Skip to content
BibleKenya

Biblica® Open Lao Contemporary Version

1 ຂ່າວຄາວ 15

ຫີບ​ຄໍາໝັ້ນສັນຍາ​ຖືກ​ນຳ​ມາ​ເຢຣູຊາເລັມ

(2ຊມອ 6:12-19)

ຫລັງ​ຈາກ​ດາວິດ​ໄດ້​ສ້າງ​ຕຶກ​ອາຄານ​ຕ່າງ​ໆ​ສຳລັບ​ຕົນ​ໃນ​ເມືອງ​ຂອງ​ດາວິດ​ແລ້ວ ດາວິດ​ໄດ້​ຈັດຕຽມ​ບ່ອນ​ໄວ້​ຫີບ​ຄໍາໝັ້ນສັນຍາ​ຂອງ​ພຣະເຈົ້າ ແລະ ໄດ້ຕັ້ງ​ຫໍເຕັນ​ຂຶ້ນ​ຫລັງ​ໜຶ່ງ​ສໍາລັບ​ເກັບ​ຫີບ​ໄວ້. ແລ້ວ​ດາວິດ​ເວົ້າ​ວ່າ, “ຢ່າ​ໃຫ້​ຜູ້ໃດ​ຫາມ​ຫີບ​ຄໍາໝັ້ນສັນຍາ​ຂອງ​ພຣະເຈົ້າ ນອກຈາກ​ພວກ​ເລວີ​ເທົ່ານັ້ນ, ເພາະວ່າ​ພຣະເຈົ້າຢາເວ​ໄດ້​ເລືອກ​ພວກເຂົາ​ເພື່ອ​ຫາມ​ຫີບ​ຄໍາໝັ້ນສັນຍາ​ຂອງ​ພຣະເຈົ້າຢາເວ ແລະ ເພື່ອ​ຮັບໃຊ້​ຢູ່​ຕໍ່ໜ້າ​ພຣະອົງ​ຕະຫລອດໄປ”.

ດາວິດ​ຈຶ່ງ​ໄດ້​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ມາ​ປະຊຸມ​ກັນ​ຢູ່​ໃນ​ເຢຣູຊາເລັມ ເພື່ອ​ນຳ​ເອົາຫີບ​ຄໍາໝັ້ນ​ສັນຍາ​ຂອງ​ພຣະເຈົ້າ​ຢາເວ ມາວາງ​ໄວ້​ບ່ອນ​ທີ່​ເພິ່ນ​ໄດ້​ຈັດຕຽມ​ໄວ້.

ເພິ່ນ​ໄດ້​ເອີ້ນ​ເອົາ​ເຊື້ອສາຍ​ຂອງ​ອາໂຣນ ແລະ ພວກ​ເລວີ​ໃຫ້​ມາ​ພ້ອມໜ້າ​ກັນ ມີ​ດັ່ງນີ້:

ຈາກ​ເຊື້ອສາຍ​ໂກຮາດ,

ແມ່ນ​ອູຣິເອນ​ເປັນ​ຫົວໜ້າ ແລະ ມີ​ຍາດພີ່ນ້ອງ​ໜຶ່ງ​ຮ້ອຍ​ຊາວ​ຄົນ;

ຈາກ​ເຊື້ອສາຍ​ຂອງ​ເມຣາຣິ

ແມ່ນ​ອາສາອີຢາ​ເປັນ​ຫົວໜ້າ ແລະ ມີ​ຍາດພີ່ນ້ອງ​ສອງຮ້ອຍຊາວ​ຄົນ;

ຈາກ​ເຊື້ອສາຍ​ເກໂຊນ,1

ແມ່ນ​ໂຢເອນ​ເປັນ​ຫົວໜ້າ ແລະ ຍາດ​ພີ່ນ້ອງ​ໜຶ່ງ​ຮ້ອຍ​ສາມສິບ​ຄົນ;

ຈາກ​ເຊື້ອສາຍ​ຂອງ​ເອລີຊາຟັນ,

ແມ່ນ​ເຊມາອີຢາ​ເປັນ​ຫົວໜ້າ ແລະ ມີ​ຍາດພີ່ນ້ອງ​ສອງຮ້ອຍ​ຄົນ;

ຈາກ​ເຊື້ອສາຍ​ຂອງ​ເຮັບໂຣນ,

ແມ່ນ​ເອລີເອນ​ເປັນ​ຫົວໜ້າ ແລະ ມີ​ຍາດພີ່ນ້ອງ ແປດສິບ​ຄົນ;

ຈາກ​ເຊື້ອສາຍ​ຂອງ​ອຸດຊີເອນ,

ແມ່ນ​ອຳມີນາດາບ​ເປັນ​ຫົວໜ້າ ແລະ ມີ​ຍາດພີ່ນ້ອງ​ໜຶ່ງຮ້ອຍ​ສິບສອງ​ຄົນ.

