Biblica® Open Lao Contemporary Version
1 ຂ່າວຄາວ 21
ດາວິດນັບໄພ່ພົນ
(2ຊມອ 24:1-25)
ມານຊາຕານລຸກຂຶ້ນຕໍ່ສູ້ອິດສະຣາເອນ ແລະ ໄດ້ດົນໃຈໃຫ້ດາວິດນັບຈຳນວນປະຊາຊົນອິດສະຣາເອນ. ດາວິດຈຶ່ງເວົ້າກັບໂຢອາບ ແລະ ຜູ້ບັນຊາການກອງທະຫານວ່າ, “ຈົ່ງໄປນັບຈຳນວນປະຊາຊົນອິດສະຣາເອນຕັ້ງແຕ່ເມືອງເບເອນເຊບາຈົນຮອດເມືອງດານ. ແລ້ວກັບມາລາຍງານເຮົາ ເພື່ອວ່າເຮົາຈະຮູ້ວ່າມີຈຳນວນເທົ່າໃດ”.
ແຕ່ໂຢອາບຕອບວ່າ, “ຂໍພຣະເຈົ້າຢາເວທະວີຄູນກອງທະຫານຂອງທ່ານຮ້ອຍເທົ່າ. ຂ້າແດ່ກະສັດ, ພວກເຂົາກໍເປັນຂອງທ່ານບໍ່ແມ່ນບໍ? ເປັນຫຍັງທ່ານຈຶ່ງຢາກເຮັດສິ່ງນີ້? ເປັນຫຍັງພວກເຂົາຈະຕ້ອງນຳຄວາມຜິດມາສູ່ອິດສະຣາເອນ?”
ເຖິງຢ່າງໃດກໍຕາມ, ເພາະຄຳສັ່ງຂອງກະສັດມີອຳນາດເໜືອໂຢອາບ; ດັ່ງນັ້ນ ໂຢອາບຈຶ່ງເດີນທາງໄປທົ່ວດິນແດນອິດສະຣາເອນແລ້ວກັບຄືນມາເຢຣູຊາເລັມ. ໂຢອາບໄດ້ລາຍງານຈຳນວນທະຫານໃຫ້ແກ່ດາວິດດັ່ງນີ້: ທົ່ວອິດສະຣາເອນມີໜຶ່ງລ້ານໜຶ່ງແສນຄົນທີ່ສາມາດຖືດາບໄປຕໍ່ສູ້ໄດ້ລວມທັງຢູດາຍມີສີ່ຮ້ອຍເຈັດສິບພັນຄົນ.
ແຕ່ໂຢອາບບໍ່ໄດ້ລວມເອົາຈຳນວນຄົນໃນເຜົ່າເລວີ ແລະ ເຜົ່າເບັນຢາມິນ, ເພາະຄຳສັ່ງຂອງກະສັດເປັນສິ່ງທີ່ລາວບໍ່ເຫັນດີ. ຄຳສັ່ງນີ້ກໍເປັນສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າດ້ວຍ; ດັ່ງນັ້ນ ພຣະອົງຈຶ່ງລົງໂທດຊາວອິດສະຣາເອນ.
ແລ້ວດາວິດໄດ້ເວົ້າຕໍ່ພຣະເຈົ້າວ່າ, “ຂ້ານ້ອຍໄດ້ເຮັດບາບຢ່າງຮ້າຍແຮງດ້ວຍການເຮັດສິ່ງນີ້. ບັດນີ້ຂ້ານ້ອຍຂໍພຣະອົງໂຜດຍົກໂທດຄວາມຜິດຂອງຜູ້ຮັບໃຊ້ຂອງພຣະອົງ. ຂ້ານ້ອຍໄດ້ເຮັດສິ່ງທີ່ໂງ່ຫລາຍ”.
ພຣະເຈົ້າຢາເວໄດ້ກ່າວຕໍ່ກາດຜູ້ທຳນວາຍຂອງດາວິດວ່າ, “ຈົ່ງໄປບອກດາວິດວ່າ, ‘ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວກ່າວ: ເຮົາມີຂໍ້ສະເໜີສາມປະການ ໃຫ້ເຈົ້າເລືອກຢ່າງໜຶ່ງແລ້ວເຮົາຈະຈັດການກັບເຈົ້າຕາມນັ້ນ’ ”.
