Skip to content
BibleKenya

Biblica® Open Lao Contemporary Version

1 ຂ່າວຄາວ 14

ຄອບຄົວ​ຂອງ​ດາວິດ

(2ຊມອ 5:11-16; 1ຂຄ 3:5-8)

ກະສັດ​ຮີຣາມ​ແຫ່ງ​ເມືອງ​ຕີເຣ​ໄດ້​ສົ່ງ​ຄະນະທູດ​ມາ​ພົບ​ດາວິດ ພ້ອມ​ທັງ​ຊ່າງ​ກໍ່​ຫີນ, ຊ່າງ​ໄມ້ ແລະ ຕົ້ນໄມ້​ສີດາ​ມາ​ເພື່ອ​ສ້າງ​ວັງ​ຂອງ​ດາວິດ. ແລະ ດາວິດ​ຮູ້​ວ່າ ພຣະເຈົ້າຢາເວ​ໄດ້​ຕັ້ງ​ເພິ່ນ​ໃຫ້​ເປັນ​ກະສັດ​ປົກຄອງ​ເໜືອ​ອິດສະຣາເອນ ແລະ ອານາຈັກ​ຂອງ​ເພິ່ນ​ຈະ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ເປັນ​ຢ່າງ​ສູງ ເພື່ອ​ເຫັນ​ແກ່​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ.

ໃນ​ນະຄອນ​ເຢຣູຊາເລັມ​ດາວິດ​ມີ​ເມຍ​ຕື່ມ​ອີກ ແລະ ມີ​ລູກຊາຍ ແລະ ລູກສາວ​ຫລາຍ​ຄົນ. ລູກ​ຂອງ​ເພິ່ນ​ທີ່​ໄດ້​ເກີດ​ຢູ່​ທີ່ນັ້ນ​ມີ​ຊື່​ດັ່ງນີ້: ຊາມມູອາ, ໂຊບັບ, ນາທານ, ໂຊໂລໂມນ, ອິບຮາ, ເອລີຊູອາ, ເອນເປເລັດ, ໂນຄາ, ເນເຟັກ, ຢາເຟຍ, ເອລີຊາມາ, ເບເອລີອາດາ,1 ແລະ ເອລີເຟເລັດ.

ດາວິດ​ເອົາ​ຊະນະ​ຊາວ​ຟີລິດສະຕິນ

(2ຊມອ 5:17-25)

ເມື່ອ​ຊາວ​ຟີລິດສະຕິນ​ໄດ້​ຍິນ​ວ່າ​ດາວິດ​ໄດ້​ຮັບ​ການ​ຫົດສົງ​ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ເໜືອ​ທົ່ວ​ອິດສະຣາເອນ​ທັງໝົດ, ພວກເຂົາ​ຈຶ່ງ​ຍົກ​ທັບ​ມາ​ທັງໝົດ​ເພື່ອ​ຊອກ​ຫາ​ເພິ່ນ, ແຕ່​ດາວິດ​ໄດ້​ຍິນ​ເລື່ອງ​ນີ້ ແລ້ວ​ຈຶ່ງ​ອອກ​ໄປ​ພົບ​ພວກເຂົາ. ເມື່ອ​ຊາວ​ຟີລິດສະຕິນ​ມາ​ຮອດ ແລະ ໄດ້​ບຸກ​ເຂົ້າ​ໄປ​ໃນ​ຮ່ອມພູ​ເຣຟາອິມ; ດາວິດ​ຈຶ່ງ​ຖາມ​ພຣະເຈົ້າ​ວ່າ: “ຈະ​ໃຫ້​ຂ້ານ້ອຍ​ອອກ​ໄປ​ໂຈມຕີ​ພວກ​ຟີລິດສະຕິນ​ບໍ່? ພຣະອົງ​ຈະ​ມອບ​ພວກເຂົາ​ໄວ້​ໃນ​ມື​ຂອງ​ຂ້ານ້ອຍ​ບໍ?”

ພຣະເຈົ້າຢາເວ​ໄດ້​ຕອບ​ເພິ່ນ​ວ່າ, “ຈົ່ງ​ໄປ, ເຮົາ​ຈະ​ມອບ​ພວກເຂົາ​ໄວ້​ໃນ​ມື​ຂອງ​ເຈົ້າ”.

