Biblica® Open Lao Contemporary Version
ຈົດບັນຊີ 18
ໜ້າທີ່ຂອງປະໂລຫິດ ແລະ ຄົນເລວີ
ພຣະເຈົ້າຢາເວກ່າວແກ່ອາໂຣນວ່າ, “ເຈົ້າ, ກັບລູກຊາຍຂອງເຈົ້າ ແລະ ຄອບຄົວຂອງເຈົ້າຈະຕ້ອງມີສ່ວນຮັບຜິດຊອບເມື່ອມີການລະເມີດຕໍ່ກັບສະຖານນະມັດສະການ, ແລະ ເຈົ້າກັບລູກຊາຍຂອງເຈົ້າເທົ່ານັ້ນທີ່ຕ້ອງຮັບຜິດຊອບເພາະມີການລະເມີດຕໍ່ກັບການເປັນປະໂລຫິດ. ຈົ່ງນຳເອົາຄົນເລວີພີ່ນ້ອງຮ່ວມເຜົ່າທີ່ເປັນບັນພະບຸລຸດຂອງເຈົ້າມາຮ່ວມ ແລະ ຊ່ວຍວຽກງານ ໃນເວລາພວກເຈົ້າຮັບໃຊ້ຕໍ່ໜ້າເຕັນຂອງກົດບັນຍັດແຫ່ງພັນທະສັນຍາ. ພວກເຂົາຈະຕ້ອງຮັບຜິດຊອບຕໍ່ເຈົ້າ ແລະ ປະຕິບັດໜ້າທີ່ທັງໝົດຂອງເຕັນ, ແຕ່ຢ່າໃຫ້ພວກເຂົາໄປໃກ້ເຄື່ອງໃຊ້ຂອງສະຖານນະມັດສະການ ຫລື ແທ່ນບູຊາ. ຖ້າບໍ່ດັ່ງນັ້ນທັງພວກເຂົາ ແລະ ເຈົ້າຈະຕ້ອງຕາຍ. ໃຫ້ພວກເຂົາສົມທົບກັບເຈົ້າ ແລະ ຮັບຜິດຊອບເບິ່ງແຍງເຕັນນັດພົບ ລວມວຽກງານທັງໝົດທີ່ເຕັນນັ້ນ ແລະ ຢ່າໃຫ້ຄົນນອກເຂົ້າມາໃກ້ບ່ອນທີ່ເຈົ້າຢູ່.
“ເຈົ້າຈະຕ້ອງຮັບຜິດຊອບເບິ່ງແຍງສະຖານນະມັດສະການ ແລະ ແທ່ນບູຊາ, ເພື່ອວ່າຄວາມໂກດຮ້າຍຂອງເຮົາຈະບໍ່ຕົກໃສ່ຄົນອິດສະຣາເອນອີກ. ເຮົາເອງໄດ້ເລືອກຄົນເລວີພີ່ນ້ອງຂອງເຈົ້າຈາກທ່າມກາງຄົນອິດສະຣາເອນເພື່ອເປັນຂອງຂັວນແກ່ເຈົ້າ, ແລະ ຍົກໃຫ້ເຈົ້າເພື່ອຖວາຍແກ່ພຣະເຈົ້າຢາເວໃຫ້ປະຕິບັດວຽກງານທີ່ເຕັນນັດພົບ. ແຕ່ເຈົ້າກັບບັນດາລູກຊາຍຂອງເຈົ້າເທົ່ານັ້ນຈະເຮັດໜ້າທີ່ໃນຖານະປະໂລຫິດ ລວມທັງວຽກກ່ຽວກັບແທ່ນບູຊາ ແລະ ທຸກສິ່ງທີ່ຢູ່ດ້ານໃນຂອງຜ້າກັ້ງ. ເຮົາມອບວຽກຮັບໃຊ້ໃນຖານະປະໂລຫິດໃຫ້ເປັນຂອງຂັວນແກ່ເຈົ້າ. ຄົນນອກທີ່ມາໃກ້ສະຖານນະມັດສະການຈະຕ້ອງຮັບໂທດເຖີງຕາຍ”.
