Biblica® Open Lao Contemporary Version
ໂຢຊວຍ 2
ນາງຣາຮາບ ແລະ ນັກສືບ
ແລ້ວໂຢຊວຍລູກຊາຍຂອງນູນກໍໄດ້ສົ່ງນັກສືບສອງຄົນຈາກຊິດຕິມໄປຢ່າງລັບໆ. ໂຢຊວຍໄດ້ເວົ້າວ່າ, “ຈົ່ງໄປ, ເບິ່ງໃຫ້ທົ່ວດິນແດນນັ້ນ, ໂດຍສະເພາະເມືອງເຢຣິໂກ”. ດັ່ງນັ້ນ ພວກເຂົາຈຶ່ງໄປ ແລະ ເຂົ້າໄປໃນເຮືອນຂອງຍິງໂສເພນີຄົນໜຶ່ງທີ່ມີຊື່ວ່ານາງຣາຮາບ ແລະ ໄດ້ພັກຢູ່ທີ່ນັ້ນ.
ມີຄົນໄດ້ໄປບອກກະສັດຂອງເຢຣິໂກວ່າ, “ເບິ່ງແມ! ມີຊາວອິດສະຣາເອນບາງຄົນໄດ້ເຂົ້າມາມື້ຄືນນີ້ເພື່ອມາສືບເບິ່ງດິນແດນນີ້”. ດັ່ງນັ້ນ ກະສັດຂອງເຢຣິໂກຈຶ່ງໄດ້ສົ່ງຂໍ້ຄວາມນີ້ໄປຫານາງຣາຮາບວ່າ: “ຈົ່ງນຳພວກຜູ້ຊາຍທີ່ມາຫາເຈົ້າ ແລະ ໄດ້ເຂົ້າມາໃນເຮືອນຂອງເຈົ້າອອກມາ, ເພາະພວກເຂົາໄດ້ມາເພື່ອສືບເບິ່ງດິນແດນທັງໝົດ”.
ແຕ່ຍິງນັ້ນໄດ້ນຳເອົາຜູ້ຊາຍສອງຄົນ ແລະ ໄດ້ເຊື່ອງພວກເຂົາໄວ້. ນາງໄດ້ເວົ້າວ່າ, “ແມ່ນແລ້ວ, ຜູ້ຊາຍນັ້ນໄດ້ມາຫາຂ້ານ້ອຍ, ແຕ່ຂ້ານ້ອຍບໍ່ຮູ້ວ່າພວກເຂົາມາຈາກໃສ. ເມື່ອພວກເຂົາອອກຈາກເມືອງໄປກໍເປັນເວລາໃກ້ຕາເວັນຕົກດິນແລ້ວ, ເປັນເວລາປິດປະຕູເມືອງ. ຂ້ານ້ອຍບໍ່ຮູ້ວ່າພວກເຂົາໄປທາງໃດ. ຮີບຕາມພວກເຂົາໄປໄວໆ. ທ່ານອາດຈະຕາມພວກເຂົາທັນ”. (ແຕ່ນາງໄດ້ໃຫ້ພວກເຂົາຂຶ້ນເທິງຫລັງຄາ ແລະ ເຊື່ອງພວກເຂົາໄວ້ກ້ອງກອງເສັ້ນປ່ານທີ່ນາງໄດ້ຕາກໄວ້ຢູ່ເທິງຫລັງຄາ). ດັ່ງນັ້ນ ພວກຜູ້ຊາຍຈຶ່ງອອກໄລ່ຕາມນັກສືບຕາມຫົນທາງທີ່ໄປຫາທ່າຂ້າມແມ່ນ້ຳຈໍແດນ, ແລະ ທັນທີທີ່ພວກຜູ້ຕິດຕາມອອກໄປແລ້ວ, ປະຕູເມືອງກໍຖືກອັດ.
