Biblica® Open Lao Contemporary Version
ຈົດບັນຊີ 21
ກະສັດອາຣາດຖືກທຳລາຍ
ເມື່ອກະສັດອາຣາດຊາວການາອານ, ຜູ້ອາໄສຢູ່ໃນເນເກັບ, ໄດ້ຍິນຂ່າວວ່າອິດສະຣາເອນກຳລັງມາຕາມເສັ້ນທາງສູ່ອາທາຣິມ, ເພິ່ນກໍມາໂຈມຕີຄົນອິດສະຣາເອນ ແລະ ຈັບເອົາບາງຄົນໃນພວກເຂົາໄປເປັນຊະເລີຍ. ແລ້ວຄົນອິດສະຣາເອນຈຶ່ງເຮັດຄຳປະຕິຍານຕໍ່ພຣະເຈົ້າຢາເວວ່າ: “ຖ້າພຣະອົງຈະມອບຄົນເຫລົ່ານີ້ໄວ້ໃນກຳມືຂອງພວກຂ້ານ້ອຍ, ພວກຂ້ານ້ອຍຈະທຳລາຍ1ເມືອງຕ່າງໆຂອງພວກເຂົາໃຫ້ໝົດສິ້ນໄປ”. ພຣະເຈົ້າຢາເວຮັບຟັງຄຳອ້ອນວອນຂອງອິດສະຣາເອນ ແລະ ມອບຊາວການາອານໄວ້ຢູ່ໃນກຳມືຂອງພວກເຂົາ. ພວກເຂົາທຳລາຍລ້າງຄົນເຫລົ່ານັ້ນກັບເມືອງຕ່າງໆຂອງພວກເຂົາຈົນໝົດສິ້ນ; ດັ່ງນັ້ນຈຶ່ງໄດ້ໃສ່ຊື່ບ່ອນນັ້ນວ່າໂຮມາ.2
ງູທອງສຳລິດ
ພວກເຂົາເດີນທາງຈາກພູໂຮເຣຕາມເສັ້ນທາງໄປສູ່ທະເລແດງ,3 ເພື່ອເດີນທາງອ້ອມເອໂດມ. ແຕ່ປະຊາຊົນເກີດບໍ່ມີຄວາມອົດທົນຕໍ່ເສັ້ນທາງເດີນນັ້ນ; ພວກເຂົາພາກັນຈົ່ມວ່າຕໍ່ພຣະເຈົ້າ ແລະ ຕໍ່ຕ້ານໂມເຊ, ແລະ ກ່າວວ່າ, “ເປັນຫຍັງທ່ານຈຶ່ງໄດ້ນຳພາພວກເຮົາອອກມາຈາກເອຢິບເພື່ອຕາຍໃນຖິ່ນແຫ້ງແລ້ງກັນດານນີ້? ບໍ່ມີເຂົ້າຈີ່! ບໍ່ມີນ້ຳ! ແລະ ພວກເຮົາເບື່ອໜ່າຍຕໍ່ອາຫານຢ່າງນີ້!”
ແລ້ວພຣະເຈົ້າຢາເວຈຶ່ງສົ່ງງູພິດມາທ່າມກາງພວກເຂົາ; ງູເຫລົ່ານັ້ນຕອດປະຊາຊົນ ແລະ ມີຄົນອິດສະຣາເອນຈຳນວນຫລາຍໄດ້ຕາຍໄປ. ປະຊາຊົນຈຶ່ງມາຫາໂມເຊ ແລະ ເວົ້າວ່າ, “ພວກເຮົາໄດ້ເຮັດບາບແລ້ວ ເມື່ອພວກເຮົາຈົ່ມວ່າຕໍ່ພຣະເຈົ້າຢາເວ ແລະ ທ່ານດ້ວຍ. ຂໍຈົ່ງອະທິຖານຕໍ່ພຣະເຈົ້າຢາເວໃຫ້ເອົາງູພິດເຫລົ່ານີ້ອອກໄປຈາກພວກເຮົາແດ່ທ້ອນ”. ດັ່ງນັ້ນໂມເຊຈຶ່ງອະທິຖານເພື່ອປະຊາຊົນ.