ດັ່ງນັ້ນ ກາດໄດ້ໄປຫາດາວິດ ແລະ ເວົ້າກັບເພິ່ນວ່າ, “ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວກ່າວດັ່ງນີ້: ‘ຈົ່ງເລືອກເອົາຄື: ເກີດການອຶດຢາກອາຫານເປັນເວລາສາມປີ ຫລື ຖືກສັດຕູຂອງເຈົ້າໄລ່ຕາມເປັນເວລາສາມເດືອນ,1 ຫລື ໃຫ້ດາບຂອງພວກເຂົາໄລ່ຕາມທັນເຈົ້າ, ຫລື ໃຫ້ດາບຂອງພຣະເຈົ້າຢາເວໂຈມຕີຄື ວັນນັ້ນຈະນໍາເອົາພະຍາດລະບາດມາສູ່ດິນແດນຂອງທ່ານສາມວັນໂດຍໃຫ້ເທວະດາຂອງພຣະເຈົ້າຢາເວທໍາລາຍທຸກພາກຂອງອິດສະຣາເອນ’. ດັ່ງນັ້ນ ຂໍຈົ່ງຕັດສິນໃຈເພື່ອຂ້ານ້ອຍຈະຕອບພຣະອົງຜູ້ທີ່ໃຊ້ຂ້ານ້ອຍມາ”.
ດາວິດຕອບກາດວ່າ, “ເຮົາລຳບາກໃຈຫລາຍ. ແຕ່ເຮົາຂໍຕົກຢູ່ໃນມືຂອງພຣະເຈົ້າຢາເວ, ເພາະຄວາມເມດຕາຂອງພຣະອົງຍິ່ງໃຫຍ່ຫລາຍ; ຂໍຢ່າໃຫ້ເຮົາຕົກຢູ່ໃນມືຂອງມະນຸດ”.
ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງສົ່ງພະຍາດລະບາດມາສູ່ຊາວອິດສະຣາເອນ ແລະ ມີຄົນໄດ້ລົ້ມຕາຍໄປເຈັດໝື່ນຄົນ. ແລະ ພຣະເຈົ້າໄດ້ສົ່ງເທວະດາອົງໜຶ່ງມາທຳລາຍເຢຣູຊາເລັມ. ແຕ່ໃນຂະນະທີ່ເທວະດາກໍາລັງດໍາເນີນການຢູ່ນັ້ນ, ພຣະເຈົ້າຢາເວກໍໄດ້ເຫັນ ແລະ ທຸກໃຈກ່ຽວກັບໄພພິບັດນັ້ນ ຈຶ່ງກ່າວແກ່ເທວະດາຜູ້ກໍາລັງທຳລາຍປະຊາຊົນວ່າ, “ພໍແລ້ວ! ຢຸດ” ເທວະດາຂອງພຣະເຈົ້າຢາເວກຳລັງຢືນຢູ່ໃກ້ລານຟາດເຂົ້າຂອງອາໂຣນາ2 ຊາວເຢບຸດ.
ເມື່ອດາວິດຫລຽວຂຶ້ນ ແລະ ໄດ້ເຫັນເທວະດາຂອງພຣະເຈົ້າຢາເວຢືນຢູ່ລະຫວ່າງຟ້າສະຫວັນ ແລະ ແຜ່ນດິນໂລກ, ໂດຍຖືດາບຢູ່ໃນມືຂອງຕົນຢູ່ເໜືອເຢຣູຊາເລັມ. ຈາກນັ້ນ ດາວິດ ແລະ ບັນດາເຖົ້າແກ່ໃສ່ເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າໄດ້ກົ້ມກາບລົງພື້ນດິນ.
