Biblica® Open Lao Contemporary Version
ໂຣມ 5
ສັນຕິສຸກ ແລະ ຄວາມຫວັງ
ເຫດສະນັ້ນ, ເມື່ອພວກເຮົາໄດ້ຖືກນັບເປັນຜູ້ຊອບທຳໂດຍຄວາມເຊື່ອແລ້ວ, ພວກເຮົາ1ຈຶ່ງມີສັນຕິສຸກກັບພຣະເຈົ້າໂດຍທາງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ໂດຍທາງພຣະອົງ ພວກເຮົາຈຶ່ງໄດ້ເຂົ້າໃນຮົ່ມພຣະຄຸນທີ່ພວກເຮົາຢືນຢູ່ດ້ວຍຄວາມເຊື່ອ. ແລະ ພວກເຮົາ2ຈຶ່ງຊື່ນຊົມຍິນດີໃນຄວາມຫວັງທີ່ຈະໄດ້ມີສ່ວນໃນສະຫງ່າລາສີຂອງພຣະເຈົ້າ. ຫລາຍກວ່ານັ້ນອີກ ແຕ່ພວກເຮົາ3ຍັງຊື່ນຊົມຍິນດີໃນຄວາມທຸກຍາກລໍາບາກຂອງພວກເຮົາດ້ວຍ, ເພາະພວກເຮົາຮູ້ແລ້ວວ່າຄວາມທຸກຍາກລໍາບາກນັ້ນເຮັດໃຫ້ເກີດມີຄວາມອົດທົນ, ຄວາມອົດທົນເຮັດໃຫ້ພວກເຮົາມີລັກສະນະນິໄສທີ່ພິສູດແລ້ວວ່າໃຊ້ການໄດ້ ແລະ ລັກສະນະນິໄສຢ່າງນີ້ເຮັດໃຫ້ມີຄວາມຫວັງ ແລະ ຄວາມຫວັງບໍ່ເຮັດໃຫ້ພວກເຮົາຕ້ອງອັບອາຍ4 ເພາະວ່າພຣະເຈົ້າໄດ້ຖອກເທຄວາມຮັກຂອງພຣະອົງເຂົ້າມາໃນຈິດໃຈຂອງພວກເຮົາໂດຍທາງພຣະວິນຍານບໍລິສຸດເຈົ້າຜູ້ທີ່ພຣະເຈົ້າໄດ້ມອບໃຫ້ແກ່ພວກເຮົາແລ້ວ.
ຂະນະທີ່ພວກເຮົາຍັງຂາດກຳລັງຢູ່ນັ້ນ, ພຣະຄຣິດເຈົ້າໄດ້ຕາຍເພື່ອຄົນບາບໃນເວລາທີ່ເໝາະສົມ. ຫາຍາກທີ່ສຸດຈະມີຄົນຍອມຕາຍເພື່ອຄົນຊອບທຳ, ເຖິງວ່າອາດຈະມີບາງຄົນກ້າຕາຍເພື່ອຄົນດີກໍໄດ້. ແຕ່ພຣະເຈົ້າໄດ້ສະແດງຄວາມຮັກຂອງພຣະອົງເອງແກ່ພວກເຮົາທັງຫລາຍຄື: ຂະນະທີ່ພວກເຮົາຍັງເປັນຄົນບາບຢູ່ນັ້ນ ພຣະຄຣິດເຈົ້າໄດ້ຕາຍເພື່ອພວກເຮົາ.
