Skip to content
BibleKenya

Biblica® Open Lao Contemporary Version

ເຢເຣມີຢາ 32

ເຢເຣມີຢາ​ຊື້​ນາທົ່ງ​ໜຶ່ງ

ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ເຢເຣມີຢາ​ໃນ​ປີ​ທີ​ສິບ​ຂອງ​ການ​ປົກຄອງ​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ, ເຊິ່ງ​ເປັນ​ປີ​ທີ​ສິບແປດ​ແຫ່ງ​ການ​ປົກຄອງ​ຂອງ​ກະສັດ​ເນບູກາດເນັດຊາ. ກອງທັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ​ກຳລັງ​ປິດລ້ອມ​ເຢຣູຊາເລັມ ແລະ ຜູ້ທຳນວາຍ​ເຢເຣມີຢາ​ຖືກ​ກັກ​ຂັງ​ໄວ້​ຢູ່​ໃນ​ເດີ່ນ​ຂອງ​ທະຫານ​ເຝົ້າຍາມ​ໃນ​ລາຊະວັງ​ຂອງ​ຢູດາຍ.

ບັດນີ້ ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ​ໄດ້​ຂັງ​ລາວ​ໄວ້​ຢູ່​ທີ່ນັ້ນ ແລະ ເວົ້າ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ທຳນວາຍ​ແບບ​ນັ້ນ? ເຈົ້າ​ເວົ້າ​ວ່າ, ‘ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ເຮົາ​ກຳລັງ​ຈະ​ມອບ​ນະຄອນ​ນີ້​ໄວ້​ໃນ​ມື​ຂອງ​ກະສັດ​ແຫ່ງ​ບາບີໂລນ ແລະ ເພິ່ນ​ຈະ​ຢຶດ​ເອົາ​ນະຄອນ​ນີ້. ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ​ກໍ​ຈະ​ໜີ​ບໍ່​ພົ້ນ​ຈາກ​ມື​ຂອງ​ຊາວ​ບາບີໂລນ1 ແຕ່​ຈະ​ຖືກ​ມອບ​ໄວ້​ຢູ່​ໃນ​ມື​ຂອງ​ກະສັດ​ບາບີໂລນ​ຢ່າງ​ແນ່ນອນ, ແລະ ລາວ​ຈະ​ເວົ້າ​ກັບ​ເພິ່ນ​ໜ້າ​ຕໍ່ໜ້າ ແລະ ຈະ​ເຫັນ​ເພິ່ນ​ດ້ວຍ​ຕາ​ຂອງ​ລາວ​ເອງ. ເພິ່ນ​ຈະ​ຈັບ​ເຊເດກີຢາ​ໄປ​ທີ່​ບາບີໂລນ, ບ່ອນ​ທີ່​ລາວ​ຈະ​ຢູ່​ທີ່ນັ້ນ​ຈົນ​ກວ່າ​ເຖິງ​ວັນ​ທີ​ເຮົາ​ຈັດການ​ກັບ​ເນບູກາດເນັດຊາ’, ພຣະເຈົ້າຢາເວ​ປະກາດ​ວ່າ, ‘ຖ້າ​ເຈົ້າ​ຕໍ່ສູ້​ຊາວ​ບາບີໂລນ, ເຈົ້າ​ກໍ​ຈະ​ບໍ່​ຊະນະ’ ”.

ເຢເຣມີຢາ​ໄດ້​ເວົ້າ​ວ່າ, “ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: ຮານາເມນ​ລູກຊາຍ​ຂອງ​ຊໍລູມ ລຸງ​ຂອງ​ຂ້າພະເຈົ້າ​ກໍາລັງ​ມາ​ຫາ​ເຈົ້າ ແລະ ຈະ​ເວົ້າ​ວ່າ, ‘ຂໍ​ໃຫ້​ເຈົ້າ​ຊື້​ທົ່ງນາ​ຂອງ​ຂ້າພະເຈົ້າ​ຢູ່​ທີ່​ເມືອງ​ອານາທົດ, ເພາະ​ເຈົ້າ​ເປັນ​ພີ່ນ້ອງ​ທີ່​ໃກ້ຊິດ​ທີ່ສຸດ​ມັນ​ເປັນ​ສິດ​ຂອງ​ເຈົ້າ ແລະ ມີ​ສິດ​ທີ່​ຈະ​ຊື້​ທົ່ງນາ​ນີ້​ໄວ້’.

