Biblica® Open Lao Contemporary Version
ຈົດບັນຊີ 17
ໄມ້ເທົ້າຂອງອາໂຣນອອກໜໍ່
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງບອກຄົນອິດສະຣາເອນ ແລະ ໃຫ້ຫົວໜ້າເຜົ່າທັງສິບສອງເຜົ່າ, ນຳເອົາໄມ້ເທົ້າສະຫລັກຊື່ຂອງຕົນມາມອບໃຫ້ເຈົ້າ. ໄມ້ເທົ້າຂອງເຜົ່າເລວີໃຫ້ສະຫລັກຊື່ອາໂຣນໃສ່, ເພາະຕ້ອງມີໄມ້ເທົ້າໜຶ່ງອັນສຳລັບຫົວໜ້າເຜົ່າແຕ່ລະຄົນ. ຈົ່ງວາງໄມ້ຄ້ອນເທົ້າເຫລົ່ານີ້ຢູ່ໜ້າຫີບພັນທະສັນຍາໃນເຕັນນັດພົບ, ບ່ອນທີ່ເຮົາມາພົບກັບເຈົ້າ. ໄມ້ຄ້ອນເທົ້າຂອງຜູ້ທີ່ເຮົາເລືອກຈະອອກໜໍ່, ເຮົາຈະບໍ່ໄດ້ຕ້ອງທົນຟັງສຽງຊາວອິດສະຣາເອນຈາກການຈົ່ມຕໍ່ຕ້ານເຈົ້າຕະຫລອດເວລາອີກ”.
ດັ່ງນັ້ນ ໂມເຊຈຶ່ງໄດ້ເວົ້າກັບຄົນອິດສະຣາເອນ ແລະ ບັນດາຜູ້ນຳເຜົ່າຕ່າງໆຂອງພວກເຂົາກໍໄດ້ນຳເອົາໄມ້ຄ້ອນເທົ້າສິບສອງອັນລວມທັງອາໂຣນໄດ້ນຳໄມ້ຄ້ອນເທົ້າສິບສອງອັນແກ່ເພິ່ນລວມທັງໝົດສິບສອງອັນ. ໂມເຊວາງໄມ້ເທົ້າເຫລົ່ານັ້ນຕໍ່ໜ້າພຣະເຈົ້າຢາເວໃນຫໍເຕັນແຫ່ງພັນທະສັນຍາ.
ມື້ຕໍ່ມາໂມເຊກໍເຂົ້າໄປໃນເຕັນ ແລະ ໄດ້ເຫັນວ່າໄມ້ຄ້ອນເທົ້າຂອງອາໂຣນ, ທີ່ເປັນຕົວແທນເຜົ່າເລວີ, ບໍ່ພຽງແຕ່ອອກໜໍ່ເທົ່ານັ້ນແຕ່ຍັງເກີດດອກຈູມ, ດອກບານ ແລະ ເກີດໝາກອັນມອນດ້ວຍ. ໂມເຊຈຶ່ງນຳເອົາໄມ້ຄ້ອນເທົ້າຈາກເບື້ອງໜ້າພຣະເຈົ້າຢາເວມາຍັງຊາວອິດສະຣາເອນທັງໝົດ. ພວກເຂົາພາກັນຫລຽວເບິ່ງໄມ້ຄ້ອນເທົ້າເຫລົ່ານັ້ນ ແລະ ບັນດາຜູ້ນຳແຕ່ລະຄົນກໍຈັບເອົາໄມ້ຄ້ອນເທົ້າຂອງຕົນ.
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງນຳເອົາໄມ້ຄ້ອນເທົ້າຂອງອາໂຣນກັບໄປວາງໄວ້ຕໍ່ໜ້າຫີບພັນທະສັນຍາ, ເພື່ອເກັບຮັກສາໄວ້ເປັນສິ່ງເຕືອນໃຈແກ່ພວກທີ່ມັກກະບົດ. ໃຫ້ຢຸດຈົ່ມໃຫ້ເຮົາເພື່ອພວກເຂົາຈະບໍ່ຕ້ອງຕາຍ”. ໂມເຊກໍປະຕິບັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນ.
ຄົນອິດສະຣາເອນໄດ້ເວົ້າຕໍ່ໂມເຊວ່າ, “ພວກເຮົາຈະຕາຍແລ້ວ! ພວກເຮົາກຳລັງຈະຈິບຫາຍແລ້ວ, ພວກເຮົາພິນາດໝົດ! ຜູ້ໃດໄປໃກ້ຫໍເຕັນຂອງພຣະເຈົ້າຢາເວກໍຈະຕາຍ. ພວກເຮົາກຳລັງຈະພາກັນຕາຍທັງໝົດບໍ?”
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.