ຈາກນັ້ນ ດາວິດ​ໄດ້​ເອີ້ນ​ເອົາ​ປະໂລຫິດ​ຊາດົກ ແລະ ອາບີອາທາ ແລະ ພວກ​ເລວີ​ມີ​ດັ່ງນີ້: ອູຣິເອນ, ອາສາອີຢາ, ໂຢເອນ, ເຊມາອີຢາ, ເອລີເອນ ແລະ ອຳມີນາດາບ​ໃຫ້​ມາ​ພົບເພິ່ນ. ແລ້ວ​ເພິ່ນ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ພວກເຈົ້າ​ເປັນ​ຜູ້ນຳ​ບັນດາ​ຕະກຸນ​ຊາວ​ເລວີ; ພວກເຈົ້າ ແລະ ພວກ​ພີ່ນ້ອງ​ຊາວ​ເລວີ​ຈົ່ງ​ຊຳລະ​ຕົນ​ໃຫ້​ບໍລິສຸດ ແລະ ນຳ​ເອົາ​ຫີບ​ຄໍາໝັ້ນສັນຍາ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ມາ​ບ່ອນ​ທີ່​ເຮົາ​ໄດ້​ຈັດຕຽມ​ໄວ້​ແລ້ວ. ຍ້ອນ​ພວກເຈົ້າ, ຄົນ​ເລວີ, ບໍ່​ໄດ້​ເປັນ​ຜູ້​ຫາມ​ຫີບ​ຄໍາໝັ້ນສັນຍາ​ໄປ​ແຕ່​ເທື່ອ​ທໍາອິດ​ນັ້ນ ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຈຶ່ງ​ໄດ້​ໃຈຮ້າຍ​ຕໍ່​ພວກເຮົາ. ພວກເຮົາ​ບໍ່​ໄດ້​ຖາມ​ພຣະອົງ​ເຖິງ​ວິທີ​ທີ່​ຈະ​ນຳເອົາ​ຫີບ​ມາ​ຕາມ​ວິທີ​ທີ່​ໄດ້​ກຳນົດ​ໄວ້”. ສະນັ້ນ ບັນດາ​ປະໂລຫິດ ແລະ ພວກ​ເລວີ​ຈຶ່ງ​ໄດ້​ຊຳລະ​ຕົນເອງ​ເພື່ອ​ນຳ​ເອົາ​ຫີບ​ຄໍາໝັ້ນສັນຍາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ຂຶ້ນ​ມາ. ຫລັງຈາກ​ນັ້ນ​ພວກ​ເລວີ​ໄດ້​ຫາມ​ຫີບ​ຄໍາໝັ້ນສັນຍາ​ຂອງ​ພຣະເຈົ້າ​ຂຶ້ນ​ໃສ່​ບ່າ​ຂອງ​ພວກເຂົາ​ໂດຍ​ໃຊ້​ໄມ້ຄານ​ຫາມ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ທີ່​ໄດ້​ສັ່ງ​ໂມເຊ​ໄວ້.

ດາວິດ​ໄດ້ບອກ​ບັນດາ​ຫົວໜ້າ​ຂອງ​ພວກ​ເລວີ​ໃຫ້​ແຕ່ງຕັ້ງ​ພີ່ນ້ອງ​ຊາວ​ເລວີ​ຂອງ​ພວກຕົນ​ເປັນ​ນັກດົນຕຼີ ເພື່ອ​ຮ້ອງ​ເພງ​ຢ່າງ​ມ່ວນຊື່ນ​ດ້ວຍ​ເຄື່ອງ​ດົນຕີ​ຕ່າງ​ໆ​ຄື: ດີດ​ພິນ​ນ້ອຍ ດີດ​ພິນ​ໃຫຍ່ ແລະ ຕົບ​ແສ່ງ.

