Biblica® Open Lao Contemporary Version
ມັດທາຍ 18
ຜູ້ເປັນໃຫຍ່ທີ່ສຸດໃນອານາຈັກສະຫວັນ
(ມຣກ 9:33-37; ລກ 9:46-48)
ໃນເວລານັ້ນ ພວກສາວົກໄດ້ມາຫາພຣະເຢຊູເຈົ້າ ແລະ ຖາມພຣະອົງວ່າ, “ແລ້ວຜູ້ໃດເປັນຜູ້ໃຫຍ່ທີ່ສຸດໃນອານາຈັກສະຫວັນ?”
ພຣະອົງເອີ້ນເອົາເດັກນ້ອຍຄົນໜຶ່ງມາຢືນຢູ່ທ່າມກາງພວກເພິ່ນ. ແລ້ວພຣະອົງກ່າວວ່າ: “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າພວກເຈົ້າບໍ່ປ່ຽນແປງ ແລະ ກາຍເປັນເໝືອນເດັກນ້ອຍ, ພວກເຈົ້າຈະເຂົ້າໄປໃນອານາຈັກສະຫວັນບໍ່ໄດ້ຈັກເທື່ອ. ເຫດສະນັ້ນ, ຖ້າຜູ້ໃດຖ່ອມໂຕລົງເປັນເໝືອນເດັກຄົນນີ້ ຜູ້ນັ້ນກໍເປັນໃຫຍ່ທີ່ສຸດໃນອານາຈັກສະຫວັນ.
“ແລະຜູ້ໃດກໍຕາມທີ່ຕ້ອນຮັບເດັກນ້ອຍຜູ້ໜຶ່ງຢ່າງນີ້ໄວ້ໃນນາມຂອງເຮົາ ຜູ້ນັ້ນກໍຕ້ອນຮັບເຮົາ, ຖ້າຜູ້ໃດເປັນຕົ້ນເຫດພາໃຫ້ເດັກນ້ອຍຄົນໜຶ່ງໃນບັນດາເດັກນ້ອຍເຫລົ່ານີ້ທີ່ເຊື່ອໃນເຮົາຕົກໃນບາບ ໃຫ້ເອົາຫີນໂມ້ແປ້ງກ້ອນໃຫຍ່ຜູກຄໍຄົນນັ້ນແລ້ວຖິ້ມລົງໃນທະເລເລິກກໍຍັງດີກວ່າ.
“ວິບັດແກ່ໂລກນີ້ ເພາະເປັນສິ່ງພາໃຫ້ມະນຸດຕົກໃນບາບ! ສິ່ງເຫລົ່ານີ້ຈະຕ້ອງເກີດຂຶ້ນ ແຕ່ວິບັດແກ່ຄົນນັ້ນທີ່ເປັນຕົ້ນເຫດພາໃຫ້ຕົກໃນບາບ! ຖ້າມື ຫລື ຕີນຂອງເຈົ້າເປັນຕົ້ນເຫດພາໃຫ້ເຈົ້າສະດຸດ ກໍຈົ່ງຕັດອອກເສຍ. ຈະເຂົ້າສູ່ຊີວິດໂດຍທີ່ມີມື ແລະ ຕີນກຸດ ຫລື ພິການກໍຍັງດີກວ່າມີມື ແລະ ຕີນທັງສອງເບື້ອງແຕ່ຕ້ອງຖືກໂຍນຖິ້ມລົງໃສ່ໃນໄຟທີ່ໄໝ້ຢູ່ເປັນນິດ. ແລະ ຖ້າຕາຂອງເຈົ້າເປັນຕົ້ນເຫດພາໃຫ້ເຈົ້າສະດຸດ ຈົ່ງຄວັດຕານັ້ນອອກຖິ້ມເສຍ ຈະເຂົ້າສູ່ຊີວິດໂດຍທີ່ມີຕາເບື້ອງດຽວກໍຍັງດີກວ່າມີຕາທັງສອງເບື້ອງ ແຕ່ຕ້ອງຖືກໂຍນລົງໃສ່ໃນບຶງໄຟນະລົກ.