ເຄື່ອງຖວາຍສຳລັບປະໂລຫິດ ແລະ ຄົນເລວີ
ແລ້ວພຣະເຈົ້າຢາເວກ່າວແກ່ອາໂຣນວ່າ, “ເຮົາເອງໄດ້ມອບໃຫ້ເຈົ້າຮັບຜິດຊອບເຄື່ອງຖວາຍທີ່ຖວາຍແກ່ເຮົາ; ລວມທັງເຄື່ອງຖວາຍບໍລິສຸດທັງໝົດທີ່ຄົນອິດສະຣາເອນນຳມາຖວາຍແກ່ເຮົານັ້ນ ເຮົາມອບໃຫ້ເຈົ້າກັບບັນດາລູກຊາຍຂອງເຈົ້າເປັນສ່ວນແບ່ງທີ່ໄດ້ຮັບຕະຫລອດໄປ. ເຈົ້າຈະໄດ້ຮັບເຄື່ອງຖວາຍບໍລິສຸດທີ່ສຸດໃນສ່ວນທີ່ບໍ່ໄດ້ເຜົາຖວາຍ. ຈາກເຄື່ອງຖວາຍທັງໝົດທີ່ພວກເຂົານຳມາມອບໃຫ້ແກ່ເຮົາເປັນເຄື່ອງຖວາຍບໍລິສຸດທີ່ສຸດ, ບໍ່ວ່າເປັນເຄື່ອງຖວາຍພືດພັນເປັນເມັດ ຫລື ເຄື່ອງຖວາຍໄຖ່ບາບ1 ຫລື ເຄື່ອງຖວາຍເພື່ອລຶບລ້າງຄວາມຜິດ, ສ່ວນຂອງເຄື່ອງຖວາຍເຫລົ່ານັ້ນເປັນຂອງເຈົ້າກັບບັນດາລູກຊາຍຂອງເຈົ້າ. ຈົ່ງກິນໂດຍຖືເປັນຂອງບໍລິສຸດທີ່ສຸດ, ຜູ້ຊາຍທຸກຄົນຈະກິນເຄື່ອງຖວາຍນີ້. ເຈົ້າຕ້ອງຖືວ່າສິ່ງນີ້ບໍລິສຸດ.
“ນີ້ກໍເປັນຂອງເຈົ້າເໝືອນກັນຄື: ສິ່ງໃດກໍຕາມທີ່ຈັດໄວ້ຈາກເຄື່ອງຖວາຍແກວ່ງໄປແກວ່ງມາທັງໝົດຂອງຄົນອິດສະຣາເອນນັ້ນ. ເຮົາມອບສິ່ງນີ້ໃຫ້ແກ່ເຈົ້າ ແລະ ບັນດາລູກຊາຍລູກສາວໃຫ້ເປັນສ່ວນແບ່ງຕະຫລອດໄປຂອງເຈົ້າ. ທຸກຄົນໃນຄົວເຮືອນຂອງເຈົ້າທີ່ບໍ່ເປັນມົນທິນຕາມພິທີກໍຈະກິນເຄື່ອງຖວາຍນັ້ນໄດ້.
“ເຮົາມອບໃຫ້ເຈົ້າສ່ວນດີທີ່ສຸດຂອງນ້ຳມັນໝາກກອກ ແລະ ເຫລົ້າອະງຸ່ນໃໝ່ຊັ້ນດີ ແລະ ເມັດພືດທັງໝົດທີ່ເປັນຜົນທຳອິດທີ່ພວກເຂົາຖວາຍແກ່ພຣະເຈົ້າຢາເວ. ຜົນລະປູກທຳອິດທັງໝົດຈາກດິນແດນທີ່ພວກເຂົານຳມາຖວາຍແກ່ພຣະເຈົ້າຢາເວຈະເປັນຂອງເຈົ້າ. ທຸກຄົນໃນຄົວເຮືອນຂອງເຈົ້າທີ່ບໍ່ເປັນມົນທິນຕາມພິທີຈະກິນເຄື່ອງຖວາຍເຫລົ່ານັ້ນ.
“ເຄື່ອງຖວາຍທຸກໆຢ່າງໃນອິດສະຣາເອນທີ່ອຸທິດຖວາຍ2ແກ່ພຣະເຈົ້າຢາເວກໍເປັນຂອງເຈົ້າ. ລູກກົກທັງໝົດທີ່ເກີດມາ, ທັງມະນຸດ ແລະ ສັດ, ເຊິ່ງໄດ້ຖວາຍແກ່ພຣະເຈົ້າຢາເວກໍເປັນຂອງເຈົ້າ. ແຕ່ເຈົ້າຕ້ອງໄຖ່ຄືນລູກຊາຍກົກທຸກຄົນ ແລະ ສັດຜູ້ຫົວປີທຸກໂຕທີ່ເປັນມົນທິນ. ເມື່ອລູກຊາຍກົກມີອາຍຸຄົບໜຶ່ງເດືອນແລ້ວ, ເຈົ້າຕ້ອງໄຖ່ຄືນລູກຊາຍກົກໃນຄ່າໄຖ່ທີ່ຕັ້ງໄວ້ເປັນເງິນໜັກ 5 ເຊເຂວ,3 ຕາມເຊເຂວຂອງສະຖານນະມັດສະການ, ເຊິ່ງໜັກ 20 ເກຣາ.
