Skip to content
BibleKenya

Biblica® Open Lao Contemporary Version

ໂຣມ 3

ຄວາມສັດຊື່​ຂອງ​ພຣະເຈົ້າ

ຖ້າ​ຢ່າງ​ນັ້ນ ການ​ເປັນ​ຄົນຢິວ​ຈະ​ໄດ້​ປຽບ​ກວ່າ​ຄົນອື່ນ​ຢ່າງໃດ ຫລື ການ​ຮັບພິທີຕັດ​ມີ​ປະໂຫຍດ​ອັນໃດ? ກໍ​ມີ​ປະໂຫຍດ​ຫລາຍ​ໃນ​ທຸກດ້ານ! ປະການ​ທຳອິດ ພວກເຂົາ​ໄດ້​ຮັບ​ມອບໝາຍ​ໃຫ້​ຮັກສາ​ທຸກ​ຖ້ອຍຄຳ​ຂອງ​ພຣະເຈົ້າ.

ຖ້າ​ມີ​ບາງຄົນ​ບໍ່ສັດຊື່ ແລ້ວ​ຈະ​ເປັນ​ຢ່າງ​ໃດ? ຄວາມບໍ່ສັດຊື່​ຂອງ​ພວກເຂົາ​ນັ້ນ​ຈະ​ເຮັດ​ໃຫ້​ຄວາມ​ສັດຊື່​ຂອງ​ພຣະເຈົ້າ​ເສຍ​ປະໂຫຍດ​ບໍ? ບໍ່​ເປັນ​ຢ່າງ​ນັ້ນ! ພຣະເຈົ້າ​ກ່າວ​ແຕ່​ຄວາມຈິງ ເຖິງ​ແມ່ນ​ວ່າ​ມະນຸດ​ທຸກຄົນ​ຈະ​ເປັນ​ຄົນ​ເວົ້າຕົວະ​ກໍ​ຕາມ. ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ:

“ເພື່ອ​ພຣະອົງ​ຈະ​ໄດ້​ຮັບ​ການພິສູດ​ວ່າ ເປັນ​ຝ່າຍ​ຖືກ​ເມື່ອ​ພຣະອົງ​ກ່າວ

ແລະ ຊະນະ​ເມື່ອ​ພຣະອົງ​ພິພາກສາ”.1

ແຕ່​ຖ້າ​ຄວາມ​ອະທຳ​ຂອງ​ພວກເຮົາ​ເຮັດ​ໃຫ້​ເຫັນ​ຄວາມຊອບທຳ​ຂອງ​ພຣະເຈົ້າ​ຊັດເຈນ​ຫລາຍ​ຂຶ້ນ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຈະ​ວ່າ​ພຣະເຈົ້າ​ບໍ່ຍຸຕິທຳ​ບໍ​ທີ່​ໃຫ້​ຄວາມໂກດຮ້າຍ​ຂອງ​ພຣະອົງ​ລົງ​ມາ​ເທິງ​ພວກເຮົາ? (ເຮົາ​ກຳລັງ​ໃຊ້​ເຫດຜົນ​ຢ່າງ​ມະນຸດ.) ບໍ່​ແມ່ນ​ຢ່າງ​ນັ້ນ​ແນ່ນອນ! ເພາະ​ຖ້າ​ເປັນ​ຢ່າງ​ນັ້ນ​ແລ້ວ, ພຣະເຈົ້າ​ຈະ​ພິພາກສາ​ໂລກ​ໄດ້​ຢ່າງໃດ? ມີ​ບາງຄົນ​ອາດ​ຕອບໂຕ້​ວ່າ, “ຖ້າ​ຄວາມຕົວະ​ຂອງ​ເຮົາ​ເຮັດ​ໃຫ້​ເຫັນ​ຄວາມສັດຊື່​ຂອງ​ພຣະເຈົ້າ​ຊັດເຈນ​ຂຶ້ນ ແລະ ເປັນ​ການ​ເພີ່ມເຕີມ​ກຽດຕິຍົດ​ຂອງ​ພຣະອົງ, ແລ້ວ​ເປັນຫຍັງ​ເຮົາ​ຍັງ​ຖືກ​ຕັດສິນ​ລົງໂທດ​ວ່າ​ເປັນ​ຄົນບາບ?” ເປັນຫຍັງ​ບໍ່​ກ່າວ​ວ່າ, “ໃຫ້​ພວກເຮົາ​ເຮັດ​ຊົ່ວ​ເພື່ອ​ຄວາມດີ​ຈະ​ໄດ້​ເກີດຂຶ້ນ”? ຕາມ​ທີ່​ມີ​ບາງຄົນ​ໃສ່ຮ້າຍ​ວ່າ​ເຮົາ​ເວົ້າ​ຢ່າງ​ນັ້ນ. ການ​ລົງໂທດ​ຄົນ​ຢ່າງນັ້ນ​ກໍ​ຍຸຕິທຳ​ແລ້ວ.