ໃນເມື່ອບັດນີ້ພວກເຮົາໄດ້ຖືກນັບວ່າເປັນຜູ້ຊອບທຳແລ້ວໂດຍເລືອດຂອງພຣະອົງແລ້ວ ຫລາຍກວ່ານັ້ນອີກພວກເຮົາຈະໄດ້ພົ້ນຈາກຄວາມໂກດຮ້າຍຂອງພຣະເຈົ້າຜ່ານທາງພຣະອົງຢ່າງແນ່ນອນ! ເພາະວ່າຖ້າພວກເຮົາຍັງໄດ້ຄືນດີກັນກັບພຣະເຈົ້າໂດຍການຕາຍຂອງພຣະບຸດຂອງພຣະອົງໃນຂະນະທີ່ພວກເຮົາເຄີຍເປັນສັດຕູກັນກັບພຣະອົງ ຫລາຍກວ່ານັ້ນອີກເມື່ອພວກເຮົາໄດ້ຄືນດີກັນກັບພຣະອົງແລ້ວ ພວກເຮົາກໍຈະໄດ້ຮັບຄວາມພົ້ນຜ່ານທາງຊີວິດຂອງພຣະອົງຢ່າງແນ່ນອນ! ບໍ່ພຽງແຕ່ເທົ່ານັ້ນ ພວກເຮົາຍັງຊື່ນຊົມຍິນດີໃນພຣະເຈົ້າໂດຍທາງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາດ້ວຍ, ບັດນີ້ ພຣະອົງໄດ້ເຮັດໃຫ້ພວກເຮົາຄືນດີກັນກັບພຣະເຈົ້າແລ້ວ.
ຄວາມຕາຍຜ່ານທາງອາດາມ ຊີວິດຜ່ານທາງພຣະຄຣິດເຈົ້າ
ເຫດສະນັ້ນ, ຄວາມບາບໄດ້ເຂົ້າມາໃນໂລກຜ່ານທາງມະນຸດຄົນດຽວ ແລະ ຄວາມບາບນັ້ນກໍນຳຄວາມຕາຍມາ ແລະ ໂດຍທາງນີ້ແຫລະ ຄວາມຕາຍຈຶ່ງມາເຖິງມະນຸດທຸກຄົນເພາະວ່າທຸກຄົນໄດ້ເຮັດບາບ.
ແທ້ຈິງແລ້ວ ຄວາມບາບກໍມີຢູ່ໃນໂລກກ່ອນມີກົດບັນຍັດ, ແຕ່ເມື່ອຍັງບໍ່ມີກົດບັນຍັດກໍບໍ່ຖືວ່າມີບາບ. ເຖິງຢ່າງໃດກໍຕາມ, ຄວາມຕາຍກໍຄອບຄອງມາຕັ້ງແຕ່ສະໄໝຂອງອາດາມຈົນເຖິງສະໄໝຂອງໂມເຊ, ແມ່ນແຕ່ຄົນທີ່ບໍ່ໄດ້ເຮັດບາບໂດຍລະເມີດຄຳສັ່ງເໝືອນກັບອາດາມ ຜູ້ທີ່ເປັນແບບຂອງພຣະອົງຜູ້ທີ່ຈະມາພາຍຫລັງ.