“ແຕ່ລູກຫົວປີຂອງງົວ, ແກະ, ຫລື ແບ້ໄຖ່ຄືນບໍ່ໄດ້ ເພາະສັດເຫລົ່ານີ້ບໍລິສຸດ. ຈົ່ງຖອກເລືອດຂອງພວກມັນໃສ່ແທ່ນບູຊາ ແລະ ເຜົາໄຂມັນເປັນເຄື່ອງຖວາຍບູຊາອາຫານ, ເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ. ຊີ້ນຂອງສັດເຫລົ່ານີ້ເປັນຂອງເຈົ້າ, ເຊັ່ນດຽວກັບຊີ້ນເອິກຂອງເຄື່ອງບູຊາແກວ່ງໄປມາຖວາຍ ແລະ ຊີ້ນກົກຂາຂວາເປັນຂອງເຈົ້າ. ສິ່ງໃດກໍຕາມທີ່ແຍກໄວ້ຈາກເຄື່ອງຖວາຍບໍລິສຸດທີ່ຄົນອິດສະຣາເອນນຳມາຖວາຍແກ່ພຣະເຈົ້າຢາເວນັ້ນ ແລ້ວເຮົາກໍມອບໃຫ້ເຈົ້າ ແລະ ລູກຊາຍກັບລູກສາວຂອງເຈົ້າດັ່ງເປັນສ່ວນແບ່ງຕະຫລອດໄປຂອງເຈົ້າ. ນີ້ເປັນພັນທະສັນຍານິລັນດອນແຫ່ງເກືອຕໍ່ໜ້າພຣະເຈົ້າຢາເວທັງສຳລັບເຈົ້າ ແລະ ເຊື້ອສາຍຂອງເຈົ້າ”.
ພຣະເຈົ້າຢາເວກ່າວແກ່ອາໂຣນວ່າ, “ເຈົ້າຈະບໍ່ໄດ້ຮັບມໍລະດົກໃນດິນແດນຂອງພວກເຂົາ, ແລະ ບໍ່ໄດ້ຮັບສ່ວນແບ່ງໃດໆໃນທ່າມກາງພວກເຂົາ; ເຮົາເປັນສ່ວນແບ່ງຂອງເຈົ້າ ແລະ ເປັນມໍລະດົກຂອງເຈົ້າທ່າມກາງຄົນອິດສະຣາເອນ.
“ເຮົາມອບໜຶ່ງສ່ວນສິບທັງໝົດຂອງຄົນອິດສະຣາເອນທີຖວາຍໃຫ້ເປັນຄ່າຕອບແທນແຮງງານແກ່ຄົນເລວີທີ່ພວກເຂົາເຮັດໃນຂະນະທີ່ພວກເຂົາຮັບໃຊ້ທີ່ເຕັນນັດພົບ. ນັບແຕ່ນີ້ໄປຄົນອິດສະຣາເອນຢ່າເຂົ້າໄປໃກ້ເຕັນນັດພົບ, ຫລື ບໍ່ດັ່ງນັ້ນພວກເຂົາຈະຮັບຜົນຂອງບາບຂອງພວກເຂົາ ແລະ ພວກເຂົາຈະຕາຍ. ແມ່ນຄົນເລວີຈະເປັນຜູ້ປະຕິບັດວຽກງານທີ່ເຕັນນັດພົບ ແລະ ຮັບຜິດຊອບທຸກໆການກະທຳຜິດທີ່ພວກເຂົາເຮັດຕໍ່ເຕັນນັ້ນ. ນີ້ເປັນຂໍ້ປະຕິບັດຖາວອນສືບໄປສຳລັບຊົ່ວອາຍຸທີ່ຈະມາເຖິງ. ພວກເຂົາຈະບໍ່ໄດ້ຮັບຄ່າຕອບແທນໃດໆໃນທ່າມກາງຄົນອິດສະຣາເອນ. ແຕ່ເຮົາມອບໜຶ່ງສ່ວນສິບທີ່ຄົນອິດສະຣາເອນຖວາຍແກ່ພຣະເຈົ້າຢາເວໃຫ້ເປັນຄ່າຕອບແທນແກ່ຄົນເລວີ. ດ້ວຍເຫດນີ້ເຮົາຈຶ່ງກ່າວກ່ຽວກັບພວກເຂົາວ່າ: ‘ພວກເຂົາຈະບໍ່ໄດ້ຮັບຄ່າຕອບແທນໃດໆໃນທ່າມກາງຄົນອິດສະຣາເອນ’ ”.