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງເຮັດງູໂຕໜຶ່ງແລ້ວແຂວນໄວ້ທີ່ຍອດເສົາ; ຜູ້ໃດກໍຕາມທີ່ຖືກງູຕອດກໍສາມາດຫລຽວເບິ່ງງູນັ້ນແລ້ວມີຊີວິດຢູ່”. ດັ່ງນັ້ນໂມເຊຈຶ່ງເຮັດງູທອງສຳລິດ ແລະ ແຂວນໄວ້ທີ່ຍອດເສົາ. ແລ້ວເມື່ອຜູ້ໃດຖືກງູຕອດກໍຫລຽວເບິ່ງງູທອງສຳລິດນັ້ນ, ຜູ້ນັ້ນກໍມີຊີວິດຢູ່.
ການເດີນທາງສູ່ໂມອາບ
ຄົນອິດສະຣາເອນໄດ້ຍົກຍ້າຍເພື່ອມາຕັ້ງຄ້າຍພັກຢູ່ທີ່ໂອໂບດ. ແລ້ວພວກເຂົາກໍອອກເດີນທາງຈາກໂອໂບດ ແລະ ມາຕັ້ງຄ້າຍພັກໃນອິເຢອາບາຣິມ, ໃນຖິ່ນແຫ້ງແລ້ງກັນດານທີ່ຢູ່ກົງກັນຂ້າມກັບໂມອາບດ້ານຕາເວັນອອກ. ຈາກທີ່ນັ້ນພວກເຂົາຍົກຍ້າຍມາຕັ້ງຄ້າຍພັກທີ່ຮ່ອມພູເຊເຣັດ. ພວກເຂົາເດີນທາງອອກຈາກທີ່ນັ້ນ ແລະ ມາຕັ້ງຄ້າຍພັກທີ່ຮິມແມ່ນ້ຳອາກໂນນ, ເຊິ່ງຢູ່ໃນຖິ່ນແຫ້ງແລ້ງກັນດານໄກອອກໄປສູ່ເຂດແດນຂອງຊາວອາໂມ. ແມ່ນ້ຳອາກໂນນເປັນຊາຍແດນຂອງໂມອາບ, ລະຫວ່າງໂມອາບ ແລະ ຊາວອາໂມ. ດ້ວຍເຫດນີ້ໃນໜັງສືບັນທຶກບັ້ນຮົບຕ່າງໆຂອງພຣະເຈົ້າຢາເວຈຶ່ງກ່າວວ່າ:
“…ຊາຮາບ4ໃນເມືອງຊູຟາ ແລະ ຮ່ອມພູຕ່າງໆ,
ອາກໂນນ ແລະ5 ເນີນຂອງຮ່ອມພູ
ທີ່ນຳໄປສູ່ທີ່ຕັ້ງຂອງເມືອງອາຣະ
ລຽບໄປຕາມຊາຍແດນຂອງໂມອາບ”.
ຈາກທີ່ນັ້ນພວກເຂົາເດີນທາງຕໍ່ໄປສູ່ເບເອີ, ເຊິ່ງເປັນນ້ຳສ້າງບ່ອນທີ່ພຣະເຈົ້າຢາເວກ່າວກັບໂມເຊວ່າ, “ຈົ່ງເອີ້ນປະຊາຊົນມາເຕົ້າໂຮມກັນ ແລະ ເຮົາຈະໃຫ້ນ້ຳແກ່ພວກເຂົາ”.
ແລ້ວອິດສະຣາເອນຈຶ່ງໄດ້ຂັບຮ້ອງບົດເພງນີ້ວ່າ:
“ບໍ່ນ້ຳເອີຍ, ຈົ່ງໃຫ້ນ້ຳພຸ່ງຂຶ້ນມາ!
ໃຫ້ພວກເຮົາຂັບຮ້ອງກ່ຽວກັບບໍ່ນ້ຳ,
ເປັນນ້ຳສ້າງທີ່ບັນດາຜູ້ນຳໄດ້ຂຸດໄວ້,
ບັນດາເຈົ້ານາຍຂອງປະຊາຊົນໄດ້ຂຸດໄວ້
ດ້ວຍໄມ້ຄາທາ ແລະ ໄມ້ຄ້ອນເທົ້າຂອງບັນດາເຈົ້ານາຍເຫລົ່ານັ້ນ”.
