົນ,
ຄຳໝັ້ນສັນຍາທີ່ພຣະອົງໄດ້ເຮັດກັບອັບຣາຮາມ,
ຄຳປະຕິຍານທີ່ພຣະອົງໄດ້ສັນຍາກັບອີຊາກ.
ພຣະອົງໄດ້ຢືນຢັນຕໍ່ຢາໂຄບເປັນດຳລັດ,
ຕໍ່ອິດສະຣາເອນເປັນຄຳໝັ້ນສັນຍານິລັນດອນ
“ເຮົາຈະມອບດິນແດນການາອານໃຫ້ພວກເຈົ້າ
ໃຫ້ເປັນມໍລະດົກຂອງພວກເຈົ້າ”
ເມື່ອເວລາທີ່ອິດສະຣາເອນຍັງມີຈຳນວນໜ້ອຍຫລາຍ,
ໜ້ອຍເຫລືອເກີນ ແລະ ເປັນພຽງຄົນແປກໜ້າໃນດິນແດນນັ້ນ,
ພວກເພິ່ນ2ພະເນຈອນຈາກຊົນຊາດໜຶ່ງໄປຫາອີກຊົນຊາດໜຶ່ງ,
ຈາກອານາຈັກໜຶ່ງໄປຫາອີກອານາຈັກໜຶ່ງ.
ພຣະອົງບໍ່ຍອມໃຫ້ຜູ້ໃດຂົ່ມເຫັງພວກເພິ່ນ
ເພາະເຫັນແກ່ພວກເພິ່ນ ພຣະອົງຈຶ່ງໄດ້ເຕືອນກະສັດທັງຫລາຍວ່າ
“ຢ່າແຕະຕ້ອງບັນດາຜູ້ທີ່ເຮົາໄດ້ເຈີມໄວ້
ຢ່າເຮັດອັນຕະລາຍອັນໃດໃຫ້ແກ່ບັນດາຜູ້ທຳນວາຍຂອງເຮົາ”.
ທົ່ວແຜ່ນດິນໂລກ, ຈົ່ງຮ້ອງເພງຖວາຍແດ່ ພຣະເຈົ້າຢາເວ;
ຈົ່ງປະກາດຄວາມພົ້ນຂອງພຣະອົງທຸກໆວັນ
ຈົ່ງປະກາດສະຫງ່າລາສີຂອງພຣະອົງໃນທ່າມກາງບັນດາປະຊາຊາດ,
ປະກາດກິດຈະການອັນລ້ຳເລີດຂອງພຣະອົງໃນທ່າມກາງຊົນຊາດທັງໝົດ.
ເພາະພຣະເຈົ້າຢາເວນັ້ນຍິ່ງໃຫຍ່ ແລະ ສົມຄວນໄດ້ຮັບການສັນລະເສີນທີ່ສຸດ.
ພຣະອົງເປັນທີ່ເຄົາລົບຢຳເກງເໜືອພະທັງໝົດ.
ເພາະພະທັງໝົດຂອງຊົນຊາດຕ່າງໆນັ້ນເປັນພຽງຮູບເຄົາລົບ,
ແຕ່ພຣະເຈົ້າຢາເວໄດ້ສ້າງຟ້າສະຫວັນ.
ຄວາມສະຫງ່າງາມ ແລະ ບາລະມີກໍຢູ່ຕໍ່ໜ້າພຣະອົງ;
ກໍາລັງ ແລະ ຄວາມຊົມຊື່ນຍິນດີຢູ່ໃນບ່ອນສະຖິດຢູ່ຂອງພຣະອົງ.
ທຸກຄອບຄົວຂອງຊົນຊາດທັງຫລາຍ, ຈົ່ງເທີດທູນພຣະເຈົ້າຢາເວ
ຈົ່ງເທີດທູນພຣະເຈົ້າຢາເວເຖິງກຽດ ແລະ ກຳລັງຂອງພຣະອົງ
ຈົ່ງເທີດທູນພຣະເຈົ້າຢາເວຕາມກຽດທີ່ສົມຄວນແກ່ນາມຂອງພຣະອົງ
ຈົ່ງນຳເຄື່ອງບູຊາເຂົ້າມາຕໍ່ໜ້າພຣະອົງ
ຈົ່ງນະມັດສະການພຣະເຈົ້າຢາເວໃນ3ຄວາມສະຫງ່າງາມແຫ່ງຄວາມບໍລິສຸດຂອງພຣະອົງ.
ທົ່ວແຜ່ນດິນໂລກຈົ່ງສັ່ນສະທ້ານຕໍ່ໜ້າພຣະອົງ!
ໂລກໄດ້ຮັບການສະຖາປະນາໄວ້ຢ່າງໝັ້ນຄົງ; ຈະບໍ່ມີວັນສັ່ນຄອນ.
ຟ້າສະຫວັນ, ຈົ່ງຊື່ນຊົມຍິນດີ ແຜ່ນດິນໂລກຈົ່ງຍິນດີ;
ຈົ່ງບອກຊົນຊາດທັງຫລາຍວ່າ “ພຣະເຈົ້າຢາເວເປັນຜູ້ປົກຄອງ!”
ໃຫ້ທະເລ ແລະ ທຸກສິ່ງທີ່ຢູ່ໃນນັ້ນສົ່ງສຽງກັງວານ;
ໃຫ້ທົ່ງນາ ແລະ ທຸກສິ່ງທີ່ຢູ່ໃນທົ່ງນານັ້ນມ່ວນຊື່ນ!
