Biblica® Open Lao Contemporary Version
ໂຣມ 2
ການພິພາກສາອັນຊອບທຳຂອງພຣະເຈົ້າ
ເຫດສະນັ້ນ ພວກເຈົ້າກໍບໍ່ມີຂໍ້ແກ້ໂຕ, ພວກເຈົ້າຜູ້ຕັດສິນຄົນອື່ນ ເພາະວ່າພວກເຈົ້າຈະຕັດສິນຄົນອື່ນດ້ວຍປະການໃດ ພວກເຈົ້າກໍກ່າວໂທດໃສ່ຕົນເອງດ້ວຍ, ເພາະວ່າພວກເຈົ້າຜູ້ເປັນຄົນຕັດສິນຄົນອື່ນກໍຍັງເຮັດຢ່າງດຽວກັນ. ພວກເຮົາຮູ້ຢູ່ວ່າການທີ່ພຣະເຈົ້າພິພາກສາລົງໂທດຜູ້ທີ່ເຮັດຢ່າງນັ້ນແມ່ນອີງໃສ່ຄວາມຈິງ. ດັ່ງນັ້ນ ເມື່ອເຈົ້າຜູ້ເປັນພຽງແຕ່ມະນຸດທີ່ຕັດສິນຄົນອື່ນກໍຍັງເຮັດຢ່າງດຽວກັນກັບພວກເຂົາ, ພວກເຈົ້າຄິດວ່າພວກເຈົ້າຈະໜີຈາກການພິພາກສາລົງໂທດຂອງພຣະເຈົ້າໄດ້ບໍ? ຫລື ພວກເຈົ້າໝິ່ນປະໝາດຄວາມເມດຕາອັນອຸດົມສົມບູນຂອງພຣະອົງ, ຄວາມອົດກັ້ນ ແລະ ຄວາມອົດທົນອັນລົ້ນເຫລືອຂອງພຣະອົງ, ພວກເຈົ້າບໍ່ຮູ້ບໍວ່າຄວາມເມດຕາຂອງພຣະເຈົ້ານັ້ນແມ່ນມີໄວ້ເພື່ອນຳພວກເຈົ້າໃຫ້ກັບໃຈໃໝ່?
ແຕ່ເພາະພວກເຈົ້າມີໃຈແຂງກະດ້າງ ແລະ ບໍ່ຍອມກັບໃຈ, ພວກເຈົ້າຈຶ່ງສະສົມຄວາມໂກດຮ້າຍຕໍ່ສູ້ຕົນເອງໄວ້ສຳລັບວັນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ, ເມື່ອພຣະອົງສະແດງການພິພາກສາອັນຊອບທຳ. ພຣະເຈົ້າ “ຈະຕອບແທນແຕ່ລະຄົນຕາມການກະທຳຂອງພວກເຂົາ”.1 ສຳລັບຄົນທີ່ບໍ່ທໍ້ຖອຍໃນການເຮັດຄວາມດີ ຄືຄົນທີ່ສະແຫວງຫາສະຫງ່າລາສີ, ກຽດຕິຍົດ ແລະ ຊີວິດທີ່ຕາຍບໍ່ເປັນນັ້ນ, ພຣະອົງກໍຈະໃຫ້ຊີວິດນິລັນດອນແກ່ພວກເຂົາ. ແຕ່ຜູ້ທີ່ສະແຫວງຫາຜົນປະໂຫຍດໃສ່ຕົນເອງ ແລະ ຜູ້ທີ່ປະຕິເສດຄວາມຈິງ ແລະ ຕິດຕາມຄວາມຊົ່ວຈະໄດ້ຮັບຄວາມໂກດຮ້າຍ ແລະ ການລົງໂທດ. ຄວາມທຸກລຳບາກ ແລະ ຄວາມໂສກເສົ້າເສຍໃຈຈະເກີດມີແກ່ມະນຸດທຸກຄົນທີ່ເຮັດຊົ່ວຄື: ພວກຢິວກ່ອນ ຕໍ່ມາກໍແມ່ນຄົນຕ່າງຊາດ; ແຕ່ສະຫງ່າລາສີ, ກຽດຕິຍົດ ແລະ ສັນຕິສຸກຈະເກີດມີແກ່ທຸກຄົນທີ່ເຮັດຄວາມດີຄື: ພວກຢິວກ່ອນ ຕໍ່ມາກໍແມ່ນຄົນຕ່າງຊາດ. ເພາະວ່າພຣະເຈົ້າບໍ່ໄດ້ເຫັນແກ່ໜ້າຜູ້ໃດ.