ແລ້ວພວກເຂົາກໍອອກຈາກຖິ່ນແຫ້ງແລ້ງກັນດານເດີນທາງໄປສູ່ມັດຕານາ, ຈາກມັດຕານາໄປສູ່ນາຮາລີເອນ ແລະ ບາໂມດ, ແລະ ຈາກບາໂມດໄປສູ່ຮ່ອມພູໃນໂມອາບທີ່ຢູ່ເທິງຍອດພູປີສະກາທີ່ເບິ່ງລົງມາເຫັນບ່ອນຮົກຮ້າງ.
ຄວາມພ່າຍແພ້ຂອງສີໂຫນ ແລະ ໂອກ
ຄົນອິດສະຣາເອນສົ່ງທູດໄປພົບສີໂຫນກະສັດຂອງຊາວອາໂມວ່າ:
“ກະລຸນາອະນຸຍາດໃຫ້ພວກເຮົາຜ່ານດິນແດນຂອງທ່ານໄປ. ພວກເຮົາຈະບໍ່ອອກນອກທາງໄປທຳລາຍທົ່ງໄຮ່ທົ່ງນາ ຫລື ສວນອະງຸ່ນໃດໆ, ຫລື ດື່ມນ້ຳຈາກສ້າງໜ່ວຍໃດເລີຍ. ພວກເຮົາຈະເດີນທາງໄປຕາມທາງຫລວງຈົນກວ່າພວກເຮົາໄດ້ຜ່ານເຂດແດນຂອງທ່ານໄປ”.
ແຕ່ສີໂຫນບໍ່ຍອມປ່ອຍໃຫ້ອິດສະຣາເອນຜ່ານເຂດແດນຂອງເພິ່ນໄປ ຍັງໄດ້ຮວບຮວມກອງທັບທັງໝົດມາຕໍ່ສູ້ກັບອິດສະຣາເອນໃນຖິ່ນແຫ້ງແລ້ງກັນດານທີ່ຢາຮາດ. ໃນທີ່ສຸດຄົນອິດສະຣາເອນກໍ່ໄດ້ທຳລາຍພວກເຂົາດ້ວຍຫອກ ແລະ ຍຶດເອົາດິນແດນຂອງພວກເຂົາຈາກອາກໂນນໄປຈົນເຖິງຢັບໂບກ, ແຕ່ໄປຮອດພຽງແຕ່ຊາຍແດນຂອງຊາວອຳໂມນ, ເນື່ອງຈາກພວກເຂົາມີປ້ອມປ້ອງກັນເຂັ້ມແຂງ. ອິດສະຣາເອນໄດ້ຢຶດຄອງເມືອງທັງໝົດຂອງຊາວອາໂມ ແລະ ຄອບຄອງເມືອງເຫລົ່ານັ້ນ, ລວມທັງເຮັດຊະໂບນ ແລະ ຖິ່ນຖານທີ່ຢູ່ອ້ອມຮອບບໍລິເວນແຖວນັ້ນ. ເຮັດຊະໂບນເປັນນະຄອນຂອງສີໂຫນກະສັດຂອງຊາວອາໂມ, ຜູ້ທີ່ເຄີຍສູ້ຮົບກັບກະສັດຄົນກ່ອນຂອງໂມອາບ ແລະ ຢຶດຄອງດິນແດນທັງໝົດຂອງເພິ່ນໄປຈົນເຖິງແມ່ນ້ຳອາກໂນນ.
ດ້ວຍເຫດນີ້ພວກນັກກະວີຈຶ່ງກ່າວວ່າ:
“ເຊີນມາທີ່ເຮັດຊະໂບນ ແລະ ສ້າງມັນຂຶ້ນໃໝ່;
ມາກອບກູ້ນະຄອນຂອງສີໂຫນຄືນ.
“ໄຟອອກມາຈາກເຮັດຊະໂບນ,
ແປວໄຟກ້າຈາກນະຄອນແຫ່ງສີໂຫນ.
ເຜົາຜານເມືອງອາຣະແຫ່ງໂມອາບ,
ພົນລະເມືອງຂອງທີ່ຮາບສູງແຫ່ງອາກໂນນ.
ວິບັດແກ່ເຈົ້າ, ໂມອາບເອີຍ!
ເຈົ້າຖືກທຳລາຍເສຍແລ້ວ, ປະຊາຊົນຂອງພະເຄໂມດເອີຍ!
