Biblica® Open Lao Contemporary Version
ພຣະນິມິດ 6
ຕາປະທັບທັງເຈັດ
ຂ້າພະເຈົ້າໄດ້ແນມເບິ່ງຂະນະທີ່ລູກແກະຂອງພຣະເຈົ້າແກະຕາປະທັບດວງທຳອິດຕາປະທັບທັງເຈັດອອກ. ແລ້ວຂ້າພະເຈົ້າໄດ້ຍິນໜຶ່ງໃນສິ່ງທີ່ມີຊີວິດທັງສີ່ກ່າວຂຶ້ນດ້ວຍສຽງເໝືອນສຽງຟ້າຮ້ອງວ່າ: “ມາເທາະ!” ຂ້າພະເຈົ້າໄດ້ແນມເບິ່ງ ແລະ ຢູ່ຕໍ່ໜ້າຂ້າພະເຈົ້ານັ້ນມີມ້າຂາວໂຕໜຶ່ງ! ຜູ້ຂີ່ມ້ານີ້ຖືທະນູ ແລະ ໄດ້ຮັບມົງກຸດ, ແລ້ວເພິ່ນໄດ້ຂີ່ມ້າອອກໄປຢ່າງຜູ້ມີໄຊທີ່ຕັ້ງໃຈອອກໄປເອົາຊະນະເສິກ.
ເມື່ອລູກແກະຂອງພຣະເຈົ້າແກະຕາປະທັບດວງທີສອງອອກ, ຂ້າພະເຈົ້າໄດ້ຍິນສິ່ງທີ່ມີຊີວິດຕົນທີສອງກ່າວຂຶ້ນວ່າ, “ມາເທາະ!” ແລ້ວມ້າອີກໂຕໜຶ່ງກໍອອກມາເປັນສີແດງເຂັ້ມ. ຜູ້ຂີ່ມ້ານີ້ໄດ້ຮັບລິດອຳນາດທີ່ຈະນຳສັນຕິສຸກອອກຈາກແຜ່ນດິນໂລກ ແລະ ເຮັດໃຫ້ມະນຸດຂ້າກັນ. ເພິ່ນໄດ້ຮັບດາບໃຫຍ່ດວງໜຶ່ງ.
ເມື່ອລູກແກະຂອງພຣະເຈົ້າແກະຕາປະທັບດວງທີສາມອອກ, ຂ້າພະເຈົ້າໄດ້ຍິນສິ່ງທີ່ມີຊີວິດຕົນທີສາມກ່າວຂຶ້ນວ່າ, “ມາເທາະ!” ຂ້າພະເຈົ້າໄດ້ແນມເບິ່ງ ແລະ ຢູ່ຕໍ່ໜ້າຂ້າພະເຈົ້ານັ້ນມີມ້າດຳໂຕໜຶ່ງ! ຜູ້ຂີ່ມ້ານີ້ຖືຊີງສັ່ງຄູ່ໜຶ່ງຢູ່ໃນມືຂອງຕົນ. ແລ້ວຂ້າພະເຈົ້າໄດ້ຍິນສຽງເບິ່ງຄືວ່າດັງຂຶ້ນມາຈາກທ່າມກາງສິ່ງທີ່ມີຊີວິດທັງສີ່ວ່າ, “ເຂົ້າຫວີດສອງພາວ1ຕໍ່ແຮງງານມື້ໜຶ່ງ2ຕໍ່ແຮງງານມື້ໜຶ່ງ ແລະ ເຂົ້າບາເລຫົກພາວ3ຕໍ່ແຮງງານມື້ໜຶ່ງ4 ແລະ ຢ່າເຮັດໃຫ້ນ້ຳມັນ ແລະ ເຫລົ້າອະງຸ່ນເສຍຫາຍ!”
ເມື່ອລູກແກະຂອງພຣະເຈົ້າແກະຕາປະທັບດວງທີສີ່ອອກ, ຂ້າພະເຈົ້າກໍໄດ້ຍິນສິ່ງທີ່ມີຊີວິດຕົນທີສີ່ກ່າວວ່າ, “ມາເທາະ!” ຂ້າພະເຈົ້າໄດ້ແນມເບິ່ງ ແລະ ຢູ່ຕໍ່ໜ້າຂ້າພະເຈົ້າມ້າສີຈືດໂຕໜຶ່ງ! ຜູ້ຂີ່ມ້ານີ້ຊື່ວ່າຄວາມຕາຍ, ແລະ ແດນມໍລະນາກໍຕາມຫລັງຜູ້ນີ້ມາໃກ້ໆ ທັງສອງໄດ້ຮັບສິດອຳນາດທີ່ຈະຂ້າໜຶ່ງໃນສີ່ຂອງແຜ່ນດິນໂລກດ້ວຍດາບ, ດ້ວຍຄວາມອຶດຢາກ ແລະ ດ້ວຍພະຍາດໂລຄາ ແລະ ດ້ວຍສັດປ່າໃນແຜ່ນດິນໂລກ.