ຄົນບາບທຸກຄົນທີ່ບໍ່ມີກົດບັນຍັດ ແລະ ໄດ້ເຮັດບາບຈະຕ້ອງຈິບຫາຍໄປໂດຍບໍ່ຕ້ອງອ້າງເຖິງກົດບັນຍັດ, ແຕ່ຄົນບາບທຸກຄົນທີ່ຢູ່ພາຍໃຕ້ກົດບັນຍັດ ແລະ ໄດ້ເຮັດບາບຈະຖືກຕັດສິນຕາມກົດບັນຍັດນັ້ນ. ດ້ວຍວ່າ ຜູ້ທີ່ຊອບທຳໃນສາຍຕາພຣະເຈົ້າບໍ່ແມ່ນຜູ້ທີ່ໄດ້ຍິນໄດ້ຟັງກົດບັນຍັດ ແຕ່ແມ່ນຜູ້ທີ່ໄດ້ເຮັດຕາມກົດບັນຍັດເທົ່ານັ້ນທີ່ພຣະເຈົ້າຈະປະກາດວ່າເປັນຜູ້ຊອບທຳ. (ແທ້ຈິງແລ້ວ ຄົນຕ່າງຊາດຜູ້ທີ່ບໍ່ມີກົດບັນຍັດ ເມື່ອໄດ້ປະຕິບັດຕາມສິ່ງທີ່ກົດບັນຍັດກຳນົດໄວ້ຕາມນິໄສປົກກະຕິຂອງພວກເຂົາແລ້ວ ພວກເຂົາກໍຍັງເປັນກົດບັນຍັດໃຫ້ຕົນເອງເຖິງແມ່ນວ່າພວກເຂົາບໍ່ມີກົດບັນຍັດກໍຕາມ. ເພາະພວກເຂົາສະແດງໃຫ້ເຫັນວ່າຂໍ້ກຳນົດຕ່າງໆຂອງກົດບັນຍັດ ໄດ້ຈາລຶກຢູ່ໃນຫົວໃຈຂອງພວກເຂົາ, ຈິດສຳນຶກຂອງພວກເຂົາກໍເປັນພະຍານເໝືອນກັນ ແລະ ຄວາມຄິດຂອງພວກເຂົານັ້ນແຫລະທີ່ກ່າວໂທດ ຫລື ຈະແກ້ໂຕໃຫ້ພວກເຂົາ.) ສິ່ງນີ້ຈະເກີດຂຶ້ນໃນວັນທີ່ພຣະເຈົ້າຈະໃຫ້ພຣະເຢຊູຄຣິດເຈົ້າ ພິພາກສາຄວາມລັບຂອງມະນຸດ ຕາມທີ່ລະບຸໄວ້ໃນຂ່າວປະເສີດທີ່ເຮົາໄດ້ປະກາດແລ້ວນັ້ນ.