ດາວິດໄດ້ເວົ້າກັບພຣະເຈົ້າວ່າ, “ຂ້ານ້ອຍເປັນຜູ້ອອກຄຳສັ່ງໃຫ້ນັບຈຳນວນປະຊາຊົນບໍ່ແມ່ນບໍ. ຂ້ານ້ອຍຄືຜູ້ລ້ຽງ3ທີ່ໄດ້ເຮັດບາບ ແລະ ໄດ້ເຮັດຜິດ. ປະຊາຊົນເຫລົ່ານີ້ເປັນແຕ່ພຽງຝູງແກະ ພວກເຂົາໄດ້ເຮັດຫຍັງຜິດ? ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ, ຂໍໃຫ້ມືຂອງພຣະອົງລົງໂທດຂ້ານ້ອຍ ແລະ ຄອບຄົວຂອງຂ້ານ້ອຍເທົ່ານັ້ນ, ແຕ່ຢ່າປ່ອຍໃຫ້ພະຍາດລະບາດນີ້ຍັງຄົງຢູ່ກັບປະຊາຊົນຂອງພຣະອົງເລີຍ”.
ດາວິດສ້າງແທ່ນບູຊາ
ຫລັງຈາກນັ້ນ ເທວະດາຂອງພຣະເຈົ້າຢາເວຈຶ່ງໄດ້ສັ່ງກາດໃຫ້ໄປບອກດາວິດໃຫ້ຂຶ້ນໄປສ້າງແທ່ນບູຊາແທ່ນໜຶ່ງຖວາຍແກ່ພຣະເຈົ້າຢາເວທີ່ລານຟາດເຂົ້າຂອງອາໂຣນາຊາວເຢບຸດ. ດັ່ງນັ້ນ ດາວິດຈຶ່ງໄປປະຕິບັດຕາມຖ້ອຍຄໍາທີ່ກາດໄດ້ກ່າວໃນນາມຊື່ຂອງພຣະເຈົ້າຢາເວ.
ໃນຂະນະທີ່ ອາໂຣນາກຳລັງຟາດເຂົ້າຫວີດຢູ່, ລາວກໍຫລຽວເຫັນເທວະດາ; ລູກຊາຍສີ່ຄົນຂອງລາວທີ່ຢູ່ກັບລາວກໍພາກັນແລ່ນໜີໄປລີ້. ຈາກນັ້ນ ເມື່ອອາໂຣນາເຫັນດາວິດຍ່າງມາຫາ, ລາວຈຶ່ງອອກຈາກລານຟາດເຂົ້າ ແລະ ກົ້ມກາບລົງຕໍ່ໜ້າເພິ່ນ.
ດາວິດເວົ້າກັບລາວວ່າ, “ເຮົາຂໍຊື້ລານຟາດເຂົ້າຂອງເຈົ້າ ເພື່ອເຮົາຈະສ້າງແທ່ນບູຊາຖວາຍແກ່ພຣະເຈົ້າຢາເວ, ແລ້ວພະຍາດລະບາດໃນປະຊາຊົນຈະຢຸດລົງ”. ຈົ່ງຂາຍລານຟາດເຂົ້າໃຫ້ເຮົາໃນລາຄາເຕັມ.
ອາໂຣນາເວົ້າກັບດາວິດວ່າ, “ຂ້າແດ່ກະສັດ ຈົ່ງເອົາໄປ! ຈະເອົາໄປເຮັດອັນໃດກໍໄດ້ຕາມທີ່ທ່ານພໍໃຈ. ຂ້ານ້ອຍຈະເອົາງົວເພື່ອເປັນເຄື່ອງເຜົາຖວາຍບູຊາດ້ວຍ, ໄມ້ຟືນທີ່ລານສາມາດໃຊ້ເປັນຟືນ, ແລະ ເອົາເຂົ້າຫວີດໃຊ້ເປັນເຄື່ອງຖວາຍພືດຜົນເປັນເມັດ. ຂ້ານ້ອຍຈະເອົາສິ່ງທັງໝົດນີ້ໃຫ້ທ່ານ”.
