Biblica® Open Lao Contemporary Version
ຈົດບັນຊີ 20
ນ້ຳຈາກຫີນ
ໃນເດືອນທີໜຶ່ງຊຸມຊົນອິດສະຣາເອນທັງໝົດໄດ້ມາເຖິງຖິ່ນແຫ້ງແລ້ງກັນດານສິນ ແລະ ພວກເຂົາກໍຢຸດພັກຢູ່ທີ່ກາເດັດ. ທີ່ນັ້ນມີຣີອາມໄດ້ຕາຍໄປ ແລະ ໄດ້ຖືກຝັງໄວ້ທີ່ນັ້ນ.
ບັດນີ້ ທີ່ນັ້ນບໍ່ມີນ້ຳໃຫ້ຊຸມຊົນດື່ມ, ແລ້ວປະຊາຊົນຈຶ່ງຮວມຕົວກັນຕໍ່ຕ້ານໂມເຊກັບອາໂຣນອີກ. ພວກເຂົາໂຕ້ຖຽງກັບໂມເຊ ແລະ ເວົ້າວ່າ, “ຖ້າພວກເຮົາໜ້າຈະຕາຍພ້ອມກັບພີ່ນ້ອງຂອງພວກເຮົາທີ່ລົ້ມຕາຍຕໍ່ໜ້າພຣະເຈົ້າຢາເວ! ເປັນຫຍັງທ່ານຈຶ່ງນຳຊຸມຊົນຂອງພຣະເຈົ້າຢາເວມາຕາຍໃນຖິ່ນແຫ້ງແລ້ງກັນດານລວມທັງສັດລ້ຽງຂອງພວກເຮົາດ້ວຍ. ເປັນຫຍັງທ່ານຈຶ່ງນຳເອົາພວກເຮົາອອກຈາກເອຢິບມາສູ່ບ່ອນຍາກລຳບາກເຊັ່ນນີ້? ບ່ອນທີ່ບໍ່ມີພືດພັນເປັນເມັດ ຫລື ໝາກເດື່ອ, ໝາກອະງຸ່ນ ຫລື ໝາກພິລາ ແລະ ຍິ່ງໄປກວ່ານັ້ນຄືບໍ່ມີນ້ຳໃຫ້ດື່ມ!”
ໂມເຊ ແລະ ອາໂຣນອອກຈາກຊຸມຊົນໄປຍັງທາງເຂົ້າເຕັນນັດພົບ ແລະ ໝູບໜ້າລົງ, ແລ້ວສະຫງ່າລາສີຂອງພຣະເຈົ້າຢາເວກໍປາກົດຕໍ່ພວກເພິ່ນ. ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງເອົາໄມ້ເທົ້າມາ, ແລ້ວເຈົ້າ ແລະ ອາໂຣນອ້າຍຂອງເຈົ້າຈົ່ງເອີ້ນປະຊາຊົນມາລວມກັນ. ຈົ່ງເວົ້າກັບກ້ອນຫີນຕໍ່ໜ້າພວກເຂົາ ແລະ ຫີນນັ້ນຈະຖອກນ້ຳອອກມາ. ເຈົ້າຈະນຳເອົານ້ຳຈາກຫີນນັ້ນໃຫ້ຊຸມຊົນເພື່ອວ່າທັງຄົນ ແລະ ສັດລ້ຽງຂອງພວກເຂົາຈະໄດ້ດື່ມ”.
ດັ່ງນັ້ນ ໂມເຊຈຶ່ງຈັບເອົາໄມ້ຄ້ອນເທົ້າຈາກເບື້ອງໜ້າຂອງພຣະເຈົ້າຢາເວ, ຕາມທີ່ພຣະອົງໄດ້ສັ່ງເພິ່ນ. ເພິ່ນ ແລະ ອາໂຣນເອີ້ນເອົາຊຸມຊົນມາລວມກັນຕໍ່ໜ້າກ້ອນຫີນ ແລ້ວໂມເຊຈຶ່ງເວົ້າກັບພວກເຂົາວ່າ, “ຈົ່ງຟັງ, ພວກເຈົ້າຜູ້ກະບົດ, ພວກເຮົາຕ້ອງເອົານ້ຳອອກຈາກກ້ອນຫີນນີ້ໃຫ້ພວກເຈົ້າບໍ?” ແລ້ວໂມເຊກໍຍົກມືຂອງເພິ່ນຂຶ້ນ ແລະ ເອົາໄມ້ຄ້ອນເທົ້າຟາດກ້ອນຫີນສອງບາດ. ນ້ຳໄດ້ພຸ່ງອອກມາ, ແລ້ວຊຸມຊົນ ແລະ ສັດລ້ຽງຂອງພວກເຂົາກໍໄດ້ດື່ມນ້ຳ.