“ຈາກນັ້ນ, ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, ຮານາເມນ​ຍາດພີ່ນ້ອງ​ຂອງ​ຂ້າພະເຈົ້າ​ໄດ້​ມາ​ຫາ​ຂ້າພະເຈົ້າ​ໃນ​ເດີ່ນ​ຂອງ​ທະຫານ​ເຝົ້າຍາມ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້ ແລະ ເວົ້າ​ວ່າ, ‘ຂໍ​ຈົ່ງ​ຊື້​ທົ່ງນາ​ຂອງ​ຂ້າພະເຈົ້າ​ຢູ່​ທີ່​ເມືອງ​ອານາທົດ​ໃນ​ເຂດແດນ​ຂອງ​ເບັນຢາມິນ. ເພາະ​ມັນ​ເປັນ​ສິດ​ຂອງ​ເຈົ້າ​ເພື່ອ​ໄຖ່ ແລະ ຄອບຄອງ​ທົ່ງນາ​ນັ້ນ, ຂໍ​ຈົ່ງ​ຊື້​ມັນ​ໄວ້​ເປັນ​ຂອງ​ເຈົ້າ​ສາ’.

“ຂ້າພະເຈົ້າ​ຈຶ່ງ​ຮູ້​ໄດ້​ວ່າ​ນີ້​ແມ່ນ​ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ; ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ຊື້​ທົ່ງນາ​ນັ້ນ​ທີ່​ອານາທົດ​ຈາກ​ຮານາເມນ​ຍາດພີ່ນ້ອງ​ຂອງ​ຂ້າພະເຈົ້າ ແລະ ຊັ່ງ​ເງິນ​ຈຳນວນ​ສິບເຈັດ​ຫລຽນ​ເຊເຂວ2​ໃຫ້. ຂ້າພະເຈົ້າ​ໄດ້​ເຊັນ​ຊື່ ແລະ ປະທັບ​ຕາ​ໃນ​ໃບສັນຍາ​ນັ້ນ​ໄວ້​ເປັນ​ພະຍານ, ແລ້ວ​ໄດ້​ຊັ່ງ​ເງິນ​ຈ່າຍ​ໃຫ້​ລາວ. ແລ້ວ​ຂ້າພະເຈົ້າ​ໄດ້​ເອົາ​ໃບສັນຍາ​ຊື້​ທີ່​ປະທັບຕາ​ແລ້ວ​ຄື ສະບັບ​ອັດສໍາເນົາ​ທີ່​ມີ​ເງື່ອນ​ໄຂ ແລະ ຂໍ້ກໍານົດ​ຕ່າງໆ, ສະບັບ​ອັດສຳເນົາ​ທີ່​ບໍ່​ໄດ້​ປະທັບຕາ​ດ້ວຍ ແລ້ວ​ຂ້າພະເຈົ້າ​ໄດ້​ມອບ​ໃບສັນຍາ​ນີ້​ໃຫ້​ບາຣຸກ ລູກຊາຍ​ຂອງ​ເນຣີຢາ, ເຊິ່ງ​ເປັນ​ຫລານຊາຍ​ຂອງ​ມາຣະເຊຢາ​ຕໍ່ໜ້າ​ຮານາເມນ​ຍາດພີ່ນ້ອງ​ຂອງ​ຂ້າພະເຈົ້າ ແລະ ຄົນ​ທີ່​ເປັນ​ພະຍານ​ທັງຫລາຍ​ທີ່​ໄດ້​ເຊັນ​ຊື່​ລົງ​ໃນ​ໃບສັນຍາ​ນັ້ນ ແລະ ຕໍ່ໜ້າ​ຊາວ​ຢິວ​ທັງໝົດ​ທີ່​ກໍາລັງ​ນັ່ງ​ຢູ່​ໃນ​ເດີ່ນ​ຂອງ​ທະຫານ​ເຝົ້າຍາມ.