ກ່ອນທີ່ພວກນັກສືບຈະນອນລົງໃນຄືນນັ້ນ, ນາງໄດ້ຂຶ້ນໄປເທິງຫລັງຄາ ແລະ ເວົ້າກັບພວກເຂົາວ່າ, “ຂ້ອຍຮູ້ດີວ່າພຣະເຈົ້າຢາເວໄດ້ມອບດິນແດນນີ້ໃຫ້ແກ່ພວກເຈົ້າ ແລະ ພວກເຮົາກໍຢ້ານພວກເຈົ້າຫລາຍ, ດັ່ງນັ້ນ ຄົນທັງໝົດທີ່ອາໄສຢູ່ໃນປະເທດນີ້ກໍຕົກຢູ່ໃນຄວາມຢ້ານເພາະພວກເຈົ້າ. ພວກເຮົາໄດ້ຍິນເລື່ອງທີ່ພຣະເຈົ້າຢາເວໄດ້ເຮັດໃຫ້ທະເລແດງ1ແຫ້ງເປັນທາງຜ່ານແກ່ພວກທ່ານໃນເວລາທີ່ພວກທ່ານອອກມາຈາກເອຢິບ ແລະ ເຮົາໄດ້ຍິນເຖິງສິ່ງທີ່ພວກເຈົ້າເຮັດຕໍ່ສີໂຫນ ແລະ ໂອກ, ກະສັດທັງສອງຂອງຊາວອາໂມທາງທິດຕາເວັນອອກຂອງແມ່ນ້ຳຈໍແດນ, ຜູ້ທີ່ພວກເຈົ້າທຳລາຍໝົດສິ້ນ.2 ເມື່ອພວກເຮົາໄດ້ຍິນເລື່ອງນີ້ແລ້ວ, ຫົວໃຈຂອງພວກເຮົາກໍສະຫລາຍໄປດ້ວຍຄວາມຢ້ານ ແລະ ຄວາມກ້າຫານຂອງທຸກຄົນກໍໝົດລົງເພາະພວກເຈົ້າ, ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເປັນພຣະເຈົ້າແຫ່ງຟ້າສະຫວັນເບື້ອງເທິງ ແລະ ແຜ່ນດິນໂລກເບື້ອງລຸ່ມ.
“ແລ້ວບັດນີ້, ຂໍພວກເຈົ້າສາບານຕໍ່ຂ້ານ້ອຍໃນນາມຂອງພຣະເຈົ້າຢາເວວ່າພວກເຈົ້າຈະສະແດງຄວາມເມດຕາຕໍ່ຄອບຄົວຂອງຂ້ອຍ, ເພາະຂ້ອຍໄດ້ສະແດງຄວາມເມດຕາຕໍ່ພວກເຈົ້າ. ຂໍໃຫ້ເຄື່ອງໝາຍທີ່ຊັດເຈນຢ່າງໜຶ່ງແກ່ຂ້ອຍ ວ່າພວກເຈົ້າຈະໄວ້ຊີວິດພໍ່ ແລະ ແມ່ຂອງຂ້ອຍ, ບັນດາອ້າຍກັບເອື້ອຍຂອງຂ້ອຍ ແລະ ຄົນທັງໝົດຂອງພວກເຂົາ ແລະ ຂໍໃຫ້ພວກເຈົ້າສະແດງເຄື່ອງໝາຍວ່າພວກເຈົ້າຈະຊ່ວຍພວກຂ້ອຍໃຫ້ພົ້ນຈາກຄວາມຕາຍ”.
ຊາຍທັງສອງໄດ້ໃຫ້ຄວາມໝັ້ນໃຈແກ່ນາງວ່າ, “ຊີວິດຂອງພວກເຮົາແທນຊີວິດຂອງພວກເຈົ້າ! ຖ້າເຈົ້າບໍ່ເປີດເຜີຍສິ່ງທີ່ພວກເຮົາກຳລັງເຮັດຢູ່, ພວກເຮົາຈະປະຕິບັດຕໍ່ພວກເຈົ້າດ້ວຍຄວາມເມດຕາ ແລະ ສັດຊື່ເມື່ອພຣະເຈົ້າຢາເວມອບດິນແດນໃຫ້ແກ່ພວກເຮົາ”.
ດັ່ງນັ້ນ ນາງຈຶ່ງປ່ອຍພວກເຂົາລົງໄປດ້ວຍເຊືອກຢ່ອນລົງທາງປ່ອງຢ້ຽມ, ເພາະເຮືອນທີ່ນາງອາໄສຢູ່ໃນນັ້ນເປັນສ່ວນໜຶ່ງຂອງກຳແພງເມືອງ. ນາງເວົ້າກັບພວກເຂົາວ່າ, “ໃຫ້ໜີໄປທີ່ເນີນພູເພື່ອພວກຜູ້ຕິດຕາມຈະບໍ່ພົບພວກເຈົ້າ. ຈົ່ງລີ້ຕົວຢູ່ທີ່ນັ້ນສາມມື້ຈົນກວ່າພວກເຂົາກັບມາ ແລ້ວພວກເຈົ້າຈຶ່ງອອກເດີນທາງ”.