ບໍ່​ມີ​ຜູ້ໃດ​ຊອບທຳ​ຈັກ​ຄົນ

ຖ້າ​ດັ່ງນັ້ນ​ແລ້ວ​ເຮົາ​ຈະ​ສະຫລຸບ​ວ່າ​ຢ່າງໃດ? ພວກເຮົາ​ຊາວ​ຢິວ​ໄດ້ປຽບ2​ກວ່າ​ຄົນ​ອື່ນ​ບໍ? ບໍ່​ເປັນ​ດັ່ງນັ້ນ​ດອກ! ເພາະ​ເຮົາ​ກໍ​ໄດ້​ຊີ້​ໃຫ້​ເຫັນ​ແລ້ວ​ວ່າ​ທັງ​ຄົນຢິວ ແລະ ຄົນຕ່າງຊາດ​ກໍ​ລ້ວນ​ແຕ່​ຢູ່​ໃຕ້​ອຳນາດ​ຂອງ​ຄວາມບາບ​ເໝືອນ​ກັນ​ທຸກຄົນ. ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ,

“ບໍ່​ມີ​ຈັກ​ຄົນ​ທີ່​ຊອບທຳ ບໍ່​ມີ​ແມ່ນ​ແຕ່​ຄົນ​ດຽວ;

ບໍ່​ມີ​ຜູ້ໃດ​ທີ່​ເຂົ້າໃຈ

ບໍ່​ມີ​ຜູ້ໃດ​ທີ່​ສະແຫວງຫາ​ພຣະເຈົ້າ.

ທຸກຄົນ​ຫັນໜີ​ໄປ,

ພວກເຂົາ​ພາກັນ​ກາຍເປັນ​ຄົນໄຮ້ຄ່າ​ໄປ​ໝົດ;

ບໍ່​ມີ​ຈັກ​ຄົນ​ທີ່​ເຮັດ​ຄວາມດີ

ບໍ່​ມີ​ແມ່ນ​ແຕ່​ຄົນ​ດຽວ”.3

“ຄໍ​ຂອງ​ພວກເຂົາ​ຄື​ຂຸມຝັງສົບ​ທີ່​ໄຂ​ຢູ່

ພວກເຂົາ​ໃຊ້​ລີ້ນ​ຂອງ​ຕົນ​ໃນ​ການລໍ້ລວງ”.4

“ມີ​ພິດ​ງູຮ້າຍ​ຢູ່​ທີ່​ຮິມສົບ​ຂອງ​ພວກເຂົາ”.5

“ປາກ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ຄຳ​ສາບແຊ່ງ ແລະ ຄຳ​ຂົມຂື່ນ”.6

“ຕີນ​ຂອງ​ພວກເຂົາ​ວ່ອງໄວ​ໃນ​ການ​ເຮັດ​ໃຫ້​ນອງ​ເລືອດ;