ແຕ່ວ່າຂອງປະທານນັ້ນຕ່າງຈາກການລ່ວງລະເມີດ. ເພາະຖ້າຄົນຈຳນວນຫລວງຫລາຍຕ້ອງຕາຍໂດຍການລ່ວງລະເມີດຂອງມະນຸດພຽງແຕ່ຄົນດຽວ, ຫລາຍກວ່ານັ້ນອີກເທົ່າໃດ ພຣະຄຸນຂອງພຣະເຈົ້າ ແລະ ຂອງປະທານທີ່ມາໂດຍພຣະຄຸນຂອງພຣະເຢຊູຄຣິດເຈົ້າຜູ້ດຽວນັ້ນ ກໍຈະໄຫລລົ້ນໄປສູ່ຄົນຈຳນວນຫລວງຫລາຍ! ແລະ ຂອງປະທານຈາກພຣະເຈົ້າກໍບໍ່ສາມາດທຽບກັບຜົນທີ່ເກີດຈາກບາບຂອງມະນຸດຄົນດຽວຄື: ການພິພາກສາເກີດຂຶ້ນຫລັງຈາກການເຮັດບາບພຽງແຕ່ເທື່ອດຽວ ແລະ ນຳໄປສູ່ການລົງໂທດ, ແຕ່ຂອງປະທານເກີດຂຶ້ນຫລັງຈາກການລ່ວງລະເມີດຫລາຍຄັ້ງ ແລະ ນຳໄປສູ່ການນັບວ່າເປັນຜູ້ຊອບທຳ. ຖ້າຫາກວ່າໂດຍການລ່ວງລະເມີດຂອງມະນຸດຄົນດຽວ ເປັນເຫດໃຫ້ຄວາມຕາຍໄດ້ຄອບຄອງໂດຍຜ່ານທາງມະນຸດຄົນດຽວນັ້ນ, ຫລາຍກວ່ານັ້ນອີກເທົ່າໃດ ບັນດາຜູ້ທີ່ໄດ້ຮັບພຣະຄຸນອັນບໍລິບູນ ແລະ ຂອງປະທານແຫ່ງຄວາມຊອບທຳທີ່ພຣະເຈົ້າໄດ້ຈັດຕຽມໄວ້ຢ່າງລົ້ນເຫລືອ ກໍຈະຄອບຄອງໃນຊີວິດໂດຍຜ່ານທາງມະນຸດຜູ້ດຽວຄື ພຣະເຢຊູຄຣິດເຈົ້າ.
ດັ່ງນັ້ນ, ການລ່ວງລະເມີດພຽງແຕ່ເທື່ອດຽວສົ່ງຜົນໃຫ້ຄົນທັງຫລາຍຖືກລົງໂທດຢ່າງໃດ ການກະທຳອັນຊອບທຳພຽງແຕ່ເທື່ອດຽວກໍສົ່ງຜົນໃຫ້ຄົນທັງຫລາຍຖືກນັບວ່າເປັນຜູ້ຊອບທຳ ແລະ ໄດ້ຮັບຊີວິດຢ່າງນັ້ນ. ດ້ວຍວ່າ ການບໍ່ເຊື່ອຟັງຂອງມະນຸດຄົນດຽວເຮັດໃຫ້ຄົນຈຳນວນຫລາຍເປັນຄົນບາບຢ່າງໃດ ການເຊື່ອຟັງຂອງມະນຸດຄົນດຽວກໍເຮັດໃຫ້ຄົນຈຳນວນຫລາຍເປັນຜູ້ຊອບທຳຢ່າງນັ້ນ.
ກົດບັນຍັດຖືກນຳເຂົ້າມາກໍເພື່ອໃຫ້ການລ່ວງລະເມີດປາກົດເພີ່ມຂຶ້ນ. ແຕ່ບ່ອນໃດມີບາບເພີ່ມຂຶ້ນ, ບ່ອນນັ້ນກໍມີພຣະຄຸນເພີ່ມຂຶ້ນຕື່ມ, ເພື່ອວ່າຄວາມບາບໄດ້ຄອບຄອງໃນຄວາມຕາຍຢ່າງໃດ ພຣະຄຸນກໍຈະໄດ້ຄອບຄອງຜ່ານທາງຄວາມຊອບທຳ ເພື່ອຊີວິດນິລັນດອນຈະມາທາງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາຢ່າງນັ້ນ.
Source notes (4)
- Footnote ສະບັບທີ່ຂຽນດ້ວຍມືຫລາຍສະບັບວ່າ ໃຫ້ພວກເຮົາ
- Footnote ສະບັບທີ່ຂຽນດ້ວຍມືຫລາຍສະບັບວ່າ ໃຫ້ພວກເຮົາ
- Footnote ສະບັບທີ່ຂຽນດ້ວຍມືຫລາຍສະບັບວ່າ ໃຫ້ພວກເຮົາ
- Footnote ຫລື ຜິດຫວັງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.