ເຄໂມດປ່ອຍໃຫ້ບັນດາລູກຊາຍຂອງຕົນຕ້ອງລີ້ໄພ
ແລະ ລູກສາວຂອງຕົນ
ຕ້ອງຕົກເປັນຊະເລີຍແກ່ສີໂຫນກະສັດຂອງຊາວອາໂມ.
“ແຕ່ພວກເຮົາໄດ້ໂຄ່ນລົ້ມພວກເຂົາ;
ອານາຈັກຂອງເຮັດຊະໂບນຖືກທຳລາຍຈົນເຖິງດີໂບນ.
ພວກເຮົາໄດ້ໂຄ່ນລົມພວກເຂົາໄປໄກເຖິງໂນຟາ,
ເຊິ່ງຂະຫຍາຍໄປຈົນເຖິງເມເດບາ”.
ດັ່ງນັ້ນອິດສະຣາເອນຈຶ່ງໄດ້ຕັ້ງຖິ່ນຖານໃນດິນແດນຂອງຊາວອາໂມ.
ຫລັງຈາກໂມເຊໄດ້ສົ່ງນັກສືບໄປທີ່ເມືອງຢາເຊ, ຊາວອິດສະຣາອນກໍຍຶດເອົາຖິ່ນຖານທີ່ຢູ່ອ້ອມຮອບນັ້ນ ແລະ ໄດ້ຂັບໄລ່ຊາວອາໂມຢູ່ທີ່ນັ້ນອອກໄປ. ແລ້ວພວກເຂົາກໍໄດ້ກັບຄືນ ແລະ ເດີນໄປຕາມເສັ້ນທາງສູ່ບາຊານ, ແລະ ກະສັດໂອກແຫ່ງບາຊານພ້ອມກັບກອງທັບທັງໝົດຂອງຕົນປະເຊີນໜ້າກັບພວກເຂົາທີ່ສະໜາມຮົບເອັດເຣອີ.
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຢ່າຢ້ານລາວເລີຍ, ເພາະເຮົາໄດ້ມອບເຂົາໄວ້ໃນກຳມືຂອງພວກເຈົ້າແລ້ວ, ພ້ອມທັງກອງທັບທັງໝົດຂອງເຂົາ ແລະ ດິນແດນຂອງເຂົາດ້ວຍ. ຈົ່ງກະທຳຕໍ່ເຂົາເໝືອນທີ່ເຈົ້າໄດ້ກະທຳຕໍ່ສີໂຫນກະສັດຂອງຊາວອາໂມ, ຜູ້ປົກຄອງຢູ່ໃນເຮັດຊະໂບນ”.
ດັ່ງນັ້ນພວກເຂົາຈຶ່ງສັງຫານໂອກພ້ອມລູກຊາຍຂອງເພິ່ນ ແລະ ກອງທັບທັງໝົດຂອງເພິ່ນ, ບໍ່ມີຜູ້ໃດລອດຊີວິດເຫລືອຢູ່. ແລ້ວອິດສະຣາເອນກໍເຂົ້າຄອບຄອງດິນແດນນັ້ນ.
Source notes (5)
- Footnote ຄຳນີ້ໃນພາສາເຮັບເຣີ/ ໝາຍເຖິງສິ່ງຂອງ ຫລື ບຸກຄົນທີ່/ ຖວາຍແກ່ອົງພຣະຜູ້ເປັນເຈົ້າແລ້ວບໍ່ສາມາດຮຽກຄືນໄດ້ , ມັກທຳລາຍສິ່ງເຫລົ່ານັ້ນໃຫ້ໝົດສິ້ນໄປ; ໃນ ຂໍ້ 3 ກໍເໝືອນກັນ.
- Footnote ໂຮມາ ມີຄວາມໝາຍວ່າ: ການທຳລາຍ
- Footnote ທະເລໄມ້ອໍ້
- Footnote ສະບັບເຊັບຕູອາຈິນ; ພາສາເຮັບເຣີວ່າ ວາເຣັບ
- Footnote ຫລື ຂ້າພະເຈົ້າໄດ້ຖືກມອບໃຫ້ຈາກຊູຟາ ແລະ ຮ່ອມພູອາກໂນນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.