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງບອກຄົນເລວີ ແລະ ເວົ້າກັບພວກເຂົາວ່າ: ‘ເມື່ອພວກເຈົ້າໄດ້ຮັບໜຶ່ງສ່ວນສິບຈາກຄົນອິດສະຣາເອນທີ່ເຮົາມອບໃຫ້ພວກເຈົ້າເປັນຄ່າຕອບແທນນັ້ນ, ພວກເຈົ້າຕ້ອງຖວາຍໜຶ່ງສ່ວນສິບຈາກໜຶ່ງສ່ວນສິບນັ້ນເປັນເຄື່ອງຖວາຍບູຊາແກ່ພຣະເຈົ້າຢາເວ. ການຖວາຍຂອງພວກເຈົ້າຈະຖືເປັນພືດພັນຈາກລານຟາດເຂົ້າ ຫລື ເຫລົ້າອະງຸ່ນຈາກອ່າງບີບນ້ຳອະງຸ່ນຂອງພວກເຈົ້າ. ດ້ວຍວິທີນີ້ພວກເຈົ້າກໍຈະໄດ້ຖວາຍເຄື່ອງຖວາຍບູຊາແກ່ພຣະເຈົ້າຢາເວຈາກໜຶ່ງສ່ວນສິບທັງໝົດທີ່ພວກເຈົ້າໄດ້ຮັບຈາກຄົນອິດສະຣາເອນ. ຈາກໜຶ່ງສ່ວນສິບເຫລົ່ານີ້ຈົ່ງມອບສ່ວນຂອງພຣະເຈົ້າຢາເວໃຫ້ແກ່ປະໂລຫິດອາໂຣນ. ເຈົ້າຕ້ອງຖວາຍສ່ວນທີ່ດີທີ່ສຸດ ແລະ ບໍລິສຸດທີ່ສຸດຂອງທຸກສິ່ງທີ່ເຈົ້າໄດ້ຮັບໃຫ້ເປັນສ່ວນທີ່ຖວາຍແກ່ພຣະເຈົ້າຢາເວ’.
“ຈົ່ງກ່າວກັບຄົນເລວີວ່າ: ‘ເມື່ອພວກເຈົ້າຖວາຍສ່ວນທີ່ດີທີ່ສຸດນັ້ນ, ສິ່ງນັ້ນຈະຖືວ່າເປັນຜົນຜະລິດຈາກລານຟາດເຂົ້າ ຫລື ຈາກອ່າງບີບນ້ຳອະງຸ່ນຂອງພວກເຈົ້າ. ເຈົ້າກັບຄົວເຮືອນຂອງພວກເຈົ້າຈະກິນສ່ວນທີ່ເຫລືອຂອງສິ່ງນັ້ນຢູ່ທີ່ໃດກໍໄດ້, ເພາະສິ່ງນັ້ນເປັນຄ່າແຮງງານສຳລັບວຽກງານຂອງພວກເຈົ້າທີ່ເຕັນນັດພົບ. ເມື່ອພວກເຈົ້າໄດ້ຖວາຍສ່ວນທີ່ດີທີ່ສຸດນີ້ແລ້ວ ພວກເຈົ້າກໍຈະບໍ່ມີຄວາມຜິດໃນເລື່ອງນີ້; ແລ້ວພວກເຈົ້າກໍຈະບໍ່ເປັນມົນທິນທີ່ຄົນອິດສະຣາເອນຖວາຍເຄື່ອງຖວາຍບູຊາບໍລິສຸດ, ແລະ ພວກເຈົ້າຈະບໍ່ຕາຍ’ ”.
Source notes (3)
- Footnote ການຊຳລະລ້າງ
- Footnote ຄຳໃນພາສາເຮັບເຣີ ໝາຍເຖິງສິ່ງຂອງ ຫລື ບຸກຄົນທີ່ຖວາຍແກ່ອົງພຣະຜູ້ເປັນເຈົ້າແລ້ວບໍ່ອາດຮຽກຄືນໄດ້
- Footnote ຄືເງິນໜັກປະມານ 2 ອອນ ຫລື ປະມານ 58 ກຣາມ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.