ຄຳອຸປະມາເລື່ອງແກະທີ່ເສຍ
(ລກ 15:4-7)
“ຈົ່ງລະວັງໃຫ້ດີ ຢ່າດູໜິ່ນເດັກນ້ອຍເຫລົ່ານີ້ແມ່ນແຕ່ຜູ້ດຽວ. ເຮົາບອກພວກເຈົ້າວ່າບັນດາເທວະດາຂອງພວກເຂົາໃນສະຫວັນເຝົ້າຢູ່ຕໍ່ໜ້າພຣະບິດາເຈົ້າຂອງເຮົາຜູ້ສະຖິດຢູ່ໃນສະຫວັນສະເໝີ. ດ້ວຍວ່າ ບຸດມະນຸດໄດ້ມາເພື່ອຊອກຫາ ແລະ ຊ່ວຍຄົນທີ່ຫລົງຫາຍໃຫ້ລອດພົ້ນ.1
“ພວກເຈົ້າຄິດຢ່າງໃດ? ຖ້າຄົນຜູ້ໜຶ່ງມີແກະຢູ່ໜຶ່ງຮ້ອຍໂຕ ແລະ ໜຶ່ງໃນຈໍານວນນັ້ນຫລົງເສຍໄປ ລາວຈະບໍ່ປະແກະເກົ້າສິບເກົ້າໂຕໄວ້ເທິງເນີນພູ ແລ້ວໄປຊອກຫາໂຕທີ່ຫລົງຫາຍໄປນັ້ນບໍ? ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າລາວພົບແກະນັ້ນແລ້ວ ຜູ້ນັ້ນຈະມີຄວາມຊື່ນຊົມຍິນດີໃນແກະໂຕນັ້ນຫລາຍກວ່າແກະເກົ້າສິບເກົ້າໂຕທີ່ບໍ່ໄດ້ຫລົງເສຍໄປ. ດັ່ງນັ້ນ ພຣະບິດາຂອງພວກເຈົ້າຜູ້ຢູ່ໃນສະຫວັນກໍບໍ່ປາຖະໜາໃຫ້ເດັກນ້ອຍເຫລົ່ານີ້ຈິບຫາຍແມ່ນແຕ່ຄົນດຽວ.
ການຈັດການກັບຄວາມບາບໃນຄຣິສຕະຈັກ
“ຖ້າພີ່ນ້ອງຂອງເຈົ້າເຮັດບາບຕໍ່ເຈົ້າ2 ຈົ່ງໄປແຈ້ງຄວາມຜິດນັ້ນແກ່ພວກເຂົາສອງຕໍ່ສອງ. ຖ້າພວກເຂົາຍອມຟັງ ເຈົ້າກໍຈະໄດ້ພວກເຂົານັ້ນຄືນມາ, ແຕ່ຖ້າພວກເຂົາບໍ່ຍອມຟັງ ຈົ່ງພາຄົນໜຶ່ງ ຫລື ສອງຄົນໄປນຳ ເພື່ອວ່າ ‘ທຸກຄະດີຈະຕ້ອງມີພະຍານຢືນຢັນສອງ ຫລື ສາມປາກ’.3 ແຕ່ຖ້າພວກເຂົາປະຕິເສດບໍ່ຍອມຟັງ ຈົ່ງໄປແຈ້ງເລື່ອງທັງໝົດຕໍ່ຄຣິສຕະຈັກ ແລະ ຖ້າພວກເຂົາຍັງບໍ່ຍອມຟັງແມ່ນແຕ່ຄຣິສຕະຈັກ ກໍໃຫ້ປະຕິບັດຕໍ່ພວກເຂົາເໝືອນທີ່ພວກເຈົ້າເຮັດກັບຄົນທີ່ບໍ່ເຊື່ອພຣະເຈົ້າ ແລະ ຄົນເກັບພາສີ.
“ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ສິ່ງໃດກໍຕາມທີ່ພວກເຈົ້າຈະຜູກມັດໄວ້ເທິງແຜ່ນດິນໂລກນີ້ ສິ່ງນັ້ນກໍຈະ4ຖືກຜູກມັດໄວ້ໃນສະຫວັນ ແລະ ສິ່ງໃດກໍຕາມທີ່ພວກເຈົ້າຈະແກ້ໃນແຜ່ນດິນໂລກນີ້ ສິ່ງນັ້ນກໍຈະ5ຖືກແກ້ໃຫ້ຫລຸດແລ້ວໃນສະຫວັນ.