ພວກເຂົາ​ປະ​ແຕ່​ຄວາມຈິບຫາຍ ແລະ ຄວາມທຸກ​ໄວ້​ຕາມທາງ​ຂອງ​ພວກເຂົາ,

ແລະ ພວກເຂົາ​ບໍ່​ຮູ້ຈັກ​ທາງ​ແຫ່ງ​ຄວາມ​ສະຫງົບສຸກ”.7

“ພວກເຂົາ​ບໍ່​ຄິດ​ທີ່​ຈະ​ຢ້ານກົວ​ພຣະເຈົ້າ​ເລີຍ”.8

ບັດນີ້ ພວກເຮົາ​ຮູ້​ວ່າ​ສິ່ງໃດ​ທີ່​ກົດບັນຍັດ​ໄດ້​ກ່າວ​ໄວ້​ກໍ​ກ່າວ​ແກ່​ຜູ້​ທີ່​ຢູ່​ໃຕ້​ກົດບັນຍັດ, ເພື່ອວ່າ​ທຸກ​ປາກ​ຈະ​ມິດງຽບ​ຢູ່ ແລະ ເພື່ອ​ໃຫ້​ທັງ​ໂລກ​ຮັບຜິດຊອບ​ຕໍ່​ພຣະເຈົ້າ. ເຫດສະນັ້ນ, ບໍ່​ມີ​ຜູ້ໃດ​ທີ່​ຖືວ່າ​ເປັນ​ຄົນຊອບທຳ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ໂດຍ​ການ​ເຮັດ​ຕາມ​ກົດບັນຍັດ, ກົດບັນຍັດ​ພຽງ​ແຕ່​ເຮັດ​ໃຫ້​ພວກເຮົາ​ສັງເກດ​ຮູ້ຈັກ​ຄວາມບາບ.

ຄວາມຊອບທຳ​ໂດຍ​ທາງ​ຄວາມເຊື່ອ

ແຕ່​ບັດນີ້ ຄວາມຊອບທຳ​ຈາກ​ພຣະເຈົ້າ ເຊິ່ງ​ຢູ່​ນອກ​ກົດບັນຍັດ​ນັ້ນ​ໄດ້​ປາກົດ​ແຈ້ງ​ແລ້ວ, ເຊິ່ງ​ໜັງສື​ກົດບັນຍັດ ແລະ ໜັງສື​ຜູ້ທຳນວາຍ​ໄດ້​ເປັນ​ພະຍານ​ເຖິງ​ເລື່ອງ​ນີ້. ຄວາມຊອບທຳ​ນີ້​ແມ່ນ​ໄດ້​ມາ​ຜ່ານ​ທາງ​ຄວາມເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ໄປ​ເຖິງ​ທຸກຄົນ​ທີ່​ເຊື່ອ ເຊິ່ງ​ບໍ່​ມີ​ຂໍ້​ແຕກຕ່າງ​ກັນ​ລະຫວ່າງ​ຄົນຢິວ ແລະ ຄົນຕ່າງຊາດ, ເພາະວ່າ​ທຸກຄົນ​ໄດ້​ເຮັດ​ບາບ ແລະ ຂາດ​ຈາກ​ສະຫງ່າລາສີ​ຂອງ​ພຣະເຈົ້າ, ແລະ ພຣະເຈົ້າ​ໄດ້​ຖື​ວ່າ​ພວກເຂົາ​ເປັນ​ຄົນຊອບທຳ ໂດຍ​ພຣະຄຸນ​ຂອງ​ພຣະອົງ​ທີ່​ບໍ່​ຄິດຄ່າ ຜ່ານທາງ​ການ​ໄຖ່​ທີ່​ມາ​ໂດຍ​ພຣະຄຣິດເຈົ້າເຢຊູ. ພຣະເຈົ້າ​ໃຫ້​ພຣະເຢຊູເຈົ້າ​ເປັນ​ເຄື່ອງ​ຖວາຍ​ບູຊາ​ໄຖ່​ບາບ9​ແກ່​ທຸກຄົນ​ທີ່​ມີ​ຄວາມເຊື່ອ​ໃນ​ໂລຫິດ​ຂອງ​ພຣະເຢຊູເຈົ້າ. ພຣະເຈົ້າ​ກະທຳ​ເຊັ່ນ​ນີ້​ກໍ​ເພື່ອ​ສະແດງ​ໃຫ້​ເຫັນ​ຄວາມ​ຍຸຕິທຳ​ຂອງ​ພຣະອົງ ເພາະ​ໂດຍ​ຄວາມ​ອົດກັ້ນ ພຣະອົງ​ຈຶ່ງ​ບໍ່​ໄດ້​ລົງໂທດ​ພວກເຂົາ​ທີ່​ໄດ້​ເຮັດ​ບາບ​ກ່ອນໜ້າ​ນັ້ນ. ພຣະອົງ​ໄດ້​ເຮັດ​ຢ່າງ​ນີ້​ກໍ​ເພື່ອ​ສະແດງ​ຄວາມຍຸຕິທຳ​ຂອງ​ພຣະອົງ​ໃນ​ເວລາ​ປັດຈຸບັນ ເພື່ອ​ວ່າ​ພຣະອົງ​ຈະ​ເປັນ​ຜູ້ຊອບທຳ ແລະ ເປັນ​ຜູ້​ທີ່​ເຮັດ​ໃຫ້​ບັນດາ​ຄົນ​ທີ່​ມີ​ຄວາມເຊື່ອ​ໃນ​ພຣະເຢຊູເຈົ້າ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ດ້ວຍ.

