Biblica® Open Lao Contemporary Version
1 ຂ່າວຄາວ 13
ການນຳເອົາຫີບຄໍາໝັ້ນສັນຍາກັບຄືນມາ
(2ຊມອ 6:1-11)
ດາວິດໄດ້ປຶກສາກັບນາຍທະຫານ ທີ່ເປັນຜູ້ບັນຊາການກອງພັນ ແລະ ກອງຮ້ອຍແຕ່ລະຄົນ. ແລ້ວເພິ່ນເວົ້າກັບຊຸມຊົນອິດສະຣາເອນທັງໝົດວ່າ “ຖ້າພວກທ່ານທັງຫລາຍເຫັນດີ ແລະ ຖ້າເປັນຄວາມປະສົງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ, ຈົ່ງໃຫ້ພວກເຮົາສົ່ງຂ່າວໄປເຖິງພີ່ນ້ອງທີ່ຍັງເຫລືອຂອງພວກເຮົາທົ່ວເຂດແດນຂອງອິດສະຣາເອນທີ່ຢູ່ໃກ້ ຫລື ຢູ່ໄກ ແລະ ໄປຫາບັນດາປະໂລຫິດ ແລະ ພວກເລວີທີ່ຢູ່ໃນເມືອງ ແລະ ຢູ່ໃນທົ່ງຫຍ້າຂອງພວກເຂົາໃຫ້ມາຮ່ວມກັບພວກເຮົາ. ໃຫ້ພວກເຮົານຳເອົາຫີບຄໍາໝັ້ນສັນຍາຂອງພຣະເຈົ້າຂອງພວກເຮົາກັບຄືນມາ, ເພາະໃນໄລຍະຂອງກະສັດໂຊນ ພວກເຮົາໄດ້ສອບຖາມກ່ຽວກັບເລື່ອງນີ້1” ປະຊາຊົນທັງໝົດກໍໄດ້ເຫັນພ້ອມກັນທີ່ຈະເຮັດສິ່ງນີ້, ເພາະພວກເຂົາເຫັນວ່າເປັນສິ່ງຖືກຕ້ອງ.
ສະນັ້ນ ດາວິດຈຶ່ງໄດ້ປະຊຸມກັບປະຊາຊົນອິດສະຣາເອນທັງໝົດ ຕັ້ງແຕ່ແມ່ນ້ຳຊີໂຮເຣໃນເອຢິບຈົນເຖິງເມືອງເລໂບຮາມັດ,2 ເພື່ອນຳເອົາຫີບຄໍາໝັ້ນສັນຍາຂອງພຣະເຈົ້າອອກມາຈາກເມືອງກີຣີອາດເຢອາຣີມ. ດາວິດ ແລະ ປະຊາຊົນອິດສະຣາເອນທັງໝົດຈຶ່ງໄປທີ່ເມືອງບາອາລາແຫ່ງຢູດາຍ (ເມືອງກີຣີອາດເຢອາຣີມ) ເພື່ອນຳເອົາຫີບພັນທະສັນຍາຂອງພຣະເຈົ້າຄື ພຣະເຈົ້າຢາເວ, ຜູ້ທີ່ສະຖິດຢູ່ລະຫວ່າງເຄຣຸບ ແລະ ຫີບຄໍາໝັ້ນສັນຍາທີ່ໄດ້ເອີ້ນຕາມນາມຊື່ນັ້ນ.
ພວກເຂົາໄດ້ຍ້າຍຫີບພັນທະສັນຍາຂອງພຣະເຈົ້າອອກຈາກເຮືອນຂອງອາບີນາດາບຂຶ້ນໃສ່ເທິງກວຽນໃໝ່ໂດຍມີອຸດຊາ ແລະ ອາຮີໂອເປັນຜູ້ນຳທາງ. ດາວິດ ແລະ ປະຊາຊົນອິດສະຣາເອນທັງໝົດໄດ້ສະເຫຼີມສະຫລອງຢ່າງສຸດກໍາລັງຂອງພວກເຂົາຕໍ່ໜ້າພຣະເຈົ້າດ້ວຍການຮ້ອງເພງ ແລະ ບັນເລງດົນຕີດ້ວຍພິນເຂົາຄູ່, ພິນໃຫຍ່, ກອງແຊັກ, ແສ່ງ ແລະ ແກ.
ເມື່ອພວກເຂົາມາຮອດລານຟາດເຂົ້າຂອງກີໂດນ ເພາະງົວໄດ້ແຕະສະດຸດ, ອຸດຊາໄດ້ຈັບຫີບພັນທະສັນຍາເພື່ອປະຄອງຫີບນັ້ນໄວ້. ຄວາມໂກດຮ້າຍຂອງພຣະເຈົ້າຢາເວຈຶ່ງພຸ່ງຂຶ້ນຕໍ່ອຸດຊາ ແລະ ພຣະອົງໄດ້ຂ້າລາວ ເພາະລາວໄດ້ແຕະຕ້ອງຫີບພັນທະສັນຍານັ້ນ. ດັ່ງນັ້ນ ລາວໄດ້ຕາຍຢູ່ທີ່ນັ້ນຕໍ່ໜ້າພຣະເຈົ້າ.
ຫລັງຈາກນັ້ນ ດາວິດກໍໃຈຮ້າຍເພາະຄວາມໂກດຮ້າຍຂອງພຣະເຈົ້າຢາເວໄດ້ຕໍ່ສູ້ອຸດຊາ ແລະ ຈົນເຖິງທຸກວັນນີ້ສະຖານທີ່ແຫ່ງນັ້ນຈຶ່ງໄດ້ຖືກເອີ້ນວ່າ ເປເຣັດອຸດຊາ3.
ໃນມື້ນັ້ນດາວິດກໍຢ້ານກົວພຣະເຈົ້າ ແລະ ຖາມວ່າ, “ເຮົາຈະນຳເອົາຫີບຄໍາໝັ້ນສັນຍາຂອງພຣະເຈົ້າໄປກັບເຮົາໄດ້ຢ່າງໃດ?” ດາວິດຈຶ່ງບໍ່ໄດ້ນຳເອົາຫີບຄໍາໝັ້ນສັນຍາໄປຢູ່ນໍາເພິ່ນທີ່ເມືອງດາວິດ. ແຕ່ເພິ່ນໄດ້ນໍາເອົາຫີບໄປໄວ້ທີ່ເຮືອນຂອງໂອເບັດເອໂດມຊາວເມືອງກາດແທນ. ຫີບຄໍາໝັ້ນສັນຍາຂອງພຣະເຈົ້າຢູ່ກັບຄອບຄົວຂອງໂອເບັດເອໂດມເປັນເວລາສາມເດືອນ ແລ້ວພຣະເຈົ້າຢາເວໄດ້ອວຍພອນຄອບຄົວຂອງລາວ ແລະ ທຸກສິ່ງທີ່ລາວໄດ້ເຮັດ.
Source notes (3)
- Footnote ຫລື ເຮົາໄດ້ລະເລີຍພຣະອົງ ຫລື ເຮົາບໍ່ໄດ້ທູນຖາມພຣະອົງ
- Footnote ຫລື ທາງເຂົ້າສູ່ຮາມັດ
- Footnote ແປວ່າ ໄພພິບັດແກ່ອຸດຊາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.