“ເຮົາບອກພວກເຈົ້າຕາມຄວາມຈິງອີກວ່າຖ້າສອງຄົນໃນໂລກເຫັນດີຮ່ວມກັນໃນສິ່ງໃດສິ່ງໜຶ່ງທີ່ພວກເຂົາຂໍ, ພຣະບິດາຂອງເຮົາໃນສະຫວັນຈະກະທຳສິ່ງນັ້ນໃຫ້ແກ່ພວກເຂົາ. ດ້ວຍວ່າ ມີສອງ ຫລື ສາມຄົນມາຮ່ວມເຕົ້າໂຮມກັນໃນນາມຂອງເຮົາຢູ່ບ່ອນໃດ ເຮົາກໍຢູ່ກັບພວກເຂົາໃນບ່ອນນັ້ນ”.
ຄຳອຸປະມາເລື່ອງຄົນຮັບໃຊ້ທີ່ບໍ່ມີຄວາມເມດຕາ
ແລ້ວເປໂຕກໍມາຫາພຣະເຢຊູເຈົ້າ ແລະ ຖາມວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຖ້າພີ່ນ້ອງຂອງຂ້ານ້ອຍເຮັດຜິດຕໍ່ຂ້ານ້ອຍ ຂ້ານ້ອຍຄວນຍົກໂທດໃຫ້ລາວຈັກເທື່ອ? ເຖິງເຈັດເທື່ອບໍ?”
ພຣະເຢຊູເຈົ້າຕອບວ່າ, “ເຮົາບອກພວກເຈົ້າວ່າ, ບໍ່ແມ່ນເຈັດເທື່ອ ແຕ່ແມ່ນເຈັດສິບເຈັດເທື່ອ.6
“ເຫດສະນັ້ນ, ອານາຈັກສະຫວັນກໍປຽບເໝືອນກະສັດຜູ້ໜຶ່ງທີ່ຢາກຈະຄິດບັນຊີກັບຄົນຮັບໃຊ້ຂອງຕົນ. ເມື່ອເພິ່ນເລີ່ມຕົ້ນຄິດບັນຊີຢູ່ ກໍມີຄົນໜຶ່ງທີ່ເປັນໜີ້ຢູ່ໜຶ່ງໝື່ນຫລຽນເດນາຣິອົນ7ຖືກນຳໂຕມາພົບເພິ່ນ. ເນື່ອງຈາກວ່າລາວບໍ່ສາມາດຈະໃຊ້ໜີ້ ກະສັດຈຶ່ງສັ່ງໃຫ້ຂາຍໂຕລາວພ້ອມທັງເມຍ ແລະ ລູກ ຕະຫລອດທັງທຸກສິ່ງທີ່ລາວມີເພື່ອມາໃຊ້ໜີ້.
“ຄົນຮັບໃຊ້ຄົນນັ້ນກໍຄຸເຂົ່າລົງຕໍ່ໜ້າກະສັດ ແລະ ຮ້ອງຂໍວ່າ, ‘ຂໍຈົ່ງຜ່ອນຜັນໃຫ້ຂ້ານ້ອຍເທີ້ນ ແລ້ວຂ້ານ້ອຍຈະໃຊ້ໜີ້ຄືນທຸກສິ່ງ’. ກະສັດຄິດເມດຕາສົງສານລາວ ເພິ່ນຈຶ່ງຍົກໜີ້ໃຫ້ ແລະ ປ່ອຍລາວໄປ.