ດັ່ງນັ້ນ ດາວິດ​ກັບ​ພວກ​ທະຫານ​ຈຶ່ງ​ຂຶ້ນ​ໄປ​ທີ່​ບາອານເປຣາຊິມ, ເພິ່ນ​ໄດ້​ເອົາ​ຊະນະ​ພວກເຂົາ​ຢູ່​ທີ່​ນັ້ນ. ເພິ່ນ​ເວົ້າ​ວ່າ “ພຣະເຈົ້າ​ໄດ້​ທໍາລາຍ​ສັດຕູ​ຂອງ​ຂ້າພະເຈົ້າ​ດ້ວຍ​ມື​ຂອງ​ຂ້າພະເຈົ້າ​ເໝືອນດັ່ງ​ກະແສ​ນໍ້າ​ທີ່​ໄຫລ​ທະລຸ​ໄປ” ສະນັ້ນ ບ່ອນນັ້ນ​ຈຶ່ງ​ໄດ້​ຖືກເອີ້ນ​ວ່າ ບາອານ​ເປຣາຊິມ.2 ພວກ​ຟີລິດສະຕິນ​ໄດ້​ຖິ້ມ​ບັນດາ​ພະ​ຂອງ​ພວກເຂົາ​ໄວ້​ຢູ່​ທີ່ນັ້ນ ແລະ ດາວິດ​ໄດ້​ສັ່ງ​ໃຫ້​ຈູດ​ພະ​ເຫລົ່ານັ້ນ​ຖິ້ມ.

ບໍ່ດົນ​ຕໍ່ມາ ພວກ​ຟີລິດສະຕິນ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ຮ່ອມພູ​ແຫ່ງ​ນັ້ນ​ອີກ; ດັ່ງນັ້ນ ດາວິດ​ຈຶ່ງ​ຖາມ​ພຣະເຈົ້າ​ອີກ ແລະ ພຣະເຈົ້າ​ໄດ້​ຕອບ​ເພິ່ນ​ວ່າ, “ຢ່າ​ບຸກ​ໂຈມຕີ​ທາງ​ດ້ານ​ໜ້າ ແຕ່​ຈົ່ງ​ອ້ອມ​ໄປ ແລ້ວ​ບຸກ​ເຂົ້າ​ໂຈມຕີ​ທາງ​ຕໍ່ໜ້າ​ຂອງ​ປ່າ​ຕົ້ນໂພ. ເມື່ອ​ເຈົ້າ​ໄດ້​ຍິນ​ສຽງ​ຍ່າງ​ເທິງ​ປາຍ​ຕົ້ນໂພ, ຈົ່ງ​ບຸກ​ເຂົ້າ​ໂຈມຕີ ເພາະ​ນັ້ນ​ມີ​ຄວາມໝາຍ​ວ່າ​ພຣະເຈົ້າ​ໄດ້​ອອກ​ໄປ​ກ່ອນ​ພວກເຈົ້າ​ແລ້ວ ເພື່ອ​ໂຈມຕີ​ກອງທັບ​ຟີລິດສະຕິນ”. ດັ່ງນັ້ນ​ດາວິດ​ໄດ້​ເຮັດ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ເພິ່ນ ແລະ ພວກເຂົາ​ໄດ້​ທຳລາຍ​ກອງທັບ​ຟີລິດສະຕິນ​ຕະຫລອດ​ທາງ​ຕັ້ງແຕ່​ເມືອງ​ກີເບໂອນ​ໄປ​ຈົນ​ຮອດ​ເມືອງ​ເກເຊ.

ຊື່ສຽງ​ຂອງ​ດາວິດ​ຈຶ່ງ​ຊ່າລື​ໄປ​ທົ່ວ​ທຸກ​ເຂດແດນ ແລະ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ທຸກ​ຊົນຊາດ ເກີດ​ມີ​ຄວາມ​ຢ້ານກົວ​ເພິ່ນ.

Source notes (2)
  1. Footnote ເບເອລີອາດາ: ໃນ 3:8 ແລະ 2 ຊມອ 5:16 ເອີ້ນ​ວ່າ ເອລີອາດາ.
  2. Footnote ແປ​ວ່າ ອົງພຣະຜູ້ເປັນເຈົ້າ​ຜູ້​ພຸ່ງ​ເຂົ້າ​ໃສ່

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.