ເມື່ອພຣະອົງແກະຕາປະທັບດວງທີຫ້າອອກ. ຂ້າພະເຈົ້າເຫັນຢູ່ໃຕ້ແທ່ນບູຊາມີຈິດວິນຍານຂອງບັນດາຄົນທັງຫລາຍທີ່ໄດ້ຖືກຂ້າເພາະປະກາດພຣະທຳຂອງພຣະເຈົ້າ ແລະ ຄຳພະຍານທີ່ພວກເຂົາໄດ້ຮັກສາໄວ້. ພວກເຂົາຮ້ອງສຽງດັງວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າອົງເຈົ້ານາຍ, ຜູ້ບໍລິສຸດ ແລະ ຜູ້ເປັນຄວາມຈິງ, ອີກດົນປານໃດພຣະອົງຈຶ່ງຈະພິພາກສາບັນດາຄົນທີ່ອາໄສຢູ່ໃນແຜ່ນດິນໂລກ ແລະ ແກ້ແຄ້ນແທນເລືອດຂອງພວກຂ້ານ້ອຍ?” ຫລັງຈາກນັ້ນ ພວກເຂົາແຕ່ລະຄົນກໍໄດ້ຮັບເສື້ອຄຸມສີຂາວ ແລະ ພຣະອົງກ່າວບອກພວກເຂົາໃຫ້ລໍຖ້າຕໍ່ໄປອີກໜ້ອຍໜຶ່ງຈົນກວ່າເພື່ອນຜູ້ຮັບໃຊ້ ແລະ ພີ່ນ້ອງ5ທີ່ຖືກຂ້າແບບດຽວກັບພວກເຂົາຈະຄົບຈຳນວນ.
ຂ້າພະເຈົ້າໄດ້ເຝົ້າເບິ່ງຂະນະທີ່ພຣະອົງແກະຕາປະທັບດວງທີຫົກອອກ. ແລ້ວກໍເກີດແຜ່ນດິນໄຫວຄັ້ງໃຫຍ່. ດວງຕາເວັນກໍປ່ຽນເປັນສີດຳເໝືອນກັບຜ້າກະສອບເຂົ້າທີ່ເຮັດດ້ວຍຂົນແບ້, ເດືອນທັງດວງກໍປ່ຽນເປັນສີແດງເລືອດ, ແລະ ດວງດາວໃນທ້ອງຟ້າກໍຕົກລົງມາສູ່ແຜ່ນດິນໂລກ, ເປັນເໝືອນດັ່ງໝາກເດື່ອຫລົ່ນລົງຈາກຕົ້ນເມື່ອຖືກສັ່ນດ້ວຍລົມແຮງ. ຟ້າສະຫວັນກໍຫົດເຂົ້າເໝືອນດັ່ງໜັງສືມ້ວນທີ່ຖືກກໍ້ມ້ວນໄວ້, ແລະ ພູທຸກໜ່ວຍ ແລະ ເກາະທຸກແຫ່ງກໍຖືກເຄື່ອນຍ້າຍໄປຈາກບ່ອນເດີມຂອງມັນ.
ແລ້ວບັນດາກະສັດຂອງແຜ່ນດິນໂລກ, ພວກເຈົ້າຊາຍ, ພວກນາຍພົນ, ຮັ່ງມີ, ຜູ້ຍິ່ງໃຫຍ່ ແລະ ຄົນອື່ນໆທຸກຄົນ, ທັງຂ້າທາດ ຫລື ຜູ້ເປັນອິດສະຫລະ ຕ່າງກໍໄປລີ້ຢູ່ຕາມຖ້ຳ ແລະ ຢູ່ໃນຫລືບໂງ່ນຫີນຕາມພູເຂົາຕ່າງໆ. ພວກເຂົາຮ້ອງບອກບັນດາພູເຂົາ ແລະ ໂງ່ນຫີນວ່າ, “ຈົ່ງເຈື່ອນລົງເທິງພວກເຮົາ ແລະ ບັງພວກເຮົາໃຫ້ພົ້ນຈາກໜ້າຂອງພຣະອົງຜູ້ນັ່ງຢູ່ເທິງບັນລັງນັ້ນ ແລະ ໃຫ້ພວກເຮົາພົ້ນຈາກຄວາມໂກດຮ້າຍຂອງລູກແກະຂອງພຣະເຈົ້າ! ເພາະວັນຍິ່ງໃຫຍ່ແຫ່ງຄວາມໂກດຮ້າຍຂອງພຣະອົງມາເຖິງແລ້ວ ແລະ ຜູ້ໃດຈະສາມາດທົນຕໍ່ວັນນັ້ນໄດ້?”
Source notes (5)
- Footnote ຫລື ປະມານໜຶ່ງກິໂລ
- Footnote ໜຶ່ງຫລຽນເດນາຣິອົນ ມີຄ່າເທົ່າກັບຄ່າຈ້າງໜຶ່ງມື້
- Footnote ຫລື ປະມານສາມກິໂລ
- Footnote ໜຶ່ງຫລຽນເດນາຣິອົນ
- Footnote ໝາຍເຖິງພີ່ນ້ອງຜູ້ທີ່ເຊື່ອ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.