“ຕໍ່ມາ ເມື່ອຄົນຮັບໃຊ້ຜູ້ນີ້ອອກໄປແລ້ວ ກໍພົບເພື່ອນຄົນຮັບໃຊ້ນຳກັນຄົນໜຶ່ງ ເຊິ່ງຕິດໜີ້ຕົນຢູ່ໜຶ່ງຮ້ອຍຫລຽນເດນາຣິອົນ ລາວຈຶ່ງຄວ້າຈັບຄໍຄົນນັ້ນບີບຈົນແໜ້ນ ແລະ ເວົ້າວ່າ, ‘ຈົ່ງຈ່າຍສິ່ງທີ່ເຈົ້າເປັນໜີ້ຄືນມາ!’8
“ເພື່ອນຄົນຮັບໃຊ້ນັ້ນຈຶ່ງຄຸເຂົ່າລົງ ແລະ ຮ້ອງຂໍລາວວ່າ, ‘ຂໍຜ່ອນຜັນໜີ້ໃຫ້ເຮົາກ່ອນ ແລ້ວເຮົາຈະໃຊ້ໜີ້ຄືນໃຫ້’.
“ແຕ່ລາວບໍ່ຍອມ ລາວຈຶ່ງເອົາຊາຍຄົນນັ້ນໄປຂັງຄຸກໄວ້ຈົນກວ່າຈະສາມາດໃຊ້ໜີ້. ເມື່ອພວກຄົນຮັບໃຊ້ອື່ນໆເຫັນເຫດການທີ່ເກີດຂຶ້ນ ພວກເຂົາກໍເປັນທຸກໃຈຫລາຍ ຈຶ່ງພາກັນໄປເຂົ້າພົບກະສັດ ແລະ ບອກທຸກຢ່າງທີ່ເກີດຂຶ້ນ.
“ດັ່ງນັ້ນ ນາຍຈຶ່ງເອີ້ນເອົາຄົນຮັບໃຊ້ຄົນນັ້ນມາພົບ ແລະ ກ່າວຕໍ່ລາວວ່າ: ‘ເຈົ້າເປັນຄົນຮັບໃຊ້ທີ່ຊົ່ວຮ້າຍ, ເຮົາໄດ້ຍົກໜີ້ທັງໝົດຂອງເຈົ້າໃຫ້ ກໍເພາະເຈົ້າໄດ້ຮ້ອງຂໍຕໍ່ເຮົາ. ເຈົ້າບໍ່ຄວນຄວາມເມດຕາເພື່ອນຄົນຮັບໃຊ້ຂອງເຈົ້າເໝືອນດັ່ງທີ່ເຮົາໄດ້ເມດຕາເຈົ້າບໍ?’ ນາຍໂກດຮ້າຍຫລາຍຈຶ່ງມອບໂຕລາວໃຫ້ຜູ້ຄຸມຂັງໄປທໍລະມານຈົນກວ່າລາວຈະໃຊ້ໜີ້ຄົບ.
“ເຫດສະນັ້ນ ພຣະບິດາຂອງເຮົາຜູ້ສະຖິດຢູ່ໃນສະຫວັນ ກໍຈະເຮັດຢ່າງນັ້ນແກ່ພວກເຈົ້າທຸກຄົນ ຖ້າພວກເຈົ້າແຕ່ລະຄົນບໍ່ຍົກໂທດໃຫ້ພີ່ນ້ອງຈາກໃຈຂອງພວກເຈົ້າ”.
Source notes (8)
- Footnote ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບບໍ່ມີຂໍ້ 11
- Footnote ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບບໍ່ມີຂໍ້ຄວາມວ່າ ຕໍ່ເຈົ້າ
- Footnote ພບຍ 19:15
- Footnote ຫລື ສິ່ງນັ້ນໄດ້
- Footnote ຫລື ສິ່ງນັ້ນໄດ້
- Footnote ຫລື ເຈັດສິບຄູນເຈັດ
- Footnote ຫລື ໜຶ່ງໝື່ນຕະລັນຕົນ ເທົ່າກັບຄ່າແຮງ 20 ປີ ຂອງຄົນຮັບຈ້າງ. 1 ຕະລັນຕົນມີຄ່າຈ້າງແຮງງານ 1 ມື້. ເຊັ່ນດຽວກັບຂໍ້ 28
- Footnote ພາສາກຣີກຄື ໜຶ່ງຮ້ອຍເດນາຣິອົນ ເຊິ່ງເທົ່າກັບຄ່າແຮງເຮັດວຽກຕາມປົກກະຕິໜຶ່ງວັນ (ໃຫ້ເບິ່ງ 20:2).
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.