“ຢູ່​ຊ້ອງໜ້າ​ພວກເຂົາ​ຂ້າພະເຈົ້າ​ໄດ້​ໃຫ້​ຄຳແນະນຳ​ເຫລົ່ານີ້​ແກ່​ບາຣຸກ​ວ່າ: ‘ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ວ່າ: ຈົ່ງ​ເອົາ​ເອກະສານ​ເຫລົ່ານີ້, ທັງ​ໃບສັນຍາ​ຊື້​ຂາຍ​ທີ່​ປະທັບຕາ​ແລ້ວ ແລະ ໃບສັນຍາ​ທີ່​ອັດສຳເນົາ​ທີ່​ບໍ່​ໄດ້​ປະທັບຕາ, ແລະ ຈົ່ງ​ເອົາ​ເອກະສານ​ນັ້ນ​ເກັບ​ໄວ້​ໃນ​ໄຫ​ເພື່ອ​ວ່າ​ພວກມັນ​ຈະ​ຄົງ​ຢູ່​ໄດ້​ອີກ​ດົນນານ. ເພາະ​ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ດັ່ງນີ້​ວ່າ: ເຮືອນ, ທົ່ງນາ ແລະ ສວນ​ອະງຸ່ນ​ຈະ​ມີ​ການ​ຊື້​ຂາຍ​ກັນ​ອີກ​ໃນ​ດິນແດນ​ນີ້’.

“ຫລັງຈາກ ຂ້າພະເຈົ້າ​ໄດ້​ມອບ​ໃບສັນຍາ​ໃຫ້​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ແລ້ວ, ຂ້າພະເຈົ້າ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ:

“ຂ້າແດ່​ພຣະເຈົ້າຢາເວ ອົງ​ເຈົ້ານາຍ, ພຣະອົງ​ໄດ້​ສ້າງ​ຟ້າ​ສະຫວັນ ແລະ ແຜ່ນດິນ​ໂລກ​ໂດຍ​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ ແຂນ​ຂອງ​ພຣະອົງ​ທີ່​ໄດ້​ຢຽດ​ອອກ​ມາ. ບໍ່​ມີ​ສິ່ງໃດ​ຍາກ​ເກີນ​ໄປ​ສຳລັບ​ພຣະອົງ. ພຣະອົງ​ສໍາແດງ​ຄວາມ​ຮັກ​ຕໍ່​ຫລາຍ​ພັນ​ຄົນ ແຕ່​ນຳ​ການ​ລົງໂທດ​ສໍາລັບ​ການ​ບາບ​ຂອງ​ພໍ່​ແມ່​ໄວ້​ໃນ​ຕັກ​ຂອງ​ລູກ​ຫລານ​ຂອງ​ພວກເຂົາ. ຂ້າແດ່​ພຣະເຈົ້າ​ຜູ້​ຍິ່ງໃຫຍ່ ແລະ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່, ຜູ້​ທີ່​ມີ​ນາມ​ວ່າ ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່, ຄວາມ​ປະສົງ​ຂອງ​ພຣະອົງ​ນັ້ນ​ດີ​ເລີດ ແລະ ການ​ກະທຳ​ຂອງ​ພຣະອົງ​ກໍ​ຍິ່ງໃຫຍ່. ທຸກ​ວິຖີທາງ​ຂອງ​ມະນຸດ​ກໍ​ປາກົດ​ແຈ້ງ​ຕໍ່​ຕາ​ຂອງ​ພຣະອົງ, ພຣະອົງ​ໃຫ້​ບຳເໜັດ​ທຸກຄົນ​ຕາມ​ການ​ປະພຶດ ແລະ ການ​ກະທຳ​ຂອງ​ພວກເຂົາ​ຢ່າງ​ເໝາະສົມ. ພຣະອົງ​ສໍາແດງ​ໝາຍສຳຄັນ​ຕ່າງໆ ແລະ ການ​ອັດສະຈັນ​ຕ່າງໆ​ໃນ​ເອຢິບ ແລະ ຍັງ​ໄດ້​ສືບຕໍ່​ເຮັດ​ກັບ​ພວກເຂົາ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້​ທັງ​ໃນ​ອິດສະຣາເອນ ແລະ ທ່າມກາງ​ມວນ​ມະນຸດ​ທັງປວງ, ແລ້ວ​ກໍ​ໄດ້​ເຮັດ​ໃຫ້​ຊື່ສຽງ​ຂອງ​ພຣະອົງ​ນັ້ນ​ຍັງ​ຄົງ​ຖືກ​ຊ່າລື​ຢູ່. ພຣະອົງ​ນຳ​ປະຊາຊົນ​ອິດສະຣາເອນ​ອອກ​ມາ​ຈາກ​ເອຢິບ​ດ້ວຍ​ໝາຍ​ສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ, ດ້ວຍ​ມື​ອັນ​ມີ​ລິດ​ອໍານາດ​ຍິ່ງໃຫຍ່ ແລະ ແຂນ​ຂອງ​ພຣະອົງ​ທີ່​ໄດ້​ຢຽດ​ອອກ​ມາ, ແລະ ດ້ວຍ​ຄວາມ​ຢ້ານກົວ​ອັນ​ໃຫຍ່ຫລວງ. ພຣະອົງ​ໄດ້​ມອບ​ດິນແດນ​ນີ້​ແກ່​ອິດສະຣາເອນ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ, ເຊິ່ງ​ເປັນ​ດິນແດນ​ທີ່​ອຸດົມສົມບູນ​ໄປ​ດ້ວຍ​ນ້ຳນົມ ແລະ ນ້ຳເຜິ້ງ. ພວກເຂົາ​ໄດ້​ເຂົ້າ​ໄປ ແລະ ໄດ້​ຄອບຄອງ​ດິນແດນ​ນີ້, ແຕ່​ພວກເຂົາ​ບໍ່​ໄດ້​ເຊື່ອຟັງ​ພຣະອົງ ຫລື ບໍ່​ໄດ້​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະອົງ; ພວກເຂົາ​ບໍ່​ໄດ້​ຕາມ​ສິ່ງທີ່​ພຣະອົງ​ໄດ້​ສັ່ງ​ພວກເຂົາ​ໃຫ້​ພວກເຂົາ​ເຮັດ. ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ນຳ​ໄພພິບັດ​ທັງໝົດ​ນີ້​ມາ​ສູ່​ພວກເຂົາ.