ດັ່ງນັ້ນ ພວກ​ເລວີ​ຈຶ່ງ​ໄດ້​ແຕ່ງຕັ້ງ​ເຮມານ​ລູກຊາຍ​ຂອງ​ໂຢເອນ​ທີ່​ເປັນ​ພີ່ນ້ອງ​ຂອງ​ລາວ​ເອງ, ອາສັບ​ລູກຊາຍ​ຂອງ​ເບເຣກີຢາ​ທີ່​ເປັນ​ພີ່ນ້ອງ​ຂອງ​ພວກເຂົາ, ເອທານ​ລູກຊາຍ​ຂອງ​ກູຊາອີຢາ​ແຫ່ງ​ຕະກຸນ​ເມຣາຣິ. ແລະ ພ້ອມທັງ​ພີ່ນ້ອງ​ທີ່​ເປັນ​ຜູ້​ຊ່ວຍ​ຮອງ​ລົງ​ມາ​ມີ​ດັ່ງນີ້: ເຊກາຣີຢາ,2 ຢາອາຊີເອນ, ເຊມີຣາໂມດ, ເຢຮີເອນ, ອຸນນີ, ເອລີອາບ, ເບນາອີຢາ ແລະ ມາອາເສອີຢາ. ມັດຕີທີຢາ, ເອລີເຟເລຮູ, ມິກເນອີຢາ, ໂອເບັດເອໂດມ ແລະ ເຢອີເອນ.3 ຜູ້ເຝົ້າຍາມ​ປະຕູ​ວິຫານ.

ນັກດົນຕຼີ​ມີ​ດັ່ງນີ້: ເຮມານ, ອາສັບ ແລະ ເອທານ​ເປັນ​ຜູ້​ຕີ​ແສ່ງ​ທອງສຳລິດ ເຊກາຣີຢາ, ອາຊີເອນ, ເຊມີຣາໂມດ, ເຢຮີເອນ, ອຸນນີ, ເອລີອາບ, ມາອາເສອີຢາ ແລະ ເບນາອີຢາ​ເປັນ​ຜູ້ຫລິ້ນ​ພິນ​ນ້ອຍ​ຕາມ​ທຳນອງ​ອາລາໂມດ ມັດຕີທີຢາ ເອລີເຟເລຮູ, ມິກເນອີຢາ, ໂອເບັດເອໂດມ, ເຢອີເອນ ແລະ ອາຊາຊີຢາ​ມັດຕີທີຢາ ເອລີເຟເລຮູ, ມິກເນອີຢາ, ໂອເບັດ​ເອໂດມ, ເຢອີເອນ ແລະ ອາຊາຊີຢາ ເປັນ​ຜູ້​ຫລິ້ນ​ພິນ​ໃຫຍ່​ຕາມ​ທໍານອງ​ເຊມີນິດ. ເກນານີຢາ​ຫົວໜ້າ​ຂອງ​ຊາວ​ເລວີ​ໃຫ້​ຮັບຜິດຊອບ​ການ​ຮ້ອງເພງ; ນັ້ນ​ຄື​ໜ້າທີ່​ຂອງ​ລາວ​ເພາະ​ລາວ​ຊ່ຽວຊານ​ໃນ​ເລື່ອງ​ນີ້.

ເບເຣກີຢາ ແລະ ເອນການາ​ເປັນ​ຜູ້​ເຝົ້າ​ຍາມ​ປະຕູ​ຫີບ​ຄໍາໝັ້ນສັນຍາ. ບັນດາ​ປະໂລຫິດ​ເຊບານີຢາ, ໂຢຊາຟັດ, ເນທາເນນ, ອາມາໄສ, ເຊກາຣີຢາ, ເບນາອີຢາ ແລະ ເອລີເອເຊ ເປັນ​ຜູ້​ເປົ່າ​ແກ​ນຳ​ໜ້າ​ຫີບ​ຄໍາໝັ້ນສັນຍາ​ຂອງ​ພຣະເຈົ້າ. ໂອເບັດເອໂດມ ແລະ ເຢຮີຢາ​ເປັນ​ຜູ້ເຝົ້າ​ຍາມ​ປະຕູ​ຫີບ​ຄໍາໝັ້ນສັນຍາ​ເໝືອນກັນ.