ບັດນີ້ ຊາຍທັງສອງໄດ້ເວົ້າຕໍ່ນາງວ່າ, “ພວກເຮົາຈະພົ້ນຈາກຂໍ້ຜູກມັດທີ່ເຈົ້າໃຫ້ພວກເຮົາສາບານ, ນອກຈາກວ່າ, ເມື່ອພວກເຮົາເຂົ້າມາໃນດິນແດນ, ເຈົ້າໄດ້ມັດເຊືອກສີແດງໄວ້ທີ່ປ່ອງຢ້ຽມຜ່ານບ່ອນທີ່ເຈົ້າໄດ້ຢ່ອນພວກເຮົາລົງມາ, ແລະ ນອກຈາກວ່າເຈົ້າໄດ້ນຳເອົາພໍ່ ແລະ ແມ່ຂອງເຈົ້າ, ອ້າຍເອື້ອຍນ້ອງຂອງເຈົ້າ ແລະ ຄອບຄົວຂອງເຈົ້າທັງໝົດເຂົ້າສູ່ເຮືອນຂອງເຈົ້າ. ຖ້າມີຄົນໃດໃນພວກເຂົາອອກນອກເຮືອນຂອງເຈົ້າໄປສູ່ຖະໜົນນັ້ນ, ພວກເຂົາຕ້ອງຮັບຜິດຊອບຊີວິດຂອງຕົນເອງ; ພວກເຮົາຈະບໍ່ຮັບຜິດຊອບ. ສ່ວນຜູ້ທີ່ຢູ່ໃນເຮືອນກັບເຈົ້າ, ຖ້າມີຜູ້ໃດມາແຕະຕ້ອງ ພວກເຮົາຈະຮັບຜິດຊອບດ້ວຍຊີວິດຂອງພວກເຮົາເອງ. ແຕ່ຖ້າເຈົ້າເປີດເຜີຍສິ່ງທີ່ພວກເຮົາກຳລັງເຮັດຢູ່, ພວກເຮົາກໍຈະພົ້ນຈາກຄຳສາບານທີ່ເຈົ້າໃຫ້ພວກເຮົາສາບານໄວ້”.
ນາງຈຶ່ງຕອບວ່າ, “ເຫັນດີ, ຂໍໃຫ້ເປັນໄປຕາມທີ່ພວກເຈົ້າເວົ້າ”.
ດັ່ງນັ້ນ ນາງຈຶ່ງສົ່ງພວກເຂົາອອກໄປ, ແລະ ພວກເຂົາກໍໄດ້ຈາກໄປ. ແລະ ນາງກໍໄດ້ຜູກເຊືອກສີແດງໄວ້ທີ່ປ່ອງຢ້ຽມນັ້ນ.
ເມື່ອພວກເຂົາອອກໄປ, ພວກເຂົາກໍຂຶ້ນໄປທີ່ໂນນພູ ແລະ ພັກຢູ່ທີ່ນັ້ນສາມມື້ ຈົນກຸ່ມຄົນທີ່ຕາມຫາພວກເຂົາກັບມາໃນເມືອງນັ້ນ ຫລັງຈາກເລາະຕາມຫາຕະຫລອດທາງແລ້ວບໍ່ພົບ. ຫລັງຈາກນັ້ນ ຊາຍສອງຄົນນັ້ນກໍເລີ່ມກັບຄືນມາ. ພວກເຂົາໄດ້ລົງມາຈາກໂນນພູ, ແລ້ວກໍລຸຍແມ່ນ້ຳ ແລະ ກັບຄືນໄປຫາໂຢຊວຍລູກຊາຍຂອງນູນ ແລະ ເລົ່າເລື່ອງທຸກຢ່າງທີ່ເກີດຂຶ້ນກັບພວກເຂົາ. ພວກເຂົາໄດ້ເວົ້າຕໍ່ໂຢຊວຍວ່າ, “ພຣະເຈົ້າຢາເວໄດ້ມອບດິນແດນທັງໝົດນັ້ນໄວ້ໃນກຳມືຂອງພວກເຮົາຢ່າງແນ່ນອນ. ທຸກຄົນຕ່າງກໍຕົກໃຈຢ້ານກົວເພາະພວກເຮົາ”.
Source notes (2)
- Footnote ທະເລໄມ້ອໍ້
- Footnote ຄຳນີ້ໃນພາສາເຮັບເຣີໝາຍເຖິງສິ່ງຂອງ ຫລື ບຸກຄົນທີ່ຖວາຍແກ່ພຣະເຈົ້າຢາເວແລ້ວບໍ່ອາດຮຽກຄືນໄດ້ ມັກຈະຕ້ອງທຳລາຍໃຫ້ໝົດສິ້ນໄປ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.