“ເບິ່ງ​ແມ, ເຄື່ອງ​ປິດລ້ອມ​ຖືກ​ສ້າງ​ຂຶ້ນ​ເພື່ອ​ຢຶດ​ນະຄອນ​ນີ້. ຍ້ອນ​ສົງຄາມ, ການ​ອຶດຢາກ​ອາຫານ ແລະ ໂລກລະບາດ, ນະຄອນ​ຈະ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ຊາວ​ບາບີໂລນ​ທີ່​ກຳລັງ​ໂຈມ​ຕີ​ມັນ. ສິ່ງ​ນີ້​ໄດ້​ເກີດ​ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້, ດັ່ງ​ທີ່​ພຣະອົງ​ເຫັນ​ຢູ່​ຂະນະ​ນີ້. ແລະ ເຖິງແມ່ນວ່າ​ນະຄອນ​ຈະ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ຊາວ​ບາບີໂລນ​ແລ້ວ​ກໍ​ຕາມ, ພຣະອົງ​ເປັນ​ພຣະເຈົ້າຢາເວ ອົງ​ເຈົ້ານາຍ​ກ່າວ​ກັບ​ຂ້ານ້ອຍ​ວ່າ, ‘ຈົ່ງ​ຊື້​ທົ່ງນາ​ດ້ວຍ​ເງິນ​ນັ້ນ ແລະ ດໍາເນີນ​ການ​ຕາມ​ນັ້ນ​ຕໍ່ໜ້າ​ພະຍານ​ທັງຫລາຍ’ ”.