ດັ່ງນັ້ນ ດາວິດ, ພວກ​ເຖົ້າແກ່​ຂອງ​ອິດສະຣາເອນ ແລະ ພວກ​ຜູ້ບັນຊາການ​ກອງພັນ​ຈຶ່ງ​ໄດ້ໄປ​ນຳ​ເອົາ​ຫີບ​ຄໍາໝັ້ນສັນຍາ​ຂອງ​ພຣະເຈົ້າຢາເວ ອອກ​ມາ​ຈາກ​ເຮືອນ​ຂອງ​ໂອເບັດເອໂດມ​ດ້ວຍ​ຄວາມ​ຊື່ນຊົມຍິນດີ. ເພາະ​ພຣະເຈົ້າ​ຊ່ວຍ​ພວກ​ເລວີ​ທີ່​ຫາມ​ຫີບ​ຄໍາໝັ້ນສັນຍາ​ຂອງ​ພຣະເຈົ້າຢາເວ, ແລ້ວ​ພວກເຂົາ​ຈຶ່ງ​ໄດ້​ຖວາຍ​ງົວເຖິກ​ເຈັດ​ໂຕ ແລະ ແກະເຖິກ​ເຈັດ​ໂຕ​ເປັນ​ເຄື່ອງບູຊາ. ດາວິດ​ໄດ້​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າຝ້າຍ​ລິນິນ​ເນື້ອລະອຽດ​ດີ, ເຊັ່ນດຽວກັນ​ກັບ​ພວກ​ເລວີ​ທັງໝົດ​ທີ່​ຫາມ​ຫີບ​ຄໍາໝັ້ນສັນຍາ ແລະ ພວກ​ນັກດົນຕີ​ກໍ່​ເໝືອນ​ກັນ ສ່ວນ​ເກນານີຢາ​ເປັນ​ຜູ້​ຮັບຜິດຊອບ​ຄະນະ​ນັກຮ້ອງ. ດາວິດ​ຍັງ​ໄດ້​ນຸ່ງ​ເສື້ອຄຸມ​ສັ້ນ​ເອໂຟດ​ດ້ວຍ. ດັ່ງນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ຈຶ່ງ​ໄດ້​ນຳ​ເອົາ​ຫີບ​ຄໍາໝັ້ນສັນຍາ​ຂອງ​ພຣະເຈົ້າຢາເວ​ດ້ວຍ​ສຽງ​ໂຫ່​ຮ້ອງ​ຊື່ນຊົມຍິນດີ, ພ້ອມທັງ​ເປົ່າ​ເຂົາ​ແກະ ແລະ ເປົ່າແກ, ຕົບແສ່ງ ດີດ​ພິນ​ນ້ອຍ ແລະ ດີດ​ພິນ​ໃຫຍ່.

ໃນຂະນະ​ທີ່​ຫີບ​ຄໍາໝັ້ນສັນຍາ​ຂອງ​ພຣະເຈົ້າຢາເວ​ກໍາລັງ​ເຂົ້າ​ໄປ​ສູ່​ເມືອງ​ຂອງ​ດາວິດ, ນາງ​ມີການ​ລູກສາວ​ຂອງ​ໂຊນ​ໄດ້​ແນມເບິ່ງ​ຈາກ​ທາງ​ປ່ອງຢ້ຽມ ແລະ ເຫັນ​ກະສັດ​ດາວິດ​ຟ້ອນ ແລະ ສະເຫລີມ​ສະຫຼອງ​ຢູ່, ນາງ​ຈຶ່ງ​ໝິ່ນປະໝາດ​ເພິ່ນ​ໃນ​ໃຈ.

Source notes (3)
  1. Footnote ພາສາ​ເຮັບເຣີ​ວ່າ ເກໂຊມ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ເກໂຊນ
  2. Footnote ສຳ​ເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ເຊກາຣີຢາ ບຸດ ແລະ ຫລື ເຊກາຣີຢາ ເບນ ແລະ (ເບິ່ງ ຂໍ້ 20 ແລະ 16:5)
  3. Footnote ສະບັບ LXX. ວ່າ ເຢອີເອນ ແລະ ອາ​ຊາ​ຊິ​ຢາ (ເບິ່ງ​ຂໍ້ 21)

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.