ຊາວຢິວ ແລະ ກົດບັນຍັດ
ແຕ່ຖ້າພວກເຈົ້າເອີ້ນຕົນເອງວ່າເປັນຄົນຢິວ, ຖ້າພວກເຈົ້າເພິ່ງພາກົດບັນຍັດ ແລະ ອວດອ້າງວ່າພວກເຈົ້າມີຄວາມສຳພັນໃກ້ຊິດກັບພຣະເຈົ້າ, ຖ້າພວກເຈົ້າຮູ້ຄວາມປະສົງຂອງພຣະອົງ ແລະ ເຫັນພ້ອມໃນສິ່ງທີ່ດີເລີດ ເພາະພວກເຈົ້າໄດ້ຮັບການສອນຈາກກົດບັນຍັດ, ຖ້າພວກເຈົ້າໝັ້ນໃຈວ່າຕົນເປັນຜູ້ນຳທາງໃຫ້ຄົນຕາບອດ, ເປັນຄວາມສະຫວ່າງໃຫ້ແກ່ຜູ້ທີ່ຕົກຢູ່ໃນຄວາມມືດ, ເປັນຜູ້ສອນຄົນໂງ່, ເປັນຄູສອນເດັກນ້ອຍ ເພາະເຈົ້າມີຄວາມຮູ້ ແລະ ຄວາມຈິງທີ່ຢູ່ໃນກົດບັນຍັດ ແລ້ວພວກເຈົ້າຜູ້ສອນຄົນອື່ນເປັນຫຍັງພວກເຈົ້າຈຶ່ງບໍ່ສອນຕົນເອງ? ພວກເຈົ້າຜູ້ເທດສະໜາວ່າຢ່າລັກ, ແຕ່ພວກເຈົ້າຍັງລັກຢູ່ບໍ? ພວກເຈົ້າຜູ້ກ່າວວ່າຢ່າຫລິ້ນຊູ້ ແຕ່ພວກເຈົ້າເອງຍັງຫລິ້ນຊູ້ຢູ່ບໍ? ພວກເຈົ້າຜູ້ກຽດຊັງຮູບເຄົາລົບ ແຕ່ພວກເຈົ້າເອງຍັງປຸ້ນວິຫານຢູ່ບໍ? ພວກເຈົ້າຜູ້ອວດອ້າງໃນກົດບັນຍັດ ແຕ່ພວກເຈົ້າເອງໝິ່ນປະໝາດພຣະເຈົ້າໂດຍຝ່າຝືນກົດບັນຍັດບໍ? ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ນາມຂອງພຣະເຈົ້າຖືກໝິ່ນປະໝາດໃນທ່າມກາງຄົນຕ່າງຊາດກໍເພາະພວກເຈົ້າທັງຫລາຍ”.2
ການຮັບພິທີຕັດນັ້ນກໍມີປະໂຫຍດແທ້ຖ້າພວກເຈົ້າຮັກສາກົດບັນຍັດ, ແຕ່ຖ້າພວກເຈົ້າລ່ວງລະເມີດກົດບັນຍັດ ການທີ່ພວກເຈົ້າຮັບພິທີຕັດນັ້ນກໍເໝືອນບໍ່ໄດ້ຮັບເລີຍ. ດັ່ງນັ້ນ ຖ້າຜູ້ທີ່ບໍ່ໄດ້ຮັບພິທີຕັດຕາມຂໍ້ກຳນົດຂອງກົດບັນຍັດ ຈະຖືວ່າພວກເຂົາໄດ້ຮັບພິທີຕັດແລ້ວບໍ່ແມ່ນບໍ? ຜູ້ທີ່ບໍ່ໄດ້ຮັບພິທີຕັດທາງກາຍແຕ່ຍັງເຮັດຕາມກົດບັນຍັດ ຈະລົງໂທດພວກເຈົ້າຜູ້ລະເມີດກົດບັນຍັດ ເຖິງວ່າພວກເຈົ້າມີ3ກົດບັນຍັດເປັນຕົວອັກສອນ ແລະ ໄດ້ຮັບພິທີຕັດແລ້ວ.
ຜູ້ທີ່ເປັນຄົນຢິວແທ້ທີ່ບໍ່ແມ່ນຄົນຢິວແຕ່ພຽງພາຍນອກ, ທັງການຮັບພິທີຕັດແທ້ກໍບໍ່ແມ່ນການຮັບພິທີຕັດແຕ່ພຽງພາຍນອກ ແລະ ທາງຮ່າງກາຍເທົ່ານັ້ນ. ແຕ່ຄົນຢິວແທ້ຄືຄົນທີ່ເປັນຢິວພາຍໃນ ແລະ ການຮັບພິທີຕັດແທ້ນັ້ນຄື ການຮັບພິທີຕັດທາງຈິດໃຈໂດຍທາງພຣະວິນຍານບໍລິສຸດເຈົ້າ ບໍ່ແມ່ນເປັນໄປຕາມຕົວອັກສອນໃນກົດບັນຍັດ ຄົນຢ່າງນັ້ນຮັບຄຳສັນລະເສີນຈາກພຣະເຈົ້າບໍ່ແມ່ນຈາກມະນຸດ.
Source notes (3)
- Footnote ພສສ 62:12; ສພສ 24:12
- Footnote ອຊຢ 52:5; ອຊກ 36:22
- Footnote ຫລື ຜູ້ທີ່ໂດຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.