ເມື່ອ​ເປັນ​ຢ່າງນີ້​ແລ້ວ ເຮົາ​ມີ​ສິ່ງໃດ​ທີ່​ຈະ​ອວດອ້າງ​ໄດ້? ບໍ່​ມີ​ເລີຍ ຈະ​ອ້າງ​ສິ່ງໃດ​ເປັນ​ຫລັກ? ຈະ​ອ້າງ​ວ່າ​ໂດຍ​ການປະຕິບັດ​ຕາມ​ກົດບັນຍັດ​ບໍ? ບໍ່​ດອກ, ແຕ່​ໂດຍ​ການ​ອ້າງ​ຄວາມເຊື່ອ​ເປັນ​ຫລັກ. ເພາະ​ພວກເຮົາ​ຢືນຢັນ​ວ່າ​ຄົນໃດຄົນ​ໜຶ່ງ​ຈະ​ຖືວ່າ​ເປັນ​ຄົນຊອບທຳ​ໄດ້​ກໍ​ໂດຍ​ຄວາມເຊື່ອ ບໍ່ແມ່ນ​ໂດຍ​ການປະຕິບັດ​ຕາມ​ກົດບັນຍັດ. ຫລື ພຣະເຈົ້າ​ເປັນ​ພຣະເຈົ້າ​ຂອງ​ຄົນຢິວ​ເທົ່ານັ້ນ​ບໍ? ພຣະອົງ​ບໍ່​ໄດ້​ເປັນ​ພຣະເຈົ້າ​ຂອງ​ຄົນຕ່າງຊາດ​ດ້ວຍ​ບໍ? ແມ່ນ​ແລ້ວ, ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຄົນຕ່າງຊາດ​ດ້ວຍ, ດ້ວຍວ່າ ມີ​ພຣະເຈົ້າ​ພຽງ​ແຕ່​ອົງ​ດຽວ, ພຣະອົງ​ຈະ​ຖືວ່າ​ຄົນ​ທີ່​ຮັບພິທີຕັດ​ນັ້ນ​ເປັນຄົນຊອບທຳ​ໂດຍ​ຄວາມເຊື່ອ ແລະ ຈະ​ຖືວ່າ​ຄົນ​ທີ່​ບໍ່ຮັບພິທີຕັດ​ກໍ​ເປັນ​ຄົນຊອບທຳ​ໂດຍ​ທາງ​ຄວາມເຊື່ອ​ເໝືອນກັນ. ຖ້າ​ຢ່າງ​ນັ້ນ ພວກເຮົາ​ລຶບລ້າງ​ກົດບັນຍັດ​ດ້ວຍ​ຄວາມເຊື່ອ​ບໍ? ບໍ່​ແມ່ນ​ຢ່າງນັ້ນ​ດອກ! ພວກເຮົາ​ເປັນ​ຜູ້​ສະໜັບສະໜູນ​ກົດບັນຍັດ.

Source notes (9)
  1. Footnote ພສສ 51:4
  2. Footnote ຫລື ຊົ່ວ
  3. Footnote ພສສ 14:1-3; 53:1-3 ປຍຈ 7:20
  4. Footnote ພສສ 5:9
  5. Footnote ພສສ 140:3
  6. Footnote ພສສ 10:7
  7. Footnote ອຊຢ 59:7,8
  8. Footnote ພສສ 36:1
  9. Footnote ຫລື ພາສາ​ກຣີກ​ວ່າ ເພື່ອ​ຖວາຍບູຊາ​ລຶບລ້າງ​ບາບ ອ້າງອີງ​ເຖິງ​ການ​ລຶບລ້າງ​ບາບ​ທີ່​ປົກຄຸມ​ເໜືອ​ຫີບ​ພັນທະສັນຍາ (ເບິ່ງ ລລວ 16:15,16)

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.