ແລ້ວ​ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ເຢເຣມີຢາ​ວ່າ: “ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ມວນ​ມະນຸດ​ທັງປວງ, ມີ​ສິ່ງໃດ​ຍາກ​ເກີນ​ໄປ​ສຳລັບ​ເຮົາ​ບໍ? ເຫດສະນັ້ນ ພຣະເຈົ້າຢາເວ​ກ່າວ​ວ່າ: ເຮົາ​ກຳລັງ​ຈະ​ມອບ​ນະຄອນ​ນີ້​ໄວ້​ໃນ​ມື​ຂອງ​ຊາວ​ບາບີໂລນ ແລະ ໃນ​ມື​ຂອງ​ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ, ເຊິ່ງ​ຈະ​ເອົາ​ຊະນະ​ນະຄອນ​ນີ້. ຊາວ​ບາບີໂລນ​ຜູ້​ທີ່​ກໍາລັງ​ມາ​ໂຈມຕີ​ນະຄອນ​ນີ້​ຈະ​ເຂົ້າ​ມາ ແລະ ຈູດ​ນະຄອນ​ນີ້; ພວກເຂົາ​ຈະ​ເຜົາ​ເມືອງ​ພ້ອມທັງ​ເຮືອນ​ຂອງ​ປະຊາຊົນ​ທີ່​ໄດ້​ຍົວະ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ໂດຍ​ການ​ເຜົາ​ເຄື່ອງຫອມ​ໃຫ້​ແກ່​ພະບາອານ​ຢູ່​ເທິງ​ຫລັງຄາ ແລະ ໂດຍ​ການ​ເທ​ເຄື່ອງດື່ມ​ຖວາຍບູຊາ​ໃຫ້​ບັນດາ​ພະ​ອື່ນ.

“ປະຊາຊົນ​ອິດສະຣາເອນ ແລະ ຢູດາຍ​ບໍ່​ໄດ້​ເຮັດ​ສິ່ງໃດ ແຕ່​ໄດ້​ເຮັດ​ສິ່ງທີ່​ຊົ່ວຮ້າຍ​ໃນ​ສາຍຕາ​ຂອງ​ເຮົາ​ຕັ້ງແຕ່​ພວກເຂົາ​ຍັງ​ໜຸ່ມ; ແທ້​ຈິງ​ແລ້ວ, ປະຊາຊົນອິດສະຣາເອນ​ບໍ່​ໄດ້​ເຮັດ​ສິ່ງ​ໃດ ແຕ່​ໄດ້​ຍົວະ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ດ້ວຍ​ສິ່ງ​ທີ່​ມື​ຂອງ​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ມາ, ພຣະເຈົ້າຢາເວ​ປະກາດ​ດັ່ງນີ້. ຕັ້ງແຕ່​ມື້​ທີ່​ເມືອງ​ໄດ້​ຖືກ​ສ້າງ​ຂຶ້ນ​ຈົນ​ເຖິງ​ບັດນີ້ ເມືອງ​ນີ້​ໄດ້​ຍົວະ​ຄວາມ​ໃຈຮ້າຍ ແລະ ຄວາມ​ໂກດຮ້າຍ​ຂອງ​ເຮົາ​ຈົນ​ເຮົາ​ຕ້ອງ​ກຳຈັດ​ເມືອງ​ນີ້​ໃຫ້​ພົ້ນ​ຈາກ​ໜ້າ​ຂອງ​ເຮົາ. ປະຊາຊົນ​ອິດສະຣາເອນ ແລະ ຢູດາຍ, ບໍ່​ວ່າ​ບັນດາ​ກະສັດ, ຂ້າລາຊະການ, ພວກ​ປະໂລຫິດ ພວກ​ຜູ້ທຳນວາຍ ແລະ ປະຊາຊົນ​ຢູດາຍ ແລະ ບັນດາ​ຄົນ​ທີ່​ອາໄສ​ໃນ​ເຢຣູຊາເລັມ​ໄດ້​ຍົວະ​ເຮົາ​ໂດຍ​ຄວາມ​ຊົ່ວຮ້າຍ​ທັງໝົດ​ທີ່​ພວກເຂົາ​ໄດ້​ເຮັດ. ພວກເຂົາ​ໄດ້​ປິ່ນ​ຫລັງ​ຂອງ​ພວກເຂົາ​ໃສ່​ເຮົາ, ແລະ ບໍ່​ໄດ້​ຫັນ​ໜ້າ​ຂອງ​ຕົນ​ມາ​ຫາ​ເຮົາ; ເຖິງແມ່ນວ່າ​ເຮົາ​ໄດ້​ສັ່ງສອນ​ພວກເຂົາ​ຫລາຍ​ເທື່ອ​ແລ້ວ​ກໍ​ຕາມ, ພວກເຂົາ​ກໍ​ບໍ່​ຍອມຟັງ ຫລື ບໍ່​ຍອມຮັບ​ການ​ຕີ​ສອນ. ພວກເຂົາ​ໄດ້​ຕັ້ງ​ຮູບເຄົາລົບ​ອັນ​ໜ້າ​ລັງກຽດ​ໃນ​ວິຫານ ທີ່​ມີ​ນາມ​ຂອງ​ເຮົາ ແລະ ເຮັດ​ໃຫ້​ວິຫານ​ນັ້ນ​ເປັນ​ມົນທິນ. ພວກເຂົາ​ໄດ້​ສ້າງ​ບ່ອນ​ກາບໄຫວ້​ຢູ່​ເທິງ​ບ່ອນ​ສູງ​ຕ່າງໆ​ສຳລັບ​ພະບາອານ​ໃນ​ຮ່ອມພູ​ຮິນໂນມ ເພື່ອ​ຖວາຍບູຊາ​ລູກຊາຍ ແລະ ລູກສາວ​ຂອງ​ພວກເຂົາ​ແກ່​ພະໂມເລັກ,3 ທັງ​ທີ່​ເຮົາ​ບໍ່​ເຄີຍ​ໄດ້​ສັ່ງ ຫລື ບໍ່​ເຄີຍ​ຢູ່​ໃນ​ຄວາມ​ຄິດ​ຂອງ​ເຮົາ​ເລີຍ​ວ່າ, ພວກເຂົາ​ຈະ​ເຮັດ​ສິ່ງ​ທີ່​ໜ້າ​ລັງກຽດ​ເຊັ່ນ​ນັ້ນ ແລະ ເຮັດ​ໃຫ້​ຢູດາຍ​ເຮັດ​ບາບ​ດ້ວຍ.