ແຕ່ພຣະເຈົ້າຢາເວກ່າວແກ່ໂມເຊກັບອາໂຣນວ່າ, “ເພາະວ່າເຈົ້າບໍ່ໄດ້ໄວ້ວາງໃຈໃນເຮົາພຽງພໍ ບໍ່ໄດ້ໃຫ້ກຽດເຮົາໃນຖານະອົງບໍລິສຸດຕໍ່ໜ້າຄົນອິດສະຣາເອນ, ເຈົ້າຈະບໍ່ໄດ້ນຳເອົາຊຸມຊົນນີ້ເຂົ້າສູ່ດິນແດນທີ່ເຮົາມອບໃຫ້ແກ່ພວກເຂົາ”.
ເລື່ອງນີ້ເກີດຂຶ້ນທີ່ເມຣີບາ,1 ເພາະເປັນບ່ອນທີ່ຄົນອິດສະຣາເອນຖົກຖຽງກັບພຣະເຈົ້າຢາເວ ແລະ ເປັນບ່ອນທີ່ພຣະອົງພິສູດໃຫ້ເຫັນວ່າພຣະອົງບໍລິສຸດທ່າມກາງພວກເຂົາ.
ເອໂດມບໍ່ອະນຸຍາດໃຫ້ອິດສະຣາເອນເດີນທາງຜ່ານ
ໂມເຊສົ່ງຜູ້ນຳຂ່າວຈາກກາເດັດໄປຍັງກະສັດເອໂດມ, ໂດຍກ່າວວ່າ:
“ນີ້ແມ່ນສິ່ງທີ່ຄົນອິດສະຣາເອນພີ່ນ້ອງຂອງທ່ານກ່າວ: ທ່ານກໍຮູ້ເລື່ອງຄວາມຍາກລຳບາກທັງໝົດທີ່ມາເຖິງພວກເຮົາແລ້ວ. ບັນພະບຸລຸດຂອງພວກເຮົາລົງໄປຍັງເອຢິບ, ແລະ ພວກເຮົາກໍອາໄສຢູ່ທີ່ນັ້ນຫລາຍປີ. ຊາວເອຢິບຂົ່ມເຫັງພວກເຮົາ ແລະ ບັນພະບຸລຸດຂອງພວກເຮົາ, ແຕ່ເມື່ອພວກເຮົາຮ້ອງຂໍຕໍ່ພຣະເຈົ້າຢາເວແລ້ວ, ພຣະອົງກໍໄດ້ຍິນສຽງຮ້ອງຂໍຂອງພວກເຮົາ ແລະ ສົ່ງເທວະດາອົງໜຶ່ງນຳພວກເຮົາອອກມາຈາກເອຢິບ.
“ບັດນີ້ພວກເຮົາຢູ່ທີ່ນີ້ທີ່ກາເດັດ, ເມືອງທີ່ຢູ່ຊາຍແດນຂອງທ່ານ. ຂໍຈົ່ງອະນຸຍາດໃຫ້ພວກເຮົາຜ່ານເມືອງຂອງພວກເຈົ້າໄປດ້ວຍ. ພວກເຮົາຈະບໍ່ລ່ວງລ້ຳເຂົ້າໄປໃນທົ່ງນາ ຫລື ສວນອະງຸ່ນຂອງທ່ານ, ຫລື ດື່ມນ້ຳຈາກນ້ຳສ້າງຂອງທ່ານແຕ່ຢ່າງໃດເລີຍ. ພວກເຮົາຈະໄປຕາມທາງຫລວງ ແລະ ຈະບໍ່ຫັນໄປທາງຂວາ ຫລື ທາງຊ້າຍຈົນກວ່າຜ່ານພົ້ນເຂດແດນຂອງທ່ານໄປ”.
ແຕ່ເອໂດມຕອບວ່າ:
“ພວກເຮົາຈະບໍ່ຍອມໃຫ້ຜ່ານທີ່ນີ້ໄປ; ຖ້າພວກເຈົ້າຝ່າຝືນ, ພວກເຮົາຈະຍົກກຳລັງອອກມາ ແລະ ໂຈມຕີພວກເຈົ້າດ້ວຍດາບ”.
