Skip to content
BibleKenya

Biblica® Open Lao Contemporary Version

ພຣະນິມິດ 16

ຂັນ​ທັງ​ເຈັດ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ

ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ວິຫານ​ກ່າວ​ຕໍ່​ເທວະດາ​ທັງ​ເຈັດ​ວ່າ, “ຈົ່ງ​ໄປ​ຖອກ​ຂັນ​ທັງ​ເຈັດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ນັ້ນ​ລົງ​ໃສ່​ແຜ່ນດິນໂລກ”.

ເທວະດາ​ຕົນ​ທຳອິດ​ໄດ້​ອອກ​ໄປ ແລະ ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ແຜ່ນດິນ, ແລ້ວ​ກໍ​ມີ​ບາດແຜ​ອັນ​ໜ້າກຽດ​ທີ່​ສ້າງ​ຄວາມເຈັບປວດ​ກໍ​ເກີດຂຶ້ນ​ຕາມ​ໂຕ​ຂອງ​ບັນດາ​ຜູ້​ທີ່​ມີ​ເຄື່ອງໝາຍ​ຂອງ​ສັດຮ້າຍ ແລະ ຂາບໄຫວ້​ຮູບຈຳລອງ​ຂອງ​ມັນ.

ເທວະດາ​ຕົນ​ທີ​ສອງ​ໄດ້​ເທ​ຂັນ​ຂອງ​ຕົນ​ລົງ​ເທິງ​ທະເລ, ແລະ ທະເລ​ນັ້ນ​ກໍ​ກາຍເປັນ​ເລືອດ​ເໝືອນດັ່ງ​ເລືອດ​ຂອງ​ຄົນ​ຕາຍ ແລະ ສິ່ງ​ທີ່​ມີ​ຊີວິດ​ທີ່​ອາໄສ​ຢູ່​ໃນ​ທະເລ​ນັ້ນ​ກໍ​ຕາຍ​ໝົດ.

ເທວະດາ​ຕົນ​ທີສາມ​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ແມ່ນ້ຳ ແລະ ບໍ່ນ້ຳພຸ​ທັງຫລາຍ, ແລ້ວ​ນ້ຳ​ນັ້ນ​ກໍ​ກາຍເປັນ​ເລືອດ. ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ເທວະດາ​ຜູ້​ຮັບຜິດຊອບ​ນ້ຳ​ນັ້ນ​ກ່າວ​ວ່າ:

“ຂ້າ​ແດ່​ພຣະອົງ​ຜູ້​ບໍລິສຸດ, ພຣະອົງ​ຜູ້​ດຳລົງ​ຢູ່​ທັງ​ໃນ​ອະດີດ ແລະ ໃນ​ປັດຈຸບັນ

ພຣະອົງ​ພິພາກສາ​ລົງໂທດ​ຢ່າງ​ຍຸຕິທຳ​ແລ້ວ,

ເນື່ອງຈາກ​ພວກເຂົາ​ໄດ້​ເຮັດ​ໃຫ້​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ຜູ້ທຳນວາຍ​ຂອງ​ພຣະອົງ​ຕ້ອງ​ຫລັ່ງ​ເລືອດ,

ແລະ ພຣະອົງ​ເອົາ​ເລືອດ​ໃຫ້​ພວກເຂົາ​ດື່ມ​ຕາມ​ທີ່​ພວກເຂົາ​ສົມຄວນ​ໄດ້​ຮັບ”.

ແລະ ຂ້າພະເຈົ້າ​ໄດ້​ຍິນ​ແທ່ນບູຊາ​ຮ້ອງ​ຕອບ​ວ່າ:

“ແມ່ນ​ແລ້ວ, ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່

ການພິພາກສາ​ຂອງ​ພຣະອົງ​ກໍ​ເປັນ​ຄວາມ​ຈິງ ແລະ ຍຸຕິທຳ”.

ເທວະດາ​ຕົນ​ທີສີ່​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ດວງຕາເວັນ ແລະ ດວງຕາເວັນ​ກໍ​ໄດ້ຮັບ​ອະນຸຍາດ​ໃຫ້​ເຜົາໄໝ້​ຄົນ​ທັງຫລາຍ​ດ້ວຍ​ໄຟ. ພວກເຂົາ​ຖືກ​ເຜົາ​ດ້ວຍ​ຄວາມຮ້ອນ​ກ້າ ແລະ ພວກເຂົາ​ກໍ​ປ້ອຍ​ດ່າ​ນາມ​ຂອງ​ພຣະເຈົ້າ​ຜູ້​ຄວບຄຸມ​ໄພພິບັດ​ເຫລົ່ານີ້, ແຕ່​ພວກເຂົາ​ບໍ່​ຍອມ​ກັບໃຈ ແລະ ຖວາຍ​ກຽດ​ແກ່​ພຣະອົງ.

ເທວະດາ​ຕົນ​ທີຫ້າ​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ບັນລັງ​ຂອງ​ສັດຮ້າຍ ແລະ ອານາຈັກ​ຂອງ​ມັນ​ກໍ​ຈົມ​ລົງ​ສູ່​ຄວາມມືດ. ຄົນ​ທັງຫລາຍ​ກັດ​ລີ້ນ​ຂອງ​ຕົນ​ດ້ວຍ​ຄວາມເຈັບປວດ ແລະ ປ້ອຍ​ດ່າ​ພຣະເຈົ້າ​ແຫ່ງ​ສະຫວັນ​ເພາະ​ຄວາມເຈັບປວດ​ຂອງ​ຕົນ ແລະ ບາດແຜ​ຂອງ​ຕົນ, ແຕ່​ພວກເຂົາ​ບໍ່​ຍອມ​ກັບໃຈ​ຈາກ​ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ.

