Biblica® Open Lao Contemporary Version
ພຣະນິມິດ 4
ບັນລັງໃນສະຫວັນ
ຫລັງຈາກນັ້ນຂ້າພະເຈົ້າໄດ້ເບິ່ງໄປ ແລະ ຢູ່ຕໍ່ໜ້າຂ້າພະເຈົ້ານັ້ນມີປະຕູໜຶ່ງເປີດໄວ້ໃນສະຫວັນ. ແລ້ວສຽງທີ່ຂ້າພະເຈົ້າໄດ້ຍິນທຳອິດກ່າວແກ່ຂ້າພະເຈົ້າເໝືອນກັບສຽງແກວ່າ: “ຂຶ້ນມາທີ່ນີ້ ແລະ ເຮົາຈະສະແດງສິ່ງທີ່ຈະຕ້ອງເກີດຂຶ້ນຫລັງຈາກນີ້ແກ່ເຈົ້າ”. ໃນທັນໃດນັ້ນ ຂ້າພະເຈົ້າກໍຢູ່ໃນພຣະວິນຍານ ແລະ ຕໍ່ໜ້າຂ້າພະເຈົ້າມີບັນລັງຕັ້ງຢູ່ໃນສະຫວັນພ້ອມດ້ວຍຜູ້ໜຶ່ງນັ່ງຢູ່ເທິງບັນລັງນັ້ນ. ແລະ ຜູ້ທີ່ນັ່ງຢູ່ທີ່ນັ້ນປາກົດດັ່ງຫີນໂມຣາ ແລະ ນິນ. ມີຮຸ້ງກິນນ້ຳສ່ອງແສງເໝືອນດັ່ງມໍລະກົດອ້ອມຮອບບັນລັງ. ອ້ອມຮອບບັນລັງນັ້ນມີອີກຊາວສີ່ບັນລັງ ແລະ ມີຜູ້ອາວຸໂສຊາວສີ່ທ່ານນັ່ງຢູ່ເທິງບັນລັງເຫລົ່ານັ້ນ. ພວກເພິ່ນນຸ່ງເຄື່ອງຂາວ ແລະ ມີມົງກຸດຄຳຢູ່ເທິງຫົວຂອງພວກເພິ່ນ. ມີແສງຟ້າແມບເຫລື້ອມ, ສຽງດັງກ້ອງ ແລະ ສຽງຟ້າຮ້ອງມາຈາກບັນລັງ. ຕໍ່ໜ້າບັນລັງນັ້ນມີຕະກຽງເຈັດອັນຮຸ່ງຢູ່. ສິ່ງເຫລົ່ານີ້ແມ່ນວິນຍານ1ທັງເຈັດຂອງພຣະເຈົ້າ. ດ້ານໜ້າບັນລັງຍັງມີສິ່ງທີ່ຄ້າຍຄືທະເລແກ້ວ, ໃສເໝືອນແກ້ວ.
ໃນບໍລິເວນໃຈກາງອ້ອມຮອບບັນລັງມີສິ່ງທີ່ມີຊີວິດສີ່ຕົນ ແລະສິ່ງທີ່ມີຊີວິດເຫລົ່ານັ້ນມີຕາເຕັມຢູ່ທັງດ້ານໜ້າ ແລະ ດ້ານຫລັງ. ສິ່ງທີ່ມີຊີວິດຕົນທີໜຶ່ງຄ້າຍຄືໂຕສິງ, ຕົນທີສອງຄ້າຍຄືງົວ, ຕົນທີສາມມີໜ້າຄ້າຍຄືມະນຸດ, ຕົນທີສີ່ຄ້າຍຄືນົກອິນຊີທີ່ກຳລັງບິນຢູ່. ສິ່ງທີ່ມີຊີວິດທັງສີ່ນີ້ ແຕ່ລະຕົນມີຫົກປີກ ແລະ ມີຕາເຕັມຢູ່ອ້ອມຮອບ ແມ່ນແຕ່ຢູ່ໃຕ້ປີກ. ສິ່ງທີ່ມີຊີວິດເຫລົ່ານັ້ນຮ້ອງຕະຫລອດທັງກາງເວັນ ແລະ ກາງຄືນບໍ່ຢຸດຈັກເທື່ອວ່າ:
“ ‘ບໍລິສຸດ, ບໍລິສຸດ, ບໍລິສຸດ
ຄືອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່,’2
ຜູ້ດຳລົງຢູ່ໃນອະດີດ ແລະ ດຳລົງຢູ່ໃນປັດຈຸບັນ ແລະ ຜູ້ຈະມາ”.
ເມື່ອສິ່ງທີ່ມີຊີວິດເຫລົ່ານັ້ນໄດ້ຖວາຍສະຫງ່າລາສີ, ກຽດ ແລະ ຄຳຂອບພຣະຄຸນແກ່ພຣະອົງຜູ້ນັ່ງຢູ່ເທິງບັນລັງ ແລະ ຜູ້ດຳລົງຢູ່ຕະຫລອດເປັນນິດ, ຜູ້ອາວຸໂສທັງຊາວສີ່ທ່ານກໍໝອບລົງຕໍ່ໜ້າພຣະອົງຜູ້ນັ່ງຢູ່ເທິງບັນລັງນັ້ນ ແລະ ນະມັດສະການພຣະອົງຜູ້ດຳລົງຢູ່ຕະຫລອດໄປເປັນນິດ. ພວກເພິ່ນວາງມົງກຸດຂອງຕົນລົງຕໍ່ໜ້າບັນລັງ ແລະ ຮ້ອງວ່າ:
“ຂ້າແດ່ອົງພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າຂອງພວກຂ້ານ້ອຍ
ພຣະອົງສົມຄວນທີ່ຈະຮັບສະຫງ່າລາສີ, ກຽດຕິຍົດ ແລະ ລິດອຳນາດ,
ເພາະວ່າພຣະອົງໄດ້ສ້າງທຸກສິ່ງ
ແລະ ໂດຍຄວາມປະສົງຂອງພຣະອົງ ສິ່ງເຫລົ່ານີ້ໄດ້ຖືກສ້າງຂຶ້ນ
ແລະ ດໍາລົງຢູ່”.
Source notes (2)
- Footnote ຫລື ພຣະວິນຍານທັງເຈັດ
- Footnote ອຊຢ 6:3
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.