ໃຫ້ຕົ້ນໄມ້ທີ່ຢູ່ໃນປ່າຮ້ອງເພງຊື່ນຊົມຍິນດີ,
ໃຫ້ພວກມັນຮ້ອງເພງຢ່າງຊື່ນຊົມຍິນດີຕໍ່ໜ້າພຣະເຈົ້າຢາເວ,
ເພາະພຣະອົງມາເພື່ອພິພາກສາແຜ່ນດິນໂລກ.
ຈົ່ງຂອບພຣະຄຸນພຣະເຈົ້າຢາເວ, ເພາະພຣະອົງດີ;
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຕະຫລອດໄປເປັນນິດ.
ຈົ່ງສົ່ງສຽງຮ້ອງວ່າ, “ຂ້າແດ່ພຣະເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນຂອງພວກຂ້ານ້ອຍ, ຂໍຊ່ວຍພວກຂ້ານ້ອຍໃຫ້ພົ້ນ,
ຂໍຮວບຮວມພວກຂ້ານ້ອຍຈາກຊົນຊາດຕ່າງໆ ແລະ ກອບກູ້ພວກຂ້ານ້ອຍຈາກຊົນຊາດທັງຫລາຍດ້ວຍ,
ເພື່ອພວກຂ້ານ້ອຍຈະຂອບພຣະຄຸນນາມອັນບໍລິສຸດຂອງພຣະອົງ,
ແລະ ຍົກຍ້ອງສັນລະເສີນພຣະອົງ”.
ຈົ່ງສັນລະເສີນພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ,
ຈາກນິລັນການຈົນເຖິງນິລັນການ.
ຫລັງຈາກນັ້ນ ປະຊາຊົນທັງໝົດກ່າວວ່າ “ອາແມນ” ແລະ “ຈົ່ງສັນລະເສີນພຣະເຈົ້າຢາເວ”.
ດາວິດມອບໃຫ້ອາສັບ ແລະ ຄະນະຜູ້ຊ່ວຍຂອງລາວປະຕິບັດໜ້າທີ່ຕໍ່ໜ້າຫີບຄໍາໝັ້ນສັນຍາຂອງພຣະເຈົ້າຢາເວຢູ່ໃນທີ່ນັ້ນຢ່າງສະໝໍ່າສະເໝີ. ແລະ ເພິ່ນໄດ້ໃຫ້ໂອເບັດເອໂດມ ແລະ ຄະນະຜູ້ຊ່ວຍຂອງລາວ ຫົກສິບແປດຄົນຮ່ວມກັນປະຕິບັດໜ້າທີ່ນໍາພວກເຂົາດ້ວຍ. ໂອເບັດເອໂດມລູກຊາຍເຢດູທູນ ແລະ ໂຮສາເປັນຜູ້ເຝົ້າຍາມປະຕູ.
ດາວິດໄດ້ໃຫ້ປະໂລຫິດຊາດົກ ແລະ ພີ່ນ້ອງປະໂລຫິດຄົນອື່ນໆຮັບໃຊ້ຮ່ວມກັນຢູ່ຕໍ່ໜ້າຫໍເຕັນສັກສິດຂອງພຣະເຈົ້າຢາເວທີ່ບ່ອນສູງໃນກີເບໂອນ. ເພື່ອຖວາຍເຄື່ອງເຜົາບູຊາເປັນປະຈໍາເທິງແທ່ນບູຊາແກ່ພຣະເຈົ້າຢາເວ, ທຸກເຊົ້າທຸກແລງ, ຕາມທີ່ກົດບັນຍັດທຸກຂໍ້ຂອງພຣະເຈົ້າຢາເວທີ່ໄດ້ຂຽນໄວ້ ເຊິ່ງພຣະອົງໄດ້ມອບໃຫ້ແກ່ຊາວອິດສະຣາເອນ. ແລະ ໃຫ້ເຮມານ ແລະ ເຢດູທູນກັບຄົນອື່ນໆທີ່ໄດ້ຮັບເລືອກ ແລະ ລະບຸຊື່ໄວ້ເປັນຜູ້ຮ້ອງເພງໂມທະນາຂອບພຣະຄຸນພຣະເຈົ້າຢາເວວ່າ, “ເພາະຄວາມຮັກອັນໝັ້ນຄົງຂອງພຣະອົງດຳລົງຕະຫລອດໄປເປັນນິດ” ເຮມານ ແລະ ເຢດູທູນມີໜ້າທີ່ຮັບຜິດຊອບເປົ່າແກ, ຕົບແສ່ງ ແລະ ຫຼິ້ນເຄື່ອງດົນຕີອື່ນໆໄປພ້ອມກັນກັບບົດເພງສັກສິດ. ບັນດາລູກຊາຍຂອງເຢດູທູນເປັນຜູ້ເຝົ້າຍາມປະຈຳຢູ່ທີ່ປະຕູ.
ຫລັງຈາກ ປະຊາຊົນທັງໝົດກໍຈາກໄປ, ກັບໄປເຮືອນຂອງແຕ່ລະຄົນ, ສ່ວນດາວິດກໍໄດ້ກັບເມືອເຮືອນເພື່ອໄປອວຍພອນຄອບຄົວຂອງເພິ່ນ.
Source notes (3)
- Footnote ພາສາເຮັບເຣີວ່າ ຈົ່ງລະນຶກເຖິງ (ເບິ່ງ ພສສ 105:8)
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ວ່າ ເປັນມໍລະດົກຂອງພວກເຈົ້າ 19 ເຖິງວ່າອິດສະຣາເອນຍັງມີຈຳນວນໜ້ອຍຫລາຍ, ໜ້ອຍເຫລືອເກີນ ແລະ ເປັນພຽງຄົນແປກໜ້າໃນທີ່ນັ້ນ” 20 ພວກເພິ່ນ
- Footnote ຫລື ດ້ວຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.