ເທວະດາ​ຕົນ​ທີຫົກ​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ແມ່ນ້ຳ​ເອີຟຣັດ​ໃຫຍ່ ແລະ ນ້ຳ​ກໍ​ແຫ້ງ​ເພື່ອ​ຕຽມ​ທາງ​ໄວ້​ສຳລັບ​ບັນດາ​ກະສັດ​ຈາກ​ທິດຕາເວັນອອກ. ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ວິນຍານສົກກະປົກ​ສາມ​ໂຕ​ມີ​ຮູບຮ່າງ​ຄ້າຍ​ຄື​ກົບ, ພວກມັນ​ອອກ​ມາ​ຈາກ​ປາກ​ຂອງ​ພະຍານາກ, ຈາກ​ປາກ​ຂອງ​ສັດຮ້າຍ ແລະ ຈາກ​ປາກ​ຂອງ​ຜູ້ທຳນວາຍ​ປອມ. ພວກມັນ​ເປັນ​ວິນຍານ​ຂອງ​ມານຮ້າຍ​ທີ່​ເຮັດ​ໝາຍສຳຄັນ​ຕ່າງໆ, ພວກມັນ​ອອກ​ໄປ​ຫາ​ກະສັດ​ທົ່ວ​ໂລກ​ເພື່ອ​ເຕົ້າໂຮມ​ກະສັດ​ເຫລົ່ານັ້ນ​ມາ​ເຮັດ​ການຕໍ່ສູ້​ໃນ​ວັນ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່.

“ເບິ່ງ​ແມ! ເຮົາ​ຈະ​ມາ​ເໝືອນ​ຂະໂມຍ​ມາ! ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຕື່ນ​ຢູ່ ແລະ ນຸ່ງ​ເສື້ອຜ້າ​ຢູ່, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ບໍ່​ຕ້ອງ​ຍ່າງ​ເປືອຍກາຍ ແລະ ຖືກ​ເປີດເຜີຍ​ດ້ວຍ​ຄວາມອັບອາຍ”.

ແລ້ວ​ພວກເຂົາ​ໄດ້​ເຕົ້າໂຮມ​ບັນດາ​ກະສັດ​ມາ​ຊຸມນຸມກັນ​ໃນ​ບ່ອນ​ທີ່​ພາສາ​ເຮັບເຣີ​ເອີ້ນວ່າ​ອາມາເຄໂດນ.

ເທວະດາ​ຕົນ​ທີເຈັດ​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ອາກາດ ແລະ ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ບັນລັງ​ໃນ​ວິຫານ​ວ່າ, “ສຳເລັດແລ້ວ!” ຫລັງຈາກ​ນັ້ນ ເກີດ​ມີ​ແສງ​ຟ້າແມບເຫລື້ອມ, ສຽງດັງ, ສຽງຟ້າຮ້ອງ ແລະ ແຜ່ນດິນໄຫວ​ຄັ້ງ​ຮ້າຍແຮງ. ບໍ່​ເຄີຍ​ມີ​ແຜ່ນດິນໄຫວ​ຢ່າງນີ້​ເລີຍ ນັບ​ຕັ້ງແຕ່​ມີ​ມະນຸດ​ຢູ່​ເທິງ​ແຜ່ນດິນໂລກ​ມາ, ດັ່ງນັ້ນ​ຈຶ່ງ​ເປັນ​ແຜ່ນດິນໄຫວ​ຄັ້ງ​ໃຫຍ່​ຫລາຍ. ນະຄອນ​ຍິ່ງໃຫຍ່​ນັ້ນ​ໄດ້​ແຍກ​ອອກ​ເປັນ​ສາມ​ສ່ວນ ແລະ ບັນດາ​ເມືອງ​ໃຫຍ່​ຂອງ​ປະເທດ​ຕ່າງໆ​ໄດ້​ພັງທະລາຍ​ລົງ. ພຣະເຈົ້າ​ລະນຶກເຖິງ​ບາບີໂລນ​ນະຄອນ​ຍິ່ງໃຫຍ່ ແລະ ໄດ້​ໃຫ້​ນະຄອນ​ນີ້​ດື່ມ​ຈາກ​ຈອກ​ທີ່​ເຕັມ​ດ້ວຍ​ເຫລົ້າອະງຸ່ນ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະອົງ. ເກາະ​ທຸກ​ແຫ່ງ​ຫາຍໄປ ແລະ ພູ​ທຸກ​ໜ່ວຍ​ກໍ​ບໍ່​ພົບ. ມີ​ໝາກເຫັບ​ຂະໜາດ​ໃຫຍ່​ຕົກ​ຈາກ​ຟ້າ​ລົງ​ມາ​ໃສ່​ຄົນ​ທັງປວງ ແຕ່ລະກ້ອນ​ໜັກ​ປະມານ 45 ກິໂລກຣາມ ແລະ ພວກເຂົາ​ໄດ້​ປ້ອຍ​ດ່າ​ພຣະເຈົ້າ​ຍ້ອນ​ໄພພິບັດ​ທີ່​ເກີດ​ຈາກ​ໝາກເຫັບ​ນັ້ນ ເພາະວ່າ​ເປັນ​ໄພພິບັດ​ອັນ​ຮ້າຍແຮງ​ຫລາຍ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.