Biblica® Open Lao Contemporary Version
ເຮັບເຣີ 8
ມະຫາປະໂລຫິດແຫ່ງພັນທະສັນຍາໃໝ່
ບັດນີ້ ປະເດັນຫລັກທີ່ພວກເຮົາກຳລັງກ່າວກໍຄື: ພວກເຮົາມີມະຫາປະໂລຫິດຢ່າງນີ້, ຜູ້ທີ່ນັ່ງຢູ່ເບື້ອງຂວາຂອງບັນລັງຂອງອົງຜູ້ມີບາລະມີໃນສະຫວັນ ແລະ ຜູ້ປະຕິບັດໜ້າທີ່ໃນສະຖານນະມັດສະການອັນເປັນຫໍເຕັນແທ້ທີ່ອົງພຣະຜູ້ເປັນເຈົ້າຕັ້ງຂຶ້ນ ບໍ່ແມ່ນມະນຸດຕັ້ງຂຶ້ນ.
ມະຫາປະໂລຫິດທຸກຄົນໄດ້ຮັບການແຕ່ງຕັ້ງໃຫ້ຖວາຍທັງເຄື່ອງບູຊາ ແລະ ຂອງຖວາຍ, ດັ່ງນັ້ນມະຫາປະໂລຫິດອົງນີ້ຈຳເປັນຕ້ອງມີບາງສິ່ງທີ່ຈະຖວາຍເໝືອນກັນ. ຖ້າພຣະອົງຢູ່ໃນໂລກ, ພຣະອົງຈະບໍ່ໄດ້ເປັນປະໂລຫິດ ເພາະມີຄົນທີ່ຈະຖວາຍຂອງຖວາຍຕ່າງໆຕາມທີ່ກົດບັນຍັດກຳນົດຢູ່ແລ້ວ. ປະໂລຫິດເຫລົ່ານັ້ນປະຕິບັດໃນສະຖານນະມັດສະການອັນເປັນແບບຈຳລອງ ແລະ ເປັນເງົາຂອງສິ່ງທີ່ຢູ່ໃນສະຫວັນ. ດ້ວຍເຫດນີ້ ໂມເຊຈຶ່ງໄດ້ຮັບຄຳເຕືອນກ່ຽວກັບການສ້າງຫໍເຕັນວ່າ: “ຈົ່ງເຮັດທຸກສິ່ງຕາມແບບທີ່ເຮົາໄດ້ສະແດງແກ່ເຈົ້າຢູ່ເທິງພູເຂົານັ້ນ”1 ແຕ່ຄວາມຈິງແລ້ວພັນທະກິດທີ່ພຣະເຢຊູເຈົ້າໄດ້ຮັບມອບໝາຍນັ້ນຍິ່ງໃຫຍ່ກວ່າພັນທະກິດຂອງພວກເຂົາ ເໝືອນດັ່ງພັນທະສັນຍາທີ່ພຣະອົງເປັນຜູ້ກາງນັ້ນກໍເໜືອກວ່າພັນທະສັນຍາເດີມ ແລະ ຕັ້ງຢູ່ເທິງສັນຍາຕ່າງໆທີ່ດີຫລາຍກວ່າ.
ເພາະຖ້າພັນທະສັນຍາເດີມບໍ່ມີຂໍ້ບົກຜ່ອງກໍບໍ່ຈຳເປັນຕ້ອງມີພັນທະສັນຍາໃໝ່ອີກ. ແຕ່ພຣະເຈົ້າເຫັນຂໍ້ຜິດພາດຂອງບັນດາປະຊາຊົນ ແລະ ກ່າວວ່າ2:
“ອົງພຣະຜູ້ເປັນເຈົ້າປະກາດວ່າ, ວັນນັ້ນຈະມາເຖິງ,
ເມື່ອເຮົາຈະເຮັດພັນທະສັນຍາໃໝ່
ກັບປະຊາຊົນຂອງອິດສະຣາເອນ
ແລະ ກັບປະຊາຊົນຂອງຢູດາ.
ເຊິ່ງບໍ່ເໝືອນກັບພັນທະສັນຍາ
ທີ່ເຮົາໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກເຂົາ
ເມື່ອເຮົາຈູງມືພວກເຂົາ
ນຳພວກເຂົາອອກມາຈາກດິນແດນເອຢິບ,
ເພາະວ່າພວກເຂົາບໍ່ສັດຊື່ຕໍ່ພັນທະສັນຍາຂອງເຮົາ,
ແລະ ເຮົາຫັນໜີຈາກພວກເຂົາ,
ອົງພຣະຜູ້ເປັນເຈົ້າປະກາດດັ່ງນັ້ນ.
ນີ້ຄືພັນທະສັນຍາທີ່ເຮົາຈະເຮັດກັບປະຊາຊົນຂອງອິດສະຣາເອນ
ຫລັງຈາກສະໄໝນັ້ນ, ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້.
ເຮົາຈະໃສ່ກົດບັນຍັດຂອງເຮົາໄວ້ໃນຈິດໃຈຂອງພວກເຂົາ
ແລະ ຈາລຶກກົດບັນຍັດນັ້ນເທິງຫົວໃຈຂອງພວກເຂົາ.
ເຮົາຈະເປັນພຣະເຈົ້າຂອງພວກເຂົາ
ແລະ ພວກເຂົາຈະເປັນປະຊາຊົນຂອງເຮົາ.
ພວກເຂົາຈະບໍ່ສອນເພື່ອນບ້ານຂອງພວກເຂົາ
ຫລື ກ່າວຕໍ່ກັນແລະກັນວ່າ, ‘ຈົ່ງຮູ້ຈັກອົງພຣະຜູ້ເປັນເຈົ້າ’
ເພາະພວກເຂົາທຸກຄົນຈະຮູ້ຈັກເຮົາ,
ຕັ້ງແຕ່ຜູ້ນ້ອຍທີ່ສຸດໃນພວກເຂົາໄປຈົນເຖິງຜູ້ໃຫຍ່ທີ່ສຸດ.
ເພາະເຮົາຈະໃຫ້ອະໄພຄວາມຊົ່ວຮ້າຍຂອງພວກເຂົາ
ແລະ ຈະບໍ່ຈົດຈຳຄວາມບາບທັງຫລາຍຂອງພວກເຂົາອີກຕໍ່ໄປ”.3
ໂດຍການກ່າວເອີ້ນພັນທະສັນຍານີ້ວ່າ “ພັນທະສັນຍາໃໝ່” ພຣະອົງເຮັດໃຫ້ພັນທະສັນຍາເດີມນັ້ນພົ້ນສະໄໝໄປ ສິ່ງທີ່ພົ້ນສະໄໝ ແລະ ເກົ່າແລ້ວນັ້ນອີກບໍ່ດົນກໍຈະເສື່ອມສູນໄປ.
Source notes (3)
- Footnote ອພຍ 25:40
- Footnote ສຳເນົາຕົ້ນສະບັບບາງສຳເນົາອາດແປໄດ້ວ່າ ເຫັນຂໍ້ຜິດພາດ ແລະ ກ່າວກັບບັນດາປະຊາຊົນວ່າ
- Footnote ຢມຢ 31:31-34
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.