“ພຣະອົງ​ກໍາລັງ​ກ່າວ​ເຖິງ​ນະຄອນ​ນີ້​ວ່າ, ‘ເຮົາ​ຈະ​ມອບ​ມັນ​ໄວ້​ໃນ​ມື​ຂອງ​ກະສັດ​ແຫ່ງ​ບາບີໂລນ​ດ້ວຍ​ສົງຄາມ, ການ​ອຶດຢາກ​ອາຫານ ແລະ ໂລກລະບາດ’ ແຕ່​ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ວ່າ: ເຮົາ​ຈະ​ຮວບຮວມ​ພວກເຂົາ​ຈາກ​ດິນແດນ​ທັງໝົດ​ຢ່າງ​ແນ່ນອນ ບ່ອນ​ທີ່​ເຮົາ​ຂັບໄລ່​ພວກເຂົາ​ໄປ​ນັ້ນ​ດ້ວຍ​ຄວາມ​ໃຈຮ້າຍ ແລະ ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ເຮົາ; ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ບ່ອນນີ້ ແລະ ໃຫ້​ພວກເຂົາ​ອາໄສ​ຢູ່​ຢ່າງ​ປອດໄພ. ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ. ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເປັນ​ນໍ້າໜຶ່ງໃຈດຽວກັນ​ທາງ​ຈິດໃຈ ແລະ ການ​ກະທໍາ, ເພື່ອ​ວ່າ​ພວກເຂົາ​ຈະ​ຢຳເກງ​ເຮົາ​ຢູ່​ສະເໝີ ແລະ ທັງໝົດ​ນັ້ນ​ກໍ​ເພື່ອ​ຄວາມ​ຜາສຸກ​ຂອງ​ພວກເຂົາ​ເອງ ແລະ ຂອງ​ລູກ​ຫລານ​ຫລັງຈາກ​ພວກເຂົາ. ເຮົາ​ຈະ​ເຮັດ​ຄໍາໝັ້ນສັນຍາ​ນິລັນດອນ​ກັບ​ພວກເຂົາ​ຄື: ເຮົາ​ຈະ​ບໍ່​ຢຸດ​ທີ່​ຈະ​ເຮັດ​ສິ່ງ​ທີ່​ດີ​ກັບ​ພວກເຂົາ, ແລະ ເຮົາ​ຈະ​ດົນ​ໃຈ​ພວກເຂົາ​ໃຫ້​ຢຳເກງ​ເຮົາ, ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ຫັນ​ໜີ​ຈາກ​ເຮົາ​ອີກ​ຈັກ​ເທື່ອ. ເຮົາ​ຈະ​ຊົມຊື່ນ​ຍິນດີ​ໃນ​ການ​ເຮັດ​ສິ່ງດີ​ໃຫ້​ກັບ​ພວກເຂົາ ແລະ ຈະ​ປູກ​ພວກເຂົາ​ໄວ້​ໃນ​ດິນແດນ​ນີ້​ດ້ວຍ​ສຸດ​ຈິດ, ສຸດ​ໃຈ​ຂອງ​ເຮົາ​ຢ່າງ​ແນ່ນອນ.