ຄົນອິດສະຣາເອນຕອບວ່າ:
“ພວກເຮົາຈະໄປຕາມທາງຫລວງ, ແລະ ຖ້າພວກເຮົາ ຫລື ສັດຂອງພວກເຮົາດື່ມນ້ຳໃດໆຂອງທ່ານ, ພວກເຮົາຈະຈ່າຍຄ່າສຳລັບສິ່ງນັ້ນ. ພວກເຮົາພຽງແຕ່ຕ້ອງການຢາກເດີນທາງຜ່ານໄປເທົ່ານັ້ນ ບໍ່ມີຢ່າງອື່ນແອບແຝງ”.
ແຕ່ພວກເຂົາຕອບອີກວ່າ:
“ພວກເຈົ້າຈະເດີນທາງຜ່ານບໍ່ໄດ້ດອກ”.
ຈາກນັ້ນເອໂດມກໍຍົກກອງທັບໃຫຍ່ ແລະ ມີກຳລັງຫລາຍອອກມາຕໍ່ສູ້ກັບພວກເຂົາ. ເນື່ອງຈາກເອໂດມປະຕິເສດທີ່ຈະໃຫ້ພວກເຂົາເດີນທາງຜ່ານເຂດແດນຂອງພວກເຂົາ, ອິດສະຣາເອນຈຶ່ງຫັນໄປຈາກພວກເຂົາ.
ການຕາຍຂອງອາໂຣນ
ຊຸມຊົນອິດສະຣາເອນທັງໝົດເດີນທາງອອກຈາກກາເດັດ ແລະ ມາສູ່ພູໂຮເຣ. ທີ່ພູໂຮເຣ, ໃກ້ຊາຍແດນຂອງເອໂດມ, ພຣະເຈົ້າຢາເວກ່າວແກ່ໂມເຊກັບອາໂຣນວ່າ, “ອາໂຣນຈະຕາຍໄປຢູ່ກັບບັນພະບຸລຸດຂອງລາວ. ລາວຈະບໍ່ໄດ້ເຂົ້າໄປໃນດິນແດນທີ່ເຮົາມອບໃຫ້ແກ່ຄົນອິດສະຣາເອນ, ເພາະພວກເຈົ້າທັງສອງກະບົດຕໍ່ຄຳສັ່ງຂອງເຮົາທີ່ນ້ຳເມຣີບາ. ຈົ່ງນຳເອົາອາໂຣນ ແລະ ເອເລອາຊາລູກຊາຍຂອງລາວຂຶ້ນໄປເທິງພູໂຮເຣ. ຈົ່ງຖອດເຄື່ອງນຸ່ງຂອງອາໂຣນອອກ ແລະ ສວມເຄື່ອງນຸ່ງນັ້ນໃຫ້ເອເລອາຊາລູກຊາຍຂອງລາວ, ເພາະອາໂຣນຈະຕາຍໄປຢູ່ກັບບັນພະບຸລຸດຂອງລາວ; ລາວຈະຕາຍຢູ່ທີ່ນັ້ນ”.
ໂມເຊກໍປະຕິບັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງ: ພວກເພິ່ນຂຶ້ນໄປເທິງພູໂຮເຣຕໍ່ສາຍຕາຂອງຊຸມຊົນທັງໝົດ. ໂມເຊໄດ້ຖອດເຄື່ອງນຸ່ງຂອງອາໂຣນອອກ ແລະ ສວມໃຫ້ເອເລອາຊາລູກຊາຍຂອງລາວ. ແລ້ວອາໂຣນກໍຕາຍຢູ່ເທິງຍອດພູ. ແລ້ວໂມເຊກັບເອເລອາຊາຈຶ່ງລົງມາຈາກພູນັ້ນ, ແລະ ເມື່ອຊຸມຊົນທັງໝົດໄດ້ຮູ້ວ່າອາໂຣນຕາຍແລ້ວ, ຄົນອິດສະຣາເອນທັງໝົດກໍໄວ້ອາໄລໃຫ້ອາໂຣນຢູ່ສາມສິບວັນ.
Source notes (1)
- Footnote ເມຣີບາມີຄວາມໝາຍວ່າ ການຖົກຖຽງກັນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.