ແຕ່ກະສັດດາວິດຕອບອາໂຣນາວ່າ, “ບໍ່, ເຮົາຂໍຢືນຢັນທີ່ຈະຈ່າຍໃຫ້ເຈົ້າເຕັມລາຄາ. ເຮົາຈະບໍ່ເອົາສິ່ງໃດທີ່ເປັນຂອງເຈົ້າໄປໃຫ້ແກ່ພຣະເຈົ້າຢາເວ ຫລື ຖວາຍເຄື່ອງເຜົາບູຊາໂດຍເຮົາບໍ່ໄດ້ຊື້ອັນໃດເລີຍ”.
ດາວິດຈຶ່ງຈ່າຍຄຳໜັກ 600 ເຊເຂວ4 ໃຫ້ແກ່ອາໂຣນາເປັນຄ່າທີ່ດິນ. ດາວິດໄດ້ສ້າງແທ່ນບູຊາແທ່ນໜຶ່ງຖວາຍແກ່ພຣະເຈົ້າຢາເວຢູ່ທີ່ນັ້ນ ແລະ ຖວາຍເຄື່ອງເຜົາບູຊາ ແລະ ຖວາຍບູຊາເພື່ອຄວາມສາມັກຄີທຳ. ດາວິດໄດ້ຂໍຕໍ່ພຣະເຈົ້າຢາເວ ແລະ ພຣະເຈົ້າຢາເວໄດ້ຕອບເພິ່ນໂດຍສົ່ງໄຟລົງມາຈາກສະຫວັນເຜົາເຄື່ອງຖວາຍທີ່ຢູ່ເທິງແທ່ນບູຊານັ້ນ.
ແລ້ວພຣະເຈົ້າຢາເວໄດ້ສັ່ງເທວະດາໃຫ້ເອົາດາບມ້ຽນໄວ້ໃນຝັກ. ໃນເວລານັ້ນ, ດາວິດເຫັນວ່າພຣະເຈົ້າຢາເວໄດ້ຕອບເພິ່ນທີ່ລານຟາດເຂົ້າຂອງອາໂຣນາຊາວເຢບຸດ, ເຊິ່ງເພິ່ນໄດ້ຖວາຍເຄື່ອງບູຊາຢູ່ທີ່ນັ້ນ ຫໍເຕັນສັກສິດຂອງພຣະເຈົ້າຢາເວ, ທີ່ໂມເຊໄດ້ສ້າງຂຶ້ນໃນຖິ່ນແຫ້ງແລ້ງກັນດານ, ແລະ ແທ່ນບູຊາທີ່ໃຊ້ເພື່ອຖວາຍເຄື່ອງເຜົາບູຊາ ກໍຍັງຢູ່ໃນສະຖານບູຊາເທິງທີ່ສູງໃນກີເບໂອນ. ແຕ່ດາວິດບໍ່ສາມາດໄປຖາມພຣະເຈົ້າຢູ່ທີ່ນັ້ນໄດ້, ເພາະເພິ່ນຢ້ານດາບຂອງເທວະດາຂອງພຣະເຈົ້າຢາເວ.
Source notes (4)
- Footnote ສະບັບ ຊັບຕູອາຈິນ ແລະ Vulg. ວ່າ ແຕກໜີຈາກການໄລ່ຕາມຂ້າຂອງສັດຕູສາມເດືອນ (ເບິ່ງ 2ຊມອ 24:13)
- Footnote ພາສາເຮັບເຣີວ່າ ໂອຣະນານ ເປັນອີກຮູບໜຶ່ງຂອງ ອາໂຣນາ ; ເຊັ່ນດຽວກັບຂໍ້ 18-28
- Footnote ເປັນໄປໄດ້ວ່າອ່ານຈາກຂໍ້ຄວາມພາສາເຮັບເຣີຕົ້ນສະບັບ (ເບິ່ງໃນ 2ຊມອ 24:17 ແລະ ໃນໝາຍເຫດ); ສະບັບມາໂຊເຣຕິກບໍ່ມີຄຳວ່າ ຜູ້ລ້ຽງ .
- Footnote ຫລື 6,9 ກິໂລກຣາມ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.