“ພຣະເຈົ້າຢາເວ​ກ່າວ​ວ່າ: ດັ່ງ​ທີ່​ເຮົາ​ໄດ້​ນຳ​ໄພພິບັດ​ຮ້າຍແຮງ​ທັງໝົດ​ນີ້​ມາ​ສູ່​ປະຊາຊົນ​ນີ້​ຢ່າງ​ໃດ, ເຮົາ​ກໍ​ຈະ​ໃຫ້​ຄວາມ​ຈະເລີນ​ຮຸ່ງເຮືອງ​ທັງໝົດ​ນັ້ນ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ພວກເຂົາ​ຢ່າງ​ນັ້ນ. ຈະ​ມີ​ການ​ຊື້​ທົ່ງນາ​ກັນ​ອີກ​ເທື່ອ​ໜຶ່ງ​ໃນ​ດິນແດນ​ແຫ່ງ​ນີ້, ເຊິ່ງ​ພວກເຈົ້າ​ເວົ້າ​ກັນ​ວ່າ, ‘ດິນແດນ​ນີ້​ໄດ້​ຖືກ​ປະຖິ້ມ​ໄວ້​ໃຫ້​ຮົກຮ້າງ​ໂດຍ​ບໍ່​ມີ​ຄົນ ຫລື ສັດ​ອາໄສ​ຢູ່, ເພາະ​ມັນ​ໄດ້​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ຊາວ​ບາບີໂລນ’. ທົ່ງນາ​ຈະ​ມີ​ການ​ຊື້​ດ້ວຍ​ເງິນ, ແລະ ຈະ​ມີ​ການ​ເຊັ່ນ​ໃບສັນຍາ, ປະທັບ​ຕາ ແລະ ມີ​ຄົນ​ເປັນ​ພະຍານ​ໃນ​ເຂດ​ແດນ​ຂອງ​ເບັນຢາມິນ, ໃນ​ເມືອງ​ຕ່າງໆ ແລະ ໃນ​ບ້ານ​ຕ່າງໆ​ທີ່​ຢູ່​ອ້ອມ​ເຢຣູຊາເລັມ, ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ ໃນ​ເມືອງ​ຕ່າງໆ​ຕາມ​ເຂດ​ເນີນພູ, ຕາມ​ຕີນ​ພູ​ຕ່າງໆ​ທາງ​ພາກ​ຕາເວັນຕົກ ແລະ ເນເກັບ, ເພາະ​ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ຄືນ​ສູ່​ສະພາບ​ເດີມ,4 ພຣະເຈົ້າຢາເວ​ປະກາດ​ດັ່ງນີ້”.

Source notes (4)
  1. Footnote ຫລື ຊາວ​ຄານເດອາ ເຊັ່ນ​ດຽວ​ກັບ​ຂໍ້ 5, 24, 25, 28, 29 ແລະ 43
  2. Footnote 1 ເຊເຂວ ຄື​ເງິນ​ໜັກ​ປະມານ 11,5 ກຣາມ ມີ​ຄ່າ​ເທົ່າ​ກັບ​ຄ່າ​ແຮງ​ສອງ​ເດືອນ
  3. Footnote ຫລື ໃຫ້​ລູກຊາຍ​ລູກ​ສາວ​ຂອງ​ເຂົາ​ລຸຍ​ໄຟ
  4. Footnote ຫລື ຈະ​ນຳ​ພວກເຂົາ​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.